ສະຫວັນນະເຂດ ໂຮມຊຸມນຸມສະຫຼອງສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ສະຫວັນນະເຂດ ໂຮມຊຸມນຸມສະຫຼອງສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ສະຫວັນນະເຂດ ໂຮມຊຸມນຸມສະຫຼອງສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ
ແຂວງສະຫວັນນະເຂດ ໄດ້ຈັດພິທີໂຮມຊຸມນຸມເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃນຕອນເຊົ້າວັນທີ 13 ສິງຫານີ້ ທີ່ຫໍວັດທະນະທໍາໄກສອນພົມວິຫານ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະກົງສຸນໃຫຍ່ຫວຽດນາມປະຈໍາແຂວງ, ຄະນະກົງສຸນໃຫຍ່ຣາຊະອານາຈັກໄທປະຈໍາແຂວງ, ມີແຂກຖືກເຂີນຈາກສູນກາງ ແລະ ພາຍໃນແຂວງ ເຂົ້າຮ່ວມ.
ສະຫວນນະເຂດ ໂຮມຊມນມສະຫອງສາງຕງແນວລາວສາງຊາດ ຄບຮອບ 75 ປ - image 1
 

ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ. ຈາກນັ້ນ, ໄດ້ເຂົ້າສູ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີຜ່ານການຖ່າຍທອດສົດຈາກສູນກາງແນວລາວສ້າງຊາດ ໂດຍໄດ້ຮັບຟັງການປາໄສເຖິງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດ. ໃນນີ້, ຜົນງານພົ້ນເດັ່ນຂອງແນວລາວສ້າງຊາດໃນແຕ່ລະໄລຍະປະກອບມີຄື: ໄລຍະແນວລາວອິດສະຫຼະແຕ່ປີ 1950 ຫາ 1956 ແນວລາວອິດສະຫຼະໄດ້ປະຕິບັດບົດບາດອອກໜ້າແທນພັກໃນການເຕົ້າໂຮມກ້ອນກໍາລັງສໍາພັນທະພາບ ລະຫວ່າງຊົນຊັ້ນກຳມະກອນ-ຊາວກະສິກອນ ແລະ ບັນດາກຳລັງການເມືອງ, ການຈັດຕັ້ງສັງຄົມຕ່າງໆ, ໄດ້ອອກແຮງເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວຜູ້ຮັກຊາດ ແລະ ສຳພັນພິເສດກັບກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ; ສໍາພັນ 3 ຊາດອິນດູຈີນ; ເຮັດສຳເລັດພາລະກຳປະຫວັດສາດອັນສະຫງ່າອົງອາດຄື: ປົດປ່ອຍຊາດອອກຈາກແອກປົກຄອງລ່າເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ພວກເຂົາຕ້ອງເຊັນສັນຍາເຊີແນວ 1954 ຍອມຮັບຮູ້ເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ, ເຮັດໃຫ້ຊື່ສຽງ ແລະ ບົດບາດຂອງລາວ ພົ້ນເດັ່ນຂຶ້ນໃນເວທີການເມືອງຂອງໂລກ; ກໍາລັງປະຕິວັດໄດ້ມີ 2 ແຂວງເຕົ້າໂຮມ ຄື: ຜົ້ງສາລີ ແລະ ຫົວພັນ ພ້ອມທັງມີຖານະຖືກຕ້ອງຕາມກົດໝາຍ.

ສະຫວນນະເຂດ ໂຮມຊມນມສະຫອງສາງຕງແນວລາວສາງຊາດ ຄບຮອບ 75 ປ - image 2
 

ຜົນງານພົ້ນເດັ່ນໄລຍະແນວລາວຮັກຊາດ ປີ 1956-1979 ໂດຍເຕົ້າໂຮມທຸກກຳລັງຮັກຊາດ, ຜູ້ຊົງຄຸນວຸດທິ, ຜູ້ມີທ່າອ່ຽງຮັກສັນຕິພາບ ແລະ ກ້າວໜ້າໃນເຂດສັດຕູ, ຈັດຕັ້ງກອງປະຊຸມປະສົມການເມືອງລະຫວ່າງ ແນວລາວຮັກຊາດ ກັບກຳລັງເປັນກາງຮັກຊາດ ຄັ້ງວັນທີ 13 ຕຸລາ 1965 ຢູ່ແຂວງຫົວພັນ ເພື່ອຕີເອົາໄຊຊະນະສັດຕູໃນທຸກໆບັ້ນຮົບ ທັງບັ້ນຮົບນ້ອຍ-ໃຫຍ່ຢ່າງມີໄຊ. ປຸກລະດົມຂະບວນການມະຫາຊົນເຂົ້າລວມລາວ ຄັ້ງທີ 3, ປະຕິບັດສັນຍາ-ອະນຸສັນຍາ ວຽງຈັນ ວັນທີ 21 ກຸມພາ 1973; ລຸກຮື້ຂຶ້ນຢຶດອໍານາດການປົກຄອງທົ່ວປະເທດ ວັນທີ 23 ສິງຫາ 1975 “ແບບບົວບໍ່ຊໍ້ານໍ້າບໍ່ຂຸ້ນ”; ສະຖາປະນາ ສປປ ລາວ ວັນທີ 2 ທັນວາ 1975.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ພັກໄດ້ເຄື່ອນໄຫວເປີດເຜີຍ, ມີອົງການລັດເຮັດບົດບາດບໍລິຫານຄຸ້ມຄອງ. ແນວລາວຮັກຊາດໄດ້ຍົກສູງບົດບາດໃນການເຕົ້າໂຮມກ້ອນກຳລັງສາມັກຄີປອງດອງທົ່ວປວງຊົນ, ໂຄສະນາ-ສຶກສາອົບຮົມປະຊາຊົນຢ່າງກວ້າງຂວາງ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປຸກລະດົມປະຊາຊົນບັນດາເຜົ່າປະຕິບັດແຜນນະໂຍບາຍ ຮຳບາດແຜສົງຄາມ. ຈາກຜົນຮ້າຍຂອງສົງຄາມຮຸກຮານທີ່ຢຶດເຍື້ອຍາວນານຂອງລະບອບເກົ່າ; ໄດ້ດັດສ້າງ ແລະ ກໍ່ສ້າງການຜະລິດໃໝ່, ກໍ່ສ້າງທັງຮາກຖານເສດຖະກິດ, ປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈ ແລະວັດທະນະທຳໃໝ່. ໄລຍະປີ 1979-1993 ພັກໄດ້ນໍາພາແນວລາວຮັກຊາດ ດໍາເນີນກອງປະຊຸມໃຫຍ່ ແລະ ໄດ້ປ່ຽນຊື່ ຈາກແນວລາວຮັກຊາດ ມາເປັນແນວລາວສ້າງຊາດຈົນເຖິງປະຈຸບັນ.

ສະຫວນນະເຂດ ໂຮມຊມນມສະຫອງສາງຕງແນວລາວສາງຊາດ ຄບຮອບ 75 ປ - image 3
 

ສໍາລັບຜົນງານພົ້ນເດັ່ນໄລຍະ 2020-2025 ເປັນໄລຍະທີ່ສະພາບສາກົນ, ພາກພື້ນມີຄວາມສັບສົນ ແລະ ພາຍໃນປະເທດມີຄວາມຫຍຸ້ງຍາກດ້ານເສດຖະກິດ, ການເງິນ, ເງິນຕາ, ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ປະສົບກັບໄພພິບັດທຳມະຊາດຢ່າງໜັກໜ່ວງ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າ. ແຕ່ພາຍໃຕ້ການນໍາພາຂອງພັກ, ລັດຖະບານ, ແນວລາວສ້າງຊາດ, ຄະນະພັກ-ອົງການ ປົກຄອງແຕ່ລະຂັ້ນຍັງຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ໂດຍມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ 11 ໄດ້ກຳນົດ 4 ການຫັນປ່ຽນ ໃນວຽກງານແນວໂຮມ.

ເວົ້າໄດ້ວ່າ: ແນວລາວສ້າງຊາດເປັນສ່ວນປະກອບສໍາຄັນທີ່ຕັດແຍກບໍ່ໄດ້ໃນລະບົບການເມືອງ ປະຊາທິປະໄຕ ປະຊາຊົນ ທີ່ມີພັກປະຊາຊົນປະຕິວັດລາວ ເປັນແກ່ນນໍາ; ວຽກງານແນວໂຮມໃນໄລຍະ ໃໝ່ ແມ່ນເສີມສ້າງມະຫາສາມັກຄີປວງຊົນລາວ, ແມ່ນການເຕົ້າໂຮມກຳລັງແຮງທົ່ວສັງຄົມ ແລະ ວຽກງານແນວໂຮມແມ່ນຄວາມຮັບຜິດຊອບ ໂດຍກົງຂອງພັກ ແລະ ລັດ ກໍຄືແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ, ຊຶ່ງພັກເປັນຄັນທຸງ, ເປັນແກ່ນກາງຂອງວຽກງານແນວໂຮມ ແລະ ແນວລາວສ້າງຊາດເປັນອົງການສໍາຄັນທາງການເມືອງ-ສັງຄົມ, ເປັນອົງການຫຼັກແຫຼ່ງ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີປະຊາຊົນທຸກຊັ້ນຄົນ, ຊົນເຜົ່າ, ເພດໄວ, ສາສະໜາ, ພີ່ນ້ອງລາວຢູ່ຕ່າງປະເທດ ຊ່ວຍພັກ ແລະ ລັດໃນແຕ່ລະຂັ້ນ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ