ກອງປະຊຸມເຜີຍແຜ່ນິຕິກໍາຂອງຄະນະປະຈໍາສະພາແຫ່ງຊາດ ແລະ ປຶ້ມຄູ່ມືການພົບປະປະຊາຊົນຂອງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ໃຫ້ສະມາຊິກ ສສຊ ແລະ ສສຂ ພາກກາງ ແລະ ພາກໃຕ້ ໄດ້ຈັດຂຶ້ນໃນວັນທີ 4 ພຶດສະພານີ້ ທີ່ສະໂມສອນໂຮງຮຽນການເມືອງ -ການປົກຄອງ ແຂວງຄໍາມ່ວນ ໂດຍການເປັນປະທານຂອງ ທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກຫົວໜ້າຫ້ອງວ່າການສະພາແຫ່ງຊາດ,ເຂົ້າຮ່ວມມີ ບັນດາທ່ານຮອງປະທານ ສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ຈາກ 9 ເຂດເລືອກຕັ້ງຄື: ແຂວງ ວຽງຈັນ, ບໍລິຄໍາໄຊ, ໄຊສົມບູນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື ແລະ ແຂວງຄໍາມ່ວນ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ວັນທີ 4 ພຶດສະພາ ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ຕ້ອນຮັບ ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກຫົວໜ້າຫ້ອງວ່າການສະພາແຫ່ງຊາດ ພ້ອມຄະນະ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ.
ພິທີປະກາດສ້າງຕັ້ງຕາແສງສາມັກຄີໄຊຢູ່ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 24 ເມສາຜ່ານມາ ທີ່ເດີ່ນໂຮງຮຽນ ມັດທະຍົມສົມບູນບ້ານທອງໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາຂັ້ນແຂວງ, ເມືອງ, ການຈັດຕັ້ງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ 9 ບ້ານເຂົ້າຮ່ວມ.
ໃນລະດູການປູກພືດລະດູແລ້ງສົກປີ 2025-2026ນີ້, ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,666 ເຮັກຕາ, ຄາດຄະເນຜົນຜະລິດ 68,961 ໂຕນ. ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 3,858 ເຮັກຕາ ຄາດຄະເນຜົນຜະລິດ 17,034 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 6,808 ເຮັກຕາ, ຄາດຄະເນຜົນຜະລິດ 51,927 ໂຕນ. ສໍາລັບເນື້ອທີ່ແຜນການປູກພືດສໍາຮອງລະດູແລ້ງຂອງປີ 2026 ເມື່ອທຽບໃສ່ແຜນປີ 2025 ຜ່ານມາເຫັນວ່າເນື້ອທີ່ມີການເພີ້ມຂຶ້້ນ 1.3% ຫຼື ເທົ່າກັບ 139 ເຮັກຕາ.
ສະມາຄົມການບິນ ແລະ ອາວະກາດຈີນໄດ້ຈັດນິທັດສະການຮູບວາດວິຊາການການບິນຂຶ້ນໃນວັນທີ 25 ເມສາ ຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ, ໂດຍມີທ່ານ ກົວເວີຍ ຜູ້ອຳນວຍການສູນສົ່ງເສີມ ແລະ ນໍາໃຊເຕັກໂນໂລຊີການຜະລິດຂັ້ນສູງສະມາຄົມການບິນ ແລະ ອາວະກາດຈີນ ແລະ ທ່ານ ທົງນະສັກ ດວງດາລາ ຫົວໜ້າຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ, ມີບັນດານັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ, ພາຍໃນງານໄດ້ມີການສາຍວີດີໂອປະຫວັດຄວາມເປັນມາຂອງສະມາຄົມການບິນ ແລະ ອາວະກາດຈີນ ແລະ ທ່ຽວຊົມຮູບວາດວິຊາການການບິນ.
ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີປິດຊຸດອົບຮົມທິດສະດີການເມືອງຂັ້ນຕົ້ນ ຊຸດ III ສຳລັບ ສະມາຊິກພັກ-ພະນັກງານ ຄອສພ ຈໍານວນ 39 ສະຫາຍ, ໃນວັນທີ 24 ເມສານີ້ ທີ່ສະໂມສອນຂອງ ຄອສພ. ເປັນກຽດເຂົ້າຮ່ວມໃນພິທີມີ ສະຫາຍ ສາຄອນ ພົມມະລາດ ກໍາມະການພັກ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກ-ພະນັກງານ ຄອສພ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886 - 1 ພຶດສະພາ2026) ທີ່ຈະມາເຖິງນີ້, ທ່ານ ຄໍາຜອຍ ວັນນະສານ ກຳມະການສູນກາງພັກ ເລຂາຄະນະພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 23 ເມສານີ້ວ່າ: ໂດຍສືບທອດມູນເຊື້ອອັນດີເລີດຂອງຊົນຊັ້ນກຳມະກອນສາກົນ, ຊົນຊັ້ນກຳມະກອນລາວ ແມ່ນພາກສ່ວນໜຶ່ງຂອງຊົນຊັ້ນກຳມະກອນສາກົນ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານລາວ ໄດ້ຮ່ຳຮຽນເອົາຄຸນລັກສະນະອັນດີເລີດຂອງຊົນຊັ້ນກຳມະກອນສາກົນ ຊຶ່ງສະແດງອອກໃນຫຼາຍດ້ານເປັນຕົ້ນ: ເປັນຊົນຊັ້ນກຳມະກອນທີ່ດີເລີດ ແລະ ກ້າວໜ້າກວ່າໝູ່, ມີນໍ້າໃຈຮັກຊາດ ແລະ ນ້ຳໃຈສາກົນກຳມະຊີບອັນຜ່ອງໃສ, ມີມານະຈິດປະຕິວັດອັນສູງສົ່ງ ດຸໝັ່ນ, ປະຢັດ, ມີຄວາມສາມັກຄີເອື້ອເຟື້ອເຜື່ອແຜ່, ມີຄວາມຕື່ນຕົວ, ເດັດດ່ຽວ, ກ້າຫານ, ບໍ່ຍອມຈຳນົນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນຢ່າງເຂັ້ມງວດໃນການອອກແຮງງານ, ຮັກອາຊີບ, ມີຫົວຄິດປະດິດສ້າງ ພັດທະນາຕົນເອງທາງດ້ານເຕັກນິກວິທະຍາສາດທີ່ທັນສະໄໝ.
ວັນທີ 23 ເມສາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ), ຄະນະບໍລິຫານງານຊາວໜຸ່ມ ສານປະຊາຊົນສູງສຸດ ໄດ້ຈັດພິທີປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (14 ເມສາ 1955 ຫາ 14 ເມສາ 2026). ໃຫ້ກຽດປາຖະກະຖາໂດຍ ສະຫາຍ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານພັກ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ໂດຍມີ ສະຫາຍ ຂຸນສຸວັນ ສຸທຳມະວົງ ຄະນະປະຈຳພັກ ຮອງປະທານສານປະຊາຊົນສູງສຸດ, ສະຫາຍ ອານຸສິດ ສຸຂະທຳມະວົງ ຄະນະປະຈຳ ເລຂາຄະນະບໍລິຫານງານຊາວໜຸ່ມ ສປສສ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມຮັບຟັງ.
ທ່ານ ນາງ ບົວສະຫວັນ ອິນທິສານ ຮອງຫົວໜ້າກົມໂຄສະນາ-ວັດທະນະທໍາ ປະທານສະຫະພັນແມ່ຍິງ ສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວລາຍງານຕໍ່ກອງປະຊຸມເຜີຍແຜ່ບົດຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໃນຫົວຂໍ້: ເສີມຂະຫຍາຍ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບອົງການຈັດຕັ້ງສະຫະພັນແມ່ຍິງລາວໃນຕໍ່ໜ້າ.
ແຂວງເຊກອງ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈໍາປີ 2026 ພາຍໃຕ້ຫົວຂໍ້ “ດື່ມຢ່າງມີສະຕິ ເມົາແລ້ວບໍ່ຂັບ” (Drink With Care, Drunk Don't Drive ) ຂຶ້ນໃນຕອນເຊົ້າວັນທີ 24 ເມສານີ້ ໂດຍມີ ທ່ານ ບຸນທະວີ ນະຄອນສິດ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ພ້ອມດ້ວຍການນໍາຂັ້ນແຂວງ, ພະນັກງານ, ນັກຮຽນ ແລະ ນັກສຶກສາເຂົ້າຮ່ວມ.
ຄໍາເຫັນ