![]() |
ທ່ານ ຄຳລາວັນ ຈັນທະລາວັນ ກ່າວວ່າ: ກອງປະຊຸມໃນຄັັ້ງນີ້ ແມ່ນເປັນການເປິດໂຄງການ ພ້ອມທັງແນະນໍາແຜນຈັດຕັັ້ງປະຕິບັດບັນດາກິດຈະກໍາຢູ່ໃນໂຄງການທີ່ໄດ້ຮັບການຊ່ວຍເຫຼືອສະໜັບສະໜູນຈາກອົງການກາແດງຍີ່ປຸ່ນ ໂດຍຜ່ານສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC) ຊຶ່ງກິດຈະກໍາດັ່ງກ່າວຈະໄດ້ຈັດຕັັ້ງປະຕິບັດ ຢູ່ໃນ 17 ແຂວງ ແລະ ນະຄອນຫຼວງວຽງ ຈັນ, ເປົ້າໝາຍ ເພື່ອສ້າງຄວາມເຂັ້ມແຂງດ້ານວຽກງານການປະຖົມພະຍາບານ ຂອງອົງການກາແດງແຫ່ງຊາດລາວ ແລະ ສົ່ງເສີມໃຫ້ຄວາມຮູ້ແກ່ຊຸມຊົນ ຊຶ່ງກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຮັບຟັງການສະເໜີບັນດາແຜນວຽກຂອງໂຄງການ ພ້ອມທັງແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບການຈັດຕັັ້ງປະຕິບັດກິດຈະກໍາດັ່ງກ່າວ ໃນບັນດາແຂວງເປົ້າໝາຍ ເປັນຕົ້ນແມ່ນການຝຶກອົບຮົມຄູຝຶກປະຖົມພະຍາບານ, ການຝຶກອົບຮົມປະຖົມພະຍາບານໃນໂຮງຮຽນ, ການປະຊຸມຖອດຖອນບົດຮຽນ ແລະ ການຕິດຕາມປະເມີນຜົນໂຄງການ.
ກອງປະຊຸມຈະໄດ້ດຳເນີນເປັນເວລາ 5 ວັນ ຈຶ່ງຈະສຳເລັດ ບັນດາຜູ້ເຂົ້າຮ່ວມຈະໄດ້ແລກປ່ຽນ, ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອໃຫ້ການຈັດຕັັ້ງປະຕິບັດກິດຈະກໍາຂອງໂຄງການ ທີ່ໄດ້ຮັບການຊ່ວຍເຫຼືອໃນໂຄງການສ້າງຄວາມເຂັ້ມແຂງໃຫ້ພະນັກງານອົງການກາແດງແຫ່ງຊາດລາວ ໃນວຽກງານການປະຖົມພະຍາບານ ໃນສາທາລະນະ ແລະ ຊຸມຊົນ ໃນທ້ອງຖິ່ນໃຫ້ມີປະ ສິດທິພາບດີຂຶ້ນກວ່າເກົ່າ, ໃນໂຄງການນີ້ອົງການກາແດງແຫ່ງຊາດລາວໄດ້ມີການຄົ້ນຄວ້າ ແລະ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຂອງສູນກາງ ແລະ ທ້ອງຖິ່ນ, ໄດ້ມີຄວາມເປັນເອກະພາບ, ຄັດເລືອກເອົາບັນດາແຂວງເປົ້າໝາຍ ໃນຂອບເຂດທົ່ວປະເທດ.
(ຂ່າວ-ພາບ: ສຳນານ)

ຄໍາເຫັນ