ສ້າງຄວາມມຸ້ງຫວັງຊົນຊາດ ເສີມຂະຫຍາຍກໍາລັງແຮງຂອງມະນຸດ ໃຫ້ຫວຽດນາມກ້າວສູ່ຍຸກແຫ່ງການຂະຫຍາຍຕົວ

ສ້າງຄວາມມຸ້ງຫວັງຊົນຊາດ ເສີມຂະຫຍາຍກໍາລັງແຮງຂອງມະນຸດ ໃຫ້ຫວຽດນາມກ້າວສູ່ຍຸກແຫ່ງການຂະຫຍາຍຕົວ

ສ້າງຄວາມມຸ້ງຫວັງຊົນຊາດ ເສີມຂະຫຍາຍກໍາລັງແຮງຂອງມະນຸດ ໃຫ້ຫວຽດນາມກ້າວສູ່ຍຸກແຫ່ງການຂະຫຍາຍຕົວ
ໂດຍ: ສີວັນ ຄວາມຈໍາເປັນຂອງຍຸກໃໝ່ - ຍຸກແຫ່ງການສ້າງຄວາມມຸ້ງຫວັງ ແລະ ການພັດທະນາຮອບດ້ານຊາວຫວຽດນາມ ຫວຽດນາມ ກໍາລັງກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍຄວາມຕ້ອງການ ແລະ ເປົ້າໝາຍທີ່ສູງກວ່າດ້ານຄຸນນະພາບ, ລວງເລິກ ແລະ ລັກສະນະຍືນຍົງ. ໃນສະພາບແວດລ້ອມນີ້, ການສ້າງຄວາມໄຝ່ຝັນ ໃນການພັດທະນາປະເທດໃຫ້ຮຸ່ງເຮືອງ ແລະ ປະຊາຊົນມີຄວາມສຸກ, ການພັດທະນາຮອບດ້ານຫວຽດນາມ, ໄດ້ກາຍເປັນພາລະກິດປະຫວັດສາດ ແລະ ເປັນພະລັງພື້ນຖານໃນການນໍາພາຊາດ ໃຫ້ກ້າວເຂົ້າສູ່ຍຸກແຫ່ງການຂະຫຍາຍຕົວ.

ປະຫວັດສາດຂອງຊາດ ໄດ້ພິສູດຫຼາຍເທື່ອວ່າ: ເມື່ອປະເທດຕົກຢູ່ໃນສະພາບຄັບຂັນທຸກຄັ້ງ ຫຼື ເມື່ອໂອກາດໃນການພັດທະນາທີ່ສະຫວ່າງສະໄຫວ, ກໍແມ່ນຊາວຫວຽດນາມນັ້ນເອງ ເປັນຜູ້ທີ່ມີຄວາມຈົງຮັກພັກດີຕໍ່ຊາດ, ມີຈິດໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ສ້າງຄວາມມຸ້ງຫວັງອັນແຮງກ້າ - ເປັນກໍາລັງຕັດສິນໃຈ ແຫ່ງການປະຕິບັດຊາຕາກຳຂອງຊາດ. ປັດຈຸບັນ, ພາຍຫຼັງຜ່ານຜ່າຍຸກສະໄໝແຫ່ງການຍາດເອົາເອກະລາດ ແລະ ຍຸກສະໄໝແຫ່ງການປ່ຽນແປງໃໝ່, ຊາດຫວຽດນາມ ກໍາລັງຢູ່ໃນໄລຍະເວລາ “ຄໍາ”, ເວລາທີ່ມີການປະສານສົມທົບດ້ວຍຫຼາຍປັດໃຈສໍາຄັນ: ຈິນຕະນາການຍຸດທະສາດຂອງພັກ ມີຄວາມເຕີບໃຫຍ່ ແລະ ທັນສະໄໝ; ພື້ນຖານເສດຖະກິດ - ສັງຄົມ ມີສະຖຽນພາບ ແລະ ເຊື່ອມໂຍງກວ້າງຂວາງ, ເລິກເຊິ່ງ; ຮຸ່ນພົນລະເມືອງໃນໄວໜຸ່ມ ທີ່ມີຄວາມຮູ້ສູງ ແລະ ຄວາມໄຝ່ຝັນທີ່ຈະກ້າວຂຶ້ນ; ວົງຄະນາຍາດວິສາຫະກິດ, ປັນຍາຊົນ ແລະ ຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ ຍັງຄົງໝັ້ນໃຈ ແລະ ຫັນໜ້າມາສູ່ປະເທດຊາດ; ຈິດໃຈຊາດ ແລະ ວັດທະນະທໍາຫວຽດນາມ ຖືກອະນຸລັກຮັກສາ ແລະ ພັດທະນາໃຫ້ຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ ໃນຂະບວນການຫັນເປັນທົ່ວໂລກ. ບັນດາເງື່ອນໄຂເຫຼົ່ານີ້, ໄດ້ສ້າງໂອກາດທາງປະຫວັດສາດ ເພື່ອສ້າງບາດກ້າວໃໝ່, ກ້າວສູ່ສູ່ຍຸກແຫ່ງການຂະຫຍາຍຕົວ - ດ້ວຍມີຈຸດສູນກາງ ແມ່ນຊາວຫວຽດນາມທີ່ທັນສະໄໝ, ຄຸນທາດ ແລະ ວັດທະນະທໍາ.

ເນື້ອໃນຫຼັກຂອງຍຸກແຫ່ງການຂະຫຍາຍຕົວຍຸກແຫ່ງສະຕິປັນຍາ, ສີສັນຊາດ ແລະ ປະດິດສ້າງຂອງຫວຽດນາມ

“ຍຸກແຫ່ງການຂະຫຍາຍຕົວ” ນໍາມາບັນດາເນື້ອໃນຍຸດທະສາດເລິກເຊິ່ງ ແລະ ແຕກຕ່າງຈາກໄລຍະການພັດທະນາໃນເມື່ອກ່ອນ. ນັ້ນແມ່ນ: ຍຸກແຫ່ງການພັດທະນາ ດ້ວຍສະຕິປັນຍາ ແລະ ປະດິດສ້າງ. ຫວຽດນາມ ບໍ່ສາມາດກ້າວໄວຂຶ້ນໄດ້ ໂດຍໃຊ້ວິທີເກົ່າ. ວິທະຍາສາດ, ເທັກໂນໂລຊີ, ປ່ຽນແປງໃໝ່ປະດິດສ້າງ, ການຫັນປ່ຽນດີຈີຕອນ ຕ້ອງກາຍເປັນ DNA ຂອງພື້ນຖານເສດຖະກິດ. ຍຸກແຫ່ງການຍົກຍ້ອງວັດທະນະທໍາຫວຽດນາມ. ວັດທະນະທໍາ ບໍ່ພຽງແຕ່ເປັນພື້ນຖານທາງຈິດໃຈເທົ່ານັ້ນ, ແຕ່ຫາກຍັງກາຍເປັນພະລັງແຮງໃນການພັດທະນາ, ສ້າງສີສັນຊາດໃຫ້ແກ່ປະເທດຊາດ ໃນການເຊື່ອມໂຍງໂລກາພິວັດ. ຍຸກແຫ່ງມະນຸດເປັນຈຸດສູນກາງ ແລະ ເປັນເປົ້າໝາຍຂອງການພັດທະນາ. ນະໂຍບາຍການພັດທະນາ ຕ້ອງຖືເອົາການຍົກລະດັບຄຸນນະພາບຊີວິດການເປັນຢູ່ຮອບດ້ານ ໃຫ້ແກ່ປະຊາຊົນ ເປັນຈຸດສຸມ - ນັບແຕ່ການສຶກສາ, ການແພດ, ສິ່ງແວດລ້ອມ ຈົນເຖິງການພັດທະນາທາງຈິດໃຈ ແລະ ປະດິດສ້າງຢ່າງເສລີ. ຍຸກແຫ່ງຄວາມພາກພູມໃຈຕໍ່ຊາດ ແລະ ຄວາມມຸ້ງຫວັງໃນການກ້າວສູ່ໂລກ. ຊາດຫວຽດນາມ ບໍ່ໄດ້ມຸ່ງໝັ້ນເພື່ອການເທົ່າທຽມ ແຕ່ມຸ່ງໄປສູ່ຕໍາແໜ່ງໃໝ່ ໃນພາກພື້ນ ແລະ ໃນໂລກ.

ກໍານົດທິດຍຸດທະສາດ: ນໍາພາຊາວຫວຽດນາມ ໃຫ້ກາຍເປັນ ແຫຼ່ງພະລັງຕັດສິນໃຈໃນການພັດທະນາປະເທດຊາດ

ເພື່ອຫັນການປະຕິບັດຄວາມມຸ້ງຫວັງໃນການພັດທະນາ, ຫວຽດນາມ ຈໍາເປັນຕ້ອງມີຍຸດທະສາດສັງລວມ ເພື່ອເສີມຂະຫຍາຍສາມາດບົ່ງຊ້ອນຂອງມະນຸດ - ແຫຼ່ງກໍາລັງອັນລໍ້າຄ່າທີ່ສຸດຂອງຊາດ: ການປະຕິຮູບດ້ານການສຶກສາ - ຝຶກອົບຮົມ, ການສ້າງຮຸ່ນປະຊາກອນທົ່ວໂລກ, ມີຄຸນທາດ, ປະດິດສ້າງ, ມີຈິດໃຈຮັບໃຊ້ ແລະ ຄວາມມຸ້ງຫວັງອັນໃຫຍ່ຫຼວງ. ສ້າງສິ່ງແວດລ້ອມ ທີ່ສົ່ງເສີມຄວາມສາມາດ ແລະ ສະຕິປັນຍາ, ສົ່ງເສີມການເລີ່ມຕົ້ນທຸລະກິດປະດິດສ້າງ, ພັດທະນາພື້ນຖານເສດຖະກິດທາງປັນຍາ ແລະ ການນໍາໃຊ້ເຕັກໂນໂລຊີສູງ ໃນທຸກຂົງເຂດ. ສ້າງສະພາບແວດລ້ອມການດໍາລົງຊີວິດທີ່ມະນຸດສະທໍາ, ປອດໄພ ແລະ ພັດທະນາຮອບດ້ານ, ຮັບປະກັນສະຫວັດດີການສັງຄົມ, ສຸຂະພາບ, ສິ່ງແວດລ້ອມສີຂຽວ, ສິດໃນການເຂົ້າເຖິງເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ສໍາລັບທຸກຄົນ. ຍົກຍ້ອງຄຸນຄ່າຂອງແຮງງານ, ຄຸນສົມບັດ ແລະ ການອຸທິດຕົນ, ກໍາເນີດພື້ນຖານວັດທະນະທໍາພັດທະນາທັນສະໄໝ ທີ່ເຕັມໄປດ້ວຍສີສັນຊາດແບບຫວຽດນາມດັ່ງເດີມ. ດັ່ງທີ່ ທ່ານ ຫງວຽນ ຝູ ຈ້ອງ ອະດີດເລຂາໃຫຍ່ ພັກກອມມູນິດຫວຽດນາມ ໄດ້ຢືນຢັນຢ່າງຊັດເຈນວ່າ: “ການພັດທະນາປະເທດໄວ ແລະ ຢ່າງຍືນຍົງ ບໍ່ສາມາດເພິ່ງພາແຕ່ສັບພະຍາກອນທໍາມະຊາດເທົ່ານັ້ນ ແຕ່ຕ້ອງເພິ່ງພາແຫຼ່ງກໍາລັງຂອງຊາວຫວຽດນາມ ແລະ ວັດທນະທໍາຫວຽດນາມ”.

ຫວຽດນາມໃນຍຸກໃໝ່ - ປະເທດໜຶ່ງທີ່ມີຄວາມຮັບຜິດຊອບ, ເຕັມໄປດ້ວຍຄວາມໄຝ່ຝັນ ແລະ ອຸດົມໄປດ້ວຍສີສັນຊາດ

ເມື່ອກ້າວເຂົ້າສູ່ຍຸກໃໝ່, ຫວຽດນາມ ໄດ້ກໍານົດຈຸດຢືນໃນຖານະເປັນປະເທດໜຶ່ງທີ່ກໍາລັງພັດທະນາ ແຕ່ມີຈິນຕະນາການຂອງປະເທດກ້າວໜ້າ, ເຊື່ອມໂຍງເຂົ້າກັບໂຄງສ້າງໂລກ, ພ້ອມທັງຢືນຢັນຄວາມເປັນເອກະລັກສະເພາະຂອງຕົນ. ໃນດ້ານການຕ່າງປະເທດ, ຫວຽດນາມ ສືບຕໍ່ເປັນເຈົ້າການ, ຕັ້ງໜ້າໃນການສ້າງປະຊາຄົມອາຊຽນ ASEAN ສາມັກຄີ, ຮັກສາບົດບາດເປັນຂົວຕໍ່ ລະຫວ່າງ ບັນດາ ພື້ນຖານເສດຖະກິດໃຫຍ່, ຊຸກຍູ້ການພົວພັນການຕ່າງປະເທດ, ສັນຕິພາບ ແລະ ພັດທະນາຢ່າງຍືນຍົງ.ໃນການຮ່ວມມືພັດທະນາ, ຫວຽດນາມ ໄດ້ໃຫ້ຄໍາໝັ້ນສັນຍາ ຊຸກຍູ້ຄວາມເທົ່າທຽມ ໃນໂລກ, ແບ່ງປັນປະສົບການການພັດທະນາ ກັບບັນດາປະເທດທີ່ຢູ່ໃນໄລຍະການປ່ຽນຜ່ານ, ປະກອບສ່ວນຄວາມກ້າວໜ້າຂອງມວນມະນຸດ. ກ່ຽວກັບສີສັນວັດທະນະທໍາ ຫວຽດນາມ ໄດ້ນໍາມາສູ່ໂລກ ບັນດາຄຸນຄ່າວັດທະນະທໍາທີ່ເປັນເອກະລັກ, ຮູບພາບຂອງປະເທດໜຶ່ງ ທັງທັນສະໄໝ ທັງເລິກເຊິ່ງດ້ວຍຈິດໃຈມະນຸດສະທໍາ, ກ້າແກ່ນ ແຕ່ເຕັມໄປດ້ວຍຈິດໃຈທີ່ສັນຕິ. ໃນການເຄື່ອນໄຫວທົ່ວໂລກ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດກໍາລັງພັດທະນາຈໍານວນໜ້ອຍ ທີ່ມີຄວາມກ້າຫານ ໃນການໃຫ້ຄໍາໝັ້ນສັນຍາຢ່າງແຂງແຮງ ກ່ຽວກັບການເປັນກາງດ້ານກາກບອນ, ການຫັນປ່ຽນພະລັງງານແບບຍືນຍົງ ແລະ ເປັນເຈົ້າການຮັບມືກັບການປ່ຽນແປງສະພາບອາກາດ.

“ຍຸກແຫ່ງການຂະຫຍາຍຕົວ” ແມ່ນຄໍາສັນຍາທົ່ວປວງຊົນ. ນັ້ນບໍ່ພຽງແຕ່ຄວາມໄຝ່ຝັນ, ແຕ່ເປັນຄໍາໝັ້ນສັນຍາຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ຕົນເອງ ແລະ ຕໍ່ວົງຄະນາຍາດສາກົນ.ບົນເສັ້ນທາງເດີນນີ້, ຊາວຫວຽດນາມ, ປັນຍາຊົນຫວຽດນາມ ແລະ ວັດທະນະທໍາຫວຽດນາມ ຈະແມ່ນແຫຼ່ງຕົ້ນຕໍສ້າງກໍາລັງແຮງໃໝ່, ນໍາພາປະເທດກ້າວເຂົ້າສູ່ອະນາຄົດ ຢ່າງໝັ້ນຄົງ ໃນອະນາຄົດ - ອະນາຄົດແຫ່ງຄວາມຈະເລີນຮຸ່ງເຮືອງ, ຄວາມສຸກ ແລະ ຄວາມຍືນຍົງຂອງຊາດ.

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ