ສະຫວັນນະເຂດ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ 

ສະຫວັນນະເຂດ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ 
ພະແນກການເງິນປະຈຳແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ ຢູ່ພາສີປະຈຳແຂວງ ຂຶ້ນໃນວັນທີ 3 ເມສາຜ່ນມາ ທີ່ສະໂມສອນຂອງຫ້ອງວ່າການປົກຄອງແຂວງ, ໂດຍການເຂົ້າຮ່ວມຂອງທ່ານ ບຸນປອນ ມະນີຈິດ ຮອງລັດຖະມົນຕີກະຊວງການເງິນ, ມີບັນດາພະນັກງານຫຼັກແຫຼ່ງພາຍໃນພະແນກການເງິນແຂວງ, ພາສີປະຈຳ ແລະ ອາກອນແຂວງ, ພະແນກການກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມ.
    ໃນພິທີ, ຄະນະຈາກກົມຈັດຕັ້ງພະນັກງານ ກະຊວງການເງິນໄດ້ຜ່ານຂໍ້ຕົກລົງຂອງທ່ານ ລັດຖະມົນຕີກະຊວງການເງິນ ສະບັບເລກທີ 1014/ກງ, ລົງວັນທີ 22 ມີນາ 2024 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ ຢູ່ພາສີປະຈຳແຂວງສະຫວັນນະເຂດ. ໃນນີ້, ໄດ້ຕົກລົງຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຄຳຂັນ ຕານລະມະນີ ຫົວໜ້າດ່ານພາສີສາກົນແດນສະຫວັນ ເປັນຮອງຫົວໜ້າພາສີປະຈຳແຂວງສະຫວັນນະເຂດ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຂວັນໄຊຊະນະ ຟອງສະໝຸດ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 2  ເປັນຮອງຫົວໜ້າພາສີປະຈຳແຂວງສະຫວັນນະເຂດ, ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ນາງ ອິນທະຫວາ ສາທຸພັນ ຮອງຫົວໜ້າດ່ານພາສີ ຂົວມິດຕະພາບ 2 ເປັນຫົວໜ້າຂະແໜງສັງລວມ, ແຕ່ງຕັ້ງ ທ່ານ ນາງ ດາລາວັນ ໄຊຍະແສງ ພະນັກງານວິຊາການ ເປັນຮອງຫົວໜ້າຂະແໜງສັງລວມ, ແຕ່ງຕັ້ງ ທ່ານ ເທພະລັກ ແສງລັດ ຮອງຫົວໜ້າຂະ   ແໜງສັງລວມ ເປັນຫົວໜ້າຂະແໜງກວດກາ ແລະ ກວດສອບຄືນການແຈ້ງພາສີ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ພຸດທະມີໄຊ  ພັນທະນາໄລ ຫົວໜ້າຫ້ອງການພາສີ ປະຈຳເຂດເສດຖະກິດພິເສດສະຫວັນ-ເຊໂນ ເປັນຫົວໜ້າດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກແຂວງສະຫວັນນະເຂດ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ວຽງເພັດ ແກ້ວມະນີວົງ ຮອງຫົວໜ້າຂະແໜງສັງລວມ ເປັນຮອງຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 2 ແລະ ທ່າບົກ ແຂວງສະຫວັນນະເຂດ ແລະ ມີບັນດາທ່ານທີ່ຖືກຍົກຍ້າຍ ແລະ ແຕ່ງຕັ້ງ ເປັນຮອງຫົວໜ້າເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ພ້ອມນັ້ນກໍ່ໄດ້ແຕ່ງຕັ້ງຮອງຫົວໜ້າດ່ານພາສີສາກົນແດນສະຫວັນຕື່ມອີກ.
ໃນໂອກາດນີ້, ຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງການເງິນ ສະບັບເລກທີ 1011/ກງ, ລົງວັນທີ 22 ມີນາ 2024 ວ່າດ້ວຍການແຕ່ງແຕ່ງຕັ້ງຮອງຫົວໜ້າສ່ວຍສາອາກອນປະຈໍາແຂວງສະຫວັນນະເຂດ. ໃນນີ້ ໄດ້ແຕ່ງຕັ້ງ ທ່ານ ວິໄລທອງ ທຳມະວົງ  ຫົວໜ້າຂະແໜງບໍລິຫານຄວາມສ່ຽງ ແລະ ກວດກາເປັນຮອງຫົວໜ້າສ່ວຍສາອາກອນປະຈຳແຂວງສະຫວັນນະເຂດ./.
(ຂ່າວ: ສະຫວັນ) 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະເພນີບຸນເຂົ້າພັນສາ

ປະເພນີບຸນເຂົ້າພັນສາ

ເມື່ອຮອດມື້ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຂອງທຸກໆປີ ແມ່ນບຸນເຂົ້າພັນສາ ເປັນໜຶ່ງງານບຸນປະເພນີ ທີ່ມີຄວາມໝາຍ-ຄວາມສຳຄັນ ທາງສາສະໜາຂອງຊາວພຸດ ທັງເປັນບຸນທີ່ຢູ່ໃນຮີດ 12 ຄອງ 14 ປະເພນີລາວ ທີ່ຊາວພຸດເຄີຍສືບທອດປະຕິບັດກັນມາຮອດປັດຈຸບັນ. ປີນີ້ກົງກັບວັນພຸດວັນທີ 29 ກໍລະກົດ 2026.
ບໍລິສັດ ໄຟຟ້າຫົງສາ ຈໍາກັດ ອວຍພອນໜັງສືພິມປະຊາຊົນ

ບໍລິສັດ ໄຟຟ້າຫົງສາ ຈໍາກັດ ອວຍພອນໜັງສືພິມປະຊາຊົນ

ທ່ານ ນາງ ລຸ້ງເພັດ ຖິ່ນມະນາວ ຜູ້ຈັດການສ່ວນງານສື່ສານອົງກອນ ຕາງໜ້າໃຫ້ບໍລິສັດ ໄຟຟ້າຫົງສາ ຈໍາກັດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ໃນຕອນເຊົ້າວັນທີ 28 ກໍລະກົດນີ້ ທີ່ສໍານັກງານໜັງສືພິມ. ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ຄົບຮອບ 76 ປີ (13/8 /1950 - 13/8/2026) ໃກ້ຈະມາເຖິງນີ້. ໃຫ້ກຽດຕ້ອນຮັບໂດຍທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ພ້ອມຄະນະ.
ຮອງຫົວໜ້າ ຄອສພ ປາຖະກະຖາວັນສໍາຄັນຂອງພັກ ຂອງຊາດ ຢູ່ກະຊວງອຸດສາຫະກໍາ ແລະ ການຄ້າ

ຮອງຫົວໜ້າ ຄອສພ ປາຖະກະຖາວັນສໍາຄັນຂອງພັກ ຂອງຊາດ ຢູ່ກະຊວງອຸດສາຫະກໍາ ແລະ ການຄ້າ

ໃນວັນທີ 23 ກໍລະກົດຜ່ານມານີ້, ທ່ານ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໄດ້ປາຖະກະຖາເນື່ອງໃນໂອກາດວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ, ວັນສົນທິສັນຍາມິດຕະພາບ ແລະ ການຮອບມື ຄົບຮອບ 49 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ)ໂດຍມີຄະນະພັກ, ຄະນະນໍາ, ບັນດາໜ່ວຍພັກຮາກຖານ, ສະມາຊິກພັກ-ພະນັກງານຫຼັກແຫຼ່ງເຂົ້າຮ່ວມ 200 ກວ່າທ່ານ.
ບໍລິສັດ ກະສິກໍາ ຈໍາກັດຜູ້ດຽວ ມອບເຄື່ອງກິລາໃຫ້ກອງບັນຊາການທະຫານຜົ້ງສາລີ

ບໍລິສັດ ກະສິກໍາ ຈໍາກັດຜູ້ດຽວ ມອບເຄື່ອງກິລາໃຫ້ກອງບັນຊາການທະຫານຜົ້ງສາລີ

ໃນວັນທີ 27 ກໍລະກົດຜ່ານມາ, ທ່ານ ສີມື ສົມເພັດ ຕາງໜ້າບໍລິສັດ ກະສິກໍາ ຈໍາກັດຜູ້ດຽວ ໄດ້ນໍາເອົາເຄື່ອງກິລາຈໍານວນ 50 ຊຸດ ລວມມູນຄ່າ 5,000,000 ກີບ ມອບໃຫ້ກອງບັນຊາການທະຫານແຂວງຜົ້ງສາລີ, ໂດຍການກ່າວຮັບຂອງສະຫາຍ ພັນເອກ ວິໄລ ແພງສົມເຮືອງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ ພ້ອມດ້ວຍຄະນະ.
ສ້າງຄວາມເຂັ້ມແຂງໃຫ້ສະຫະພັນແມ່ຍິງເມືອງມຸນລະປາໂມກ

ສ້າງຄວາມເຂັ້ມແຂງໃຫ້ສະຫະພັນແມ່ຍິງເມືອງມຸນລະປາໂມກ

ສະຫະພັນແມ່ຍິງເມືອງມຸນລະປາໂມກ ຈັດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ສະມາຊິກສະຫະພັນແມ່ຍິງທົ່ວເມືອງ ຂຶ້ນໃນວັນທີ 27 ກໍລະກົດຜ່ານມາ, ທີ່ສະໂມສອນເມືອງມຸນລະປາໂມກ ແຂວງຈຳປາສັກ ໂດຍໃຫ້ກຽດເປັນປະທານຂອງທ່ານ ສົມຈັນ ສີຈັນແດງ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີບັນດາຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ ພ້ອມດ້ວຍສະມາຊິກແມ່ຍິງທົ່ວເມືອງເຂົ້າຮ່ວມ.
ຄໍາມ່ວນ ຈັດພິທີທາງສາສະໜາ ກ່ອນເລີ່ມກໍ່ສ້າງ ແລະ ບູລະນະສວນອະນຸສາວະລີ ປະທານ ໄກສອນ ພົມວິຫານ

ຄໍາມ່ວນ ຈັດພິທີທາງສາສະໜາ ກ່ອນເລີ່ມກໍ່ສ້າງ ແລະ ບູລະນະສວນອະນຸສາວະລີ ປະທານ ໄກສອນ ພົມວິຫານ

ໃນວັນທີ 28 ກໍລະກົດ 2026 ກົງກັບວັນອັງຄານຂຶ້ນ 14 ຄໍ່າ ເດືອນ 8 ລາວ ພສ 2569, ແຂວງຄໍາມ່ວນ ນໍາໂດຍທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມດ້ວຍບັນ ດາການນໍາແຂວງ, ພະເຖຣານຸເຖຣະ, ການຈັດຕັ້ງບ້ານ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຈັດພິທີທາງສາສະໜາກ່ອນການເລີ່ມກໍ່ສ້າງປັບປຸງ ແລະ ບູລະນະສ້ອມແປງສວນອະນຸສາວະລີ ປະທານ ໄກສອນ ພົມວິຫານ ຊຶ່ງຕັ້ງຢູ່ບ້ານໂພນສະອາດ (ຫຼັກ 4) ເມືອງທ່າແຂກ.
ເຜີຍແຜ່ຜົນສໍາເລັດກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລືກ​ຂອງ​ສະ​ພາ​ແຫ່ງ​ຊາດຊຸດ​ທີ X ຢູ່​ເມືອງ​ພູ​ຄູນ

ເຜີຍແຜ່ຜົນສໍາເລັດກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລືກ​ຂອງ​ສະ​ພາ​ແຫ່ງ​ຊາດຊຸດ​ທີ X ຢູ່​ເມືອງ​ພູ​ຄູນ

ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ, ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວພົບປະຜູ້ມີສິດປ່ອນບັດເລືອກຕັ້ງ ແລະເຜີຍ​ແຜ່ຜົນສຳເລັດ ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະສະພາປະຊາຊົນແຂວງຫຼວງ​ພະ​ບາງ ຊຸດທີ Vຢູ່ເມືອງພູຄູນ, ໃນ​ວັນ​ທີ 27 ກໍ​ລະ​ກົດ​ນີ້, ທີ່ ບ້ານ​ຜາ​ເກັ່ງ​ນ້ອຍໂດຍມີການນໍາເມືອງພູ​ຄູນ, ຄະ​ນະກຳ​ມະ​ການ​ປົກ​ຄອງ​​ບ້ານ, ຜູ້ມີສິດປ່ອນບັດ ບ້ານຜາເກັ່ງນ້ອຍ, ບ້ານຜາເກັ່ງໃຫຍ່ ແລະບ້ານໂພນໄຊ ເຂົ້າ​ຮ່ວມ​ຮັບ​ຟັງ.
ເມືອງ​ໂພນ​ໂຮງຫາ​ລືການເກັບກຳຂໍ້ມູນໂຄງການເຊົ່າ-ສຳປະທານທີ່ດິນຂອງລັດ

ເມືອງ​ໂພນ​ໂຮງຫາ​ລືການເກັບກຳຂໍ້ມູນໂຄງການເຊົ່າ-ສຳປະທານທີ່ດິນຂອງລັດ

​ເມືອງ​ໂພນ​ໂຮງແຂວງວຽງ​ຈັນຈັດກອງປະຊຸມລົງຕິດຕາມ ແລະ ເກັບກຳຂໍ້ມູນບັນດາໂຄງການທີ່ໄດ້ຮັບອະນຸຍາດໃຫ້ເຊົ່າ-ສຳປະທານທີ່ດິນຂອງລັດ ໄດ້ຈັດຂຶ້ນໃນວັນທີ 27 ກໍລະກົດນີ້ ທີ່ເມືອງໂພນໂຮງ ໂດຍມີ ທ່ານ ກົງເພັດ ສໍປະດິດປະທານຄະນະກຳມະການປົກຄອງເມືອງໂພນໂຮງ, ທ່ານ ຫອມຮັກ ສຸນະວັນ ຫົວໜ້າພະແນກການເງິນ ແຂວງວຽງຈັນ, ມີພາກສ່ວນກ່ຽວຂ້ອງ ແລະ ຜູ້ປະກອບການເຂົ້າຮ່ວມ.
ຜົ້ງສາລີ ປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍ ສສ ຫວຽດນາມໃຫ້ບຸກຄົນ-ກົມກອງ

ຜົ້ງສາລີ ປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍ ສສ ຫວຽດນາມໃຫ້ບຸກຄົນ-ກົມກອງ

ພິທີປະດັບຫຼຽນໄຊມິດຕະພາບ, ຫຼຽນກາມິດຕະພາບ ແລະ ມອບໃບຍ້ອງຍໍລັດຖະບານ, ໃບຍ້ອງຍໍກະ ຊວງປ້ອງກັນປະເທດ ສສ ຫວຽດນາມ ໃຫ້ບຸກຄົນ ແລະ ກົມກອງລວມໝູ່ ທີ່ປະກອບສ່ວນວຽກງານຊອກຫາ ຂຸດຄົ້ນ ແລະ ເຄື່ອນຍ້າຍອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ແຂວງຜົ້ງສາລີ ໄລຍະປີ 2013-2020 ຈັດຂຶ້ນໃນວັນທີ 24 ກໍລະກົດຜ່ານມາ, ທີ່ແຂວງຜົ້ງສາລີ ໂດຍການເປັນປະທານຂອງສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະກາດແຕ່ງຕັ້ງສະພາ ວສ-ປສ ການທະຫານຂັ້ນຮາກຖານຢູ່ 3 ກົມກອງ

ປະກາດແຕ່ງຕັ້ງສະພາ ວສ-ປສ ການທະຫານຂັ້ນຮາກຖານຢູ່ 3 ກົມກອງ

ພິທີປະກາດການແຕ່ງຕັ້ງປະທານ, ຄະນະປະທານ ສະພາວິທະຍາສາດ-ປະຫວັດສາດ(ວສ-ປສ) ການທະຫານຂັ້ນຮາກຖານ ຢູ່ກອງບັນຊາການທະຫານແຂວງອັດຕະປື, ກອງພົນທີ 4 ແລະ ກອງບັນຊາການທະການແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 21-24 ກໍລະກົດຜ່ານມາ, ໂດຍການເປັນທານຂອງສະຫາຍ ພັນເອກ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມ ວສ-ປສ ການທະຫານ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງອັດຕະປື, ກອງພົນທີ 4, ກອງບັນຊາການທະ ຫານແຂວງສະຫວັນນະເຂດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ