ເສດຖະກິດ-ເງິນຕາຂອງລາວ ມີທ່າກ້າວທີ່ຕັ້ງໜ້າຫຼາຍດ້ານ.

ເສດຖະກິດ-ເງິນຕາຂອງລາວ ມີທ່າກ້າວທີ່ຕັ້ງໜ້າຫຼາຍດ້ານ.

ເສດຖະກິດ-ເງິນຕາຂອງລາວ ມີທ່າກ້າວທີ່ຕັ້ງໜ້າຫຼາຍດ້ານ.
ໃນອາທິດແລ້ວນີ້, ຜູ້ຂຽນ ໄດ້ເຂົ້າມາເຮັດວຽກ ທີ່ທະນາຄານແຫ່ງ ສປປລາວ (ທຫລ) ກໍພໍດີພົບກັບທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມບໍລິການທະນາຄານ ຂອງ ທຫລ ໂດຍລົມຫຼາຍບັນຫາ ທີ່່ຕິດພັນກັບສະພາບມະຫາພາກເງິນຕາ ໂດຍທ່ານຊີ້ວ່າ: ມາຮອດປັດຈຸບັນ ສາມາດ ເວົ້າໄດ້ວ່າ: ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ-ເງິນຕາ ຂອງລາວ ໄດ້ມີທ່າກ້າວ ທີ່ຕັ້ງໜ້າຫຼາຍດ້ານ ແລະ ກ້າວເຂົ້າສູ່ສະພາບປົກກະຕິ ພາຍຫຼັງທີ່ລັດຖະບານກໍຄື ທຫລ ໄດ້ຈັດຕັ້ງປະຕິບັດຫຼາຍມາດຕະການ ທີ່ເປັນລະບົບຄົບຊຸດ ໂດຍສະເພາະການດຳເນີນນະໂຍບາຍເງິນຕາຢ່າງຮັດກຸມ ເພື່ອຄວບຄຸມປະລິມານເງິນ, ການຄຸ້ມຄອງອັດຕາແລກປ່ຽນ, ການປັບປຸງວຽກງານຄຸ້ມຄອງເງິນຕາຕ່າງປະເທດ ໂດຍສະເພາະການຄຸ້ມຄອງລາຍຮັບການສົ່ງອອກ (ຂໍ້ຕົກລົງ ເລກທີ 333/ທຫລ) ແມ່ນມີປະສິດທິຜົນ ແລະ ໄດ້ເຮັດໃຫ້ດຸນບັນຊີກະແສລາຍວັນ ໃນດຸນການຊໍາລະກັບຕ່າງປະເທດດີຂຶ້ນ, ສ້າງສະພາບຄ່ອງ ແລະ ຄວາມສົມດຸນທາງດ້ານເງິນຕາຫຼາຍຂຶ້ນ ແລະ ສ້າງພື້ນຖານຄັງສໍາຮອງເງິນຕາຕ່າງປະເທດ, ການສ້າງຕະຫຼາດເງິນຕາຕ່າງປະເທດ ເປັນລວມສູນ (LFX) ໄດ້ຫັນການແລກປ່ຽນເງິນຕາເຂົ້າສູ່ລະບົບດິຂຶ້ນ. ນັບແຕ່ທ້າຍປີ 2024 ເປັນຕົ້ນມາ ເຫັນວ່າ: ຕົວຊີ້ວັດທາງດ້ານສະພາບເງິນຕາ ມີທ່າທີ່ຕັ້ງໜ້າຫຼາຍດ້ານ ສະແດງອອກຄື: ອັດຕາເງິນເຟີ້ຫຼຸດລົງຢ່າງຕໍໍ່ເນື່ອງຈາກລະດັບສງຸສຸດ 2 ຕົວເລກໃນປີ 2023-24 ມາເປັນ 1 ຕົວເລກໃນປີ 2025, ສະເລ່ຍໃນປີ 2023 ແມ່ນ 31.23% ແລະ 23,13% ໃນປີ 2024, ມາເປັນສະເລ່ຍ 7.7% ໃນປີ 2025 ແລະ ໃນເດືອນມັງກອນ 2026 ຢູ່ໃນລະດັບ 5.1%.

ສະພາບອັດຕາແລກປ່ຽນ ມີສະຖຽນລະພາບ ນັບແຕ່ທ້າຍປີ 2024 ເປັນຕົ້ນມາ ເຖິງວ່າ ມີການເໜັງຕີງຂຶ້ນ-ລົງ ຕາມທ່າອ່ຽງຄ່າເງິນຂອງສາກົນ ແຕ່ກໍຢູ່ໃນຂອບເຂດ ທີ່ກຳນົດ ແລະ ເງິິນກີບທຽບໃສ່ໂດລາ ມີທ່າອຽງແຂງຄ່າ, ສ່ວນຕ່າງອັດຕາແລກປ່ຽນທາງການ ແລະ ຕະຫຼາດ ແມ່ນແຄບເຂົ້າ. ຄັງສໍາຮອງເງິນຕາຕ່າງປະເທດ ຊຶ່ງເປັນພຸ້ມຄຸ້ມກັນ ທີ່ສໍາຄັນໃນການຮັບປະກັນຄວາມໝັ້ນຄົງ ຂອງເສດຖະກິດ ແລະ ຄວາມສ່ຽງຈາກພາຍນອກ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈາກລະດັບ 1,677 ລ້ານໂດລາສະຫະລັດ ໃນທ້າຍປີ 2023 ໄດ້ເພີ່ມຂຶ້ນ 2,101 ລ້ານໂດລາສະຫະລັດ ໃນເດືອນທັນວາ ປີ 2024 ແລະ ຢູ່ໃນລະດັບ 3,232.75 ລ້ານໂດລາສະຫະລັດ ໃນເດືອນພະຈິກ ແລະ 3,544.97 ລ້ານໂດລາສະຫະລັດ ໃນເດືອນທັນວາ 2025. ອີງຕາມການລາຍງານໃນກອງປະຊຸມສະພາບໍລິຫານ ທຫລ ຄັ້ງທີ I ວັນທີ 14 ມັງກອນ 2026 ຜ່ານມາ ແລະ ອີງຕາມຂໍ້ມູນທາງເວັບໄຊຂອງ ທຫລ. ຈາກສະພາບທາງດ້ານມະຫາພາກເງິນຕາດີຂຶ້ນ ໄດ້ເຮັດໃຫ້ ສປປລາວ ຖືກຈັດລະດັບຄວາມໜ້າເຊື່ອ ຂຶ້ນ 1 ຂັ້ນ ຈາກອົງການຈັດລໍາດັບຄວາມໜ້າເຊື່ອຖື ຂອງສາກົນ (Moody) ໃນທ້າຍປີ 2025.

ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມບໍລິການ ຍັງກ່າວຕື່ມວ່າ: ເຖິງຢ່າງໃດກໍຕາມ ອີງໃສ່ສະພາບແວດລ້ອມຂອງສາກົນ ທີ່ຍັງມີການຜັນແປ ແລະ ຄາດເດົາໄດ້ຍາກ, ສະພາບທາງດ້ານເງິນຕາຂອງ ສປປລາວ ຍັງຈະສືບຕໍ່ປະເຊີນ ກັບສິ່ງທ້າທ້າຍບາງດ້ານ ໃນປີ 2026 ຈາກສະພາບຄວາມຜັນຜວນຄ່າເງິນ ຂອງສາກົນ, ການເໜັງຕີງແຮງຂອງລາຄາຄໍາ ແລະ ປັດໃຈຄວາມຂັດແຍ່ງ ທາງດ້ານພູມມີລັດຖະສາດ; ເພື່ອຮັບປະກັນສະຖຽນລະພາບ ໄລຍະກາງ ແລະ ຍາວ, ທຫລ ຈະດຳເນີນນະໂຍບາຍເງິນຕາ ໃຫ້ຮັດກຸມ, ຄວບຄຸມປະລິມານເງິນຕາມ ຂອບເຂດທີ່ກຳນົດ, ຄວບຄຸມເງິນເຟີ້ໃຫ້ຢູ່ໃນລະດັບ 5% (ຂຶ້ນ-ລົງ ຫຼື ບວກລົບ 2%) ຄຸ້ມຄອງອັດຕາແລກ ປ່ຽນໃຫ້ມີຄວາມສະຫງົບ, ສືບຕໍ່ສ້າງຄວາມເຂັ້ມແຂງ ທາງດ້ານຄັງສໍາຮອງເງິນຕາ ໃຫ້ມີທ່າອ່ຽງເພີ່ມຂຶ້ນ, ຮັບປະກັນສະຖຽນລະພາບການເງິນ, ປັບປຸງລະບົບການຊໍາລະສະສາງໃຫ້ມີຄວາມທັນສະໄໝ, ມີຄວາມຄ່ອງຕົວ ແລະ ປອດໄພ.

(ຂ່າວ: ຣັດສະໝີ ດວງສັດຈະ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ