ສະໜອງທຶນໃຫ້ກອງທຶນໃໝ່ ແລະ ເພີ່ມສິນເຊື່ອໃຫ້ກອງທຶນເກົ່າ ໃນວົງເງິນ 87 ຕື້ກີບ

ສະໜອງທຶນໃຫ້ກອງທຶນໃໝ່ ແລະ ເພີ່ມສິນເຊື່ອໃຫ້ກອງທຶນເກົ່າ ໃນວົງເງິນ 87 ຕື້ກີບ

ສູນກາງແນວລາວສ້າງຊາດ (ສນຊ)ແລະ ກຸ່ມບໍລິສັດພົງສະຫວັນ ຈໍາກັດ ໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ໄລຍະປີ 2017-2023 ຂຶ້ນວັນທີ 21 ພຶດສະພາ ນີ້ຢູ່ ສນຊ ໂດຍມີທ່ານ ຄໍາໄຫຼ  ສີປະເສີດ ກໍາມະການສູນກາງພັກຮອງປະທານຜູ້ປະຈໍາການ ສນຊແລະ ທ່ານ ອ໊ອດ ພົງສະຫວັນ  ຮອງປະທານສູນກາງແນວລາວສ້າງຊາດ (ບໍ່ປະຈໍາການ) ມີບັນດາປະທານ, ຮອງປະທານແນວລາວສ້າງຊາດ 17 ແຂວງ, ນະຄອນຫຼວງວຽງຈັນພ້ອມດ້ວຍຄະນະຜູ້ບໍລິຫານຂັ້ນສູງກຸ່ມບໍລິສັດ ພົງສະຫວັນຈໍາກັດ, ຄະນະຊີ້ນໍາຈັດຕັ້ງປະຕິບັດໂຄງການກອງທຶນບ້ານສາມັກຄີ ແລະ ພັດທະນາແນວລາວສ້າງຊາດຂັ້ນສູນກາງ ແລະບັນດາແຂວງທີ່ມີກອງທຶນ ເຂົ້າຮ່ວມ.
ນັບແຕ່ປີ2017 ຮອດປັດຈຸບັນ ໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດໄດ້ມຸ່ງໝັ້ນຊ່ວຍເຫຼືອປະຊາຊົນສ້າງເສດຖະກິດຄອບຄົວໃຫ້ເຕີບໃຫຍ່ຂະຫຍາຍຕົວແລະຫຼຸດພົ້ນຈາກຄວາມທຸກຍາກ ໂດຍການດໍາເນີນນະໂຍບາຍສົ່ງເສີມຊ່ວຍເຫຼືອປະຊາຊົນ ດ້ວຍ 3 ມາດຕະການຢ່າງເປັນຮູບປະທໍາ ເຊັ່ນ: ດໍາເນີນນະໂຍບາຍສະໜອງທຶນດອກເບ້ຍຕໍ່າໃຫ້ກອງທຶນບ້ານ,ໃຫ້ການຊ່ວຍເຫຼືອດ້ານວິຊາການດ້ວຍການຝຶກອົບຮົມແນະນໍາດ້ານເຕັກນິກວິຊາການດ້າການບໍລິຫານກອງທຶນດ້ານການຜະລິດກະສິກໍາເປັນສິນຄ້າ ແລະ ການນໍາໃຊ້ເຕັກໂນໂລຊີທັນສະໄໝ ເຂົ້າໃນການຜະລິດຂອງສະມາຊິກກອງທຶນຊ່ວຍດໍາເນີນການດ້ານການຕະຫຼາດ ການເກັບຊືື້ຜົນຜະລິດຈາກກອງທຶນສະໜອງຕະຫຼາດຕົວເມືອງ ໂຄງການສ້າງຕັ້ງກອງທຶນສາມັກຄີ ແລະພັດທະນາແນວລາວສ້າງຊາດ ຢູ່44ບ້ານ28 ເມືອງ ໃນ 11 ແຂວງ ລວມທັງນະຄອນຫຼວງວຽງຈັນ. ປັດຈຸບັນອົງການປົກຄອງທ້ອງຖິ່ນ ໄດ້ອອກຂໍ້ຕົກລົງສ້າງຕັ້ງກອງທຶນບ້ານ 44ບ້ານໃນນີ້ຢູ່ແຂວງຫົວພັນ 5 ກອງທຶນ,ແຂວງໄຊຍະບູລີ 3 ກອງທຶນ, ໄຊສົມບູນ 1 ກອງທຶນ ແລະ ນະຄອນຫຼວງວຽງຈັນ 1 ກອງທຶນ, ບໍລິຄໍາໄຊ 1 ກອງທຶນ, ຄໍາມ່ວນ 2 ກອງທຶນ, ສະຫວັນນະເຂດ20 ກອງທຶນ, ສາລະວັນ 3 ກອງທຶນ,ຈໍາປາສັກ5 ກອງທຶນ, ເຊກອງ 2 ກອງທຶນ ແລະ ແຂວງອັດຕະປື 1 ກອງທຶນ. ປັດຈຸບັນມີ 25 ກອງທຶນສາມາດເຄື່ອນໄຫວບໍລິການສະໜອງສິນເຊືີ່ອໄລຍະສັ້ນ, ກາງ ແລະ ໄລຍະຍາວດອກເບ້ຍ 10,6% ຕໍ່ປີໃຫ້ປະຊາຊົນຢ່າງກວ້າງຂວາງ ໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ໄດ້ນໍາໃຊ້ງົບປະມານຫຼາຍກວ່າ 227,9 ຕືື້ກີບ, ໃນນີ້ສະໜອງໃຫ້ກອງທຶນບ້ານນໍາໃຊ້ເປັນສິນເຊື່ອ 162,13 ຕື້ກວ່າກີບ ຈ່າຍບໍລິຫານໂຄງການ ແລະ ວຽກງານປິ່ນອ້ອມ 83,86 ຕື້ກວ່າກີບ ກອງທຶນບ້ານໄດ້ເບີກຖອນນໍາໃຊ້ແລ້ວ 113,17 ຕື້ກວ່າກີບ ຍັງເຫຼືອໃນບັນຊີ 48,71 ຕື້ກວ່າກີບ ນໍາໃຊ້ໃນກິດຈະກໍາໂຄງການກອງທຶນ 47,01 ຕື້ກວ່າກີບ; ປ່ອຍກູ້ໃຫ້ປະຊາຊົນ 2.107 ຄອບຄົວ 54,44 ຕື້ກວ່າກີບ, ກອງທຶນບ້ານຊໍາລະຕົ້ນທຶນຄືນໃຫ້ໂຄງການແລ້ວ 7,22 ຕື້ກວ່າກີບ.
    ໂຄງການໄດ້ສະໜອງສິນເຊື່ອຈັດຊື້ພາຫະນະ ສະໜອງປຸ໋ຍ ແນວພັນພືດ, ຢາປາບສັດຕູພືດ ລະບົບນໍ້າຢອດແບບໂອໂຕມາຕິກ ມູນຄ່າຫຼາຍກວ່າ 51,8 ຕື້ກີບ, ມີສູນກະສິກໍາຕົວແບບ 8 ແຫ່ງ ທີ່ມີການລົງທຶນສູງ ໃນນີ້ກອງທຶນບ້ານຄຸ້ມຄອງໂດຍກົງ 6 ແຫ່ງ ແລະ ໂຄງການຄຸ້ມຄອງ 2 ແຫ່ງ ປະກອບມີເຄື່ອງກົນຈັກທັນສະໄໝ ຄື: ລະບົບເຮືອນຮົ່ມປູກພືດທົດແທນການນໍາເຂົ້າ 76 ຫຼັງ, ໂຮງອົບເຂົ້າ, ສາງເກັບມ້ຽນສິນຄ້າ, ໂຮງຜະລິດເຫັດ 3 ແຫ່ງ ແລະ ອື່ນໆ. ສົ່ງເສີມປະຊາຊົນດໍາເນີນໂຄງການປິ່ນອ້ອມກອງທຶນບ້ານຈໍານວນໜຶ່ງ ອັນພົ້ນເດັ່ນແມ່ນໂຄງການຕ້ານແລ້ງ-ຕ້ານຖ້ວມ ທີ່ສົ່ງເສີມປະຊາຊົນລ້ຽງປາເປັນອາຊີບ ຂຸດໜອງປາ 38ບໍ່ ແລະ ສະໜອງລູກປາ ໃຫ້ສະມາຊິກ 213.380 ໂຕ;  ປັດຈຸບັນສາມາດຂາຍອອກສູ່ຕະຫຼາດ ໂຄງການນາໄຮ່ໃຫຍ່ ມີເນື້ອທີ່ການຜະລິດ 600 ກວ່າເຮັກຕາ ສໍາເລັດການບຸກເບີກ 300 ເຮັກຕາ; ໂຄງການນີ້ແມ່ນສົ່ງເສີມຊາວນາຜະລິດເຂົ້າເປັນສິນຄ້າ ແລະ ສ້າງເປັນຕົວແບບໃຫ້ແຂວງອື່ນ ນອກນີ້ຍັງມີໂຄງການກໍ່ສ້າງ-ສ້ອມແປງຊົນລະປະທານ ແລະ ສະໜອງທຶນ 1,65 ຕື້ກີບ; ໃນການກໍ່ສ້າງຊົນລະປະທານ 7 ແຫ່ງ ຢູ່ແຂວງສະ ຫວັນນະເຂດ ສາມາດເພີ່ມເນື້ອທີ່ການຜະລິດ ຈາກ 492 ເຮັກຕາ ເປັນ 647 ເຮັກຕາ. ສົ່ງເສີມຜູ້ປະກອບການລ້ຽງສັດ ເຊັ່ນ: ຟາມໝູແຂວງໄຊຍະບູລີ 5.862 ໂຕ, ແຂວງຈໍາປາສັກ 6.650 ໂຕ ແລະ ໄກ່ຂອງກຸ່ມລ້ຽງໄກ່ແກ້ງກະເບົາ ແຂວງສະຫວັນນະເຂດ ມີໄກ່ ກວ່າ 1.000 ໂຕ ສ້າງລາຍຮັບໄດ້ດີສົມຄວນ ສົ່ງເສີມຜູ້ປະກອບການດ້ານກະສິກໍາປູກຝັງ ອັນພົ້ນເດັ່ນແມ່ນການສົ່ງເສີມສວນກາເຟ ໂດຍກອງທຶນບ້ານສາມັກຄີແນວລາວສ້າງຊາດບ້ານພູໂອຍ ເມືອງປາກຊ່ອງ ແຂວງຈໍາປາສັກ ໄດ້ເກັບຊື້ເມັດກາເຟນໍາປະຊາຊົນ ມາແປຮູບ ແລະ ສົ່ງອອກ ເປັນຄູ່ຄ້າ-ຂາຍໃຫ້ຕ່າງປະເທດ ໂດຍສະເພາະໄທ ແລະ ບັນດາປະເທດໃນເອີຣົບ. ສໍາເລັດກໍ່ສ້າງເຮືອນພັກຢູ່ເຂດໂຄງການລ້ອງຊານ ແລະ ພວມດໍາເນີນກໍ່ສ້າງໂຮງແຮມ 2 ແຫ່ງ ຢູ່ເມືອງວຽງໄຊ ແລະ ເມືອງຊໍາເໜືອ ແຂວງຫົວພັນ.
ຝຶກອົບຮົມໃຫ້ປະຊາຊົນດ້ານປູກຝັງ, ລ້ຽງສັດ ແລະ ນໍາພາຄະນະແນວລາວສ້າງຊາດ ແລະ ກຸ່ມຫັດຖະກໍາແຂວງອຸດົມໄຊ ໄປທັດສະນະສຶກສາວຽກງານຫັດຖະກໍາ, ການຈັກສານ, ຜ້າພື້ນເມືອງ ເຄື່ອງປັ້ນດິນເຜົາ ແລະ ການປະມົງນໍ້າຈືດ ຢູ່ແຂວງນ່ານ ພະເຍົາ ແລະ ຊຽງໃໝ່ ປະເທດໄທ ຝຶກອົບຮົມດ້ານການປູກພືດໃນເຮືອນຮົ່ມ (ເມລອນ, ໝາກເລັ່ນ, ໝາກໂມ, ອາງຸ່ນ, ໝາກແຕງຍີ່ປຸ່ນ, ບັດເຕີນັດ, ການຈັດການນໍ້າໃນເຮືອນຮົ່ມ, ການຈັດການປ້ອງກັນ-ກໍາຈັດສັດຕູພືດ ແລະ ອື່ນໆ, ການລ້ຽງສັດ ແລະ ການປະມົງໃຫ້ກອງທຶນ ແລະ ຄອບຄົວຕົວແບບທີ່ເຂົ້າຮ່ວມໂຄງການ ສົ່ງພະນັກງານລົງຊ່ວຍກອງທຶນທີ່ມີສູນກະສິກໍາ ແລະ ຕິດຕາມແນະນໍາລາຍງານສະພາບການຜະລິດ ຜ່ານລະບົບໂທລະສັບປະຈໍາອາທິດ, ປະຈໍາເດືອນ, ເກັບຊື້ຜົນຜະລິດຂອງກອງທຶນບ້ານຕາມລາຄາທີ່ຕົກລົງກັນ ປີ 2020-2023 ກອງທຶນບ້ານສາມາດຜະລິດພືດທົດແທນການນໍາເຂົ້າ (ເມລອນ, ໝາກໂມ, ໝາກເຫຼັ່ນ ແລະ ອື່ນໆ 23.229 ກິໂລ ມູນຄ່າຫຼາຍກວ່າ 477,5 ລ້ານກີບ.
    ສໍາລັບແຜນການຕໍ່ໜ້ານີ້ ສູນກາງແນວລາວສ້າງຊາດ ແລະ ກຸ່ມບໍລິສັດ ພົງສະຫວັນຈໍາກັດ ຈໍາກັດ ຈະສືບຕໍ່ລົງນາມສັນຍາຮ່ວມມືປະຕິບັດໂຄງການກອງທຶນສາມັກຄີ ແລະ ພັດທະນາແນວລາວສ້າງຊາດ ໄລຍະ 2 (ປີ 2025-2029) ເພື່ອສືບຕໍ່ຂະຫຍາຍກອງທຶນບ້ານສາມັກຄີ ແລະ ພັດທະນາແນວລາວສ້າງຊາດໃນທົ່ວປະເທດ ແລະ ປັບປຸງໃຫ້ມີປະສິດທິຜົນກວ່າເກົ່າ ສາມາດຕອບສະໜອງຄວາມຕ້ອງການໃນການພັດທະນາທ້ອງຖິ່ນ ຂະຫຍາຍຊົນລະປະທານເພີ່ມຂຶ້ນໃນທົ່ວປະເທດ ແລະ ນໍາໃຊ້ລະບົບໄຟຟ້າແສງອາທິດ. ເພື່ອຫຼຸດຜ່ອນຕົ້ນທຶນຄ່າໄຟ ລວມເຖິງໄຟຟ້າແສງອາທິດທີ່ສາມາດນໍາໃຊ້ໄດ້ທຸກກິດຈະກໍາກະສິກໍາ ຂະຫຍາຍ ແລະ ສົ່ງເສີມການຜະລິດເຂົ້າ ເພື່ອສົ່ງອອກຢູ່ເຂດທົ່ງພຽງຈຸດສຸມ ຂຸດໜອງ ແລະ ສົ່ງເສີມການລ້ຽງປາໃຫ້ທົ່ວທຸກແຂວງ ເພີ່ມການເກັບຊື້ຜົນຜະລິດ ແລະ ສ້າງໂຮງງານແປຮູບ ແລະ ຫຸ້ມຫໍ່ຜົນຜະລິດກະສິກໍາຕ່າງໆ ໂດຍສະເພາະໝາກກ້ວຍນໍ້າ, ຖົ່ວລຽນ, ໝາກມ່ວງ ແລະ ໝາກນັດ ໃຫ້ໄດ້ 1.661 ໂຕນຕໍ່ປີ ສ້າງໂຮງງານປຸ໋ຍອິນຊີ, ເຄມີ, ໂຮງງານເຮັດຫົວອາຫານສັດ ເພື່ອຕອບສະໝອງການປູກຝັງ ແລະ ລ້ຽງສັດພາຍໃນປະເທດ ຄຸ້ມຄອງສູນກະສິກໍາກອງທຶນບ້ານ ສ້າງໃຫ້ເປັນສູນຕົວແບບ ເປັນບ່ອນຮຽນຮູ້ຂອງປະຊາຊົນ ສະເພາະປີ 2024 ຈະສູ້ຊົນປັບປຸງ ແລະ ຂະຫຍາຍກອງທຶນໃຫ້ເຂັ້ມແຂງ ສະໜອງທຶນໃຫ້ກອງທຶນໃໝ່ ແລະ ເພີ່ມສິນເຊື່ອໃຫ້ກອງທຶນເກົ່າ ໃນວົງເງິນ 87 ຕື້ກີບ.
(ຂ່າວ-ພາບ:ຍຸພິນທອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລະດົມແນວຄວາມຄິດ ແລະ ການມີສ່ວນຮ່ວມຂອງສາທາລະນະຊົນເພື່ອການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ

ລະດົມແນວຄວາມຄິດ ແລະ ການມີສ່ວນຮ່ວມຂອງສາທາລະນະຊົນເພື່ອການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ

ໃນວັນທີ 9 ມັງກອນຜ່ານມາ ຢູ່ທີ່ເມືອງຍົມມະລາດ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມ ປຶກສາຫາລືການມີສ່ວນຮ່ວມຂອງສາທາລະນະຊົນ ໃນເຄືອຄ່າຍແມ່ນໍ້າສົມບູນ ຄັ້ງທີ I ຂອງໂຄງການຄຸ້ມຄອງອ່າງຮັບນໍ້າໂດຍການມີສ່ວນຮ່ວມຈາກຊຸມຊົນໃນແຂວງຄຳມ່ວນ ໄລຍະ II ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກມູນນິທິເອເຊຍ ປະຈໍາ ສປປ ລາວ, ໂດຍການເປັນປະທານຂອງທ່ານ ນາງ ບຸນກັນ ພົງອຸດົມ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ.
ຄົ້ນພົບພະພຸດທະຮູບເກົ່າແກ່ 105 ອົງ ຢູ່ເມືອງໂຂງ

ຄົ້ນພົບພະພຸດທະຮູບເກົ່າແກ່ 105 ອົງ ຢູ່ເມືອງໂຂງ

ໃນວັນທີ 12 ມັງກອນ 2026ນີ້, ໄດ້ມີການແຕກຕື່ນກັນທັງບ້ານ ເມື່ອມີການລາຍງານວ່າ: ໄດ້ຄົ້ນພົບພະພຸດທະຮູບເກົ່າແກ່ຈຳນວນ 105 ອົງ ຢູ່ບໍລິເວນບ້ານເວີນຂາວ, ເມືອງໂຂງ, ແຂວງຈຳປາສັກ.ສະນັ້ນ, ທ່ານ ໜູແສງ ຜຸຍບັນດິດ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ນາງ ໄພວັນ ສີບຸນເຮືອງ ເລຂາຄະນະພັກຮາກຖານກຸ່ມຮາດຊາຍຄູນ ພ້ອມດ້ວຍຫ້ອງການກ່ຽວຂ້ອງໄດ້ລົງພື້ນທີ່ຕົວຈິງເພື່ອຕິດຕາມເຫດການດັ່ງກ່າວ.
ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2025

ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2025

ກອງປະຊຸມສະຫຼຸບວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2025 ແລະ ກອງປະຊຸມສະຫຼຸບວຽກງານຕິດຕາມກວດກາ ການດໍາເນີນຄະດີແພ່ງໄດ້້ເປີດຂຶ້ນຢ່າງເປັນທາງການໃນວັນທີ 12 ມັງກອນນີ້ ທີ່ນະ ຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ), ມີບັນດາຮອງຫົວໜ້າ ອອປສ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຊກອງ ຜະລິດເຂົ້າ ແລະພືດສະບຽງອາຫານໄດ້ 88,903ໂຕນ

ເຊກອງ ຜະລິດເຂົ້າ ແລະພືດສະບຽງອາຫານໄດ້ 88,903ໂຕນ

ໃນປີ 2025 ຜ່ານມາ, ແຂວງເຊກອງ ສາມາດຜະລິດເຂົ້າ ແລະພືດສະບຽງອາຫານໄດ້ທັງໝົດ 88,903 ໂຕນ. ໃນນີ້, ເຂົ້ານາປີ 39,885 ໂຕນ; ເຂົ້ານາແຊງ 2,817 ໂຕນ; ເຂົ້າໄຮ່ 2,035 ໂຕນ ແລະພືດສະບຽງອາຫານ 44,165 ໂຕນ. ສະເລ່ຍເຂົ້າກິນທົ່ວແຂວງ (ເຂົ້າເປືອກ) ໄດ້ 303 ກິໂລ/ຄົນ/ປີ.
ວາງສີລາລຶກ ກໍ່ສ້າງສຸກສາລາບ້ານປົ່ງ ມູນຄ່າ 1 ຕື້ກວ່າກີບ ເພື່ອບໍລິການໃຫ້ປະຊາຊົນ

ວາງສີລາລຶກ ກໍ່ສ້າງສຸກສາລາບ້ານປົ່ງ ມູນຄ່າ 1 ຕື້ກວ່າກີບ ເພື່ອບໍລິການໃຫ້ປະຊາຊົນ

ວາງສີລາລຶກໂຄງການກໍ່ສ້າງສຸກສາລາ ບ້ານປົ່ງ ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 10 ມັງກອນ 2026, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ, ທ່ານ ວັນນະລອນ ອິນທະພອນເດດ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ໂລຫິດ ບັບບາ ເລຂານຸການເອກ ສະຖານທູດອິນເດຍ ປະຈໍາ ສປປ ລາວ, ມີຂະແໜງການທີ່ກ່ຽວຂ້ອງຈາກແຂວງ, ເມືອງ ຕະຫຼອດຮອດອຳນາດການປົກຄອງບ້ານແລະ ບໍລິສັດຮັບເໝົາກໍ່ສ້າງ ເຂົ້າຮ່ວມ.
ພູມໃຈໄດ້ມີສ່ວນຮ່ວມສະໜັບສະໜູນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ພູມໃຈໄດ້ມີສ່ວນຮ່ວມສະໜັບສະໜູນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ. ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຜູ້ອຳນວຍການໂຮງແຮມແລນມາກແມ່ຂອງລີເວີໄຊ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 9 ມັງກອນນີ້ວ່າ: ຕົນເອງເປັນຜູ້ໜຶ່ງທີ່ໄດ້ມີສ່ວນຮ່ວມສະໜັບສະໜູນກອງປະຊຸມດັ່ງກ່າວໃນຄັ້ງນີ້, ຮູ້ສຶກພາກພູມໃຈ ແລະ ດີໃຈເປັນຢ່າງຍິ່ງທີ່ໄດ້ມີໂອກາດເຂົ້າຮ່ວມ ແລະ ປະກອບສ່ວນໃນການສະໜັບສະໜູນກອງປະຊຸມໃຫຍ່ຄັ້ງປະຫວັດສາດນີ້.
ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໂຂງ ສະຫຼຸບວຽກງານປະຈຳປີ 2025

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໂຂງ ສະຫຼຸບວຽກງານປະຈຳປີ 2025

ວັນທີ 8 ມັງກອນ 2026ນີ້, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2025 ແລະ ວາງແຜນປີ 2026,ໂດຍການເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທິສານ ຕາງໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ມີຂະແໜງທີ່ກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
ສະຫຼອງວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ ປກສ ຄົບຮອບ 32 ປີ

ສະຫຼອງວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ ປກສ ຄົບຮອບ 32 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຄົບຮອບ 32 ປີ (10 ມັງກອນ 1994-10 ມັງກອນ 2026) ຈັດຂຶ້ນໃນວັນທີ 9 ມັງກອນນີ້ ໂດຍການເຂົ້າຮ່ວມຂອງທ່ານ ພົຈວ ຈັນທອນ ແກ້ວມະນີວົງ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ສາລະວັນ ທໍາລາຍສິນຄ້າໝົດອາຍຸ ແລະ ສິນຄ້າລອກລຽນແບບ

ສາລະວັນ ທໍາລາຍສິນຄ້າໝົດອາຍຸ ແລະ ສິນຄ້າລອກລຽນແບບ

ແຂວງສາລະວັນ ຈັດພິທີທຳລາຍສິນຄ້າທີ່ໝົດອາຍຸ-ເຊື່ອມຄຸນ, ສິນຄ້າລອກລຽນແບບ, ດ້ວຍວິທີການຈູດ ຊຶ່ງມີທັງໝົດມີ 175 ລາຍການ, ປະເພດຜະລິດຕະພັນນໍ້າອັດລົມ ທີ່ນໍາເຂົ້າບໍ່ຖືກຕ້ອງ ຈໍານວນ 77 ແກັດ, ອຸປະກອນຮັບສັນຍານດາວທຽມ 3 ລາຍການ ລວມມູນຄ່າທັງໝົດ 65 ລ້ານກວ່າກີບ.
ງານບຸນກອງເຂົ້າໃຫຍ່ປະຈຳປີ 2026 ຂອງເມືອງພຽງ

ງານບຸນກອງເຂົ້າໃຫຍ່ປະຈຳປີ 2026 ຂອງເມືອງພຽງ

ງານເທດສະການບຸນກອງເຂົ້າໃຫຍ່ປະຈຳປີ 2026 ຂອງເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 7-11 ມັງກອນ 2026. ສໍາລັບປີນີ້ ແມ່ນຈັດຂຶ້ນເປັນປີທີ 16 ຊຶ່ງໃນວັນທີ 7 ມັງກອນ ນີ້ ໄດ້ມີກິດຈະກໍາ ເປີດຕະຫຼາດນັດຢ່າງເປັນທາງການ, ໃນຕ້ອນຄ່ຳຄືນໄດ້ປະກວດນາງທິດາກອງເຂົ້າໃຫຍ່ປະຈຳປີ 2026 ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງພຽງ, ມີບັນດາການນຳຂອງເມືອງ, ແຂກຖືກເຊີນ, ຊາວຄ້າຂາຍ ພ້ອມດ້ວຍປະຊາຊົນບັນດາເຜົ່າພາຍໃນເມືອງພຽງ ເຂົ້າຮ່ວມ.
ເພີ່ມເຕີມ