ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບເລືອກຕັ້ງເປັນ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊຢ່າງສຸດອົກສຸດໃຈມາຍັງ ສະຫາຍ ຊຶ່ງສິ່ງດັ່ງກ່າວ ເປັນການຮັບຮູ້ຂອງ ພັກ ຕໍ່ຄວາມສາມາດໃນການນໍາພາ ແລະ ການປະກອບສ່ວນຢ່າງມີປະສິດທິຜົນຂອງ ສະຫາຍ ໃນວຽກງານພົວພັນຕ່າງປະເທດຂອງພັກຕະຫຼອດໄລຍະຜ່ານມາ; ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍ ບົດຮຽນ, ປະສົບປະການ ແລະ ນໍ້າໃຈຟົດຟື້ນໃນວຽກງານ, ສະຫາຍ ຈະສືບຕໍ່ເຮັດສໍາເລັດທຸກໜ້າທີ່ ວຽກງານ ທີ່ ພັກ ແລະ ປະຊາຊົນລາວ ໄວ້ວາງໃຈມອບໝາຍໃຫ້, ປະກອບສ່ວນຈັດຕັ້ງຂະຫຍາຍ ບັນດາເປົ້າໝາຍທີ່ ກອງປະຊຸມໃຫຍ່ ຄັ້ງທີ XII ວາງອອກຢ່າງມີໄຊ; ຂ້າພະເຈົ້າ ຢືນຢັນວ່າ ຈະສືບຕໍ່ ປະສານສົມທົບຢ່າງແໜ້ນແຟ້ນກັບ ສະຫາຍ ໃນໄລຍະຕໍ່ໜ້າ, ປະກອບສ່ວນນໍາເອົາ ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ນັບມື້ເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ; ພວກຂ້າພະເຈົ້າ ຕີລາຄາສູງຕໍ່ການປະກອບສ່ວນສໍາຄັນຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ ໃນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ພັດທະນາ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ, ກໍຄືຄວາມໄວ້ເນື້ອເຊື່ອໃຈກັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ເວົ້າລວມເວົ້າສະເພາະແມ່ນ ການພົວ ພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືຮອບດ້ານ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງ ພັກປະຊາຊົນປະຕິວັດລາວ ແລະ ຄະນະພັກ ກະຊວງການຕ່າງປະເທດຫວຽດນາມ ກໍຄື ຂອງສອງພັກ ຫວຽດນາມ-ລາວ.
ໃນໂອກາດປີໃໝ່ສາກົນ 2026, ຂໍອວຍພອນໃຫ້ສະຫາຍ ພ້ອມດ້ວຍບັນດາສະຫາຍການນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ທຸກຖ້ວນໜ້າ ຈົ່ງມີສຸຂະ ພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ, ປະກອບສ່ວນຈັດຕັ້ງຜັນ ຂະຫຍາຍແນວທາງການຕ່າງປະເທດຂອງພັກປະຊາຊົນປະຕິວັດລາວ ໄດ້ຢ່າງມີໄຊ. ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດ ຫວຽດນາມ - ລາວ, ລາວ - ຫວຽດນາມ ຈົ່ງສວຍສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນ ຕະຫຼອດກາລະນານ.
ຄໍາເຫັນ