ສະຖານທູດຈີນ ແລະ ອົງການຈັດຕັ້ງສາກົນຢ້ຽມຢາມທັດສະນະສຶກສາເສັ້ນທາງລົດໄຟລາວ-ຈີນ

ສະຖານທູດຈີນ ແລະ ອົງການຈັດຕັ້ງສາກົນຢ້ຽມຢາມທັດສະນະສຶກສາເສັ້ນທາງລົດໄຟລາວ-ຈີນ
ສະຖານທູດຈີນຮ່ວມກັບອົງການສະຫະປະຊາຊາດແລະອົງການຈັດຕັ້ງສາກົນ ໄດ້ລົງຢ້ຽມຢາມ ແລະທັດສະນະສຶກສາຢູ່ເສັ້ນທາງລົດໄຟລາວ-ຈີນ ໃນວັນທີ 30 ພຶດສະພາ 2025 ໂດຍໄດ້ເດີນທາງຈາກສະຖານີນະຄອນຫຼວງວຽງຈັນ ຮອດສະຖານີຫຼວງພະບາງ ຊຶ່ງນໍາໂດຍ ທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນ ປະຈໍາລາວ, ອົງການປະສານງານສະຫະປະຊາຊາດ (UNRCO); ທ່ານ Bakhodir Burkhanov ຜູ້ປະສານງານສະຫະປະຊາຊາດ ປະຈໍາ ລາວ, ແລະມີບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ UNFPA, ILO, WHO, UNICEP ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຂະບວນຢ້ຽມຢາມດັ່ງກ່າວ ໄດ້ນັ່ງສໍາຜັດກັບລົດໄຟ EMU ຂະບວນລົດໄຟລ້ານຊ້າງຊັ້ນສອງ,

ຊັ້ນທຸລະກິດ ແລະຂະບວນລົດໄຟທໍາມະດໍາ ຊຶ່ງໄດລົງຢ້ຽມຍາມສູນບໍາລຸງຮັກສາ ແລະສະຖານີຂົນສົ່ງສິນຄ້າຢູ່ສະຖານນີວັງວຽງ ແລະສະຖານີຫຼວງພະບາງ.

ສະຖານທດຈນ ແລະ ອງການຈດຕງສາກນຢຽມຢາມທດສະນະສກສາເສນທາງລດໄຟລາວ-ຈນ - image 1
 

ທ່ານ Bakhodir Burkhanov ໄດ້ກ່າວວ່າ: ບັນດາຜູ້ຕາງໜ້າ ອົງການສາກົນທີ່ເຂົ້າ ຮ່ວມໃນຄັ້ງນີ້ ແລະຂ້າພະເຈົ້າຮູ້ສຶກດີໃຈ ແລະປະທັບໃຈຕໍ່ການບໍລິການທີ່ມີຄວາມ ປອດໄພສູງຂອງທາງລົດໄຟລາວ-ຈີນ ທີ່ມີພະນັກງານບໍາລຸງຮັກສາທີ່ເຮັດວຽກທັງເວັນ ແລະຄືນ, ທ່ານຍັງກ່າວອີກວ່າ: ເສັ້ນທາງລົດໄຟລາວ-ຈີນແມ່ນສອດຄ່ອງກັບເປົ້າໝາຍ

ການພັດທະນາຍືນຍົງຂອງສະຫະປະຊາຊາດ ແລະຍຸດທະສາດຂອງລາວ ຊຶ່ງມັນໄດ້ສ້າງ ເງື່ອນໄຂອໍານວຍຄວາມສະດວກຫຼາຍຢ່າງໃຫ້ກັບປະຊາຊົນລາວ ໃຫ້ນັບມື້ມີຄວາມຈະເລີນກ້າວໜ້າ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮອງປະທານປະເທດເນັ້ນ 7 ບັນຫາເພື່ອໃຫ້ວຽກງານຜູ້ພິພາກສາ  ມີການຫັນປ່ຽນຢ່າງຕັ້ງໜ້າ

ຮອງປະທານປະເທດເນັ້ນ 7 ບັນຫາເພື່ອໃຫ້ວຽກງານຜູ້ພິພາກສາ ມີການຫັນປ່ຽນຢ່າງຕັ້ງໜ້າ

ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ພິ ພາກສາທົ່ວປະເທດ ຄັ້ງທີ XII ໃນວັນທີ 16 ກໍລະກົດນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ (ສປສສ), ມີບັນດາຮອງປະທານ ສປສສ, ປະທານສານປະຊາຊົນພາກ, ແຂວງ-ນະຄອນຫຼວງ ພ້ອມດ້ວຍບັນດາຜູ້ພິພາກສາໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
ຈໍາປາສັກ ວາງ 5 ມາດຕະການໃນການຈັດຕັ້ງປະຕິບັດວຽກຈຸດສຸມ 6 ເດືອນທ້າຍປີ

ຈໍາປາສັກ ວາງ 5 ມາດຕະການໃນການຈັດຕັ້ງປະຕິບັດວຽກຈຸດສຸມ 6 ເດືອນທ້າຍປີ

ທ່ານ ປອ. ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈໍາປາສັກ ຊຸດທີ II ໂດຍສັງເຂບ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ ປະຈໍາ 6 ເດືອນທ້າຍປີ 2025 ຂອງແຂວງຈໍາປາສັກ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະຂອງແຂວງ ຕາມເນື້ອໃນວາລະແຫ່ງຊາດ ໂດຍສະເພາະການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຢູ່ແຂວງຈໍາປາສັກ
ເຄື່ອງຫັດຖະກຳລາວ ໄດ້ຮັບຄວາມນິຍົມຈາກສັງຄົມເປັນຢ່າງດີ

ເຄື່ອງຫັດຖະກຳລາວ ໄດ້ຮັບຄວາມນິຍົມຈາກສັງຄົມເປັນຢ່າງດີ

ປັດຈຸບັນເຄື່ອງຫັດຖະກຳລາວ ເປັນໜຶ່ງໃນຜະລິດຕະພັນທີ່ໄດ້ຮັບຄວາມນິຍົມຈາກສັງຄົມເປັນຢ່າງດີ, ທ່ານນາງ ຈັນທາ ຫຼວງລາດ ເຈົ້າຂອງຮ້ານເຄື່ອງຫັດຖະກຳພຸດທະວົງ ຫຼວງລາດ ຕັ້ງຢູ່ບ້ານໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນຜູ້ໜຶ່ງທີ່ມີຄວາມມັກ-ຮັກໃນຜະລິດຕະພັນຫັດຖະກຳ ແລະ ໄດ້ນໍາເອົາຜະລິດຕະພັນດັ່ງກ່າວມາວາງຂາຍ ເພື່ອເຜີຍແຜ່ສີໄມ້ລາຍມືຫັດຖະກຳທີ່ສວຍງາມ ແລະ ປານີດຂອງຄົນລາວສູ່ສາຍຕາສັງຄົມໄດ້ຊົມໃຊ້.
ເມືອງເລົ່າງາມ ສະຫຼອງວັນປ່ອຍປາ ແລະ ວັນອະນຸລັກສັດນໍ້າແຫ່ງຊາດ

ເມືອງເລົ່າງາມ ສະຫຼອງວັນປ່ອຍປາ ແລະ ວັນອະນຸລັກສັດນໍ້າແຫ່ງຊາດ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນປ່ອຍປາ ແລະ ວັນອະນຸລັກສັດນ້ຳແຫ່ງຊາດ (13 ກໍລະກົດ) ປະຈຳປີ 2025 ນີ້, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງເລົ່າງາມ ແຂວງສາລະວັນ ໄດ້ຈັດພິທີປ່ອຍປາ ທີ່ວັງສະຫງວນ ບ້ານຄຽງຕັງແລ ໂດຍການເຂົ້າຮ່ວມຂອງທ່ານ ເພັດພະຈັນ ພິມທິສານ ຮອງເລຂາພັກເມືອງ ປະທານຄະນະກຳມະການ ອົງການປົກຄອງເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຊກອງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ ໝົດປີ ໃຫ້ບັນລຸ 6.2%

ເຊກອງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ ໝົດປີ ໃຫ້ບັນລຸ 6.2%

ໃນໄລຍະ 6 ເດືອນ ຕົ້ນປີ 2025, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງເຊກອງ ເຫັນວ່າ ມີຜົນສໍາເລັດຕາມລະດັບຄາດໝາຍ ແລະ ອັດຕາການເຕີບໂຕທາງດ້ານເສດຖະກິດມະຫາພາກ ມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ຊາວເມືອງຈຳປາສັກພົບພະພຸດທະຮູບເກົ່າແກ່ຈຳນວນຫຼາຍ.

ຊາວເມືອງຈຳປາສັກພົບພະພຸດທະຮູບເກົ່າແກ່ຈຳນວນຫຼາຍ.

ໃນວັນທີ 14ກໍລະກົດຜ່ານມາ, ພະນັກງານ-ກຳມະກອນ ແລະ ຊາວບ້ານທີ່ເຮັດວຽກໂຄງການປະຕິສັງຂອນຫໍໄຕວັດບ້ານເມືອງກາງເມືອງຈຳປາສັກ ແຂວງຈໍາປາສັກໄດ້ພົບເຫັນພະພຸດທະຮູບເກົ່າແກ່ ຈຳນວນ 70 ອົງ ຊຶ່ງພົບເຫັນໃນຂະນະທີ່ທຳການຂຸດຂຸມເພື່ອກຽມເທຄານສ້ອມແປງໂຄງສ້າງອາຄານຫໍໄຕເບື້ອງຕາເວັນຕົກ,ພະພຸດທະຮູບດັ່ງກ່າວແມ່ນບັນຈຸໃນໄຫ 1 ໜ່ວຍ.ຝັງເລິກຈາກໜ້າດິນປະມານ 45 ຊັງຕີແມັດ.
ເມືອງໄຊ ຕິດຕັ້ງລະບົບກ້ອງວົງຈອນປິດສາທາລະນະສຳເລັດ 100%

ເມືອງໄຊ ຕິດຕັ້ງລະບົບກ້ອງວົງຈອນປິດສາທາລະນະສຳເລັດ 100%

ໃນວັນທີ່ 14 ກໍລະກົດຜ່ານມາ ທີ່ຫ້ອງປະຊຸມອົງການພັດທະນາ ແລະ ບໍລິຫານຕົວເມືອງ (ອພບຕ) ແຂວງອຸດົມໄຊໄດ້ຈັດກອງປະຊຸມ ພ້ອມທັງລົງກວດກາໂຄງການຕິດຕັ້ງລະບົບກ້ອງວົງຈອນປິດ ສາທາລະນະ ໃນເທດສະບານ ເມືອງໄຊ ແຂວງອຸດົມໄຊ ຊຶ່ງໂຄງການໄດ້ດຳເນີນການຕິດຕັ້ງ ສຳເລັດ 100% ຕາມແຜນການທີ່ວາງໄວ້, ໂດຍມີ ທ່ານ ສຸດໃຈ ສຸດແສງເດືອນ ຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງ ແຂວງ, ມີຄະນະກຳມະການ, ບໍລິສັດຜູ້ຮັບເໝົາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໄລຍະ 1 ເດືອນຜ່ານມາເມືອງພີນ ສາມາດຍຶດໄມ້ເຖື່ອນໄດ້ປະມານ 700 ແມັດກ້ອນ.

ໃນໄລຍະ 1 ເດືອນຜ່ານມາເມືອງພີນ ສາມາດຍຶດໄມ້ເຖື່ອນໄດ້ປະມານ 700 ແມັດກ້ອນ.

ພາຍຫຼັງສຳເລັດກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກເມືອງພີນ ແຂວງສະຫວັນນະເຂດ,ຄະນະບໍລິຫານງານພັກເມືອງຊຸດໃໝ່, ພາຍໃຕ້ການນຳພາຂອງສະຫາຍ ພູລັດຕະນະ ພົມມະຫາໄຊ ເລຂາພັກເມືອງກໍໄດ້ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນເມືອງ,ໂດຍສະເພາະແມ່ນການປະຕິບັດຕາມຄຳສັ່ງເລກທີ 15/ນຍ,ຄຳສັ່ງເລກທີ11/ນຍ,ປະຕິບັດຄຳສັ່ງຂອງຄະນະປະຈຳພັກແຂວງສະຫວັນນະເຂດ ເລກທີ 2151/ຄປພຂ ວ່າດ້ວຍການແກ້ໄຂປະກົດການຫຍໍ້ໃນສັງຄົມ.
ເຜີຍແຜ່ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ວຽກງານແຈ້ງຊັບສິນ

ເຜີຍແຜ່ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ວຽກງານແຈ້ງຊັບສິນ

ກົມກວດກາ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ວຽກງານແຈ້ງຊັບສິນຂຶ້ນໃນວັນທີ 15 ກໍລະກົດນີ້ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ຄຳເພົ້າ ວັນນະວົງ ຮອງປະທານກວດກາພັກກະຊວງ ຫົວໜ້າກົມກວດກາກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີສະຫາຍ ເທບພະໄທ ພັນກ້າ ຮັກສາການຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສໍາມະນາເນື້ອໃນປຶ້ມ “ການເຕີບໃຫຍ່ຂະຫຍາຍຕົວຂອງອົງຄະນະພັກ ນະຄອນຫຼວງວຽງຈັນ”

ສໍາມະນາເນື້ອໃນປຶ້ມ “ການເຕີບໃຫຍ່ຂະຫຍາຍຕົວຂອງອົງຄະນະພັກ ນະຄອນຫຼວງວຽງຈັນ”

ຄະນະຮັບຜິດຊອບ, ຄະນະບັນນາທິການ ແລະ ກອງເລຂາຊ່ວຍວຽກຂຽນປຶ້ມ ຂັ້ນນະຄອນຫຼວງວຽງຈັນ(ນວ) ໄດ້ຈັດກອງປະຊຸມສໍາມະນາເນື້ອໃນປຶ້ມ “ການເຕີບໃຫຍ່ຂະຫຍາຍຕົວຂອງອົງຄະນະພັກ ນະຄອນຫຼວງວຽງຈັນ” ນັບແຕ່ປີ 1950 ເຖິງປີ 2020 ຂຶ້ນໃນວັນທີ 15 ກໍລະກົດນີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ. ໂດຍການເປັນປະທານ ຂອງສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ.
ເພີ່ມເຕີມ