ສານປະຊາຊົນສູງສຸດປະກາດພະນັກງານການນຳອອກພັກການ-ຮັບອຸດໜູນບຳນານ

ສານປະຊາຊົນສູງສຸດປະກາດພະນັກງານການນຳອອກພັກການ-ຮັບອຸດໜູນບຳນານ
ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີປະກາດພະນັກງານການນຳອອກພັກການ-ຮັບອຸດໜູນບຳນານ ຂຶ້ນໃນວັນທີ 8 ເມສາ ນີ້ ທີ່ ສປສສ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ແລະ ມີ ທ່ານ ພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ, ມີຮອງປະທານ, ຫົວໜ້າຄະນະສານ, ຜູ້ພິພິພາກສາ ແລະ ພະນັກງານຂອງສານປະຊາຊົນສູງສຸດ, ສານທະຫານ  ເຂົ້າຮ່ວມ.
    ທ່ານ ຂຸນສຸວັນ ສຸທຳມະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ສານປະຊາຊົນສູງສຸດ ໄດ້ຜ່ານລັດຖະດຳລັດຂອງ ປະທານປະເທດ ວ່າດ້ວຍ ການອະນຸມັດໃຫ້ນາຍທະຫານຂັ້ນສູງ, ຂັ້ນສູນກາງຄຸ້ມຄອງ ອອກພັກການ-ຮັບອຸດໜູນບໍານານ. ໃນນີ້, ປະທານປະເທດ ອອກລັດຖະດຳລັດ ອະນຸມັດໃຫ້ ສະຫາຍ ພົຈວ ບຸນຍົງ ດາດົງໄຊ ຮອງປະທານສານປະຊາຊົນສູງສຸດ ປະທານສານທະຫານຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ ໃຫ້ກຽດມອບລັດຖະດຳລັດຂອງ ປະທານປະເທດ ໂດຍທ່ານ ນາງ ວຽງທອງ ສີພັນດອນ .
  ໃນໂອກາດດັ່ງກ່າວທ່ານ ນາງ ວຽງທອງ ສີພັນດອນ ໄດ້ມີຄຳເຫັນຕໍ່ພິທີວ່າ: ເພື່ອສືບຕໍ່ພາລະກິດຂອງສານປະຊາຊົນ ໃນນາມອົງການຕຸລາການ ເວົ້າລວມ, ເວົ້າສະເພາະ ການປະຕິບັດພາລະບົດບາດ ໜ້າທີ່ ຂອງສານທະຫານຂັ້ນສູງ ທີ່ຮັບຜິດຊອບຄຸ້ມຄອງ ແລະ ຊີ້ນໍາທາງດ້ານວິຊາສະເພາະ, ວິຊາການຕໍ່ສານທະຫານພາກທັງ 3 ພາກ ແລະ 1 ສານທະຫານຂັ້ນສູງ (ສານທະຫານແຂວງໃນຕໍ່ໜ້າ) ໃຫ້ສາມາດເຄື່ອນໄຫວໃນທິດທາງທີ່ຕັ້ງໜ້າ, ຈຶ່ງໄດ້ແຕ່ງຕັ້ງທ່ານ ພັນເອກ ສິງທອງ ຄໍາປະເສີດ ຮອງປະທານສານທະຫານຂັ້ນສູງ ເປັນປະທານສານທະຫານຂັ້ນສູງ ແລະ ເປັນຮອງປະທານສານປະຊາຊົນສູງສຸດ ແລະ ໄດ້ເນັ້ນເພີ່ມເຕີມ ເພື່ອໃຫ້ສະຫາຍປະທານສານທະຫານຂັ້ນສູງ ພ້ອມຄະນະ ແລະ ພະນັກງານ-ກໍາລັງພົນຂອງສານທະຫານທັງໝົດ ໄດ້ນຳໄປຈັດຕັ້ງຜັນຂະ ຫຍາຍ ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ ໂດຍສະເພາະ ໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V ໃຫ້ເລິກເຊິ່ງ ແລະ ເປັນປົກກະຕິຕໍ່ເນື່ອງ ເພາະມະຕິດັ່ງກ່າວໄດ້ສ່ອງແສງເຖິງສະພາບການເມືອງ-ແນວຄິດຂອງສະມາຊິກພັກ, ພະນັກງານ ແລະ ທະຫານ, ຕໍາຫຼວດ ໄລຍະຜ່ານມາ ແລະ ຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນໃນການນໍາພາ-ຊີ້ນໍາຕໍ່ກັບວຽກງານດັ່ງກ່າວໃນໄລຍະໃໝ່ຂອງພັກເຮົາ, ສະນັ້ນ ວຽກງານດັ່ງກ່າວຈິ່ງມີຄວາມສໍາຄັນ ແລະ ຈໍາເປັນຫຼາຍ ເພື່ອເຮັດໃຫ້ພະນັກງານ-ຜູ້ພິພາກສາ ກໍຄື ນາຍ ແລະ ພົນທະຫານທີ່ຢູ່ໃນຄວາມຮັບຜິດຊອບບັງຄັບ-ບັນຊາຂອງຕົນ ມີແນວຄິດເປັນເອກະພາບກັບແນວທາງຂອງພັກ, ອຸ່ນອ່ຽນທຸ່ນທ່ຽງ, ປະຕິ ບັດໜ້າທີ່ຮັບໃຊ້ປະຊາຊົນ, ປົກປ້ອງກົດໝາຍ, ນໍາເອົາຄວາມຍຸຕິທຳມາສູ່ສັງຄົມ, ເດັດດ່ຽວຕ້ານ ແລະ ສະກັດກັ້ນປະ ກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ-ພະນັກງານ ແລະ ກໍາລັງພົນຂອງຕົນ ຊຶ່ງໃນນັ້ນ ຕ້ອງເຂັ້ມງວດປະຕິບັດກົດຈັນຍາບັນ-ຈັນຍາທໍາ ດ້ານວິຊາຊີບຕຸລາການ; ການສຶກສາອົບຮົມ ບໍ່ສະເພາະແຕ່ປະຕິບັດຜ່ານການເຊື່ອມຊຶມບັນດານິຕິກໍາຂອງພັກ-ລັດ ແຕ່ໃຫ້ຖືເອົາເນື້ອໃນສຶກສາອົບຮົມ ເປັນຕົ້ນຕໍ, ທາງດ້ານການຈັດຕັ້ງ ແລະ ມີຄວາມໜັກແໜ້ນທາງດ້ານບຸກຄະລາກອນ ໃຫ້ສົມກັບວ່າ ເປັນສານຂອງປະຊາຊົນ ປະຈໍາຢູ່ກອງທັບປະຊາຊົນລາວ ແລະ ນໍາເອົາຄວາມຍຸຕິທຳມາໃຫ້ປະຊາຊົນຢ່າງແທ້ຈິງ, ໃຫ້ສືບຕໍ່ນໍາພາ ແລະ ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ກວດກາ ການດໍາເນີນການຕັດສິນ ແລະ ພິພາກສາຄະດີຂອງສານທະຫານທຸກຂັ້ນ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງສານທະຫານຂັ້ນສູງ ເພື່ອຮັບປະກັນການປະຕິບັດກົດໝາຍໃຫ້ມີຄວາມຖືກຕ້ອງ, ເປັນທຳ, ວ່ອງໄວ, ໂປ່ງໃສ, ສ້າງຄວາມເຊື່ອຖື, ຄວາມເຊື່ອໝັ້ນຂອງປະ ຊາຊົນ ທີ່ມີຕໍ່ລະບົບການບໍລິຫານຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ສູງຂຶ້ນເທື່ອລະກ້າວ; ສະນັ້ນ, ໃຫ້ພວກສະຫາຍສ້າງແຜນການຊຸກຍູ້-ຕິດຕາມກວດກາ ທີ່ມີຈຸດສຸມ, ມີວິທະຍາສາດກວ່າເກົ່າ, ສໍາຄັນແມ່ນໃຫ້ສາມາດຕີລາຄາໄດ້ທັງ 2 ດ້ານໄປພ້ອມກັນ ຄື: ດ້ານຕັ້ງໜ້າ ແລະ ດ້ານຄົງຄ້າງ ເພື່ອຊອກຫາວິທີການແກ້ໄຂໃຫ້ຖືກຕ້ອງ ແລະ ທັນເວລາ ຮັບປະກັນໃຫ້ການຕັດສິນ ແລະ ພິພາກສາຄະດີຂອງສານທະຫານທຸກຂັ້ນບັນລຸຕາມລະດັບ ຄາດໝາຍຕົວຊີ້ວັດທີ່ມະຕິກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 6 ຮັບຮອງໄວ້ ຄື: ການແກ້ໄຂຄະດີອາຍາຢູ່ສານປະຊາຊົນ ແລະ ສານທະຫານທຸກຂັ້ນໃຫ້ບັນລຸ 90% ຂຶ້ນໄປ.
(ຂ່າວ: ສປສສ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ