ງານມະຫະກຳສີມືຫັດ ຖະກຳລາວ

ສ້າງໂອກາດໃຫ້ຊ່າງຫັດຖະກຳ ແລະ ຜູ້ປະກອບການເຂົ້າເຖິງຕະຫຼາດ

ສ້າງໂອກາດໃຫ້ຊ່າງຫັດຖະກຳ ແລະ ຜູ້ປະກອບການເຂົ້າເຖິງຕະຫຼາດ
ໂດຍ: ສຳນານ ພົມພັກດີ ງານມະຫະກຳສີມືຫັດຖະກຳລາວໄດ້ສ້າງໂອກາດໃຫ້ບັນດານາຍຊ່າງຫັດຖະກຳ,ຜູ້ປະກອບການດ້ານຫັດຖະກຳ ໄດ້ເຂົ້າເຖິງການຕະຫຼາດ

 

 ແລະ ມີໂອກາດພົບປະແລກປ່ຽນບົດຮຽນ,ປະສົບການທາງດ້ານການຜະລິດ, ປະສົບການກ່ຽວກັບເຕັກນິກການວາງສະແດງ ແລະ ການຂາຍ.

ທ່ານ ນາງ ສຸວິດາ ປະເສີດ ປະທານສະມາຄົມຫັດຖະກຳລາວໃຫ້ຮູ້ວ່າ:“ງານມະຫະກຳສີມືຫັດ ຖະກຳລາວ ແມ່ນມີຄວາມໝາຍ-ມີຄວາມສໍາຄັນຍິ່ງ ສໍາລັບສະມາຊິກສະມາຄົມຫັດຖະກຳ,ຊາວຊ່າງ, ຜູ້ປະກອບການດ້ານຫັດຖະກຳ ແລະ ຊາວລາວທຸກຖ້ວນໜ້າ,ນອກຈາກເປັນການສ້າງກາລະໂອກາດໃຫ້ບັນດາຊາວຊ່າງຫັດຖະກຳທຸກ ທ້ອງຖິ່ນ ເຂດແຂວງໃນທົ່ວປະເທດ ແລະ ຜູ້ປະກອບການດ້ານຫັດຖະກຳ ໄດ້ເຂົ້າເຖິງການຕະຫຼາດຍັງເປັນບ່ອນວາງສະແດງ ແລະ ຈຳໜ່າຍຜະລິດຕະພັນຫັດຖະກຳຂອງຕົນ,ມີໂອກາດພົບປະແລກປ່ຽນບົດຮຽນ, ປະສົບການທາງດ້ານການຜະລິດ, ປະສົບການກ່ຽວກັບເຕັກນິກການວາງສະແດງ,ການຂາຍ ແລະ ອື່ນໆ

ສຳລັບງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 23 ປະຈຳປີ 2024 ຈັດຂຶ້ນພາຍໃຕ້ຄຳຂວັນທີ່ ວ່າ:ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ“ເຊື່ອມໂຍງມໍລະດົກຜ້າແພພື້ນເມືອງອາຊຽນ” ຊຶ່ງພາຍໃນງານດັັ່ງກ່າວໄດ້ສ້າງກາລະໂອກາດໃຫ້ຊຸມຊົນ ແລະ ລູກຄ້າ ຜູ້ມາທ່ຽວຊົມ ທ່ຽວຊື້ ໄດ້ພົບ ໄດ້ເຫັນ ຄວາມຫຼາກຫຼາຍຂອງເຄື່ອງຫັດຖະກຳລາວ,ສ້າງຄວາມປະທັບໃຈ ແລະ ຫຼົງໄຫຼ ໃນຄວາມມະຫັດສະຈັນຂອງສີໄມ້ລາຍມືຂອງນາຍຊ່າງຫັດຖະກຳລາວເຮົາ,ເພື່ອເຕົ້າໂຮມຄວາມສາມັກຄີ ບັນດາຊາວຊ່າງຫັດຖະກຳທຸກໆທ້ອງຖິ່ນໃນທົ່ວປະເທດ ພ້ອມກັນອະນຸລັກ ແລະ ສົ່ງເສີມເຄື່ອງຫັດຖະກຳ ທີ່ມີລັກສະນະເປັນມູນເຊື້ອ, ສົ່ງເສີມພູມປັນຍາ, ຂຸດຄົ້ນທ່າແຮງທາງດ້ານຫັດຖະກຳຢູ່ທຸກທ້ອງຖິ່ນ ປະກອບສ່ວນເຂົ້າໃນການສ້າງລາຍຮັບ ແລະ ພັດທະນາຊີວິດການເປັນຢູ່ຂອງທ້ອງຖິ່ນໃຫ້ນັບມື້ດີຂຶ້ນ,ເພື່ອໃຫ້ບັນດາຊາວຊ່າງ ແລະ ຜູ້ປະກອບການດ້ານຫັດຖະກຳ ໄດ້ມີໂອກາດເຂົ້າເຖິງການຕະຫຼາດ (ຫຼືມີບ່ອນຂາຍ) ຜະລິດຕະພັນຫັດຖະກຳຂອງຕົນ ພ້ອມທັງໄດ້ມີໂອກາດພົບປະແລກປ່ຽນບົດຮຽນ, ປະສົບການທາງດ້ານການຜະລິດ, ການວາງສະແດງ ແລະ ການຂາຍ,ເພື່ອສະໜັບສະໜູນນະໂຍບາຍຂອງລັດຖະບານໃນການແກ້ໄຂຄວາມທຸກຍາກໃຫ້ ປະຊາຊົນ, ເພື່ອສ້າງສາຍສຳພັນກັບບັນດາປະເທດສະມາຊິກອາຊຽນດ້ານສິລະປະຫັດຖະກຳອີກດ້ວຍ

ງານມະຫະກຳສີມືຫັດຖະກຳລາວປີນີ້ໄດ້ມີການວາງສະແດງ-ຂາຍສິນຄ້າຫັດຖະກຳຂອງຫຼາຍພາກສ່ວນ ແຜ່ນແພ (ຜ້າໄໝ,ຜ້າຝ້າຍ),ພາກສ່ວນ ເຄື່ອງປະດັບ (ເງິນ,ຄໍາ,ແກ້ວປະເສີດ), ພາກສ່ວນ ເຄື່ອງຈັກສານ (ຫວາຍ-ໄມ້ປ່ອງ), ພາກສ່ວນ ຜະລິດຕະພັນວັດທະນະທໍາ (ເຄື່ອງປັ້ນດິນເຜົາ, ໄມ້ແກະສະຫຼັກ, ເຄື່ອງດົນຕີ ພື້ນເມືອງ ແລະ ອື່ນໆ, ພາກສ່ວນ ເຟີນີເຈີ, ພາກສ່ວນ ອາຫານສໍາເລັດຮູບພື້ນເມືອງ, ສະໜຸນໄພ ແລະ ອື່ນໆລວມທັງໝົດ243 ຮ້ານ, ພາກສ່ວນຮ່ວມວາງສະແດງມີຊາວຊ່າງຫັດຖະກຳລາວຈາກບັນດາແຂວງຕ່າງໆ, ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ, ໂຄງການ USAID-CBI, Mottainaiproject.HABI: THE PHILIPPINE TEXTILE COUNCIL INC.

ໃນນັ້ນ:ພາຍໃນງານຍັງໄດ້ສ້າງໂອກາດໃຫ້ບັນດາຜູ້ມາທ່ຽວໄດ້ເຂົ້າຮ່ວມກິດຈະກຳຕ່າງໆເປັນຕົ້ນການສຳມະນາຫົວຂໍ້: ປັບປຸງເຕັກນິກການຕໍ່າຜ້າຝ້າຍ,ເຜີຍແຜ່ການນໍາໃຊ້ກາໝາຍຫັດຖະກຳແຫ່ງຊາດ,ຫົວຂໍ້: ສົ່ງເສີມການເຂົ້າເຖິງຕະຫຼາດເອີຣົບ(ໂຄງການ USAID-CBI)ກິດຈະກຳ ປະກວດການແຂ່ງຂັນຜະລິດຕະພັນດີເດັ່ນ,ການປະກວດ"ສິລະປະລາຍນາກ ແລະ ລວດລາຍດອກໄມ້ປະຈຳທ້ອງຖິ້ມ" ແລະ ອື່ນໆ, ພ້ອມນີ້ງານມະຫະກຳສີມືຫັດຖະກຳລາວຄັ້ງນີ້ເພື່ອແນໃສ່ໃຫ້ເປັນງານສີມືທີ່ຕໍ່ຍອດຈາກປູ່ຍ່າຕາຍາຍໃຫ້ຍືນຍົງຄຽງຄູ່ຢູ່ກັບສັງຄົມລາວ ແລະ ໃຫ້ກາຍເປັນແຫຼ່ງການສຶກສາຮຽນຮູ້,ເປັນແຫຼ່ງຂໍ້ມູນ,ຊ່ວຍອໍານວຍໃຫ້ແກ່ນັກຮຽນ,ນັກສຶກສາ,ນັກທຸລະກິດ,ນັກການຕະຫຼາດໃຫ້ເປັນບ່ອນຊອກຫາວິຊາການສີມືຫັດຖະກຳ ແລະ ເປັນບ່ອນສ້າງວຽກເຮັດງານທໍາຕື່ມອີກ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ