ສະຖາບັນເລືອດຮັບເຄື່ອງບໍລິໂພກມູນຄ່າ 120 ລ້ານກີບ

ສະຖາບັນເລືອດຮັບເຄື່ອງບໍລິໂພກມູນຄ່າ 120 ລ້ານກີບ

ສະຖາບັນເລືອດຮັບເຄື່ອງບໍລິໂພກມູນຄ່າ 120 ລ້ານກີບ
ສະຖາບັນເລືອດແຫ່ງຊາດ ໄດ້ຮັບເຄື່ອງບໍລິໂພກ ມູນຄ່າ 120 ລ້ານກີບ, ເພື່ອນໍາໄປມອບໃຫ້ຜູ້ທີ່ບໍລິຈາກເລືອດ ໃນວັນຜູ້ບໍລິຈາກເລືອດໂລກ ທີ່ຈະຈັດຂຶ້ນໃນວັນທີ 12 ມິຖຸນານີ້ ທີ່ສູນການຄ້າໄອເຕັກມໍ ຊັ້ນ 5 ນະຄອນ ຫຼວງວຽງຈັນ.

 

ສະຖາບນເລອດຮບເຄອງບລໂພກມນຄາ 120 ລານກບ - image 1
 

ພິທີມອບ-ຮັບ ຈັດຂຶ້ນໃນວັນທີ 9 ມິຖຸນານີ້ ທີ່ສະຖາບັນເລືອດແຫ່ງຊາດ, ໃຫ້ກຽດມອບໂດຍ ທ່ານ ສິດທິໄຊ ເກດຕະວົງ ຄະນະອໍານວຍການບໍລິສັດເບຍລາວ, ຮັບໂດຍ ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ຈັນທະລາ ສຸກສາຄອນ ໃຫ້ສໍາພາດວ່າ: ໃນໂອກາດວັນຜູ້ບໍລິຈາກເລືອດໂລກ ທີ່ຈະເຖິງ, ຄະນະນໍາບໍລິສັດ ເບຍລາວ ໄດ້ນໍາເຄື່ອງບໍລິໂພກ ມອບໃຫ້ສະຖາບັນເລືອດແຫ່ງຊາດ ເພື່ອກຽມມອບຕໍ່ໃຫ້ກັບຜູ້ບໍລິຈາກເລືອດໂລກ 14 ມິຖຸນາ 2025 ຊຶ່ງປີນີ້ ຈະຈັດຂຶ້ນໃນວັນທີ 12 ມິຖຸນາ ທີ່ສູນການຄ້າ ລາວໄອເຕັກມໍ ຊັ້ນ 5 ເປັນການຮັບບໍລິຈາກເລືອດແບບເປີດກວ້າງ ຊຶ່ງໄດ້ເຊີນເອົາບັນດາທ່ານໃນນະຄອນຫຼວງວຽງຈັນ ຮັບບໍລິຈາກເລືອດໃນມື້ນັ້ນ. ຍ້ອນເຫັນໄດ້ຄວາມໝາຍສໍາຄັນ ຂອງວັນຜູ້ບໍລິຈາກເລືອດດັ່ງກ່າວ, ບໍລິສັດເບຍລາວຈຶ່ງໄດ້ຕອບສະ ໜອງເຄື່ອງບໍລິໂພກ, ບໍາລຸງສຸຂະພາບ ເປັນຕົ້ນແມ່ນ: ນໍ້າດື່ມ, ເຂົ້າໜົມ ແລະ ສະຕິງ ລວມມູນຄ່າທັງໝົດ 120 ລ້ານກີບ. ທ່ານ ຈັນທະລາ ສຸກສາຄອນ ກ່າວຕື່ມວ່າ: ໃນນາມສະຖາບັນເລືອດແຫ່ງຊາດ ຂໍຂອບໃຈມາຍັງການນໍາບໍລິສັດເບຍລາວ ທີ່ໄດ້ເຫັນຄວາມໝາຍສໍາຄັນ ຂອງວຽກງານປຸກລະດົມ ການບໍລິຈາກເລືອດ ເພື່ອຕອບສະໜອງຄວາມຕ້ອງການຄົນເຈັບ, ຂໍອວຍໄຊໃຫ້ພອນການນໍາຂອງບໍລິສັດເບຍລາວ ຕະຫຼອດຮອດພະນັກງານທຸກໆທ່ານ ຈົ່ງມີສຸຂະພາບແຂງແຮງ, ສໍາເລັດໃນການປະຕິບັດໜ້າທີ່ວຽກງານ. ສະນັ້ນ ຈຶ່ງຂໍເຊີນຊວນທຸກໆທ່ານ ຮ່ວມບໍລິຈາກເລືອດໃນວັນດັ່ງກ່າວ. ໃນແຕ່ລະວັນ ຄົນເຈັບແມ່ນມີຄວາມຕ້ອງການເລືອດຫຼາຍ ແຕ່ການສະໜອງເລືອດຂອງສັງຄົມ ຍັງບໍ່ພຽງພໍເທື່ອ ຂໍເຊີນຊວນບັນດາທ່ານ ທີ່ມີອາຍຸແຕ່ 17 ປີຂຶ້ນໄປ, ນໍ້າໜັກ 45 ກິໂລຂຶ້ນໄປ, ເພດຍິງ, ເພດຊາຍ ທີ່ມີສຸຂະພາບແຂງແຮງດີ ກໍສາມາດເຂົ້າໄປບໍລິຈາກເລືອດໄດ້ເລີຍ.

(ຂ່າວ; ພາບ: ແສງຈັນ, ສໍານານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສປສສ ທົບທວນການເຄື່ອນໄຫວວຽກງານກໍ່ສ້າງພັກ-ພະນັກງານ

ສປສສ ທົບທວນການເຄື່ອນໄຫວວຽກງານກໍ່ສ້າງພັກ-ພະນັກງານ

ກອງປະຊຸມວຽກງານກໍ່ສ້າງພັກ-ພະນັກງານແລະປັບປຸງກົງຈັກການຈັດຕັ້ງຂອງສານປະຊາຊົນສູງສຸດປະຈໍາປີ 2024 ແລະທິດທາງແຜນການປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 10ມິຖຸນານີ້,ທີ່ສານປະຊາຊົນສູງສຸດ(ສປສສ)ໃຫ້ກຽດເຂົ້າຮ່ວມຂອງສະຫາຍນາງວຽງທອງສີພັນດອນຄະນະເລຂາທິການສູນກາງພັກເລຂາຄະນະບໍລິຫານງານພັກປະທານສານປະຊາຊົນສູງສຸດ,ມີກໍາມະການຄະນະບໍລິຫານງານພັກ, ຫົວໜ້າກົມ-ຮອງກົມພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ຮອງນາຍົກລັດຖະມົນຕີໂອ້ລົມພະນັກງານຫຼັກແຫຼ່ງເມືອງຄູນ ແລະ ເມືອງຜາໄຊ

ຮອງນາຍົກລັດຖະມົນຕີໂອ້ລົມພະນັກງານຫຼັກແຫຼ່ງເມືອງຄູນ ແລະ ເມືອງຜາໄຊ

ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍການນຳຈາກສູນກາງ ແລະ ແຂວງ ເຄືອນໄຫວຢ້ຽມຢາມ ພະນັກງານຫຼັກແຫຼ່ງເມືອງຄູນ ແລະ ເມືອງຜາໄຊ ໃນວັນທີ 10 ມິຖຸນານີ້. ທ່ານ ຄຳຫຼ້າ ສີດວງໄຊ ເລຂາພັກເມືອງ ເຈົ້າເມືອງໆຄູນໄດ້ລາຍງານກນພັດທະນາເສດຖະກິດ-ສັງຄົມຂອງເມືອງ, ການແກ້ໄຂຄວາມທຸກຍາກ, ການຫັນລົງກໍ່ສ້າງຮາກຖານການເມືອງ, ຜົນສຳເລັດໃນການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຊຶ່ງໄດ້ຍົກໃຫ້ເຫັນທາງດ້ານ ເສດຖະກິດຂະຫຍາຍຕົວສະເລ່ຍໃນລະດັບ 4.7%/ປີ. ສະເລ່ຍລາຍຮັບຕໍ່ຫົວຄົນປະຕິບັດໄດ້ 16,547,000 ກີບ/ຄົນ/ປີ.
ມອບ-ຮັບໂຄງການສ້າງຕັ້ງລະບົບພະຍາກອນ ແລະ ເຕືອນໄພນໍ້າຖ້ວມຢູ່ເຂດອ່າງນໍ້າເຊບັ້ງຫຽງ

ມອບ-ຮັບໂຄງການສ້າງຕັ້ງລະບົບພະຍາກອນ ແລະ ເຕືອນໄພນໍ້າຖ້ວມຢູ່ເຂດອ່າງນໍ້າເຊບັ້ງຫຽງ

ພິທີມອບ-ຮັບ ແລະ ປິດໂຄງການສ້າງຕັ້ງລະບົບພະຍາກອນ ແລະ ເຕືອນໄພນໍ້າຖ້ວມເຂົ້າໃນການປັບຕົວຕໍ່ກັບການປ່ຽນແປງສະພາບພູມອາກາດຢູ່ເຂດອ່າງນໍ້າເຊບັ້ງຫຽງ ໃຫ້ແຂວງສະຫວັນນະເຂດ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນານີ້ ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະ ຊາດ ແລະ ສ່ິງແວດລ້ອມ (ຊສ) ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນນະເຂດ, ມີທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງ ຊສ.
ສ້າງຄວາມເຂັ້ມແຂງວຽກງານການເງິນໃຫ້ ອົງການໄອຍະການປະຊາຊົນ 4 ແຂວງພາກເໜືອ

ສ້າງຄວາມເຂັ້ມແຂງວຽກງານການເງິນໃຫ້ ອົງການໄອຍະການປະຊາຊົນ 4 ແຂວງພາກເໜືອ

ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດຊຸດຝືກອົບຮົມສ້າງຄວາມເຂັ້ມແຂງວຽກງານການເງິນໃຫ້ແກ່ອົງການໄອຍະການປະຊາຊົນ 4 ແຂວງພາກເໜືອຂຶ້ນ ໃນວັນທີ 10 ມິຖຸນານີ້ ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນແຂວງຜົ້ງສາລີ, ໂດຍການເປັນປະທານຮ່ວມຂອງທ່ານ ຄຳໄຊ ສູນວີເລີດ ຫົວໜ້າອົງການໄອຍະການປະຊາຊົນແຂວງຜົ້ງສາລີ, ທ່ານ ວີສອນທອງ ແກ້ວວີໄລວັນ ຮອງກົມການເງິນ ອົງການໄອຍະການປະຊາຊົນສູງສຸດ.
ສູນກາງແນວລາວສ້າງຊາດ ແລະ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດກິດຈະກຳປູກຕົ້ນໄມ້

ສູນກາງແນວລາວສ້າງຊາດ ແລະ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດກິດຈະກຳປູກຕົ້ນໄມ້

ວັນທີ 9 ມິຖຸນາ ຜ່ານມາ, ສູນກາງແນວລາວສ້າງຊາດ ແລະ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ກະຊວງປ້ອງກັນປະເທດ ໄດ້ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ໂດຍການເຂົ້າຮ່ວມ ຂອງທ່ານ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈໍາການ, ທ່ານ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ທ່ານ ນາງ ວິໄລວອນ ຈັນທະລາຕີ ກຳມະການພັກນະຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງໄຊເສດຖາ, ພ້ອມດ້ວຍພະນັກງານ-ນັກຮົບ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ສຳເລັດການປັບປຸງ ແລະ ສ້ອມແປງເສັ້ນທາງ 13 ໃຕ້

ສຳເລັດການປັບປຸງ ແລະ ສ້ອມແປງເສັ້ນທາງ 13 ໃຕ້

ໂດຍ: ບຸນອູ້ມ ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ໂດຍເລີ່ມແຕ່ກິໂລແມັດທີ 71 ຫາ ກິໂລແມັດທີ 346 ມີລວງຍາວ 275 ກິໂລແມັດ ເລີ່ມກໍ່ສ້າງໃນປີ 2021 ມາຮອດປັດຈຸບັນການກໍ່ສ້າງ ແລະ ປັບປຸງສໍາເລັດ 100% ອຳນວຍຄວາມສະດວກໃນການຄົມມະນາຄົມຂອງປະຊາຊົນໄດ້ເປັນຢ່າງດີ.
ຄໍາມ່ວນ ຫວນຄືນວັນຜ່າວົງປິດລ້ອມຂອງກອງພັນທີ 2 ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາ

ຄໍາມ່ວນ ຫວນຄືນວັນຜ່າວົງປິດລ້ອມຂອງກອງພັນທີ 2 ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາ

ແຂວງຄໍາມ່ວນ ຈັດພິທີປາຖະກະຖາວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ (18/5/1959-18/5/2025) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ (24/5/1960-24/5/2025) ຂຶ້ນໃນວັນທີ 10 ມິຖຸນານີ້ ທີ່ສະໂມສອນຫຼັກ 4 ໂດຍການປະຖະກະຖາຂອງ ທ່ານ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດຊາວ.
ເຜີຍແຜ່ ບັນດານິຕິກຳຂອງສູນກາງພັກ ແລະ ຄຳສັ່ງຂອງຄະນະປະຈຳພັກແຂວງ

ເຜີຍແຜ່ ບັນດານິຕິກຳຂອງສູນກາງພັກ ແລະ ຄຳສັ່ງຂອງຄະນະປະຈຳພັກແຂວງ

ໃນວັນທີ 9 ມິຖຸນາຜ່ານມານ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຄຳສັ່ງຂອງຄະນະປະຈຳພັກແຂວງສະຫວັນນະເຂດ ແລະ ບັນດານິຕິກຳຂອງສູນກາງພັກ, ແນະນຳກ່ຽວກັບພາລະບົດບາດ, ສິດ, ໜ້າທີ່, ແບບແຜນວິທີເຮັດວຽກຂອງເລຂາພັກເມືອງ, ຮອງເລຂາພັກເມືອງ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານຂອງສະຫາຍບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ ເຂົ້າຮ່ວມ.
ກະຊວງປ້ອງກັນປະເທດປະກາດເລື່ອນຊັ້ນນາຍທະຫານຂັ້ນສູງ ແລະ ແຕ່ງຕັ້ງໜ້າທີ່ໃໝ່

ກະຊວງປ້ອງກັນປະເທດປະກາດເລື່ອນຊັ້ນນາຍທະຫານຂັ້ນສູງ ແລະ ແຕ່ງຕັ້ງໜ້າທີ່ໃໝ່

ພິທີປະກາດການເລື່ອນຊັ້ນນາຍທະຫານຂັ້ນສູງ ແລະ ແຕ່ງຕັ້ງໜ້າທີ່ໃໝ່ໄດ້ຈັດຂຶ້ນໃນວັນທີ 9 ມິຖຸນາຜ່ານມາ ທີ່ກະຊວງປ້ອງກັນປະເທດໂດຍການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳກະຊວງ, ບັນດາກົມໃຫຍ່ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດ ໄຟຟ້າຫົງສາ ຈຳກັດ ມອບທຶນພັດທະນາເສດຖະກິດສັງຄົມເມືອງຊຽງຮ່ອນ

ບໍລິສັດ ໄຟຟ້າຫົງສາ ຈຳກັດ ມອບທຶນພັດທະນາເສດຖະກິດສັງຄົມເມືອງຊຽງຮ່ອນ

ໃນວັນທີ 7 ມິຖຸນາຜ່ານມານີ້, ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີ ມອບ-ຮັບທຶນພັດທະນາເສດຖະກິດສັງຄົມ ຈາກບໍລິສັດ ໄຟຟ້າຫົງສາ ຈຳກັດ ໂດຍມີທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ, ທ່ານ ຍຸດທະນາ ຈູນພັນທອງ ຜູ້ອຳນວຍການສາຍງານກິດຈະການອົງກອນ ບໍລິສັດ ໄຟຟ້າຫົງສາ ຈຳກັດ.
ເພີ່ມເຕີມ