ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້, ກົມສະຖິຕິແຫ່ງຊາດຈີນໄດ້ເປີດເຜີຍໂຕເລກສະຖິຕິໂດຍສະແດງໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຫາເດືອນກຸມພາປີນີ້, ມູນຄ່າເພີ່ມຂອງວິສາຫະກິດອຸດສາຫະກຳຂະໜາດໃຫຍ່ຂອງຈີນ ເພີ່ມຂຶ້ນ 7,0% ເມື່ອທຽບໃສ່ໄລຍະເວລາດຽວກັນຂອງປີຜ່ານມາ, ການລົງທຶນດ້ານຊັບສິນຄົງທີ່ຕໍ່ອະສັງຫາລິມະຊັບໃນທົ່ວປະເທດໄດ້ເພີ່ມຂຶ້ນ 4,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຍອດມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າໄດ້ເພີ່ມຂຶ້ນ 8,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຍອດມູນຄ່າການຄ້າຂາຍຍ່ອຍປະເພດສິນຄ້າອຸປະໂພກບໍລິໂພກບັນລຸ 8.130 ຕື້ 700 ລ້ານຢວນ ເພີ່ມຂຶ້ນ 5,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ມູນຄ່າການຄ້າດ້ານການບໍລິການໄດ້ເພີ່ມຂຶ້ນ 12,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ຄວາມຕ້ອງການດ້ານການຜະລິດໄດ້ເພີ່ມຂຶ້ນບົນພື້ນຖານທ່ວງທ່າທີ່ໝັ້ນທ່ຽງ, ຄຸນນະພາບການພັດທະນາໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ການເຄື່ອນໄຫວຂອງເສດຖະກິດສືບຕໍ່ຮັກສາທ່ວງທ່າເພີ່ມຂຶ້ນ ແລະ ມີການເລີ່ມຕົ້ນທີ່ໝັ້ນທ່ຽງ.
ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ
ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປະເທດບຸນກາຣີໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນເຂດເອີໂຣ (eurozone) ຫຼື ອີຢູ ແລະ ໄດ້ຮັບຮອງເອົາເງິນເອີໂຣເປັນສະກຸນເງິນຢ່າງເປັນທາງການໃນວັນປີໃໝ່ (ວັນທີ 1 ມັງກອນ 2026) ເຮັດໃຫ້ບຸນກາຣີກາຍເປັນສະມາຊິກອັນດັບທີ 21 ຂອງເຂດເອີໂຣ.
ຄໍາເຫັນ