![]() |
ທ່ານ ພອນປະດິດ ທອງບໍ່ ຫົວໜ້າພະແນກກົງຈັກການຈັດຕັ້ງ ກົມຈັດຕັ້ງ-ພະນັກງານ ສານປະຊາຊົນສູງສຸດ ໄດ້ຜ່ານຂໍ້ຕົກລົງຂອງສານປະຊາຊົນສູງສຸດ ເລກທີ 128/ສປສສ ວ່າດ້ວຍການຍົກຍ້າຍ ພະນັກງານສານປະຊາຊົນເຂດ II ແຂວງຈຳປາສັກ ໄປຢູ່ພາກສ່ວນອື່ນດັ່ງນີ້: ປະທານສານປະຊາຊົນສູງສຸດ ຕົກລົງຍົກຍ້າຍທ່ານ ພູມີ ເທບໄກສອນ ປະທານສານປະຊາຊົນເຂດ II ແຂວງຈຳປາສັກ ໄປປະຈຳການຢູ່ອົງການກວດກາເມືອງໂຂງ; ຂໍ້ຕົກລົງເລກທີ 131/ສປສສ ວ່າດ້ວຍການຮັບເອົາພະນັກງານມາຈາກພາກສ່ວນອື່ນດັ່ງນີ້: ປະທານສານປະຊາຊົນສູງສຸດ ຕົກລົງແຕ່ງຕັ້ງທ່ານ ສິນທອນ ພູມຂະໝວນ ຫົວໜ້າຫ້ອງການຍຸຕິທຳເມືອງໂຂງ ເປັນປະທານສານປະຊາຊົນເຂດ II ແຂວງຈຳປາສັກ ເປັນຜູ້ພິພາກສາ ຊັ້ນສາມ.
(ຂ່າວ--ພາບ: ພຸດທະສິນ ວົງວິໄລທອງ)

ຄໍາເຫັນ