ເສີມຂະຫຍາຍມູນເຊື້ອອັນດີງາມ, ສືບຕໍ່ເພີ່ມພູນຄູນສ້າງ ແລະ ເພີ່ມທະວີ ສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມ

ເສີມຂະຫຍາຍມູນເຊື້ອອັນດີງາມ, ສືບຕໍ່ເພີ່ມພູນຄູນສ້າງ ແລະ ເພີ່ມທະວີ ສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມ
ໃນວັນທີ 26 ກຸມພາ ນີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໄດ້ມີການພົບປະຂັ້ນສູງ ລະຫວ່າງ ພັກ ປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
    ການພົບປະຄັ້ງນີ້ ເປັນເຫດການທີ່ສໍາຄັນ ໃນການປະກອບສ່ວນເພີ່ມທະວີສາຍພົວພັນມິດຕະ ພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ  ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ.
    ໃນການພົບປະຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ຫງວຽນຟູຈ້ອງ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ໃນນັ້ນລວມມີ ວຽກງານກໍ່ສ້າງພັກ, ການພັດທະນາເສດຖະກິດ-ສັງຄົມ, ແລກປ່ຽນກ່ຽວກັບສະພາບການພາກພື້ນ, ສາກົນ  ແລະ ບັນດາເນື້ອໃນທີ່ສອງຝ່າຍ ມີຄວາມສົນໃຈ, ຕີລາຄາຄືນກ່ຽວກັບຜົນສໍາເລັດຂອງການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ໃນໄລຍະຜ່ານມາ, ເປັນເອກະພາບກ່ຽວກັບ ບັນດາທິດທາງໃຫຍ່ສໍາຄັນ ໃນບັນດາຂົງເຂດຂອງການພົວພັນຮ່ວມມື ໃນໄລຍະຕໍ່ໜ້າ.
    ການນໍາທັງສອງພັກ ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງ ກ່ຽວກັບການພົວພັນຮ່ວມມື ລາວ-ຫວຽດນາມ ທີ່ນັບມື້ນັບໄດ້ຮັບການພັດທະນາກ້າວສູ່ລ່ວງເລິກ, ໃນນັ້ນ ການພົວພັນທາງດ້ານການເມືອງ ສືບຕໍ່ໄດ້ຮັບການເພີ່ມທະວີ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການຊຸກຍູ້ ຢ່າງມີໝາກຜົນ, ການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ ມີບາດກ້າວປ່ຽນແປງໃໝ່ທີ່ຕັ້ງໜ້າ.
    ສະຫາຍເລຂາທິການໃຫຍ່ທັງສອງ ໄດ້ຊົມເຊີຍຕໍ່ບັນດາຜົນສໍາເລັດສໍາຄັນ ແລະ ຮອບດ້ານ ທີ່ປະຊາຊົນສອງຊາດ ຍາດມາໄດ້ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ກໍຄື ການປະຕິບັດມະຕິ ກອງປະຊຸມໃຫຍ່ ຂອງແຕ່ລະພັກ, ຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ຢ່າງໝົດຈິດໝົດໃຈ ຕະຫຼອດໄລຍະຜ່ານມາ. ສອງຝ່າຍ ໄດ້ເນັ້ນໜັກເຖິງ ປະຫວັດສາດ, ການພົວພັນຮ່ວມມື ທີ່ສະໜິດແໜ້ນ ເປັນມູນເຊື້ອມາແຕ່ດົນນານ ແລະ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຂອງສອງຝ່າຍ, ຢືນຢັນວ່າ ສາຍພົວພັນ ລາວ-ຫວຽດນາມ ເປັນມໍລະດົກອັນລໍ້າຄ່າຂອງສອງຊາດ, ເປັນປັດໄຈພາວະວິໄສ, ເປັນກົດເກນປະຫວັດສາດ ແລະ ເປັນ ກໍາລັງແຮງອັນໃຫຍ່ຫຼວງຂອງ ສອງພັກ, ສອງລັດ ທີ່ຕ້ອງໄດ້ຮັບການເສີມຂະຫຍາຍ, ສົ່ງຕໍ່ໃຫ້ບັນດາຄົນຮຸ່ນໜຸ່ມຕໍ່ໄປ.
    ສະຫາຍ ຫງວຽນຟູຈ້ອງ ໄດ້ຢືນຢັນວ່າ ສາຍພົວພັນ ລາວ-ຫວຽດນາມ ອັນສະເໝີຕົ້ນສະເໝີປາຍ, ຮັກສາໄດ້ພາລະບົດບາດ ອັນສໍາຄັນພິເສດ ຊຶ່ງເປັນບຸລິມະສິດອັນດັບທໍາອິດ ໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ, ພ້ອມນັ້ນ, ກໍໄດ້ເນັ້ນເຖິງບາງເນື້ອໃນສໍາຄັນ ແນໃສ່ເພີ່ມທະວີການພົວພັນ ລະຫວ່າງ ສອງພັກ, ສອງລັດ ໃນໄລຍະຕໍ່ໜ້າ.
ສອງຝ່າຍ ເຫັນດີເປັນເອກະພາບ ໃນການຢືນຢັນຕໍ່ຄວາມສໍາຄັນ, ຄວາມໝາຍຍຸດທະສາດ ຂອງສາຍພົວພັນ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ທີ່ມີຕໍ່ຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນສະພາບ ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
    ໃນການພົບປະດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມມິ່ງຈິງ  ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ຕີລະຄາສູງຕໍ່ບັນດາໝາກຜົນຂອງການຮ່ວມມືຢູ່ໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ພ້ອມນັ້ນ, ກໍໄດ້ສະເໜີບັນດາທິດທາງການຮ່ວມມື ລະຫວ່າງ ສອງລັດຖະບານ ໃນໄລຍະຕໍ່ໜ້າ.
    ສອງຝ່າຍ ໄດ້ເປັນເອກະພາບ ຕໍ່ໜ້າສະພາບການໃນປັດຈຸບັນ, ສອງພັກ, ສອງລັດ ຕ້ອງໄດ້ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີງາມ, ເພີ່ມທະວີຄວາມສາມັກຄີ, ປະສານສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ສືບຕໍ່ຖືເອົາການພົວພັນທາງດ້ານການເມືອງເປັນຫຼັກ ເປັນທິດນໍາໃຫ້ແກ່ການພົວພັນ ລະຫວ່າງ ສອງພັກ, ສອງລັດ, ຍູ້ແຮງເສົ້າຄໍ້າ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເພີ່ມທະວີການຮ່ວມມືການຕ່າງປະເທດ, ສ້າງການບຸກທະລຸໃນວຽກງານການຮ່ວມມືດ້ານເສດຖະກິດ, ຊຸກຍູ້ການຮ່ວມມືດ້ານການສຶກສາ, ວັດທະນະທໍາ, ວິທະຍາສາດ-ເຕັກໂນໂລຊີ ແລະ ພົບປະແລກປ່ຽນ ລະຫວ່າງ ປະຊາຊົນ ບົນພື້ນຖານ ຜັນຂະຫຍາຍທ່າແຮງບົ່ມຊ້ອນຂອງແຕ່ລະປະເທດ. ສອງຝ່າຍ ຢັ້ງຢືນວ່າ ຕ້ອງເສີມຂະຫຍາຍບັນດາກົນໄກທີ່ມີຢູ່ໃນປັດຈຸບັນ ໃຫ້ມີປະສິດທິຜົນ, ສືບຕໍ່ປ່ຽນແປງ
ໃໝ່, ຍົກສູງບັນດາໝາກຜົນການຮ່ວມມືໃນບັນດາຂະແໜງຕ່າງໆ, ພ້ອມນັ້ນ ຕ້ອງສ້າງບັນດາກົນໄກໃໝ່ ທີ່ແທດເໝາະ ແນໃສ່ເພີ່ມທະວີການພົວພັນ ລາວ-ຫວຽດນາມ ເພື່ອຜົນປະໂຫຍດທີ່ແທ້ຈິງຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ສາກົນ.
 ຂ່າວ: ຄຕພ, ພາບ: ສຸກສະຫວັນ

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ