ຜະລິດຕະພັນທີ່ໄດ້ຈາກເປືອກປໍສາ

ສ້າງລາຍຮັບຍ້ອນຜະລິດຕະພັນທີ່ໄດ້ຈາກເປືອກປໍສາ

ສ້າງລາຍຮັບຍ້ອນຜະລິດຕະພັນທີ່ໄດ້ຈາກເປືອກປໍສາ
ໂດຍ: ແສງຈັນ ຕັ້ງແຕ່ໃດມາ ປະຊາຊົນລາວມີຄວາມດຸໝັ່ນ ອອກແຮງງານ, ດ້ວຍການຕໍ່າຫູກ, ທໍໄໝ, ຫຍິບປັກ, ຖັກແສ່ວ, ເພີ່ມພູນຜະລິດຜົນ ຫາລ້ຽງຄອບຄົວ

 ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ, ປັບປຸງຊີວິດການເປັນຢູ່ສະມາຊິກໃຫ້ນັບມື້ດີຂຶ້ນ, ຍ້ອນແນວນັ້ນ ປວງຊົນ ຈຶ່ງນໍາເອົາເປືອກປໍສາອອກມາຜະລິດ ເພື່ອຈໍາໜ່າຍພາຍໃນປະເທດ.

ທ່ານນາງສີດາຈັນ ບຸນທະສິງ, ບ້ານສີວິໄລ, ເມືອງຫີນເຫີບ, ແຂວງວຽງຈັນໄດ້ໃຫ້ສໍາພາດຕໍ່ຜູ້ຂຽນ ທີ່ງານວາງສະແດງຜະລິດຕະພັນລາວ 2024 ທີ່ສູນການຄ້າ ລາວ-ໄອເຕັກ ວ່າ: ເລີ່ມຂັ້ນຕອນຜະລິດຕະພັນຈາກຈາກປໍສາ ປີ 1999, ປີ 2002 ຜະລິດອອກຈໍາໜ່າຍ ປະກອບດ້ວຍແຜ່ນຮອງຈານ, ຮອງຈອກ, ບົດຮຽນດັ່ງກ່າວ ໄດ້ມາຈາກ ອົງການໄຈກາ, ສ່ວນວັດຖຸດິບ ແມ່ນຊື້ເປືອກສາ ຈາກເມືອງກາສີ ປີໜຶ່ງໆ 600- 700ກິໂລ, ແຮງງານຕົ້ນຕໍໃນການຜະລິດມີພຽງ 3ແຮງງານ, ແຮງງານສໍາຮອງມີ 20ກວ່າແຮງງານ ຊຶ່ງແມ່ນຜູ້ຕໍ່າແຜ່ນ . ຜະລິດຕະພັນດັ່ງກ່າວ ຂາຍພາຍໃນປະເທດ, ຜູ້ສະໜັບສະໜູນຫຼັກ ແມ່ນອົງການໄຈກາ, ຂັ້ນຕອນ ຂອງການຜະລິດເຫຼົ່ານັ້ນ ກໍມີຄວາມຫຍຸ້ງຍາກ ເປັນຕົ້ນ ເມື່ອໄດ້ເປືອກປໍສາມາແລ້ວ ນໍາໄປແຊ່ນໍ້າ 2-3ຄືນ ຈຶ່ງນໍາໄປຕົ້ມ ຕັ້ງແຕ່ 8:00ໂມງເຊົ້າ- 17:00ໂມງແລງ, ເມື່ອເອົາອອກຈາກການຕົ້ມແລ້ວ ຈຶ່ງນໍາໄປແຊ່ນໍ້າອີກ 3ມື້ 3ຄືນ ຈຶ່ງນໍາເອົາໄປຕົ້ມຄືນອີກ ເປັນຄັ້ງທີ 2 ແລະ ກໍນໍາໄປແຊ່ນໍ້າອີກ 2ຄືນ ຫຼັງຈາກນັ້ນ ຈຶ່ງນໍາເອົາໄປຂູດເປືອກແກ່ອອກ ເລືອກເອົາແຕ່ເສັ້ນງາມໆ ເພື່ອທຸບເປັນແຜ່ນເຈັ້ຍໄດ້, ການທຸບ ແມ່ນໃຊ້ແຮງງານຄົນ. ຜະລິດຕະພັນ ແຜ່ນຮອງຈອກ, ຮອງຈານ, ຜ້າປູໂຕະນ້ອຍ, ກາງ, ແຜ່ນຜ້າໂຊລາຍນາກ, ລາຍພະທາດ, ກະເປົາຕັ້ງ, ກະເປົາຖື, ກະເປົາໃຫຍ່ຫຼື ຕາມຮູບແບບທີ່ລູກຄ້າສັ່ງຈ່ອງ. ຈາກການຜະລິດທີ່ມີຫຼາຍຂັ້ນຕອນຄືແນວນັ້ນ ແຕ່ພວກເຮົາກໍມີຄວາມພູມໃຈເຮັດ ເພາະ ເຫັນໄດ້ວ່າ ວັດຖຸດິບ ແມ່ນຫາໄດ້ຈາກປ່າທີ່ອຸດົມສົມບູນຢູ່ພາຍໃນປະເທດ. ປັດຈຸບັນ ເຫັນໄດ້ວ່າ ການຕະຫຼາດ ກໍຄື ລາຍຮັບແມ່ນພໍໄປໄດ້ ພໍກຸ້ມຄອບຄົວ ແລະ ມີສ່ວນແຮໄວ້, ຜະລິດຕະພັນ ມີຂາຍທາງອ໊ອບລາຍ ແລະ ຂາຍທາງອອນລາຍ ພິເສດ ມີລາຄາ(ຂາຍຍົກ ແລະ ຍ່ອຍ), ລູກຄ້າຫຼັກໆ ກໍແມ່ນ ອົງການໄຈ້ກາ, ເຖິງຢ່າງໃດກໍຕາມ ຜະລິດຕະພັນຈາກເປືອກປໍສາ ຍັງບໍ່ໄດ້ສົ່ງອອກຈໍາໜ່າຍທີ່ຕ່າງປະເທດເທື່ອ. ຈໍານວນ ແຮງງານສໍາຮອງນັ້ນ ແມ່ນໄດ້ຄ່າຕອບແທນຂຶ້ນກັບການຜະລິດ ສະເລ່ຍ 1ຄົນ ຈະໄດ້ຮັບ1ລ້ານກວ່າກີບ ຫາ 2ລ້ານກີບ. ຕະຫຼອດໄລຍະຂອງການຜະລິດ ໄລຍະລະດູແລ້ງ ຜະລິດໄດ້ຫຼາຍ, ສ່ວນລະດູຝົນ ການຜະລິດ ຈະພົບຄວາມຫຍຸ້ງຍາກ ເວລາຕາກເສັ້ນປໍສາຈະນານແຫ້ງ ເພາະຕ້ອງໄດ້ອາໄສຄວາມຮ້ອນ ຈາກແສງແດດເທົ່ານັ້ນ.

ທ່ານນາງສີດາຈັນ ບຸນທະສິງ ກ່າວຕື່ມ: ແຜນໃນຕໍ່ໜ້າ ຢາກຜະລິດສິນຄ້າຊະນິດອື່ນທົດແທນ ຖ້າຫາກວ່າ ບໍ່ໄດ້ເຂິງທີ່ນໍາໃຊ້ເຂົ້າໃນການຜະລິດປໍສາ ໝາຍຄວາມວ່າ ຖ້າມີເຂິງມາປ່ຽນ ກໍອາດຈະມີການຜະລິດໄດ້ຫຼາຍ ເພາະເຂິງເກົ່າ (ນໍາໃຊ້ມາ 20ປີ) ຄຸນນະພາບຂອງການນໍາໃຊ້ງານຫຼຸດລົງຫຼາຍ ຫາກມີເຂິງມາທົດແທນ ຈະໄດ້ສຸມໃຈໃສ່ຕໍ່ການຜະລິດ ແລະ ຂະຫຍາຍການຜະລິດ ໃຫ້ມີຄວາມເຂັ້ມແຂງ ຖ້າຫາກວ່າ ບັນດາທ່ານ ຢາກອຸດໜູນ ຜະລິດຕະພັນລາວທີ່ເຮັດຈາກປໍສາ ຕິດຕໍ່ໄດ້ທີ່: 020 96897077 , 030 5800508,

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ