ກອງປະຊຸມສ້າງຄວາມເຂັ້ມແຂງ ກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນອາຊະຍາກໍາສັດປ່າ

ສ້າງຄວາມເຂັ້ມແຂງວຽກງານຕ້ານ ແລະ ສະກັດກັ້ນອາຊະຍາກໍາສັດປ່າ

ສ້າງຄວາມເຂັ້ມແຂງວຽກງານຕ້ານ ແລະ ສະກັດກັ້ນອາຊະຍາກໍາສັດປ່າ
ກອງປະຊຸມສ້າງຄວາມເຂັ້ມແຂງ ກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນອາຊະຍາກໍາສັດປ່າ ທີ່ ແຂວງອຸດົມໄຊຈັດຂຶ້ນຫວ່າງບໍ່ດົນມານີ້ທີ່ຫ້ອງວ່າການປົກຄອງແຂວງອຸດົມໄຊ

 ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການອະນຸລັກ ສັດປ່າ ປະຈໍາ ສປປ ລາວ.ໃຫ້ກຽດເປັນປະທານໂດຍ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ, ມີ ທ່ານ ນາງ ສົມຫວັງ ໄຊຍະຕິ ຫົວໜ້າອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ແລະ ທ່ານ ນາງ ມະໂນລີຮອງຜູ້ອໍານວຍການອົງການອະນຸລັກ ສັດປ່າ ປະຈໍາ ສປປ ລາວ, ຄະນະປະສານງານຈາກອອປສ, ບັນດາການນໍາຂັ້ນເມືອງ ທັງ 7 ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ໄດ້ເຜີຍແຜ່ສົນທິສັນຍາສາກົນໄຊເຕັສ,ມາດຕະການບັງຄັບໃຊ້ກົດໝາຍ ພາຍໃຕ້ສົນທິສັນຍາໄຊເຕັສ ຕໍ່ ສປປ ລາວ,ກົດໝາຍ ແລະ ນິຕິກໍາພາຍໃນ ທີ່ກ່ຽວຂ້ອງກັບວຽກງານສະກັດກັ້ນ ແລະ ຕ້ານອາຊະຍາກໍາສັດປ່າ ແລະ ນິຕິກໍາ 9 ຫົວຂໍ້ຄື1) ຄວາມຮູ້ທົ່ວໄປກ່ຽວກັບສົນທິສັນຍາໄຊເຕັສ(CITES), ສະພາບອາຊະກຳສັດປ່າໃນລະດັບສາກົນແລະກໍລະນີສຶກສາກ່ຽວກັບ ການບັງຄັບໃຊ້ກົດໝາຍພາຍໃຕ້ສົນທິສັນຍາໄຊເຕັສໃນລະດັບສາກົນ; 2) ຄວາມຮັບຮູ້ກ່ຽວກັບສົນທິສັນຍາສາກົນໄຊເຕັສ ແລະພາລະບົດບາດຂອງໜ່ວຍງານຄຸ້ມຄອງໄຊເຕັສ ສປປ ລາວ. 3)ມາດຕະການບັງຄັບໃຊ້ກົດໝາຍພາຍໃຕ້ ສົນທິສັນຍາໄຊເຕັສຕໍ່ ສປປລາວ; 4)ບັນດາກົດໝາຍແລະນິຕິກຳພາຍໃນທີ່ກ່ຽວຂ້ອງກັບວຽກງານສະກັດກັ້ນ ແລະ ຕ້ານອາຊະຍາກໍາສັດປ່າ; 5)ສະພາບອາຊະຍາກຳສັດປ່າພາຍໃນສປປລາວແລະພາຍໃນແຂວງອຸດົມໄຊ; 6)ຜົນຂອງການບັງຄັບໃຊ້ກົດໝາຍແລະການຮ່ວມມືໃນວຽກງານດຳເນີນຄະດີລະຫວ່າງໜ່ວຍງານບັງຄັບໃຊ້ກົດໝາຍແຂວງອຸດົມໄຊ; 7)ຂັ້ນຕອນການດຳເນີນຄະດີເບື້ອງຕົ້ນການພົບຮ່ອງຮອຍການກະທຳຜິດແລະການສືບສວນ-ສອບສວນເບື້ອງຕົ້ນ, ຂັ້ນຕອນການປະສານງານກັບພາກສ່ວນກ່ຽວຂ້ອງ, ຂັ້ນການມອບ-ຮັບຄະດີສັດປ່າກັບເຈົ້າໜ້າກອງກວດກາປ່າໄມ້, ນຳສະເໜີກໍລະນີສຶກສາບັນດາຄະດີທີ່ສົ່ງໃຫ້ ໄອຍະການ, ວິເຄາະບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍແລະຂໍ້ສະເໜີ; 8)ຂັ້ນຕອນການດຳເນີນຄະດີຂອງອົງການຕ້ານການສໍ້ລາດບັງຫຼວງ; 9)ບັນຫາ,ສິ່ງທ້າທາຍ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກແລະຄຳແນະນຳກ່ຽວກັບການດຳເນີນຄະດີອາຊະຍາກຳສັດປ່າພາຍໃນແຂວງອຸດົມໄຊ; ຈາກນັ້ນ, ກໍມີການຄົ້ນຄວ້າ ປຶກສາຫາລື ຕົກລົງເປັນເອກະພາບ ກ່ຽວກັບ ການດໍາເນີນຄະດີ ບໍ່ວ່າຈະເປັນອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕໍາຫຼວດ, ພາສີ, ປ່າໄມ້, ອົງການໄອຍະການປະຊາຊົນ ສາມາດດໍາເນີນການສືບສວນ-ສອບສວນຕໍ່ຜູ້ກະທໍາຜິດໄດ້ຫຼາຍກໍລະນີ ເປັນຕົ້ນ ການຄ້າຂາຍ ຫຼື ມີໄວ້ຄອບຄອງສັດປ່າ ທີ່ຫວງຫ້າມ ເຊັນ:ຊິ້ນສ່ວນສັດປ່າທີ່ຢູ່ໃນບັນຊີ 1,ບັນຊີ 2 ຂອງ ໄຊເຕັສ ເພື່ອເປັນການຈັດຕັ້ງຜັນຂະຫຍາຍກົດໝາຍ ແລະ ບັນດານິຕິກໍາ ໃຫ້ທ້ອງຖິ່ນໃນການຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບກັນ. ນອກຈາກນັ້ນ, ຍັງໄດ້ຮັບຟັງວຽກງານການຮ່າງເອກະສານທາງລັດຖະການ ແລະ ວຽກງານພິທີການ ນຳບັນດາອາຈານຜູ້ຊ່ຽວຊານ ຈາກພະແນກພາຍໃນ ແລະ ພະແນກພົວພັນຕ່າງປະເທດ ແຂວງອຸດົມໄຊ.

ໂອກາດນີ້, ທ່ານປະທານ ໄດ້ມີຄຳເຫັນໃນກອງປະຊຸມ ເພື່ອເປັນການຈັດຕັ້ງຜັນຂະຫຍາຍກົດໝາຍ ແລະ ບັນດານິຕິກໍາລຸ່ມກົດໝາຍ ເຂົ້າໃນການເຄື່ອນໄຫວດໍາເນີນຄະດີອາຊະຍາກໍາສັດປ່າໃນ ສປປ ລາວເວົ້າລວມ,ເວົ້າສະເພາະຢູ່ແຂວງອຸດົມໄຊ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຕົວຈິງຢ່າງມີປະສິດທິພາບສູງ ແລະ ເພື່ອເຮັດໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມມີຄວາມຮັບຮູ້, ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບອາຊະຍາກໍາສັດປ່າທີ່ເກີດຂຶ້ນໃນລະດັບພາກພື້ນ ແລະ ສາກົນ. ພ້ອມທັງເປັນການຍົກລະດັບຂີດຄວາມສາມາດຂອງບັນດາອົງການສືບສວນ-ສອບສວນ,ພະນັກງານວິຊາການ ແລະເພື່ອເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່,ທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານດໍາເນີນຄະດີອາຊະຍາກໍາສັດປ່າ ໃຫ້ມີຄວາມເປັນເອກະພາບ ມີປະສິດທິພາບ ແລະ ປະສິດທິຜົນສູງ.

(ຂ່າວ:ສຸກ ອອປສ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ