ສະພາບການຄຸ້ມຄອງ ປົກປັກຮັກສາປ່າໄມ້ ຢູ່ແຂວງສະຫວັນນະເຂດ

ສະພາບການຄຸ້ມຄອງ ປົກປັກຮັກສາປ່າໄມ້ ຢູ່ແຂວງສະຫວັນນະເຂດ

ສະພາບການຄຸ້ມຄອງ ປົກປັກຮັກສາປ່າໄມ້ ຢູ່ແຂວງສະຫວັນນະເຂດ
ໂດຍ: ວັນໄຊ ຕະວິນຍານ ພະແນກກະສິກໍາ-ປ່າໄມ້ ແຂວງສະຫວັນນະເຂດ ຍາມໃດກໍເຫັນຄວາມສໍາຄັນ ແລະ ເອົາໃຈໃສ່ ຕໍ່ການຄຸ້ມຄອງປົກປັກຮັກສາປ່າໄມ້ ຕ້ານ ແລະ ສະກັດກັ້ນ ການບຸກລຸກ ທໍາລາຍປ່າໄມ້ ຢ່າງເຂັ້ມງວດ.

 

 

ຍ້ອນເຫັນໄດ້ເຖິງຄວາມສໍາຄັນ ແລະ ຄຸນປະໂຫຍດຂອງປ່າໄມ້. ໂດຍສະເພາະແມ່ນແຂວງ ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍ ກົດໝາຍວ່າດ້ວຍປ່າໄມ້, ຄໍາສັ່ງເລກທີ 11/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ຕ້ານສະກັດກັ້ນ ການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ. ຈຶ່ງເຮັດໃຫ້ປະກົດການຫຍໍ້ທໍ້ທີ່ເກີດຂື້ນໃນຊຸມປີຜ່ານມາຄ່ອຍໆຫຼຸດລົງເປັນລໍາດັບ.

ທ່ານ ສຸນັນທາ ຈຸນລະມະນີ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ແຂວງສະຫວັນນະເຂດ ເປັນແຂວງທີ່ມີເນື້ອທີ່ກວ້າງໃຫຍ່ ເປັນອັນດັບ 1 ຖ້າທຽບໃສ່ບັນດາແຂວງອື່ນໆ ຂອງ ສປປ ລາວ; ມີເນື້ອທີ່ ທັງໝົດ 2,177,400 ເຮັກຕາ, ມີພົນລະເມືອງທັງໝົດປະມານ 1 ລ້ານ 1 ແສນ ກວ່າຄົນ. ມີເນື້ອທີ່ດິນປ່າໄມ້ 1,449,552 ເຮັກຕາ. ມາຮອດ ປັດຈຸບັນ (ປີ 2025) ສາມາດຈັດສັນເນື້ອທີ່ປ່າໄມ້ ເຂົ້າໃນ 3 ປະເພດປ່າ ລວມທັງປ່າປູກ ໄດ້ທັງໝົດ 1,244,358 ເຮັກຕາ ໃນທົ່ວແຂວງ ໃນນັ້ນ, ມີປ່າສະຫງວນ661,792 ເຮັກຕາ, ປ່າປ້ອງກັນ 309,048 ເຮັກຕາ, ປ່າຜະລິດ 202,485 ເຮັກຕາ ແລະ ປ່າປູກ 70,853 ເຮັກຕາ,

ຈາກຂໍ້ດັ່ງກ່າວ, ສະແດງໃຫ້ເຫັນວ່າ ແຂວງສະຫວັນນະເຂດ ເປັນແຂວງໜຶ່ງ ທີ່ມີເນື້ອທີ່ດິນປ່າໄມ້ ກວ້າງຂວາງ ແລະ ມີຫຼາຍເຂດປ່າ ທີ່ຍັງຄົງຄວາມອຸດົມສົມບູນ ແລະ ມີຄວາມຫຼາກຫຼາຍ ທາງດ້ານຊີວະນາໆພັນ. ພິເສດ ເປັນແຂວງທີ່ເປັນຖິ່ນອາໄສຂອງສັດປ່າທີ່ຫາຍາກ ໃນເມື່ອນັ້ນກໍຄື “ໂອ່ງ - ມັ່ງ” ແລະ ແຂວງກໍໄດ້ກຳນົດເປັນເຂດອະນຸລັກພັນສັດປ່າ. ນອກນັ້ນ ກໍຍັງມີຊະນິດພັນແຂ້ນໍ້າຈືດ ທີ່ພວກເຮົາໄດ້ສ້າງໂຄງການ ເພື່ອອະນຸລັກ ຮ່ວມກັບຜູ້ໃຫ້ທຶນ.

ໃນໄລຍະຜ່ານມາ, ເຖິງແມ່ນວ່າ ພັກ-ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໄດ້ສຸມໃສ່ຄົ້ນຄວ້າ, ກໍານົດແນວທາງນະໂຍບາຍ ແລະ ມາດຕະການຕ່າງໆທີ່ຫຼາກຫຼາຍໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໃຫ້ມີຄວາມຍືນຍົງ ແລ້ວກໍຕາມ, ແຕ່ໃນການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າຍັງມີປະກົດການຫຍໍ້ທໍ້ທີ່ເກີດຂຶ້ນອັນສົ່ງຜົນກະທົບດ້ານລົບ ເຮັດໃຫ້ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ບາງເຂດຫຼຸດລົງ ເປັນຕົ້ນ: ການລັກລອບຕັດໄມ້, ຂຸດຄົ້ນ, ເຄື່ອນຍ້າຍໄມ້ ແລະ ເຄື່ອງປ່າຂອງດົງ ແບບຜິດກົດໝາຍ, ການບຸກລຸກຈັບຈ່ອງ ທີ່ດິນປ່າໄມ້ ເພື່ອຈຸດປະສົງທາງການຄ້າ, ການບຸກເບີກຖາກຖາງເນື້ອທີ່ປ່າໄມ້ ເພື່ອເຮັດການຜະລິດເປັນສິນຄ້າ ແລະ ເພື່ອຜະລິດສະບຽງອາຫານ, ບັນຫາການຊອກຄົ້ນ ສໍາຫຼວດ ແລະ ຂຸດຄົ້ນແຮ່ທາດ ໃນ 3 ປະເພດປ່າ, ບັນຫາໄຟ ໄໝ້ລາມປ່າ ແລະ ອື່ນໆ.

ຈາກສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນແຂວງ ແມ່ນຍ້ອນເນື້ອທີ່ປ່າໄມ້ກວ້າງຂວາງ, ບຸກຄະລາກອນ ທີ່ເຮັດໜ້າທີ່ ໃນການຄຸ້ມຄອງ ມີຈໍານວນຈໍາກັດ ທັງທາງດ້ານປະລິມານ ແລະ ຄຸນນະພາບ ໂດຍສະເພາະຢູ່ຂັ້ນເມືອງ, ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ ຂອງລັດຖະບານ ກໍຄືທ້ອງຖິ່ນ, ຫຼາຍເຂດທີ່ດິນປ່າໄມ້ໄດ້ຖືກຜົນກະທົບຈາກການສໍາປະທານເນື້ອທີ່ ເພື່ອກໍ່ສ້າງພື້ນຖານໂຄງລ່າງ, ສໍາປະທານເນື້ອທີ່ທໍາການຜະລິດ, ການສໍາຫຼວດ ຊອກຄົ້ນ ແລະ ຂຸດຄົ້ນແຮ່ທາດ, ໂຄງການເຂື່ອນໄຟຟ້າ ພະລັງງານນໍ້າ, ພະລັງງານລົມ (ການຄຸ້ມຄອງ ຂອງພາກລັດຂອງພວກເຮົາ ຍັງບໍ່ເຂັ້ມແຂງ) ໄລຍະທີ່ຜ່ານມາ, ຈໍານວນໂຮງງານປຸງແຕ່ງໄມ້, ເພີ່ມຂຶ້ນ ຢ່າງໄວວາ ແຕ່ກົງກັນຂ້າມຈໍານວນໂກຕ້າໄມ້ ທີ່ລັດຖະບານອະນຸມັດຢ່າງຖືກຕ້ອງໃນແຕ່ລະປີ ຊໍ້າພັດມີຈໍານວນຈໍາກັດເຮັດໃຫ້ຂາດຄວາມດຸ່ນດ່ຽງ ລະຫວ່າງຄວາມຕ້ອງການ ແລະ ຄວາມສາມາດໃນການສະໜອງວັດຖຸດິບ ຈຶ່ງເກີດມີການລັກລອບ ຂຸດຄົ້ນ, ເຄື່ອນຍ້າຍ ແລະ ຊື້-ຂາຍໄມ້, ເຄື່ອງປ່າຂອງດົງທີ່ບໍ່ຖືກຕ້ອງ, ການກໍານົດ ຂອບເຂດ ແລະ ສ້າງຕັ້ງປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ ຍັງກວມເອົາພື້ນທີ່ ບ້ານເຮືອນ ແລະ ທີ່ດິນທໍາມາຫາກິນຂອງປະຊາຊົນ ຫຼາຍພໍສົມຄວນ; ບວກກັບ ປັດຈຸບັນ ຈໍານວນປະຊາກອນ ທີ່ອາໄສຢູ່ໃນເຂດປ່າມີຈໍານວນເພີ່ມຂຶ້ນຢ່າງໄວວາ, ຄວາມຕ້ອງການທີ່ດິນ ໃນການເຮັດການຜະລິດສະບຽງອາຫານ ແລະ ເປັນສິນຄ້າເພີ່ມຂຶ້ນຈຶ່ງເກີດມີການບຸກລຸກ ແລະ ຈັບຈ່ອງເນື້ອທີ່ດິນປ່າໄມ້ ເພື່ອທຳການຜະລິດ ລວມທັງ ປຸກສ້າງທີ່ຢູ່ອາໄສ, ຂອບເຂດ, ຊາຍແດນ ຂອງ 3 ປະເພດປ່າຫຼາຍບ່ອນຍັງບໍ່ທັນຈະແຈ້ງ, ການຈັດສັນການນໍາໃຊ້ທີ່ດິນປະເພດຕ່າງໆ ໃນຂອບເຂດ 3 ປະເພດປ່າຍັງບໍ່ທັນສໍາເລັດ ຈຶ່ງເຮັດໃຫ້ມີຄວາມຫຍຸ້ງຍາກ, ສັບສົນ ໃນການຄຸ້ມຄອງ ແລະ ຕິດຕາມ ກວດກາ, ງົບປະມານທີ່ນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ຍັງມີຈໍາກັດ ຈຶ່ງພົບຄວາມຫຍຸ້ງຍາກຫຼາຍໃນການສໍາຫຼວດ ຈັດສັນປ່າໄມ້, ກຳນົດຂອບເຂດ, ປັກຫຼັກໝາຍ, ຕິດປ້າຍ ລວມທັງວຽກງານໂຄສະນາເຜີຍແຜ່ ລະບຽບກົດໝາຍ ແລະ ນິຕິກໍາຕ່າງໆ. ເນື່ອງຈາກງົບປະມານມີຈໍາກັດຈຶ່ງເຮັດໃຫ້ຄວາມຖີ່ໃນການກວດກາລາດຕະເວນຕໍ່າ ບໍ່ສາມາດເຄື່ອນໄຫວໄດ້ຄວບຄຸມທົ່ວພື້ນທີ່ ແລະ ທ່ວງທັນກັບສະພາບການ, ກົນໄກ, ຂອດຂັ້ນໃນການປະສານງານ ລະຫວ່າງ ຂະແໜງການ ຂັ້ນແຂວງ ແລະ ເມືອງ, ເຖິງວ່າຜ່ານມາໄດ້ມີຄວາມພະຍາຍາມປັບປຸງ ໂດຍການມອບໝາຍວຽກງານຈໍານວນໜຶ່ງ ໃຫ້ຂັ້ນເມືອງນໍາໄປຈັດຕັ້ງປະຕິບັດ ແຕ່ໃນການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າ ຍັງບໍ່ມີປະສິດທິຜົນ, ການນໍາ, ຫົວໜ່ວຍວິຊາການຂັ້ນເມືອງ ທີ່ກ່ຽວຂ້ອງ ບາງບ່ອນ ຍັງບໍ່ທັນຕັດສິນໃຈສູງ ໃນການນໍາພາຊີ້ນໍາ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ມີການເອື່ອຍອີງ ຄອງຄອຍ ແລະ ໂຍນຄວາມຮັບຜິດຊອບ ຊຶ່ງກັນ ແລະກັນ.

ທ່ານ ສຸນັນທາ ຈຸນລະມະນີ ກ່າວຕື່ມວ່າ: ເພື່ອຈັດຕັ້ງປະຕິບັດຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023 ແລະ ຄໍາແນະນໍາ ຂອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 3573/ກປ ລົງວັນທີ 10 ສິງຫາ 2023 ຢ່າງເປັນຮູບປະທໍາ, ເປັນເອກະພາບ, ມີປະສິດທິຜົນສູງ ແລະ ທັນກັບສະພາບການ. ຜ່ານມາ ພະແນກ ກປຂ ໄດ້ເອົາໃຈໃສ່ ໃນບັນຫາດັ່ງກ່າວ ໂດຍເລີ່ມຈາກ ການລົງໂຄສະນາເຜີຍແຜ່ເຊື່ອມຊຶມເອກະສານນິຕິກໍາທີ່ກ່ຽວຂ້ອງ ໃຫ້ແກ່ອົງການປົກຄອງທ້ອງຖິ່ນຂັ້ນເມືອງ, ກຸ່ມບ້ານ ແລະ ມອບໝາຍໃຫ້ເມືອງ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ແລະ ເຜີຍແຜ່ ລົງຮອດຂັ້ນບ້ານໂດຍເນັ້ນໃຫ້ແຕ່ລະພາກສ່ວນ ຖືສໍາຄັນວຽກງານດັ່ງກ່າວ, ໄດ້ຈັດຕັ້ງຄະນະຮັບຜິດຊອບໄຟປ່າໃນຂັ້ນເມືອງ, ກຸ່ມບ້ານ ໃນກໍລະນີເກີດໄຟປ່າຢູ່ບ່ອນໃດອໍານາດການປົກຄອງຢູ່ບ່ອນນັ້ນ ຕ້ອງຮັບຜິດຊອບໃນການລະດົມກໍາລັງ ເພື່ອດັບມອດ, ຖ້າຂະໜາດຂອງໄຟປ່າກວ້າງຂວາງ ແລະ ຮຸ່ນແຮງ ເກີນຂີດຄວາມສາມາດໃຫ້ລາຍງານຕໍ່ຫາອົງການຈັດຕັ້ງຂັ້ນເທິງ ເພື່ອເລັ່ງລະດົມກໍາລັງຄົນ, ພາຫະນະ ແລະ ທຶນຮອນ ເພື່ອດັບມອດບໍ່ໃຫ້ລຸກລາມໄປສູ່ເຂດອື່ນ. ແຂວງໄດ້ຈັດຕັ້ງໜ່ວຍງານກວດກາລາດຕະເວນເປັນປະຈໍາ, ພ້ອມນີ້ ກໍໄດ້ມີການກໍານົດເຂດທີ່ມີຄວາມສ່ຽງສູງ ເພື່ອລະດົມກໍາລັງປະຊາຊົນສ້າງແລວປ້ອງກັນໄຟປ່າ; ຈາກປະກົດການຫຍໍ້ທໍ້ກ່ຽວກັບປ່າໄມ້ທີ່ເກີດຂຶ້ນພາຍໃນແຂວງ ພະແນກກະສິກໍາ-ປ່າໄມ້ ແຂວງສະຫວັນນະເຂດ ໄດ້ຕັ້ງໜ້າແກ້ໄຂດໍາເນີນຄະດີຕໍ່ຜູ້ກະທໍາຜິດຕາມກົດໝາຍ. ປະຕິບັດມາດຕະການສຶກສາອົບຮົມ, ປັບໃໝ ແລະ ມາດຕະການທາງອາຍາ ຕາມແຕ່ລະກໍລະນີ. ຈຶ່ງເຮັດໃຫ້ສະພາບປະກົດການຫຍໍ້ທໍ້ກ່ຽວກັບປ່າໄມ້ໃນໄລຍະຜ່ານມາຄ່ອຍໆຫຼຸດລົງເປັນລໍາດັບ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ເມື່ອບໍ່ດົນມານີ້ ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ມອບ-ຮັບ ເຄື່ອງອຸປະໂພກ-ບໍລິໂພກ ,ໃຫ້ກຽດມອບໂດຍ ທ່ານ ສົງການ ສີວົງໄຊ ປະທານກຸ່ມຄອບຄົວ ຊຸບເປີ ໄບ້ ລາວ, ທ່ານ ຄຳນ້ອຍ ພະພັກພົມມະຈັນ ປະທານສອງລໍ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນສະໝອນ ຜາງທະວົງ ຮອງຜູ້ອຳນວຍການໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ມີບັນດາຄູ-ອາຈານ, ນັກຮຽນທີ່ມີບັນຫາດ້ານການໄດ້ຍິນ ແລະ ສາຍຕາ ເຂົ້າຮ່ວມ.
ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ວັນທີ 7 ຕຸລາ 2026 ທີ່ສະພາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຄຳມ່ວນ ເພື່ອສົມທົບຊ່ວຍເຫຼືອ ແລະ ບັນເທົາຄວາມເດືອດຮ້ອນແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ.
ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໃນຄໍ່າຄືນຂອງ​ວັນທີ 6​-​7 ຕຸລາ​ 2026, ໜ່ວຍສີລະປະສະມັກຫຼິ້ນກອງພົນທີ 2 ໄດ້ສະແດງຮັບໃຊ້ໃນໂອກາດ​ກອງພົນທີ​ 2​ ພວມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍມີສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ,​ ມີພະນັກງານ​-ນັກຮົບ​ ແລະ​​ປະຊາຊົນ​ບັນດາ​ເຜົ່າ​ ເຂົ້າຮ່ວມຮັບຊົມ.
ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ​ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ​ ເປັນ​ 1​ ໃນ​ 4​ ນັກທຸລະກິດແມ່ຍິງແຂວງຈໍາປາສັກ ທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນ​ ອາຊຽນ ຫຼື​ ASEAN Entrepreneurs​ Women Award ປີ​ 2026​ ເຊິ່ງຈັດຂຶ້ນ​ໂດຍເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຫຼື​ ASEAN Women Entrepreneurs Network. ພິທີມອບ​ -​ ຮັບ ລາງວັນດັ່ງກ່າວ​ ຈັດຂຶ້ນ​ໃນວັນທີ 2 ຕຸລາ 2026 ທີ່ຜ່ານມາ ຢູ່ໂຮງແຮມ ອາມາລີ​ນະຄອນຫຼວງວຽງຈັນ ສປປ ລາວ.​ ໃຫ້ກຽດ​ມອບໂດຍ​ ທ່ານ​ ມະໄລທອງ ກົມທະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ​ ການຄ້າ.
ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

​ ວັນທີ 7 ຕຸລາ 2026, ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ພ້ອມດ້ວຍ ທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ແລະ ຄະນະນໍາ-ຊ່ຽວຊານຈາກສູນກາງ ແລະ ແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂຂງ, ມີຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ເພີ່ມເຕີມ