ສະພາບເງິນຕາຂອງລາວມີສັນຍານເປັນບວກ

ສະພາບເງິນຕາຂອງລາວມີສັນຍານເປັນບວກ

ສະພາບເງິນຕາຂອງລາວມີສັນຍານເປັນບວກ
ໂດຍ: ຣັດສະໝີ ດວງສັດຈະ ຜູ້ຂຽນ ໄດ້ມີໂອກາດເຂົ້າໄປພົວພັນວຽກງານຢູ່ທະນາຄານແຫ່ງ ສປປ ລາວ ກໍໄດ້ພົບປະກັບ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມບໍລິການ ທະນາຄານແຫ່ງ ສປປ ລາວ ຊຶ່ງທ່ານໄດ້ຜ່ານການເປັນຫຼາຍຫົວໜ້າກົມແລະ ຫ້ອງການ ຂອງທະນາຄານກາງ

 ໄດ້ມີເວລາແລກປ່ຽນຄຳເຫັນຫຼາຍປະເດັນທີ່ຕິດພັນ ສະພາບທາງດ້ານເງິນຕາ ແລະ ສັງລວມໄດ້ບາງເຫດຜົນອັນສໍາຄັນວ່າ: ພາຍຫຼັງທີ່ລັດຖະບານເຮົາ ໄດ້ມີຄວາມພະຍາຍາມຢ່າງສູງໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເງິນຕາ ໃນຜ່ານມາ ໂດຍໄດ້ຊີ້ນໍາຢ່າງໃກ້ສິດຕໍ່ຂະແໜງການທີ່ກ່ຽວຂ້ອງ ລວມທັງຂະແໜງການທະນາຄານເພື່ອຈັດຕັ້ງປະຕິບັດມາດຕະການທີ່ເປັນລະບົບຄົບຊຸດ ເປັນຕົ້ນມາດຕະການທາງດ້ານການເງິນ-ເງິນຕາ ໂດຍສະເພາະ ການດຳເນີນນະໂຍບາຍເງິນຕາຢ່າງຮັດກຸມຂອງທະນາຄານແຫ່ງ ສປປ ລາວ ເພື່ອຄວບຄຸມປະລິມານເງິນ ໃຫ້ຢູ່ໃນຂອບເຂດເໝາະສົມ ຊຶ່ງເປັນພາລະກິດຕົ້ນຕໍສໍາຄັນຂອງທະນາຄານກາງ, ການຄຸ້ມຄອງເງິນຕາຕ່າງປະເທດ, ການອອກນິຕິກໍາໃນການຄຸ້ມຄອງລາຍຮັບ, ການສົ່ງອອກ ດ້ວຍການເປີດບັນຊີສະເພາະ ແລະ ການກຳນົດອັດຕາ. ສ່ວນລາຍຮັບເງິນຕາເຂົ້າມາ ແລະ ກຳນົດມາດຕະການແລກປ່ຽນແບບທັນທີຂັ້ນຕໍ່າເຂົ້າໃນລະບົບທະນາຄານອັນໄດ້ສ້າງສະພາບຄ່ອງ ແລະ ຄວາມສົມດຸນທາງດ້ານເງິນຕາຫຼາຍຂຶ້ນ, ການສ້າງຕະຫຼາດເງິນຕາຕ່າງປະເທດ ເປັນລວມສູນ (LFX) ແລະ ອື່ນໆ;

ທ່ານຫົວໜ້າກົມບໍລິການ ທະນາຄານແຫ່ງ ສປປ ລາວ ໄດ້ຢັ້ງຢືນອີກວ່າ: ນັບແຕ່ທ້າຍປີ 2024 ເປັນຕົ້ນມາ ເຫັນວ່າສະພາບທາງດ້ານການເງິນ-ເງິນຕາ ມີສັນຍານຫຼາຍຢ່າງທີ່ເປັນບວກ ສະແດງອອກຄື: ອັດຕາເງິນເຟີ້ ມີທ່າອ່ຽງຫຼຸດລົງເປັນລໍາດັບ ຈາກລະດັບສູງສຸດ ອັດຕາເງິນເຟີ້ ສະເລ່ຍໃນປີ ແມ່ນ 31.23% ໃນປີ 2023 ມາເປັນ 23.13% ໃນປີ 2024 ແລະ 11.21% ໃນເດືອນມີນາ, ໃນເດືອນເມສາຢູ່ທີ່ 11.1%; ສະພາບອັດຕາແລກປ່ຽນ ມີຄວາມສະຫງົບມານັບແຕ່ທ້າຍປີ 2024 ເປັນຕົ້ນມາ, ອັດຕາແລກປ່ຽນເງິນກີບ ຕໍ່ເງິນຕາຕ່າງປະເທດ ມີທິດທາງແຂງຄ່າຂຶ້ນ, ການຄຸ້ມຄອງລາຍຮັບຈາກການສົ່ງອອກ ເຊິ່ງແມ່ນແຫຼ່ງຕົ້ນຕໍທາງດ້ານເງິນຕາຕ່າງປະເທດ ສາມາດບັນລຸໄດ້ຈາກ 55% ໃນປີ 2023 ມາເປັນ 71.1% ໃນປີ 2024 ແລະ ຮອດເດືອນເມສາ 2025 ສາມາດບັນລຸໄດ້ຫຼາຍກວ່າ 75% ຂອງຍອດມູນຄ່າການສົ່ງອອກ.

ອີງຕາມຂໍ້ມູນຈາກເວັບໄຊ ທຫລ ໃຫ້ຮູ້ວ່າ: ຄັງສໍາຮອງເງິນຕາຕ່າງປະເທດ ໄດ້ເພີ່ມຂຶ້ນເປັນລໍາດັບ ຈາກລະດັບ 1,677 ລ້ານໂດລາສະຫະລັດໃນທ້າຍປີ 2023 ໄດ້ເພີ່ມຂຶ້ນມາເປັນ 2,101 ລ້ານໂດລາສະຫະລັດໃນເດືອນທັນວາ ປີ 2024; ພາຍຫຼັງທີ່ ທຫລ ໄດ້ຫຼຸດຜ່ອນການດັດສົມນໍ້າມັນເຊື້ອໄຟ ແລະ ສິນຄ້າບູລິມະສິດ ນັບແຕ່ເດືອນທັນວາ 2024 ເປັນຕົ້ນມາ ແລະ ໃຫ້ທະນາຄານທະນາຄານທຸລະກິດເຮັດໜ້າທີ່ ດັດສົມເງິນຕາແກ່ສັງຄົມ ແລະ ຄາດວ່າໃນສາມເດືອນຕົ້ນປີ 2025 ຈະເພີ່ມຂຶ້ນກວ່າລະດັບປີ 2024, ສາມາດບັນລຸຄາດໝາຍທີ່ກຳນົດໄວ້ (ຢ່າງໜ້ອຍ 5 ເດືອນຂອງການນໍາເຂົ້າ) ຊຶ່ງໄດ້ສ້າງເງື່ອນໄຂອໍານວຍ ແລະ ສ້າງຄວາມເຊື່ອໝັ້ນໃນການດຳເນີນທຸລະກິດ ແລະ ການລົງທຶນພາຍໃນປະເທດ. ອີງຕາມບົດລາຍງານການປະເມີນສະພາບທາງດ້ານເງິນຕາ ຂອງອົງການ AMRO ທີ່ພິມເຜີຍແຜ່ໃນເດືອນມີນາ 2025 ໄດ້ລະບຸໄວ້ວ່າ: ໜຶ່ງໃນມາດຕະການທີ່ສ້າງສະຖຽນລະພາບມະຫາພາກ ແມ່ນມາດຕະການຄຸ້ມຄອງເງິນຕາຕ່າງປະເທດທີ່ເດັດດຽວ ແລະ ເຂັ້ມຂຸ້ນ (Bold Measures) ໂດຍສະເພາະລະບຽບການວ່າດ້ວຍການຄຸ້ມຄອງລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກ ເຖິງແມ່ນວ່າການຈັດຕັ້ງປະຕິບັດໃນເບື້ອງຕົ້ນ ຈະສ້າງຄວາມກັງວົນແກ່ຜູ້ປະກອບການສົ່ງອອກຈໍານວນໜຶ່ງ ເນື່ອງຈາກເປັນມາດຕະການອອກໃໝ່ ແຕ່ພາຍຫຼັງຈັດຕັ້ງປະຕິບັດມາເປັນເວລາເກືອບ 1 ປີ ເຫັນວ່າ ຫຼາຍພາກສ່ວນ ໄດ້ມີຄວາມເຂົ້າໃຈ ເປັນເອະພາບ ແລະ ໄດ້ປະກອບສ່ວນສ້າງສະພາບຄ່ອງທາງດ້ານເງິນຕາໃນລະບົບທະນາຄານ ແລະ ສະຖຽນລະພາບເງິນຕາດີຂຶ້ນ.

ສະນັ້ນ; ຈຶ່ງເຫັນໄດ້ວ່ານັບແຕ່ທ້າຍປີ 2024 ຜ່ານມາ, ພວກເຮົາສາມາດ ແນມເຫັນຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນເງິນຕາ ຂອງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ຂອງທະນາຄານແຫ່ງ ສປປ ລາວ ໄດ້ມີຈັງຫວະທີ່ດີຂຶ້ນຕະຫຼອດມາ. ຜູ້ຂຽນ, ໃນຖານະສື່ມວນຊົນຄົນໜຶ່ງ ຂໍຮຽກຮ້ອງມາຍັງອົງການຈັດຕັ້ງຕ່າງໆ ທາງພາກລັດ, ພາກທຸລະກິດ ແລະ ພາກປະຊາຊົນ ຈົ່ງພ້ອມກັນບຸກບືນ ແລະ ເພີ່ມທະວີໃນການເຂົ້າຮ່ວມແກ້ໄຂ 2 ວາລະແຫ່ງຊາດ ໂດຍສະເພາະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ - ການເງິນ, ເງິນຕາ ໃຫ້ຜ່ານພົ້ນໄປໂດຍດີ ແລະ ໃຫ້ເສດຖະກິດ ປະເທດເຮົາ ກັບຄືນສູ່ສະພາບປົກກະຕິໂດຍໄວ.

ໂດຍ: ຣັດສະໝີ ດວງສັດຈະ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ