![]() |
ທ່ານ ຄູນ ຜາສຸກ ໄດ້ຍົກໃຫ້ເຫັນ ຄວາມໝາຍຂອງການປະຕິວັດເດືອນສິງຫາ ປີ 1945 ສສ ຫວຽດນາມ, ຜົນງານ 81 ປີ ແຫ່ງການກໍ່ສ້າງ ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຫວຽດນາມ ແລະ ມູນເຊື້ອຜົນງານ ຂອງການພົວພັນຮ່ວມມື ແບບພິເສດ ລາວ-ຫວຽດນາມ ໃນຊຸມປີຜ່ານມາ ແລະ ບາງທິດທາງກ່ຽວກັບການພົວພັນຮ່ວມມື ລາວ-ຫວຽດນາມ ໃນໄລຍະຕໍ່ໜ້າ.
![]() |
ທ່ານ ພົມມະຫາ ປັນຍານຸເດດ ຄະນະປະຈຳພັກ ປະທານຄະນະກວດກາພັກ ສານປະຊາຊົນສູງສຸດ ໄດ້ປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002- 9 ກັນຍາ 2026) ເປັນຕົ້ນແມ່ນໄດ້ຍົກໃຫ້ເຫັນສະພາບແວດລ້ອມການສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ, ຄວາມສຳຄັນ ແລະ ຄວາມຈຳເປັນພາວະວິໄສໃນການສ້າງຕັ້ງສະຫະພັນນັກຮົບເກົ່າ, ທັດສະນະຂອງພັກຕໍ່ກັບສະຫະພັນນັກຮົບເກົ່າ, ຜົນງານໄຊຊະນະ ແລະ ການເຕີບໃຫຍ່ຂອງສະຫະພັນນັກຮົບເກົ່າໃນຕະຫຼອດໄລຍະ 24 ປີ, ທິດທາງໃນຕໍ່ໜ້າ ໃນການເສີມຂະຫຍາຍທາດແທ້ມູນເຊື້ອ ຂອງນັກຮົບເກົ່າເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ທັງໝົດນັ້ນກໍ ເພື່ອເປັນການໃຫ້ພະນັກງານທຸກຄົນຮັບຮູ້ ປະຫວັດຄວາມເປັນມາຂອງສອງວັນດັ່ງກ່າວ
(ຂ່າວ: ຕຸໄລເພັດ)


ຄໍາເຫັນ