ກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຮັບຜິດຊອບ ສ້າງນິຕິກຳໃຕ້ກົດໝາຍຂັ້ນທ້ອງ ຖິ່ນຈັດຂຶ້ນໃນວັນທີ 24 ຕຸລານີ້, ທີ່ຫ້ອງວ່າການແຂວງຄຳມ່ວນ ໂດຍມີທ່ານ ພັນໂນລາ ທອງຈັນ ຮອງ ຫົວໜ້າກົມກົດໝາຍກະຊວງຍຸຕິທຳ, ມີທ່ານ ລຳພອນ ສີອັກສອນ ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີບັນດາຄະນະພະແນກຂັ້ນແຂວງ, ຂະແໜງການກ່ຽວຂ້ອງຂັ້ນເມືອງ ຕະຫຼອດເຖິງຜູ້ຮັບຜິດຊອບວຽກ ງານການສ້າງນິຕິກຳໃຕ້ກົດໝາຍຂັ້ນທ້ອງຖິ່ນເຂົ້າຮ່ວມ.
ນິຕິກຳແມ່ນເອກະສານທາງດ້ານກົດໝາຍ ທີ່ດັດປັບສາຍພົວພັນສັງຄົມ, ມີຜົນບັງຄັບທົ່ວໄປຫຼື ມີຜົນບັງຄັບສະເພາະ, ຖືກສ້າງຂຶ້ນ, ຮັບຮອງ ແລະ ປະກາດໃຊ້ໂດຍອົງການທີ່ມີສິດອຳນາດຂອງລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ. ການສ້າງນິຕິກຳ ແມ່ນຂະບວນການເຄື່ອນໄຫວຮ່າງນິຕິກຳ ໂດຍອົງການ ທີ່ມີສິດອຳນາດຂອງລັດ ນັບແຕ່ຂັ້ນຕອນໃນການກະກຽມ, ການເກັບກຳຂໍ້ມູນ, ການຂຽນຈົນຮອດການ ພິຈາລະນາຮັບຮອງ ແລະ ປະກາດໃຊ້ນິຕິກຳ.
ກອງປະຊຸມຄັ້ງນີ້ໄດ້ຮັບຟັງການຜ່ານເນື້ອໃນຄວາມຮູ້ທົ່ວໄປກ່ຽວກັບການສ້າງນິຕິກຳ, ເຕັກນິກໃນ ການສ້າງນິຕິກຳ, ການສ້າງນິຕິກຳຂັ້ນທ້ອງຖິ່ນ, ຄວາມຮູ້ທົ່ວໄປໃນການປະເມີນຜົນກະທົບຂອງຮ່າງນິຕິກຳ ເພື່ອເຮັດໃຫ້ບັນດາຜູ້ເຂົ້າຮ່ວມໄດ້ເຂົ້າໃຈຢ່າງເລິກເຊິ່ງ ເພື່ອນຳໄປຈັດຕັ້ງປະຕິບັດໃນການສ້າງ ແລະ ປັບ ປຸງນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງກັບຂົງເຂດຂອງຕົນຮັບຜິດຊອບ ໃນແຕ່ລະຂະແໜງການໃຫ້ມີປະສິດທິ ພາບ ແນໃສ່ຮັບປະກັນໃຫ້ເນື້ອໃນຂອງນິຕິກຳ, ມີຄຸນນະພາບ, ຮັດກຸມ, ເຂົ້າໃຈງ່າຍສາມາດຈັດຕັ້ງປະຕິ ບັດໄດ້ ແລະ ມີຄວາມສອດຄ່ອງກັບສະພາບຄວາມເປັນຈິງໃນທ້ອງຖິ່ນ ປະກອບສ່ວນເຂົ້າໃນການສ້າງລັດ ທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.
ຂ່າວ-ພາບ: ກອງຄຳ

ຄໍາເຫັນ