ໃນຕອນບ່າຍຂອງວັນທີ 29 ກັນຍານີ້, ທ່ານ ຈິນດາວັນ ບຸດລາສີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງນອງ ພ້ອມຄະນະ ໄດ້ລົງຕິດຕາມການເປ້ເພເສຍຫາຍຂອງເສັ້ນທາງແຕ່ບ້ານປະແນະ ຫາ ບ້ານຕະຢົງ ເມືອງນອງ ແຂວງສະຫວັນນະເຂດ ເນື່ອງຈາກໄດ້ຮັບຜົຮກະທົບຈາກພາຍຸຣາກາຊາ ແລະ ພາຍຸບົວລອຍ ເຮັດໃຫ້ຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍວັນ ເຮັດໃຫ້ຂອບເຂດບໍລິເວນເສັ້ນທາງດັ່ງກ່າວ, ມີດິນເຈື່ອນຖົມທາງ ແລະ ສົ່ງຜົນເຮັດໃຫ້ເສັ້ນທາງຊຸດໂຕລົງເປັນບໍລິເວນກວ້າງ ຊຶ່ງເຮັດໃຫ້ການສັນຈອນໄປມາຂອງພໍ່ແມ່ປະຊາຊົນ ມີຄວາມສ່ຽງຕໍ່ການເກີດອຸບັດເຫດ. ຕໍ່ກັບບັນຫາດັ່ງກ່າວ, ທາງການນຳຂອງເມືອງ ຈິ່ງໄດ້ມີແຈ້ງເຕື່ອນຜູ້ທີ່ສັນຈອນໄປ-ມາ ໂດຍສະເພາະແມ່ນລົດໃຫຍ່ ຫຼື ລົດບັນທຸກ ຫ້າມສັນຈອນຢ່າງເດັດຂາດ ຈົນກວ່າຈະໄດ້ຮັບການສ້ອມແປງ.
ໃນວັນດຽວກັນນີ້, ທ່ານ ຈິນດາວັນ ບຸດລາສີ ກໍຍັງໄດ້ເດີນທາງໄປເບິ່ງຈຸດຂົວຫ້ວຍລະວໍ ເສັ້ນທາງໄປບ້ານຕັງອາໄລເໜືອ, ຊຶ່ງຈຸດດັ່ງກ່າວ ແມ່ນຖືກຕັດຂາດ, ບໍ່ສາມາດທຽວໄດ້ເນື່ອງຈາກນ້ຳໄດ້ກັດເຊາະເອົາໜ້າດິນ ແລະ ທໍ່ລອດທາງຊຸໄປຕາມກະແສນ້ຳ ເຮັດໃຫ້ເສັ້ນທາງຖືກຕັດຂາດ ລະຫວ່າງບ້ານຕັງອາໄລເໜືອຈະເດີນທາງມາ ກຸ່ມບ້ານຕັງອາໄລ. ນອກຈາກນັ້ນ, ພາຍຸຣາກາຊາ ແລະ ພາຍຸບົວລອຍ ຍັງເຮັດໃຫ້ສາຍນ້ຳຫ້ວຍ, ຮ່ອງນ້ອຍໃຫຍ່ມີການຍື່ງໂຕຂຶ້ນ, ປະຊາຊົນທີ່ຢູ່ລຽບຕາມລຳນ້ຳ ຕ້ອງມີສະຕິລະວັງຕົວ ແລະ ເຝົ້າລະວັງຕື່ມ, ສ່ວນຜົນເສຍຫາຍທາງດ້ານຜົນຜະລິດຂອງປະຊາຊົນ ແມ່ນຄະນະກຳມະການໄພພິບັດຂັ້ນເມືອງຈະແຈ້ງໃຫ້ຊາບຕື່ມພາຍຫຼັງ.
ຄໍາເຫັນ