ເສດຖະກິດອັງກິດພົບກັບພາວະຖົດຖອຍ

ເສດຖະກິດອັງກິດພົບກັບພາວະຖົດຖອຍ
ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ສຳນັກງານສະຖິຕິແຫ່ງຊາດຂອງອັງກິດໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຫຼຸດລົງ 0,3% ໃນໄລຍະໄຕມາດທີ 4 ຂອງປີ 2023 ສ່ວນສະຖິຕິໃນໄຕມາດກ່ອນໜ້າຄື ໄຕມາດທີ 3 ຫຼຸດລົງ 0,1%.
    ທັງນີ້, ການທີ່ GDP ຫຼຸດລົງຕິດຕໍ່ກັນຢ່າງໜ້ອຍ 2 ໄຕມາດມີຄວາມໝາຍໃນທາງທິດສະດີວ່າ: ເສດຖະກິດຂອງປະເທດນັ້ນປະເຊີນກັບພາວະຖົດຖອຍ ແລະ ຖືວ່າເປັນຄັ້ງທຳອິດທີ່ເສດຖະກິດຂອງອັງກິດກັບເຂົ້າສູ່ພາວະດັ່ງກ່າວອີກຄັ້ງຕໍ່ຈາກໄລຍະ 6 ເດືອນທຳອິດຂອງປີ 2020. ສ່ວນອັດຕາເງິນເຟີ້ຂອງອັງກິດຢູ່ທີ່ລະດັບ 4% ເມື່ອປີ 2023 ສູງກວ່າ 2 ເທົ່າຈາກເປົ້າໝາຍຂອງທະນາຄານແຫ່ງອັງກິດ (BOE) ຊຶ່ງເປັນທະນາຄານກາງຂອງປະເທດທີ່ກຳນົດເປົ້າໝາຍເງິນເຟີ້ລາຍປີໄວ້ໃນລະດັບ 2%.
    ສະຖານະການທີ່ເກີດຂຶ້ນຍິ່ງເພີ່ມແຮງກົດດັນໃຫ້ກັບລັດຖະບານຂອງອັງກິດ ໂດຍທ່ານ ຣີຊີ ຊູແນັກ ຊຶ່ງປະກາດວ່າ: ການພັດທະນາເສດຖະກິດຂອງປະເທດຄືໜຶ່ງໃນວາລະແຫ່ງຊາດ ຂະນະດຽວກັນ, ຄະແນນນິຍົມຂອງພັກອະນຸລັກນິຍົມທີ່ເປັນພັກລັດຖະບານກຳລັງນຳຫຼັງພັກແຮງງານ ໂດຍການເລືອກຕັ້ງທົ່ວໄປຕາມກຳນົດຄັ້ງໃໝ່ຂອງອັງກິດຈະເປີດຂຶ້ນໃນເດືອນມັງກອນ 2025.

ຄໍາເຫັນ

ຂ່າວຕ່າງປະເທດ

ກອງປະຊຸມຄະນະກຳມະການໃຫ້ຄຳປຶກສາການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ”

ກອງປະຊຸມຄະນະກຳມະການໃຫ້ຄຳປຶກສາການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ”

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ກອງປະຊຸມປະຈຳປີ 2025 ຂອງຄະນະກຳມະການໃຫ້ຄຳປຶກສາເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຈັດຂຶ້ນຢູ່ນະຄອນນິງໂປ ແຂວງເຈີ້ຈ່ຽງປະເທດຈີນ. ບັນດາສະມາຊິກຄະນະກຳມະການດັ່ງກ່າວທີ່ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລືໂດຍປິ່ນອ້ອມຫົວຂໍ້ຕົ້ນຕໍຄື “ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ສ້າງໂລກທີ່ເປີດກວ້າງ, ກວມລວມ, ເຊື່ອມໂຍງເຊື່ອມຈອດ ແລະ ພັດທະນາຮ່ວມກັນ”, ໂດຍໄດ້ລົງເລິກປຶກສາຫາລືກ່ຽວກັບ ການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ”, ການເປີດເສລີ ແລະ ການອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ, ການຮ່ວມມືດ້ານເສດຖະກິດດີຈີ ຕອນກັບປັນຍາປະດິດ ແລະ ຫົວຂໍ້ອື່ນໆ.
ມະຕິຍຸດທະສາດ 4 ສະບັບ ນຳປະເທດຫວຽດນາມບືນຕົວຂຶ້ນ

ມະຕິຍຸດທະສາດ 4 ສະບັບ ນຳປະເທດຫວຽດນາມບືນຕົວຂຶ້ນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງຮ່າໂນ້ຍ, ກົມການເມືອງ, ຄະນະເລຂາ ໄດ້ຈັດຕັ້ງກອງປະຊຸມທົ່ວປະເທດເຊື່ອມຊຶມ, ຜັນຂະຫຍາຍປະຕິບັດມະຕິເລກທີ 66 ຂອງກົມການເມືອງກ່ຽວກັບການປ່ຽນແປງໃໝ່ວຽກງານກໍ່ສ້າງ ແລະ ປະຕິບັດກົດໝາຍຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດໃນຍຸກສະໄໝໃໝ່ ແລະ ມະຕິເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ. ໂດຍການເຂົ້າຮ່ວມຂອງທ່ານ ໂຕເລິມ ເລຂາທິການໃຫຍ່.
ສະໜາມບິນສາກົນພະນົມເປັນ ຈະປິດບໍລິການໃນວັນທີ 9 ກໍລະກົດປີນີ້

ສະໜາມບິນສາກົນພະນົມເປັນ ຈະປິດບໍລິການໃນວັນທີ 9 ກໍລະກົດປີນີ້

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ເຈົ້າໜ້າທີ່ກະຊວງທີ່ປຶກສາແຫ່ງລັດດ້ານການບິນພົນລະເຮືອນກຳປູເຈຍເປີດເຜີຍໃຫ້ຮູ້ວ່າ, ສະໜາມບິນສາກົນ Techo ຂອງກຳປູເຈຍຄາດວ່າຈະເປີດບໍລິການຢ່າງເປັນທາງການໃນວັນທີ 10 ກໍລະກົດ ຈະມາເຖິງນີ້, ຮອດເວລານັ້ນສະໜາມບິນສາກົນພະນົມເປັນຈະປິດບໍລິການຢ່າງຮອບດ້ານ ແລະວຽກງານທັງໝົດຈະຍ້າຍໄປສະໜາມບິນສາກົນ Techo ທີ່ສ້າງສຳເລັດໃໝ່.
ອາເມຣິກາ ແລະ ຊາອຸດິດ ອາຣັບບີ ລົງນາມໃນຂໍ້ຕົກລົງ ມູນຄ່າ 142 ຕື້ກວ່າໂດລາ

ອາເມຣິກາ ແລະ ຊາອຸດິດ ອາຣັບບີ ລົງນາມໃນຂໍ້ຕົກລົງ ມູນຄ່າ 142 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ທ່ານ ໂດໂນ ທຣຳ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ເດີນທາງຮອດ ນະຄອນຫຼວງຣີຢາດ ປະເທດຊາອຸດິດ ອາຣັບບີ ຊຶ່ງເປັນປະເທດທຳອິດໃນການຢ້ຽມຢາມ 3 ປະເທດເຂດອ່າວ ເປີເຊີຍ ລວມມີ: ຊາອຸດິດ ອາຣັບບີ, ກາຕາ ແລະ ສະຫະລັດ ອາຣັບ ເອມີເລດ (UAE). ຕິດຕາມທ່ານປະທານາທິບໍດີ ອາເມຣິກາ ໃນການຢ້ຽມຢາມຄັ້ງນີ້ ມີການນຳວິສາຫະກິດແຖວໜ້າຂອງ ສະຫະລັດ ອາເມຣິກາ, ໃນນັ້ນມີ ທ່ານ ອີລອນ ມາກ.
ທ່ານ ສີຈິ້ນຜິງ ພົບປະກັບປະທານາທິບໍດີຊີເລ

ທ່ານ ສີຈິ້ນຜິງ ພົບປະກັບປະທານາທິບໍດີຊີເລ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 14 ພຶດສະພາ ຜ່ານມານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານ ກາເບຣລ ໂບຣິກ ປະທານາທິບໍດີຊີເລ ທີ່ຫໍສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫຼວງປັກກິ່ງ ຂອງຈີນ.
ນາຍົກຫວຽດນາມ ສະເຫນີ World Bank ໜູນຊ່ວຍໂຄງການພື້ນຖານໂຄງລ່າງທີ່ມີຂອບຂະໜາດໃຫຍ່

ນາຍົກຫວຽດນາມ ສະເຫນີ World Bank ໜູນຊ່ວຍໂຄງການພື້ນຖານໂຄງລ່າງທີ່ມີຂອບຂະໜາດໃຫຍ່

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 15 ພຶດສະພາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ໃນການຕ້ອນຮັບທ່ານນາງ ມາຮຽມ ເຊີແມນ (Mariam J. Sherman) ຜູ້ອຳນວຍການແຫ່ງຊາດ ຂອງຫ້ອງການ World Bank ຢູ່ ພາກພື້ນ ຫວຽດນາມ, ລາວ ແລະ ກຳປູເຈຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ສະເໜີ World Bank ປະຕິຮູບບັນດາລະບຽບການ, ເງື່ອນໄຂກູ້ຢຶມທຶນ, ໃຫ້ຄຳປຶກສານະໂຍບາຍ ແລະ ຫນູນຊ່ວຍ ຫວຽດນາມ ປະຕິບັດບັນດາເປົ້າໝາຍຍຸດທະສາດ ເປັນຕົ້ນແມ່ນການພັດທະນາພື້ນຖານໂຄງລ່າງທີ່ມີຂອບຂະໜາດໃຫຍ່.
KDI ຫຼຸດການຄາດຄະເນການເຕີບໂຕເສດຖະກິດ ສ ເກົາຫຼີ ລົງເປັນ 0.8% ໃນປີນີ້

KDI ຫຼຸດການຄາດຄະເນການເຕີບໂຕເສດຖະກິດ ສ ເກົາຫຼີ ລົງເປັນ 0.8% ໃນປີນີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ພຶດສະພານີ້ ວ່າ: ສະຖາບັນການພັດທະນາເກົາຫຼີ (KDI) ຊຶ່ງເປັນອົງການຂອງລັດຖະບານ ສ ເກົາຫຼີ ໄດ້ຫຼຸດການຄາດຄະເນການເຕີບໂຕຂອງເສດຖະກິດ ສ ເກົາຫຼີ ໃນປີ 2025 ລົງເຖິງ 50% ເຫຼືອພຽງ 0.8% ຈາກໂຕເລກການຄາດຄະເນທີ່ຜ່ານມາ 1.6%, ໂດຍລະບຸວ່າການຄ້າໃນທົ່ວໂລກມີຄວາມບໍ່ແນ່ນອນຫຼາຍຂຶ້ນ ແລະ ການສົ່ງອອກຊ້າລົງ.
ຜູ້ອົບພະຍົບທົ່ວໂລກ ສູງເຖິງ 83.4 ລ້ານຄົນ ໃນປີ 2024

ຜູ້ອົບພະຍົບທົ່ວໂລກ ສູງເຖິງ 83.4 ລ້ານຄົນ ໃນປີ 2024

ຂ່າວຕ່າງປະເທດລາຍ ໃນວັນທີ 14 ພຶດສະພາ ຜ່ານມາ; ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ເປີດເຜີຍວ່າ: ຈໍານວນຜູ້ອົບພະຍົບພາຍໃນປະເທດທົ່ວໂລກບັນລຸລະດັບສູງແບບບໍ່ເຄີຍມີມາກ່ອນ 83.4 ລ້ານຄົນ ເມື່ອນັບຮອດທ້າຍປີ 2024.
ຜົນການນັບຄະແນນສຽງເບື້ອງຕົ້ນການເລືອກຕັ້ງລັດຖະສະພາກາງສະໄໝຂອງຟີລິບປິນ

ຜົນການນັບຄະແນນສຽງເບື້ອງຕົ້ນການເລືອກຕັ້ງລັດຖະສະພາກາງສະໄໝຂອງຟີລິບປິນ

ຂ່າວສານຊີອາໄອ ລາຍງານ ໃນວັນທີ 15 ພຶດສະພານີ້ວ່າ: ອີງຕາມໂຕເລກຂໍ້ມູນທີ່ຄະນະກໍາມະການເລືອກຕັ້ງຟີລິບປິນ ເປີດເຜີຍໃຫ້ຮູ້ວ່າ: ນັບມາຮອດປັດຈຸບັນ, ການເລືອກຕັ້ງລັດຖະສະພາກາງສະໄໝຂອງຟີລິບປິນໄດ້ນັບຄະແນນສຽງຫຼາຍກວ່າ 97% ຊຶ່ງຜົນການນັບຄະແນນສຽງສະແດງໃຫ້ເຫັນວ່າ: ພັກທີ່ທ່ານ ເຟີດີນານ ມາຄົສ ປະທານາທິບໍດີຟີລິບປິນສັງກັດ ຊະນະ 6 ໃນ 12 ບ່ອນນັ່ງໃນສະພາສູງທີ່ເລືອກຕັ້ງໃໝ່ໃນການເລືອກຕັ້ງຄັ້ງນີ້ ຊຶ່ງບໍ່ບັນລຸຕາມຄາດໝາຍ. ຂະນະທີ່ຝ່າຍຄ້ານທີ່ ທ່ານ ໂຣດຣີໂກ ດູເຕີເຕ ອະດີດປະທານາທິບໍດີຟີລິປິນສັງກັດໄດ້ 5 ບ່ອນນັ່ງ, ສໍາລັບບ່ອນນັ່ງທີ່ເຫຼືອເປັນຂອງພັກຝ່າຍອື່ນໆ.
ສະຫະລັດ ອາເມຣິກາ ພັດທະນາ app ໃຊ້ AI ເພື່ອກວດຫາພະຍາດເລືອດຈາງຈາກຮູບຖ່າຍເລັບມື

ສະຫະລັດ ອາເມຣິກາ ພັດທະນາ app ໃຊ້ AI ເພື່ອກວດຫາພະຍາດເລືອດຈາງຈາກຮູບຖ່າຍເລັບມື

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ພຶດສະພາ ຜ່ານມາ; ຜົນການສຶກສາໃໝ່ທີ່ພິມເຜີຍແຜ່ໃນວາລະສານວິທະຍາສາດ PNAS ເປີດເຜີຍວ່າ: ນັກຄົ້ນຄວ້າໃນສະຫະລັດ ອາເມຣິກາ ໄດ້ພັດທະນາແອັບພລິເຄຊັນໃນໂທລະສັບມືຖືທີ່ຂັບເຄື່ອນດ້ວຍປັນຍາປະດິດ (AI) ຊຶ່ງສາມາດປະເມີນລະດັບ hemoglobin ໃນເລືອດ ຫຼື ທາດໂປຣຕີນທີ່ພົບເຫັນຢູ່ໃນເມັດເລືອດແດງ ແລະ ກວດຫາພະຍາດເລືອດຈາງຈາກຮູບຖ່າຍເລັບມືຂອງຜູ້ໃຊ້ໂດຍບໍ່ມີການເຈາະເລືອດ.
ເພີ່ມເຕີມ