ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ແຂວງຈຳປາສັກ

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ແຂວງຈຳປາສັກ ມອບເງິນ4.5ລ້ານກີບ ໃຫ້ ປກສ ເມືອງບາຈຽງຈະເລີນສຸກ

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ແຂວງຈຳປາສັກ ມອບເງິນ4.5ລ້ານກີບ ໃຫ້ ປກສ ເມືອງບາຈຽງຈະເລີນສຸກ
ວັນທີ 22ມັງກອນ ນີ້, ທ່ານ ຈັນທະວີໄຊ ແກ້ວມໍລະກົດ ຫົວໜ້າໜ່ວຍງານບໍລິການສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ແຂວງຈຳປາສັກ ພ້ອມຄະນະ ໄດ້ມອບເງິນຈຳນວນ4.5ລ້ານກີບ

ໃຫ້ແກ່ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແຂວງຈຳປາສັກ ເພື່ອປະກອບສ່ວນຊຸກຍູ້ເຂົ້າໃນໜ້າທີ່ວຽກງານວິຊາສະເພາະຕິດພັນກັບການອວນພອນຄະນະພັກ,ຄະນະບັນຊາເນື່ອງໃນວັນສຳຄັນຕ່າງໆຂອງພັກ, ຂອງຊາດ. ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ພັທ ສີພູມ ທອງສະໝຸດ ຫົວໜ້າກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກພ້ອມຄະນະເຂົ້າຮ່ວມ.

ທ່ານ ຫົວໜ້າກອງບັນຊາການປກສເມືອງບາຈຽງຈະເລີນສຸກໄດ້ກ່າວສະແດງຄວາມຂອບໃຈແລະອວຍພອນ ໃຫ້ທ່ານ ຈັນທະວີໄຊ ແກ້ວມໍລະກົດ ພ້ອມຄະນະ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານປ້ອງກັນຄວາມສະຫງົບເວົ້າລວມເວົ້າສະເພາະກໍຄືກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ.

(ຂ່າວ-ພາບ: ນັກຂ່າວ ປກສ ເມືອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ

ກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ

ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ ປະຈຳປີ 2024 ຂຶ້ນໃນວັນທີ 19 ມິຖຸນານີ້ ທີ່ຫ້ອງປະຊຸມກະຊວງດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີ ກະຊວງຍຸຕິທຳ ມີບັນດາຮອງລັດຖະມົນຕີ, ຮອງປະທານສານປະຊາຊົນສູງສຸດ, ຫົວໜ້າກົມ-ຮອງກົມ, ບັນດາຄະນະກອງ, ຄະນະຂະແໜງປະຕິບັດຄຳຕັດສິນຂອງສານທົ່ວປະເທດເຂົ້າຮ່ວມ.
ປະກາດໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ

ປະກາດໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ

ວັນທີ 18 ມິຖຸນາ ຜ່ານມາ ທີ່ຫໍປະຊຸມຫ້ອງວ່າການສູນກາງພັກ ໄດ້ມີພິທີປະກາດກົງຈັກການຈັດຕັ້ງໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ ໂດຍການເປັນປະທານສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີ ສະຫາຍລັດຖະມົນຕີ, ຮອງລັດຖະມົນຕີກະຊວງພາຍໃນ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຫົວໜ້າກົມ, ຮອງກົມ ແລະພະນັກທັງໝົດຂອງສອງພາກສ່ວນເຂົ້າຮ່ວມ.
ປະກາດການຈັດຕັ້ງພາຍຫຼັງໂຮມ ກຜທ ເຂົ້າກັບກະຊວງການເງິນ

ປະກາດການຈັດຕັ້ງພາຍຫຼັງໂຮມ ກຜທ ເຂົ້າກັບກະຊວງການເງິນ

ພິທີປະກາດການຈັດຕັ້ງ ພາຍຫຼັງໂຮມກະຊວງແຜນການ ແລະ ການລົງທຶນ (ກຜທ) ເຂົ້າກັບ ກະຊວງການເງິນ ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນາຜ່ານມາ ທີ່ສະໂມສອນ ກຜທ ໂດຍການເປັນປະທານຂອງສະຫາຍພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ມີຄະນະລັດຖະມົນຕີ, ຄະນະກົມ, ພະແນກການກ່ຽວຂ້ອງເຂົ້າຮ່ວມ.
ກອງພັນໃຫຍ່ 202 ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ 6 ເດືອນຕົ້ນປີ 2025

ກອງພັນໃຫຍ່ 202 ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ 6 ເດືອນຕົ້ນປີ 2025

ວັນທີ 18 ມິຖຸນາຜ່ານມານີ້, ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ຢູ່ທີ່ສະໂມສອນຂອງກອງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງສະຫາຍ ພັນເອກ ສົມໝາຍ ດອນພະຈັນ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 202.
ປັດຈຸບັນຄໍາມ່ວນປູກເຂົ້ານາປີໄດ້ແລ້ວ 40,587 ເຮັກຕາ

ປັດຈຸບັນຄໍາມ່ວນປູກເຂົ້ານາປີໄດ້ແລ້ວ 40,587 ເຮັກຕາ

ໃນລະດູການຜະລິດເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 92,791 ເຮັກຕາ, ຄາດຄະເນຜົນຜະລິດ 351,604 ໂຕນ, ຄາດຄະເນແນວປູກ 5,567 ໂຕນ. ໃນນັ້ນແຜນການປູກພືດເພື່ອເປັນສະບຽງອາຫານ 61,189 ເຮັກຕາ, ຄາດຄະເນຜົນຜະລິດ 228,856 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 31,602 ເຮັກຕາ, ຄາດຄະເນຜົນຜະລິດ 122,748 ໂຕນ. ເມື່ອສົມທຽບແຜນການປູກເຂົ້ານາປີຂອງປີນີ້ ໃສ່ກັບ ປີຜ່ານມາເຫັນວ່າເນື້ອທີ່ແຜນການຂອງປີນີ້ເພີ້ມຂຶ້ນ 1,519 ເຮັກຕາ. ຍ້ອນວ່າຊາວນາແຕ່ລະເມືອງໄດ້ມີການບຸກເບີກເນື້ອທີ່ເພີ້ມຕື່ມ.
ປະກາດການຈັດຕັ້ງ ພາຍຫຼັງການໂຮມ ກະຊວງ ພບ ແລະ ກະຊວງ ອຄ

ປະກາດການຈັດຕັ້ງ ພາຍຫຼັງການໂຮມ ກະຊວງ ພບ ແລະ ກະຊວງ ອຄ

ພິທີປະກາດການຈັດຕັ້ງ ພາຍຫຼັງການໂຮມ ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ແລະ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ເຂົ້າກັນ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 18 ມິຖຸນາ ຜ່ານມາ ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ແລະ ປະທານອົງການກວດກາແຫ່ງລັດ ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ຜູ້ຊີ້ນໍາການໂຮມ ພບ ເຂົ້າກັບ ອຄ; ມີ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ພບ, ສະຫາຍ ມະໄລທອງ ກົມມະສິດ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ອຄ ພ້ອມດ້ວຍສະຫາຍຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຫຼາຍກິດຈະກໍາຈະຈັດຂຶ້ນສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ຫຼາຍກິດຈະກໍາຈະຈັດຂຶ້ນສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃກ້ຈະມາເຖິງນີ້. ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມຖະແຫຼງຂ່າວການກະກຽມສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນໃນວັນທີ 18 ມິຖຸນາຜ່ານມາ ທີ່ ສນຊ ໂດຍໃຫ້ກຽດຖະແຫຼງຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ, ມີທ່ານ ຄໍາໄຫຼ ສີປະເສີດ ຮອງປະທານຜູ້ປະຈໍາການ ສນຊ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ສື່ມວນຊົນເຂົ້າຮ່ວມ.
ພິທີປະກາດການຈັດຕັ້ງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ

ພິທີປະກາດການຈັດຕັ້ງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ

ພິທີປະກາດການຈັດຕັ້ງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 18 ມິຖຸນາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ໂດຍມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ເປັນປະທານ; ມີ ທ່ານ ນາງ ບຸນຄໍາ ວໍລະຈິດ ກໍາມະການສູນກາງພັກ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ (ອະດີດລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ), ທ່ານ ລິນຄຳ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ອະດີດລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້), ທ່ານ ຜາຄໍາ ອິນແສງ ຮອງຫົວໜ້າຫ້ອງວ່າການສູນກາງພັກ,​ ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ, ບັນດາທ່ານຮອງລັດຖະມົນຕີ, ຄະນະພັກ, ຄະນະນໍາ ພ້ອມດ້ວຍສະມາຊິກພັກ, ພະນັກງານຫຼັກແຫຼ່ງທັງໝົດຂອງກະຊວງກ່ຽວຂ້ອງເຂົ້າຮ່ວມ.
ຄຈສພ ປັບປຸງການຈັດຕັ້ງ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານພາຍໃນ

ຄຈສພ ປັບປຸງການຈັດຕັ້ງ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານພາຍໃນ

ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານພາຍໃນ ຄຈສພ ໄລຍະຜ່ານມາ ແລະ ປັບປຸງການຈັດຕັ້ງ ພາຍໃນສຳນັກງານຈຳນວນໜຶ່ງ ຂຶ້ນໃນວັນທີ 16 ມິຖຸນາຜ່ານມາ ຢູ່ທີ່ສະໂມສອນ ຄຈສພ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີຄະນະພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ທົ່ວສໍານັກງານ ຄຈສພ ເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງສິງ ເຊື່ອມຊຶມເອກກະສານ ແລະ ປັບປຸງການຈັດຕັ້ງ

ເມືອງສິງ ເຊື່ອມຊຶມເອກກະສານ ແລະ ປັບປຸງການຈັດຕັ້ງ

ໃນວັນທີ 18 ມິຖຸນານີ້, ເມືອງສິງ ແຂວງຫຼວງນໍ້າທາ ໄດ້ເຊື່ອມຊຶມເອກກະສານ ແລະ ປັບປຸງກົງຈັກການຈັດຕັ້ງ ຢູ່ທີ່ສະໂມສອນຂອງເມືອງ ໂດຍເປັນປະທານຂອງທ່ານ ບຸນທັນ ປອນວັນນາ ຮອງເລຂາພັກເມືອງ ປະທານກວດກາພັກ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ.
ເພີ່ມເຕີມ