ເສີມຂະຫຍາຍ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບອົງການຈັດຕັ້ງສະຫະພັນແມ່ຍິງລາວໃນຕໍ່ໜ້າ

ເສີມຂະຫຍາຍ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບອົງການຈັດຕັ້ງສະຫະພັນແມ່ຍິງລາວໃນຕໍ່ໜ້າ

ເສີມຂະຫຍາຍ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບອົງການຈັດຕັ້ງສະຫະພັນແມ່ຍິງລາວໃນຕໍ່ໜ້າ
ທ່ານ ນາງ ບົວສະຫວັນ ອິນທິສານ ຮອງຫົວໜ້າກົມໂຄສະນາ-ວັດທະນະທໍາ ປະທານສະຫະພັນແມ່ຍິງ ສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວລາຍງານຕໍ່ກອງປະຊຸມເຜີຍແຜ່ບົດຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໃນຫົວຂໍ້: ເສີມຂະຫຍາຍ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບອົງການຈັດຕັ້ງສະຫະພັນແມ່ຍິງລາວໃນຕໍ່ໜ້າ.

 

 

1. ຄົ້ນຄ້ວາຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ມະຕິກອງປະຊຸມໃຫຍ່ແມ່ຍິງລາວທົ່ວປະເທດ, ແຜນພັດທະນາແມ່ຍິງລາວຕິດພັນກັບການຈັດ ຕັ້ງປະຕິບັດພາລະບົດບາດ, ໜ້າທີ່, ຄວາມຮັບຜິດຊອບຂັ້ນຕົນທີ່ກໍານົດໄວ້ກົດໝາຍ, ກົດລະບຽບຂອງສະຫະພັນແມ່ຍິງລາວ ໃຫ້ມີປະສິດທິພາບດີຂຶ້ນກວ່າເກົ່າ; ປັບປຸງກົງຈັກການຈັດຕັ້ງສະຫະພັນແມ່ຍິງລາວໃຫ້ໜັກແໜ້ນ, ເຂັ້ມແຂງ, ບຸກທະລຸພັດທະນາແມ່ຍິງລາວ, ສ້າງຄ່ານິຍົມທີ່ຖືກຕ້ອງ, ກ້າວໜ້າ, ມີວິທະຍາສາດ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ຖືເອົາຜົນສໍາເລັດເປັນໄມ້ຫຼາວັດແທກຄຸນສົມບັດ, ຄວາມສາມາດ ແລະ ຄວາມກ້າວໜ້າຂອງຕົນ, ເສີມຂະຫຍາຍຜົນງານ ແລະ ທ່າແຮງບົ່ມຊ້ອນ ຂອງການນໍາເພດຍິງຮຸ່ນກ່ອນໆ, ແມ່ຍິງລາວບັນດາເຜົ່າໃນການຈັດຕັ້ງປະຕິບັດແນວທາງຂອງພັກ, ລັດຖະ ທຳມະນູນ, ກົດໝາຍ, ນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ສ້າງວິຖີຊີວິດໃໝ່ ເພື່ອພັດທະນາຕົນເອງ ແລະ ຄອບຄົວ ໃຫ້ຫຼຸດພົ້ນຈາກຄວາມທຸກຍາກ; 2. ເອົາໃຈໃສ່ປັບປຸງການ ຈັດຕັ້ງໃຫ້ໜັກແໜ້ນ, ເຂັ້ມແຂງໃນທຸກດ້ານ, ປັບປຸງແບບແຜນວິທີນໍາພາ, ວິທີເຮັດວຽກໃຫ້ແທດຕົວຈິງ, ຕິດແທດກັບຮາກຖານ, ການເຮັດວຽກໃຫ້ມີແຜນການ, ແຜນງານ, ມີໂຄງການລະອຽດ, ມີການຊຸກຍູ້, ຕິດຕາມ, ກວດກາ, ປະເມີນຜົນ, ຕີລາຄາສະຫຼຸບຖອນຖອນບົດຮຽນໃນແຕ່ລະໄລຍະຢ່າງພາວະວິໄສ, ປັບປຸງໂຮມບັນດາກົງຈັກທີ່ມີພາລະບົດບາດ, ໜ້າວຽກທີ່ຄ້າຍຄືກັນເຂົ້າກັນເຮັດໃຫ້ກົງຈັກກະທັດຮັດຕິດພັນກັບການສັບຊ້ອນພະນັກງານໃຫ້ຖືກກັບຄວາມຮູ້-ຄວາມສາມາດ, ພອນສະຫວັນ ແລະ ແທດເໝາະກັບຄວາມຮຽກຮ້ອງຕົວຈິງຂອງວຽກງານໃນໄລຍະໃໝ່; 3. ຂະຫຍາຍການຈັດຕັ້ງ, ຂະຫຍາຍສະມາ ຊິກສະຫະພັນແມ່ຍິງ ອາຍຸ 15 ປີ ຂຶ້ນໄປ ໃຫ້ກວມເອົາແມ່ຍິງຢູ່ຕົວເມືອງ, ເຂດຊົນນະບົດ, ສະຖາບັນການສຶກສາ, ໂຮງຈັກ, ໂຮງງານ, ວິສະຫະກິດ, ຫົວໜ່ວຍທຸລະກິດຂອງລັດ ແລະ ເອກະຊົນ ເພື່ອໃຫ້ແມ່ຍິງໃນທຸກສາຂາອາຊີບ ໄດ້ເຂົ້າເປັນສະມາຊິກ ແລະ ເຂົ້າໃນການຈັດຕັ້ງສະຫະພັນແມ່ຍິງຫຼາຍເທົ່າໃດຍິ່ງດີ; 4. ສືບຕໍ່ຫັນລົງສູ່ຮາກຖານຢ່າງແຂງແຮງ, ປຸກລະດົມຊຸກຍູ້, ຕິດຕາມຂະບວນການ, ກຳແໜ້ນຮາກຖານ, ປະຕິບັດຂໍ້ກຳນົດ, ກົດລະບຽບ, ຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນແມ່ຍິງແຕ່ລະຂັ້ນ ໃຫ້ເປັນເອກະພາບແຕ່ສູນກາງລົງຮອດທ້ອງຖິ່ນ; ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ພະນັກງານເພດຍິງ, ສະມາຊິກສະຫະພັນແມ່ຍິງ ມີໂອກາດບຳລຸງຍົກລະດັບທິດສະດີການເມືອງ-ການປົກຄອງ, ວິຊາສະເພາະ, ວິຊາຊີບ, ພາສາຕ່າງປະເທດ, ຝຶກອົບຮົມໄລຍະສັ້ນ-ໄລຍະຍາວ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສ້າງພະນັກງານເພດຍິງທີ່ມີຄວາມຮູ້-ຄວາມສາມາດໃນທຸກຂົງເຂດວຽກງານ; 5. ປະສານສົມທົບກັບລັດຖະບານ, ອົງການປົກຄອງແຕ່ລະຂັ້ນ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ເພື່ອຂຶ້ນແຜນກຳນົດກໍ່ສ້າງພະນັກງານເພດຍິງແຕ່ລະຂັ້ນ, ສ້າງຖັນແຖວພະນັກງານເພດຍິງ ໃຫ້ມີຄວາມເຂັ້ມແຂງ, ກ້າວໜ້າໃນທຸກດ້ານ; ສ້າງເງື່ອນໄຂໃຫ້ພະນັກງານເພດຍິງຊົນເຜົ່າຢູ່ຂັ້ນຕ່າງໆໄດ້ບັນຈຸສັບຊ້ອນເຂົ້າໃນຕຳແໜ່ງນໍາພາ, ຕັດສິນບັນຫາສໍາຄັນຂອງຊາດ, ຂອງແຕ່ລະຂົງເຂດ ໃຫ້ນັບມື້ນັບຫຼາຍຂຶ້ນ; ສ້າງເງື່ອນໄຂໃຫ້ສະຫະພັນແມ່ຍິງໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ທີ່ໄດ້ກຳນົດໃນກົດໝາຍ ແລະ ກົດລະບຽບສະຫະພັນແມ່ຍິງລາວໃຫ້ຫຼາຍຂຶ້ນກ່ວາເກົ່າ; 6. ເອົາໃຈໃສ່ເກັບກຳຜົນງານການເຄື່ອນໄຫວຂອງສະມາຊິກສະຫະພັນແມ່ ຍິງທີ່ມີຄວາມຫ້າວຫັນ, ກ້າວໜ້າ ເພື່ອນໍາສະເໜີຄະນະພັກແຕ່ລະຂັ້ນຂະຫຍາຍເຂົ້າເປັນສະມາຊິກພັກ; ສະເໜີການເລື່ອນຊັ້ນ, ເລື່ອນຂັ້ນໃຫ້ພະນັກງານເພດຍິງຜູ້ທີ່ມີຜົນງານ; ສະເໜີຂໍການຍ້ອງຍໍໃນການປະກອບສ່ວນຂະບວນການສະເຫຼີມສະຫຼອງວັນສໍາຄັນຂອງຊາດ, ຂອງພັກ ແລະ ຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບວຽກງານ 3 ສ້າງໃນແຕ່ລະໄລຍະ; ປະຕິບັດມາດຕະການສຶກສາອົບຮົມ, ກ່າວເຕືອນ, ລົງວິໄນຕໍ່ຜູ້ລະເມີດກົດໝາຍ ກໍຄືກົດລະບຽບຂອງສະຫະພັນແມ່ຍິງວາງອອກຕາມກໍລະນີໜັກ ຫຼື ເບົາ ເພື່ອເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ; 7. ສ້າງແມ່ຍິງໃຫ້ມີຊີວະທັດ ແລະ ໂລກະທັດທີ່ກ້າວໜ້າ, ຮູ້ຮັບເອົາສິ່ງໃໝ່ຢ່າງມີການເລືອກເຟັ້ນ, ຮຽນຮູ້ເອົາສິ່ງໃໝ່ທີ່ດີ ແລະ ກ້າວໜ້າໄປເລື້ອຍໆ; ສົ່ງເສີມຫົວຄິດປະດິດສ້າງ ແລະ ທັດສະນະກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ; ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວເອື້ອຍນ້ອງແມ່ຍິງ ເປັນຕົ້ນແນວຄິດຄອງເດີມ, ໃຈນ້ອຍຄັບແຄບ, ອະຄະຕິ, ບໍ່ສົ່ງເສີມ ຊຶ່ງກັນ ແລະ ກັນ, ບໍ່ກ້າປະເຊີນໜ້າກັບສິ່ງທ້າທ້າຍ, ບໍ່ເປັນເຈົ້າການໃນການພັດທະນາຕົນເອງຕ້ອງເດັດດ່ຽວປັບປຸງ, ແກ້ໄຂໃຫ້ໝົດໄປເທື່ອລະກ້າວ; 8. ເອົາໃຈໃສ່ເກັບກຳຜົນງານທີ່ພົ້ນເດັ່ນຂອງອົງການຈັດຕັ້ງ, ສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າ ເພື່ອຍ້ອງຍໍສັນລະ ເສີນໃນຂັ້ນຕ່າງໆ ເພື່ອປຸກລະດົມຂົນຂວາຍຂະບວນການຂອງແມ່ຍິງເຂົ້າໃນການປະຕິບັດພາລະກິດປ່ຽນແປງໃໝ່ ຢ່າງມີຫຼັກການຂອງພັກໃຫ້ບັນລຸຄາດໝາຍທີ່ວາງໄວ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ