ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX

ສະພາແຫ່ງຊາດ ພິຈາລະນາ ແລະ ຮັບຮອງເອົາກົດໝາຍ 10 ສະບັບ

ສະພາແຫ່ງຊາດ ພິຈາລະນາ ແລະ ຮັບຮອງເອົາກົດໝາຍ 10 ສະບັບ
ທ່ານ ຄຳແພງ ວິລະພັນ ກຳມະການຄະນະປະຈຳປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ຊຸດທີ IX ຕາງໜ້າປະທານຄະນະປະຈໍາສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ

ກ່ຽວກັບຜົນສຳເລັດສະພາແຫ່ງຊາດ ພິຈາລະນາ ແລະ ຮັບຮອງເອົາກົດໝາຍ10 ສະບັບ ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ຂຶ້ນໃນວັນທີ 12 ທັນວາ ນີ້ ທີ່ຫໍສະພາແຫ່ງຊາດວ່າ: ເລີ່ມແຕ່ວັນທີ 3-12 ທັນວາ 2024, ກອງປະຊຸມໄດ້ສຸມໃສ່ພິຈາລະນາປະກອບຄໍາເຫັນໃສ່ເນື້ອໃນຂອງຮ່າງກົດໝາຍຈໍານວນ 10 ສະບັບ ຕາມແຜນເບື້ອງຕົ້ນ 9 ສະບັບ ແຕ່ເພື່ອສາມາດປັບປຸງແຜນການລົງທຶນຂອງລັດ 2025 ໃຫ້ແທດເໝາະກັບສະພາບການພັດທະນາເສດຖະກິດ-ສັງຄົມ. ລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ຈຶ່ງມອບໃຫ້ສະພາປະຊາຊົນຂັ້ນແຂວງ ມີຄວາມຮັບຜິດຊອບຄຸ້ມຄອງ ແລະ ຕົກລົງໂຄງການ 50 ຕື້ ລົງມາ ຈຶ່ງມີຄວາມຈຳເປັນປັບປຸງກົດໝາຍວ່າດ້ວຍການລົງທຶນຂອງລັດມາດຕາ 18 ຜ່ານການຄົ້ນຄວ້າຢ່າງລະອຽດຖີ່ຖ້ວນ ດ້ວຍຄວາມຮັບຜິດຊອບການເມືອງສູງ. ຫຼັງຈາກນັ້ນ, ຄະນະຮັບຜິດຊອບແຕ່ລະຮ່າງກົດໝາຍ ໄດ້ຄົ້ນຄວ້າປັບປຸງ ຕາມຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ໃນວາລະກອງປະຊຸມວັນທີ 11 ທັນວາ 2024 ຜ່ານມາ ຄະນະຮັບຜິດຊອບ ກໍໄດ້ລາຍງານຜົນການປັບປຸງຕາມຄໍາເຫັນຂອງບັນດາ ສສຊ ແລ້ວສະເໜີບັນດາ ສສຊ ພິຈາລະນາລົງຄະແນນສຽງຮັບຮອງເອົາແຕ່ລະກົດໝາຍດ້ວຍການເຫັນດີເປັນສຽງສ່ວນຫຼາຍ. ປະກອບມີ ກົດໝາຍສ້າງໃໝ່ 2 ສະບັບ ແລະ ກົດໝາຍປັບປຸງ 8 ສະບັບດັ່ງນີ້:ກົດໝາຍສ້າງໃໝ່ມີ 2 ສະບັບ:1. ກົດໝາຍວ່າດ້ວຍການພັດທະນາສີມືແຮງງານ ຊຶ່ງແມ່ນກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ສະເໜີ; ມີຜູ້ແທນເຂົ້າຮ່ວມທັງໝົດ 150 ທ່ານ ໄດ້ຮັບຄະແນນສຽງເຫັນດີຈຳນວນ 142ທ່ານ ກວມເອົາ 94.66%, ບໍ່ເຫັນດີຈຳນວນ 7 ທ່ານ ກວມເອົາ 4.66% ແລະ ບໍ່ອອກສຽງຈໍານວນ 1ທ່ານ ກວມເອົາ 0.66%;2.ກົດໝາຍວ່າດ້ວຍທີ່ຢູ່ອາໄສ ຊຶ່ງແມ່ນກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຜູ້ສະເໜີ; ມີຜູ້ແທນເຂົ້າຮ່ວມທັງໝົດ 150 ທ່ານ ໄດ້ຮັບຄະແນນສຽງເຫັນດີຈໍານວນ 130 ທ່ານ ກວມເອົາ 86.66%, ບໍ່ເຫັນດີຈຳນວນ 19 ທ່ານ ກວມເອົາ 12.66% ແລະ ບໍ່ອອກສຽງຈໍານວນ 1ທ່ານ ກວມເອົາ 0.66%. ໃນນັ້ນ, ກົດໝາຍປັບປຸງມີ 8 ສະບັບ:1. ກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ (ສະບັບປັບປຸງ) ຊຶ່ງແມ່ນທະນາຄານແຫ່ງ ສປປ ລາວ ເປັນຜູ້ສະເໜີ; ມີຜູ້ແທນເຂົ້າຮ່ວມທັງໝົດ 148 ທ່ານ ໄດ້ຮັບຄະແນນສຽງເຫັນດີຈຳນວນ 139 ທ່ານ ກວມເອົາ 93.91%, ບໍ່ເຫັນດີຈຳນວນ 9 ທ່ານ ກວມເອົາ 6.08% ແລະ ບໍ່ອອກສຽງຈໍານວນ 0 ທ່ານ ກວມເອົາ 0%;2.ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ (ສະບັບປັບປຸງ) ຊຶ່ງແມ່ນສູນກາງສະຫະພັນແມ່ຍິງລາວ ເປັນຜູ້ສະເໜີ; ມີຜູ້ແທນເຂົ້າຮ່ວມທັງໝົດ 141 ທ່ານ ໄດ້ຮັບຄະແນນສຽງເຫັນດີ 132 ທ່ານ ກວມເອົາ 96.35%, ບໍ່ເຫັນດີຈຳນວນ 4 ທ່ານ ກວມເອົາ 2.29% ແລະ ບໍ່ອອກສຽງຈຳນວນ 1 ທ່ານ ກວມເອົາ 0.72%;3. ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ (ສະບັບປັບປຸງ) ຊຶ່ງແມ່ນສານປະຊາຊົນສູງສຸດ ເປັນຜູ້ສະເໜີ; ມີຜູ້ແທນເຂົ້າຮ່ວມທັງໝົດ 147 ທ່ານ ໄດ້ຮັບຄະແນນສຽງເຫັນດີ 142 ທ່ານ ກວມເອົາ 96.59%, ບໍ່ເຫັນດີຈຳນວນ 4 ທ່ານ ກວມເອົາ 2.72% ແລະ ບໍ່ອອກສຽງຈຳນວນ 1 ທ່ານ ກວມເອົາ 0.68%;4. ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ (ສະບັບປັບປຸງ) ຊຶ່ງແມ່ນອົງການໄອຍະການປະຊາຊົນສູງສຸດ ເປັນຜູ້ສະເໜີ; ມີຜູ້ແທນເຂົ້າຮ່ວມທັງໝົດ 150 ທ່ານ ໄດ້ຮັບຄະແນນສຽງເຫັນດີ 138 ທ່ານ ກວມເອົາ 92%, ບໍ່ເຫັນດີຈຳນວນ 12 ທ່ານ ກວມເອົາ 8% ແລະ ບໍ່ອອກສຽງຈໍານວນ 0 ທ່ານ ກວມເອົາ 0%;5. ກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ) ຊຶ່ງແມ່ນກະຊວງສຶກສາທິການ ແລະ ກິລາ ເປັນຜູ້ສະເໜີ; ມີຜູ້ແທນເຂົ້າຮ່ວມທັງໝົດ 148 ທ່ານ ໄດ້ຮັບຄະແນນສຽງເຫັນດີ 141 ທ່ານ ກວມເອົາ 95.27%, ບໍ່ເຫັນດີຈຳນວນ 7 ທ່ານ ກວມເອົາ 4.72% ແລະ ບໍ່ອອກສຽງຈໍານວນ 0 ທ່ານ ກວມເອົາ 0%;6.ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ (ສະບັບປັບປຸງ) ຊຶ່ງແມ່ນສູນກາງສະຫະພັນແມ່ຍິງລາວເປັນຜູ້ສະເໜີ; ມີຜູ້ແທນເຂົ້າຮ່ວມທັງໝົດ 148 ທ່ານ ໄດ້ຮັບຄະແນນສຽງເຫັນດີ 145 ທ່ານ ກວມເອົາ 99.97%, ບໍ່ເຫັນດີຈຳນວນ 2 ທ່ານ ກວມເອົາ 1.35% ແລະ ບໍ່ອອກສຽງຈຳນວນ 1 ທ່ານ ກວມເອົາ 0.67%;7.ກົດໝາຍວ່າດ້ວຍການກວດສອບອິດສະຫຼະ (ສະບັບປັບປຸງ) ຊຶ່ງແມ່ນກະຊວງການເງິນ ເປັນຜູ້ສະເໜີ; ມີຜູ້ແທນເຂົ້າຮ່ວມທັງໝົດ 147 ທ່ານ ໄດ້ຮັບຄະແນນສຽງເຫັນດີ 135 ທ່ານ ກວມເອົາ 91.83%, ບໍ່ເຫັນດີຈຳນວນ 11 ທ່ານ ກວມເອົາ 7.48% ແລະ ບໍ່ອອກສຽງຈຳນວນ 1 ທ່ານ ກວມເອົາ 0.68%;8.ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ (ສະບັບປັບປຸງ) ຊຶ່ງແມ່ນສານປະຊາຊົນສູງສຸດ ເປັນຜູ້ສະເໜີ; ມີຜູ້ແທນເຂົ້າຮ່ວມທັງໝົດ 147 ທ່ານ ໄດ້ຮັບຄະແນນສຽງເຫັນດີ 142 ທ່ານ ກວມເອົາ 96.59%, ບໍ່ເຫັນດີຈຳນວນ 4 ທ່ານ ກວມເອົາ 2.72% ແລະ ບໍ່ອອກສຽງຈຳນວນ 1 ທ່ານ ກວມເອົາ 0.68%. ພິເສດສໍາລັບກົດໝາຍວ່າດ້ວຍການປັບປຸງມາດຕາ 18 ຂອງກົດໝາຍວ່າດ້ວຍການລົງທຶນຂອງລັດ ສະບັບປັບປຸງປີ 2015 ຊຶ່ງແມ່ນກະຊວງແຜນການ ແລະ ການລົງທຶນ ເປັນຜູ້ສະເໜີ; ມີຜູ້ແທນເຂົ້າຮ່ວມທັງໝົດ 150 ທ່ານ ໄດ້ຮັບຄະແນນສຽງເຫັນດີ 149 ທ່ານ ກວມເອົາ 99.33%, ບໍ່ເຫັນດີຈຳນວນ 1 ທ່ານ ກວມເອົາ 0.66% ແລະ ບໍ່ອອກສຽງຈໍານວນ 0 ທ່ານ ກວມເອົາ 0%.

ການພິຈາລະນາ ແລະ ຮັບຮອງເອົາກົດໝາຍ ຈໍານວນ 10 ສະບັບນີ້ ແມ່ນຜົນສໍາເລັດທີ່ສໍາຄັນໃນການຈັດ ຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025 ແລະ ແຜນການສ້າງ ແລະ ປັບປຸງກົດໝາຍ ປະຈໍາປີ 2024 ທັງເປັນການປະກອບສ່ວນສໍາຄັນໃນການປັບປຸງ ແລະ ເພີ່ມທະວີພາຫະນະໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂອງປະເທດເຮົາ ໃຫ້ເປັນລະບົບຄົບຊຸດຂຶ້ນຕື່ມ ເພື່ອຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນສະກັດກັ້ນ ແລະ ຕ້ານບັນດາປະກົດການຫຍໍ້ທໍ້ ທີ່ເປັນພຶດຕິກໍາລະເມີດກົດໝາຍ ຢູ່ໃນສັງຄົມ, ປະກອບສ່ວນໃນການສ້າງລັດເຮົາໃຫ້ເປັນລັດປະຊາທິປະໄຕ ທີ່ປົກຄອງດ້ວຍກົດໝາຍໃຫ້ເຂັ້ມງວດຂຶ້ນ.

(ຂ່າວ ວັນເພັງ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ