ຫວຽດ​ນາມ ແລະ ລາວ ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່ມີ​ພູ​ເຂົາ ​ແລະ ​ແມ່​ນ້ຳລໍາເຊ​ເຊື່ອມ​ຕໍ່ກັນ

ເສີມຂະຫຍາຍມູນເຊື້ອປະຫວັດສາດ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ ສາຍພົວພັນສາມັກຄີ ຫວຽດນາມ-ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ

ໂດຍ: ຫງວຽນ ມິງ ເຕິມ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມ​ມູ​ນິດ​ຫວຽດ​ນາມ ຫວຽດ​ນາມ ແລະ ລາວ ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່ມີ​ພູ​ເຂົາ ​ແລະ ​ແມ່​ນ້ຳລໍາເຊ​ເຊື່ອມ​ຕໍ່ກັນ, ຮ່ວມດື່ມນໍ້າແມ່ນໍ້າຂອງ ແລະ ​ມີ​ປະ​ຫວັດ​ສາດ,

 

 ວັດທະນະທໍາທີ່ຕິດພັນຢ່າງສະໜິດແໜ້ນ ນໍາກັນມາແຕ່ດົນນານ. ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ ມີກົກເຄົ້າກໍາເນີດອັນດຽວກັນ, ນັ້ນແມ່ນພັກກອມມູນິດອິນດູຈີນ. ປະຊາຊົນສອງປະເທດໄດ້ຢືນຄຽງບ່າຄຽງໄຫຼ່, “ແບ່ງສຸກຮ່ວມທຸກ” ເພື່ອຕໍ່ສູ້ຕ້ານສັດຕູຕົວດຽວກັນ ເພື່ອຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດໃນໄລຍະປັດຈຸບັນ. ສາຍພົວພັນຫວຽດນາມ - ລາວ ໂດຍທ່ານປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ໄດ້ວາງພື້ນຖານໃຫ້ການນຳຮຸ່ນຕ່າງໆ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໄດ້ມານະພະຍາຍາມສ້າງສາຈົນກາຍເປັນສັນຍາລັກແຫ່ງຄວາມສາມັກຄີສາກົນ ແລະ ເປັນຊັບສິນລວມອັນລ້ຳຄ່າຂອງສອງປະເທດ, ເປັນຄວາມຈໍາເປັນພາວະວິໄສ, ກົດເກນປະຫວັດສາດ ແລະ ເປັນເຫງົ້າກໍາລັງແຮງອັນໃຫຍ່ຫຼວງທີ່ສຸດ ຂອງສອງປະເທດ, ເປັນພື້ນຖານເພື່ອໃຫ້ສອງປະເທດ ໄດ້ພ້ອມກັນເສີມຂະຫຍາຍ, ສົ່ງທອດໃຫ້ຄົນຮຸ່ນໃໝ່ໃຫຍ່ລຸນ.

ເນື່ອງໃນໂອກາດການເດີນທາງມາຢ້ຽມຢາມຂັ້ນລັດຖະບານຫວຽດນາມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໃນລະຫວ່າງວັນທີ 10 ຫາ 13 ກັນຍາ 2024 ນີ້, ສະຫາຍ ຫງວຽນມິງເຕິມ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ມີບົດຂຽນທີ່ເວົ້າເຖິງບັນດາຜົນສໍາເລັດອັນພົ້ນເດັ່ນໃນການພົວພັນ ຫວຽດນາມ - ລາວ ໃນໄລຍະມໍ່ໆມານີ້.

ການເດີນທາງຢ້ຽມຢາມຫວຽດນາມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະ ທານປະເທດ ແຫ່ງ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້ ເປັນການຢ້ຽມຢາມຄັ້ງທີ 2 ນັບແຕ່ຕົ້ນສະໄໝກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ (ເດືອນມັງກອນ 2021) ມາຮອດປັດຈຸບັນ ແລະ ພາຍຫຼັງການຢ້ຽມຢາມຂັ້ນລັດຖະບານ ຂອງສະຫາຍ ໂຕເລິມ ໃນຖານະປະ ທານປະເທດ (ເດືອນກໍລະກົດ 2024) ອັນເປັນການພິສູດເຖິງຄວາມມີຊີວິດຊີວາ ຊຶ່ງສະແດງໃຫ້ເຫັນຄວາມຮູ້ສຶກທີ່ດີ, ການພົວພັນອັນເລິກເຊິ່ງ ຂອງມິດຕະພາບທີ່ຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດ, ຄວາມສະໜິດຕິດພັນ, ຄວາມສັດຊື່, ຄວາມບໍລິສຸດ ລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງຊາດຫວຽດນາມ ແລະ ລາວ.

ການຢ້ຽມຢາມໄດ້ດຳເນີນໄປໃນສະພາບແວດລ້ອມທີ່ສອງພັກ, ສອງປະເທດ ພວມຈັດຕັ້ງຜັນຂະຫຍາຍຢ່າງແຂງແຮງມະຕິ ຂອງແຕ່ລະພັກ ແລະ ຕັ້ງໜ້າກະກຽມກອງປະຊຸມໃຫຍ່ ຂອງພັກທຸກ ຂັ້ນ, ເພື່ອກ້າວໄປສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງແຕ່ລະພັກ. ການພົວພັນຫວຽດນາມ - ລາວ ພວມມີການພັດທະນຢ່າງສວຍສົດງົດງາມ ແລະ ສາມາດບັນລຸໄດ້ຜົນສໍາເລັດທີ່ສໍາຄັນຫຼາຍຢ່າງ. ການເດີນທາງມາຢ້ຽມຢາມ ຖືເປັນໜຶ່ງໃນບັນດາຂີດໝາຍສໍາຄັນໃນປະຫວັດສາດການພົວພັນສອງປະເທດ, ປະກອບສ່ວນຍູ້ແຮງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ ກ້າວສູ່ລະດັບໃໝ່, ນັບມື້ຍິ່ງກ້າວສູ່ລວງເລິກ, ມີປະສິດທິພາບ ແລະ ນໍາເອົາຄວາມຈະເລີນຮຸ່ງເຮືອງມາສູ່ປະຊາຊົນແຕ່ລະປະເທດ.

ເຫັນໄດ້ວ່າ ພາຍໃຕ້ການນໍາພາ, ຊີ້ນຳ ຂອງສອງພັກ, ໂດຍກົງຈາກກົມການເມືອງ ແລະ ຄະນະເລຂາທິການ, ລັດຖະບານ ແລະ ສະພາແຫ່ງຊາດ ຊຶ່ງໃນໄລຍະມໍ່ໆມານີ້ ແຕ່ລະຄະນະຂອງພັກ, ກະຊວງ, ຂະແໜງການ ຂອງລັດຖະບານ, ບັນດາອົງການ ຂອງສະພາແຫ່ງຊາດ, ແນວໂຮມແຫ່ງຊາດ, ອົງການຈັດຕັ້ງການເມືອງ, ທ້ອງຖິ່ນ, ວິສາຫະກິດ ຂອງສອງປະເທດ ໄດ້ເປັນເຈົ້າການປະສານສົມທົບກັນ ແລະ ຕັ້ງໜ້າຈັດຕັ້ງຜັນຂະຫຍາຍ, ປະຕິບັດຂໍ້ຕົກລົງ ລະຫວ່າງການນຳຂັ້ນສູງ ຂອງສອງພັກ ແລະ ບັນດາສັນຍາຮ່ວມມືຫວຽດນາມ - ລາວ; ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ລະຫວ່າງສອງລັດຖະບານ, ຂໍ້ຕົກລົງຮ່ວມມື ລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ສາມາດບັນລຸໄດ້ໝາກຜົນອັນພົ້ນເດັ່ນໃນຫຼາຍຂົງເຂດ; ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບດ້ານການເມືອງ, ການພັດທະນາເສດຖະກິດ - ສັງຄົມ; ຮັບປະກັນວຽກງານປ້ອງກັນປະເທດ ແລະ ຄວາມໝັ້ນຄົງ ຂອງແຕ່ລະປະເທດ; ສືບຕໍ່ປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານຫວຽດນາມ - ລາວ ໃຫ້ກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ພ້ອມກັນນັ້ນ ກໍປະກອບສ່ວນໃນການຍົກສູງຖານະ ຂອງສອງພັກ, ສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເພື່ອສັນຕິພາບ, ຄວາມມີສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ຂອງພາກພື້ນ ແລະ ສາກົນ. ບົນຈິດໃຈດັ່ງກ່າວນັ້ນ:

ການພົວພັນທາງດ້ານການເມືອງ: ສືບຕໍ່ເພີ່ມທະວີ ແລະ ນັບມື້ຍິ່ງກ້າວເຂົ້າສູ່ລວງເລິກ, ຕິດພັນສະໜິດແໜ້ນ, ມີຄວາມໄວ້ເນື້ອເຊື່ອໃຈ, ຮັກສາບົດບາດຫຼັກແຫຼ່ງ, ກໍານົດທິດທາງລວມໃນສາຍພົວພັນສອງຊາດ. ເວລາໃດສອງຝ່າຍກໍຢືນຢັນສາຍພົວພັນມິດຕະພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ ແມ່ນຊັບສົມບັດທີ່ລໍ້າຄ່າລວມ ຂອງສອງພັກ, ສອງຊາດ ແລະ ຖືເປັນຄວາມຈໍາເປັນພາວະວິໄສ, ກົດເກນປະຫວັດສາດ ແລະ ເປັນເຫງົ້າກໍາລັງແຮງອັນໃຫຍ່ຫຼວງທີ່ສຸດ ຂອງສອງປະເທດ, ຈະຕ້ອງໄດ້ປົກປັກຮັກສາ, ເສີມຂະຫຍາຍ ແລະ ສົ່ວທອດໃຫ້ແກ່ບັນດາຮຸ່ນຄົນພາຍຫຼັງ.

ສອງຝ່າຍໄດ້ເສີມຂະຫຍາຍບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວ, ພ້ອມກັນນັ້ນກໍກວດກາຄືນ, ດັດປັບບັນດາກົນໄກຮ່ວມມື ແລະ ຈັດຕັ້ງຜັນຂະຫຍາຍບັນດາກົນໄກໃໝ່; ສຸມໃສ່ການແລກປ່ຽນດ້ານການຮ່ວມມືໃນບັນດາບັນຫາຍຸດທະສາດ, ແນວທາງ, ນະໂຍບາຍທີ່ກ່ຽວພັນເຖິງຄວາມສະຫງົບ, ການພັດທະນາຂອງແຕ່ລະປະເທດ. ສອງຝ່າຍໄດ້ຈັດຕັ້ງບັນດາການເຄື່ອນໄຫວພົວພັນຕ່າງປະເທດ ລະຫວ່າງການນຳຂັ້ນສູງສອງພັກ, ສອງລັດໄດ້ເປັນຢ່າງດີ, ໄດ້ມີການລົງນາມໃນເອກະສານຮ່ວມມືໃນຫຼາຍຂົງເຂດທີ່ສຳຄັນລະຫວ່າງສອງພັກ ແລະ ສອງປະເທດ, ໃນນັ້ນ ມີອະນຸສັນຍາການຮ່ວມມືປ້ອງກັນຊາຍແດນ ລະຫວ່າງ 2 ກະຊວງປ້ອງກັນປະເທດ ຫວຽດນາມ - ລາວ; ບົດບັນທຶກຊ່ວຍຈໍາກ່ຽວກັບແຜນການຮ່ວມມື ລະຫວ່າງ 2 ຫ້ອງວ່າການລັດຖະບານ ຫວຽດນາມ - ລາວ; ບົດບັນທຶກຊ່ວຍຈໍາກ່ຽວກັບການພັດທະນາພື້ນຖານໂຄງລ່າງ ແລະ ການເຊື່ອມຕໍ່ພື້ນຖານໂຄງລ່າງການຄ້າຊາຍແດນ ລະຫວ່າງສອງລັດຖະບານຫວຽດນາມ - ລາວ; ແຜນການຮ່ວມມືປະຈໍາປີ 2024 ລະຫວ່າງກະຊວງສຶກສາ - ກໍ່ສ້າງ ຫວຽດນາມ ແລະ ກະຊວງສຶກສາທິການ ແລະ ກິລາ ຂອງລາວ. ບັນດາເອກະສານເຫຼົ່ານີ້ໄດ້ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ - ລາວ ໃນໄລຍະໃໝ່.

ໃນບັນດາການຢ້ຽມຢາມ ແລະ ເຮັດວຽກ, ສອງຝ່າຍໄດ້ມີການແລກປ່ຽນຢ່າງແທດຈິງ, ກົງໄປກົງມາ ແລະ ໄດ້ກໍານົດທິດທາງໃຫ້ແກ່ການພົວພັນ ລະຫວ່າງສອງພັກ, ສອງປະເທດໃຫ້ຂະຫຍາຍຕົວຢ່າງໝັ້ນຄົງ, ໜັກແໜ້ນ ແລະ ມີປະສິດທິຜົນກວ່າເກົ່າໃນໄລຍະຕໍ່ໜ້າ. ຄຽງຄູ່ກັນນັ້ນ, ການນໍາຫຼັກແຫຼ່ງ ຂອງສອງປະເທດ ກໍໄດ້ພົບປະ ແລະ ພົວພັນກັນເປັນປະຈໍາໃນໂອກາດເຂົ້າຮ່ວມບັນດາເວທີຫຼາຍຝ່າຍຕ່າງໆ.

ດັ່ງທີ່ພວກເຮົາຮູ້ແລ້ວວ່າ ອະດີດເລຂາທິການໃຫຍ່ ຫງວຽນຟູຈ້ອງ, ບັນດາສະຫາຍການນໍາຫຼັກແຫຼ່ງໄດ້ເອົາໃຈໃສ່ຊີ້ນໍາເປັນປະຈໍາ ຕໍ່ການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງການເມືອງ, ຍົກສູງປະສິດທິພາບໃນການຮ່ວມມືໃນທຸກຂົງເຂດ ຊຶ່ງໃນໄລຍະຜ່ານມາ, ບັນດາຄະນະຕ່າງໆ ຂອງພັກ, ກະຊວງ, ຂະແໜງການ, ອົງການຈັດຕັ້ງສັງຄົມ, ທ້ອງຖິ່ນ ໄດ້ຕັ້ງໜ້າຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືຂັ້ນສູງ, ສັນຍາ ລະຫວ່າງສອງລັດຖະບານ; ບັນດາເນື້ອໃນທີ່ໄດ້ປຶກສາຫາລືໃນສະໄໝກອງປະຊຸມ ຄັ້ງທີ 46 ຂອງຄະນະກໍາມະການ ລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືຫວຽດນາມ - ລາວ; ບັນດາແຜນການຮ່ວມມື ລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ; ສືບຕໍ່ລົງນາມໃນບັນດາຂໍ້ຕົກລົງຮ່ວມມືສອງຝ່າຍ.

ສອງຝ່າຍໄດ້ສືບຕໍ່ເພີ່ມທະວີການແລກປ່ຽນດ້ານທິດສະດີ, ຂໍ້ມູນຂ່າວສານສະຖານະການ, ແບ່ງປັນບົດຮຽນປະສົບການກ່ຽວກັບວຽກງານກໍ່ສ້າງພັກ, ລະບົບການເມືອງ, ການພັດທະນາເສດຖະກິດ - ສັງຄົມ, ການຮັບປະກັນສະຖຽນລະພາບເສດຖະກິດມະຫາພາກ, ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໄດ້ຖືກຮັກສາໄວ້ຢ່າງໝັ້ນຄົງ, ເປີດກວ້າງການພົວພັນຕ່າງປະເທດ ແລະ ເຊື່ອມໂຍງສາກົນ. ສອງຝ່າຍໄດ້ຍູ້ແຮງວຽກງານໂຄສະນາ, ສຶກສາອົບຮົມກ່ຽວກັບປະຫວັດສາດ, ມູນເຊື້ອການພົວພັນພິເສດຫວຽດນາມ - ລາວ ແລະ ບັນດາຜົນສໍາເລັດທີ່ພົ້ນເດັ່ນ ຂອງແຕ່ລະປະ ເທດ; ປະສານສົມທົບການຈັດຕັ້ງຜັນຂະຫຍາຍໃນການສ້າງ ແລະ ອະນຸລັກຮັກສາບັນດາຮ່ອງຮອຍປະຫວັດສາດກ່ຽວກັບການພົວພັນຫວຽດນາມ - ລາວ ຢູ່ແຕ່ລະປະເທດ.

ເນື່ອງໃນໂອກາດວັນສ້າງຕັ້ງ ຂອງແຕ່ລະພັກ, ບັນດາວັນບຸນໃຫຍ່ ແລະ ບັນດາເຫດການສຳ ຄັນຕ່າງໆ ຂອງສອງປະເທດ, ການນຳຂັ້ນສູງ ແລະ ການນຳ ຂອງແຕ່ລະຄະນະ, ກະຊວງ, ຂະແໜງ ການ ກໍໄດ້ມີການສົ່ງໂທລະເລກ, ຈົດໝາຍອວຍພອນຊຶ່ງກັນ ແລະ ກັນ, ອັນສະແດງເຖິງຄວາມຮູ້ສຶກທີ່ສະໜິດສະໜົມ ແລະ ການພົວພັນສະໜິດແໜ້ນ ລະຫວ່າງການນໍາສອງພັກ, ສອງລັດ. ສອງຝ່າຍໄດ້ສົມທົບກັນມອບຫຼຽນກາ, ຫຼຽນໄຊໃຫ້ແກ່ບັນດາໝູ່ຄະນະ ແລະ ບຸກຄົນທີ່ມີຜົນງານດີເດັ່ນ, ປະກອບສ່ວນໃນການປັບປຸງ ແລະ ເພີ່ມທະວີການພົວພັນພິເສດຫວຽດນາມ - ລາວ.

ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ: ສືບຕໍ່ໄດ້ຮັບການຮັກສາ ແລະ ເປັນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນຫວຽດນາມ - ລາວ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຮັບປະກັນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ຂອງແຕ່ລະປະເທດ. ສອງຝ່າຍຕັ້ງໜ້າໃນການປະສານສົມທົບຈັດຕັ້ງປະຕິບັດອະນຸສັນຍາວ່າດ້ວຍການຮ່ວມມືໄລຍະແຕ່ປີ 2020 - 2024 ແລະ ແຜນການຮ່ວມມື ປີ 2024 ດ້ານວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໄດ້ເປັນຢ່າງດີ. ສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ ເຊັ່ນ: ການເຈລະຈາດ້ານນະໂຍບາຍປ້ອງກັນປະເທດ ຫວຽດນາມ - ລາວ; ກອງປະຊຸມຮ່ວມມືດ້ານຄວາມສະຫງົບ ຫວຽດນາມ - ລາວ. ອັນພົ້ນເດັ່ນທີ່ສຸດແມ່ນໄດ້ມີການປະສານສົມທົບໃນການຈັດຕັ້ງຜັນຂະຫຍາຍກົນໄກຮ່ວມມືໃໝ່ ນັ້ນແມ່ນການພົບປະຄັ້ງທໍາອິດ ລະຫວ່າງ 3 ກະຊວງ: ກະຊວງຕໍາຫຼວດຫວຽດນາມ ກັບກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງພາຍໃນກໍາປູເຈຍ.

ສອງຝ່າຍໄດ້ສືບຕໍ່ຮັບປະກັນຄວາມສະຫງົບ, ປົກປັກຮັກສາແນວຊາຍແດນສັນຕິພາບ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ຂອງແຕ່ລະປະເທດ. ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນການປ້ອງກັນ, ສະກັດກັ້ນ “ການຫັນປ່ຽນໂດຍສັນຕິ”, “ການຈາລະຈົນໂຄ່ນລົ້ມ”, ອາຊະຍາກໍາຂ້າມຊາດ, ໂດຍສະເພາະແມ່ນອາຊະຍາກໍາຄ້າຂາຍຢາເສບຕິດ. ປະສານສົມທົບໃນການຄົ້ນຫາບ່ອນເກັບມ້ຽນ ແລະ ນໍາເອົາອັດຖິນັກຮົບອາສາສະໝັກ, ຊ່ຽວຊານຫວຽດນາມ ຢູ່ລາວ ທີ່ໄດ້ເສຍສະຫຼະຊີວິດໃນສະໄໝສົງຄາມກັບຄືນບ້ານເກີດເມືອງນອນ.

ການພົວພັນຕ່າງປະເທດ: ສືບຕໍ່ໄດ້ຮັບການຮັກສາ ແລະ ເພີ່ມທະວີການປະສານສົມທົບ ກັບກໍາປູເຈຍ ໃນການປະຕິບັດຜົນ ຂອງການພົບປະ ລະຫວ່າງສາມສະຫາຍຜູ້ນໍາ ຂອງສາມພັກ; ຂໍ້ຕົກລົງຮ່ວມມື ລະຫວ່າງສາມນາຍົກລັດຖະມົນຕີ ກ່ຽວກັບເຂດສາມຫຼຽມພັດທະນາ; ຄໍາຖະແຫຼງ ການຮ່ວມ ລະຫວ່າງສາມປະທານສະພາແຫ່ງຊາດກໍາປູເຈຍ - ລາວ - ຫວຽດນາມ; ຈັດຕັ້ງຜັນຂະຫຍາຍຢ່າງຕັ້ງໜ້າແຜນການເຊື່ອມຈອດສາມພື້ນຖານເສດຖະກິດ CLV ຮອດປີ 2030.

ປະສານສົມທົບໃນການຈັດຕັ້ງປະຕິບັດຢ່າງມີປະສິດທິພາບກົນໄກໃຫ້ການປຶກສາ, ແລກປ່ຽນຂໍ້ມູນ ລະຫວ່າງສອງຄະນະພົວພັນຕ່າງປະເທດສູນກາງພັກ ຂອງສອງພັກ, ສອງກະຊວງ ການຕ່າງປະເທດ ແລະ ບັນດາອົງການທີ່ເຮັດວຽກງານການຕ່າງປະເທດອື່ນໆ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານຢ່າງທັນການ, ໃຫ້ຄໍາປຶກສາ, ປະສານສົມທົບຢ່າງແໜ້ນແຟ້ນ, ໃຫ້ການຊ່ວຍເຫຼືອຊຶ່ງກັນຢ່າງມີປະສິດທິຜົນຢູ່ໃນບັນດາເວທີສາກົນ ແລະ ພາກພື້ນຕ່າງໆ, ໂດຍສະເພາະແມ່ນໃນກອບການຮ່ວມມື ASEAN, ບັນດາກົນໄກທີ່ ASEAN ເປັນຜູ້ນໍາພາ, ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນໍ້າຂອງ, ສະຫະປະຊາຊາດ, ASEAM, CLV, ACMES ປະກອບສ່ວນໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ຢູ່ໃນພາກພື້ນ ແລະ ສາກົນ.

ຫວຽດນາມ ໄດ້ປະສານສົມທົບຢ່າງແໜ້ນແຟ້ນ, ທັງໃຫ້ການຊ່ວຍເຫຼືອແກ່ລາວ ທາງດ້ານວັດຖຸ, ປະກອບອຸປະກອນ-ເຄື່ອງມື ກໍຄືປະສົບການ ເພື່ອໃຫ້ລາວ ສາມາດປະຕິບັດ ສໍາເລັດບົດບາດເປັນປະທານ ASEAN, ປະທານ AIPA ໃນປີ 2024 ນີ້. ທີ່ສະຫະປະຊາຊາດ, ສອງປະເທດ ໄດ້ຮັກສາການປະສານສົມທົບຢ່າງແໜ້ນແຟ້ນ, ຊ່ວຍເຫຼືອຊຶ່ງກັນໃນຫຼາຍບັນຫາທີ່ຮ່ວມໃຫ້ຄວາມສົນໃຈ.

ນອກຈາກນັ້ນ, ສອງຝ່າຍຍັງສືບຕໍ່ປະສານສົມທົບຈັດຕັ້ງປະຕິບັດອະນຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນແຫ່ງຊາດ ແລະ ສັນຍາວ່າດ້ວຍລະບຽບການຄຸ້ມຄອງແນວຊາຍແດນ ແລະ ດ່ານຊາຍແດນທາງບົກ ຫວຽດນາມ - ລາວ. ປະຕິບັດຢ່າງມີປະສິດທິຜົນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງພົນລະເມືອງ, ນິຕິບຸກຄົນໃນແຕ່ລະປະເທດ, ສັນຍາວ່າດ້ວຍຄົນຕ່າງດ້າວ ແລະ ກົງສູນ ລະຫວ່າງສອງປະເທດ, ສ້າງເງື່ອນໄຂເອື້ອອໍານວຍໃຫ້ຄົນຫວຽດນາມ ຢູ່ລາວ ແລະ ຄົນລາວ ຢູ່ຫວຽດນາມ ໄດ້ດໍາລົງຊີວິດ, ເຮັດວຽກ ແລະ ຮໍ່າຮຽນເທິງອະນາເຂດຂອງກັນ ແລະ ກັນ ໂດຍສອດຄ່ອງກັບຂໍ້ກໍານົດກົດໝາຍ ຂອງແຕ່ລະປະເທດ ແລະ ຫຼັກການສາກົນ. ປະຕິບັດສໍາເລັດການໃຫ້ສັນຊາດແກ່ບັນດາຜູ້ທີ່ເຄື່ອນຍ້າຍຖິ່ນຖານແບບເສລີ ແລະ ແຕ່ງງານກັບຄົນຕ່າງປະເທດຢູ່ເຂດຊາຍແດນສອງປະເທດ ແລະ ໄດ້ປະຕິບັດສໍາເລັດຕາມຂໍ້ຕົກລົງຮ່ວມມືໂດຍພື້ນຖານ.

ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ: ໄດ້ຮັບການຍູ້ແຮງ ແລະ ສາມາດບັນ ລຸໄດ້ໝາກຜົນທີ່ໜ້າເພິ່ງພໍໃຈຈໍານວນໜຶ່ງ. ສອງຝ່າຍໄດ້ຕັ້ງໜ້າຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຮ່ວມມືດ້ານຍຸດທະສາດການຮ່ວມມື ຫວຽດນາມ - ລາວ ໄລຍະແຕ່ປີ 2021 - 2030 ແລະ ສັນຍາການຮ່ວມມື ຫວຽດນາມ - ລາວ ໄລຍະແຕ່ປີ 2021 - 2025; ບັນດາສັນຍາ ລະຫວ່າງສອງລັດຖະບານ ແລະ ຂໍ້ຕົກລົງຮ່ວມມືໃນສະໄໝກອງປະຊຸມ ຄັ້ງທີ 46 ຂອງຄະນະກໍາມະການລະຫວ່າງລັດຖະບານ; ເພີ່ມທະວີວຽກງານແນະນໍາ, ກວດກາ, ຊຸກຍູ້, ການແລກປ່ຽນ ແລະ ແກ້ໄຂຂໍ້ຫຍຸ້ງຍາກ, ອຸປະສັກຢ່າງທັນການ ເພື່ອຊອກຫາທິດທາງກ້າວເດີນໃໝ່ ແນໃສ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດ ຂອງເສດຖະກິດ; ສືບຕໍ່ລົງນາມໃນເອກະສານຮ່ວມມື, ສ້າງເປັນລະບຽບ, ນິຕິກໍາ, ກົດໝາຍທີ່ເປັນລະບົບຄົບຊຸດ ເພື່ອຊຸກຍູ້ແກ່ການຮ່ວມມື. ສອງຝ່າຍໄດ້ປະສານສົມທົບໃນການແລກປ່ຽນປະສົບການໃນວຽກງານຄຸ້ມຄອງ-ຂັບເຄື່ອນເສດຖະກິດມະຫາພາກ.

- ດ້ານການລົງທຶນ ຂອງຫວຽດນາມ ຢູ່ລາວ, ຮອດປັດຈຸບັນ ຫວຽດນາມມາລົງທຶນຢູ່ລາວ ມີ 256 ໂຄງການ ດ້ວຍລວມຍອດການລົງທຶນທັງໝົດຫຼາຍກວ່າ 5,5 ຕື້ໂດລາ, ຍອດຈຳນວນທຶນສະສົມບັນລຸ 2,8 ຕື້ໂດລາ. ໃນ 7 ເດືອນຕົ້ນປີ 2024, ມີ 06 ໂຄງການທີ່ໄດ້ຮັບອະນຸຍາດໃໝ່ ດ້ວຍທຶນການລົງທຶນບັນລຸ 36,7 ລ້ານໂດລາ, ເພີ່ມຂຶ້ນ 39% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີ 2023. ຫຼາຍໂຄງການລົງທຶນ ຂອງຫວຽດນາມ ໄດ້ດໍາເນີນການຢ່າງມີປະສິດທິພາບ, ປະກອບສ່ວນຢ່າງຕັ້ງ ໜ້າໃນການພັດທະນາເສດຖະກິດ - ສັງຄົມ ແລະ ສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ຄົນງານຫຼາຍພັນຄົນ, ເພີ່ມລາຍຮັບເຂົ້າງົບປະມານຂອງລາວ ໂດຍສະເພາະໃນຂົງເຂດໂທລະຄົມມະນາຄົມ, ການທະນາຄານ, ການປູກ ແລະ ປຸງແຕ່ງຢາງພາລາ, ການຜະລິດ ແລະ ການປຸງແຕ່ງອາຫານ, ອາຫານ ແລະ ນົມ. ສອງຝ່າຍໄດ້ສຳເລັດ ແລະ ສົ່ງມອບໃຫ້ຝ່າຍລາວ ໃນຈໍານວນ 4 ໂຄງການທີ່ໄດ້ຮັບການຂຸດຄົ້ນ ແລະ ນຳໃຊ້.

ດ້ານການຄ້າ, ສອງຝ່າຍໄດ້ສືບຕໍ່ເອົາໃຈໃສ່ຊຸກຍູ້ຢ່າງແຂງແຂງ, ຫຼາຍເອກະສານໄດ້ຮັບການລົງນາມ ຊຶ່ງໄດ້ປະກອບສ່ວນບູລະນະກອບກົດໝາຍກ່ຽວກັບການຄ້າ ເຊັ່ນ: ສັນຍາການຄ້າສອງຝ່າຍສະບັບໃໝ່, ສັນຍາການຄ້າຊາຍແດນ ແລະ ອະນຸສັນຍາວ່າດ້ວຍການປັບປຸງສັນຍາການຂົນສົ່ງສິນຄ້າຫວຽດນາມ - ລາວ; ເປັນເຈົ້າການ ແລະ ຕັ້ງໜ້າໃນການປະຕິບັດບັນດານິຕິກໍາທີ່ໄດ້ລົງນາມ, ບັນດາມາດຕະການຊຸກຍູ້ການຄ້າ, ສ້າງເງື່ອນໄຂໃຫ້ການຄ້າສອງຝ່າຍ ມີການພັດທະນາແບບຍືນຍົງ. ລວມຍອດມູນຄ່າການຄ້າຫວຽດນາມ - ລາວ ປີ 2023 ບັນລຸ 1,6 ຕື້ໂດລາ, ໃນ 8 ເດືອນຕົ້ນປີ 2024, ມູນຄ່າການຄ້າສອງປະເທດ ບັນລຸປະມານ 1,3 ຕື້ໂດລາ.

ດ້ານການຄົມມະນາຄົມ, ຂົນສົ່ງ: ສອງຝ່າຍໄດ້ສືບຕໍ່ເອົາໃຈໃສ່ປະຕິບັດບົດບັນທຶກຊ່ວຍຈໍາ ລະຫວ່າງສອງລັດຖະບານ ກ່ຽວກັບຍຸດທະສາດການຮ່ວມມືໃນຂົງເຂດຄົມມະນາຄົມຂົນສົ່ງ ໄລຍະແຕ່ປີ 2016 - 2025, ວິໄສທັດຮອດປີ 2030; ສືບຕໍ່ຍູ້ແຮງການຊອກຫາບັນດາແຫຼ່ງທຶນ ເພື່ອຈັດຕັ້ງປະຕິບັດໂຄງການຈຸດສຸມຕ່າງໆ.

ດ້ານຂົງເຂດພະລັງງານໄຟຟ້າ, ສອງຝ່າຍສືບຕໍ່ປະຕິບັດຢ່າງຕັ້ງໜ້າບົດບັນທຶກຊ່ວຍຈຳ ລະຫວ່າງສອງລັດຖະບານ ກ່ຽວກັບການພັດທະນາໂຄງການໄຟຟ້ານ້ຳຕົກ ຢູ່ລາວ ແລະ ການຊື້-ຂາຍ ລະຫວ່າງສອງປະເທດ, ບົນຈິດໃຈດັ່ງກ່າວ ຫວຽດນາມ ຈະນຳເຂົ້າໄຟຟ້າຈາກລາວ ປະມານ 3.000 MW ຈົນຮອດປີ 2025 ແລະ 5.000 MW ຮອດປີ 2030.

ດ້ານກະສິກໍາ - ປ່າໄມ້ ແລະ ພັດທະນາຊົນນະບົດ, ສອງຝ່າຍໄດ້ເຫັນດີເປັນເອກະພາບນໍາກັນໃນການຖືເອົາການຮ່ວມມືໃນຂົງເຂດນີ້ມີຄວາມໝາຍສຳຄັນທີ່ສຸດ, ບົນຈິດໃຈດັ່ງກ່າວນັ້ນ ໄດ້ມີການເພີ່ມທະວີການແລກປ່ຽນ ແລະ ຖ່າຍທອດເຕັກໂນໂລຊີ, ເຕັກນິກ ແລະ ກໍ່ສ້າງຕົວແບບການພັດທະນາກະສິກໍາ, ຊົນນະບົດ ແນໃສ່ຫຼຸດຜ່ອນຄວາມທຸກຍາກ, ຍົກສູງຄວາມອາດສາມາດດ້ານລະບຽບການ, ນະໂຍບາຍໃນການຄຸ້ມຄອງການຜະລິດກະສິກຳ, ປ່າໄມ້, ການປະມົງ ແລະ ຊົນລະປະທານ. ສອງຝ່າຍໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອໃນການພັດທະນາຊົນນະບົດ ຢູ່ເຂດຈຸດສຸມຂອງລາວ ຢ່າງມີປະສິດທິຜົນ. ສໍາເລັດການກໍ່ສ້າງບັນດາສູນບໍລິການດ້ານເຕັກນິກກະສິກໍາ; ປະສານສົມທົບ ໃນການຄຸ້ມຄອງ, ປົກປັກຮັກສາປ່າ ແລະ ຊັບພະຍາກອນທໍາມະຊາດໄດ້ເປັນຢ່າງດີ, ສະກັດກັ້ນການຄ້າຂາຍ - ເຄື່ອນຍ້າຍໄມ້ຜິດກົດໝາຍ, ເຄື່ອງປ່າຂອງດົງ ແລະ ສັດປ່າຂ້າມຊາຍແດນ.

ການຮ່ວມມືດ້ານວັດທະນະທຳ, ການສຶກສາ - ກໍ່ສ້າງ ແລະ ການພັດທະນາຊັບພະຍາກອນມະນຸດ: ໄດ້ເອົາໃຈໃສ່, ຮັບປະກັນຄຸນນະພາບ ແລະ ມີປະສິດທິຜົນກວ່າເກົ່າ, ສອງຝ່າຍໄດ້ຕັ້ງໜ້າຈັດຕັ້ງຜັນຂະຫຍາຍໂຄງການຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມື ຫວຽດນາມ - ລາວ ໄລຍະແຕ່ປີ 2021-2030 ແລະ ອະນຸສັນຍາວ່າດ້ວຍການຮ່ວມມືກໍ່ສ້າງ ຫວຽດນາມ - ລາວ ໄລຍະແຕ່ປີ 2022 - 2027. ປັດຈຸບັນ, ຫວຽດນາມ ໄດ້ໃຫ້ທຶນການສຶກສາແກ່ລາວ ຫຼາຍກວ່າ 1.000 ທຶນໃນແຕ່ລະປີ ແລະ ມາຮອດປັດຈຸບັນ ມີນັກສຶກສາລາວ ຫຼາຍກວ່າ 14.000 ຄົນ ພວມ ສຶກສາຮໍ່າຮຽນ ຢູ່ໃນສະຖານບັນການສຶກສາ ຂອງຫວຽດນາມ ຫຼາຍກວ່າ 170 ແຫ່ງ; ສອງຝ່າຍ ໄດ້ຈັດຕັ້ງບັນດາລາຍການວັດທະນະທຳ, ສິລະປະຢູ່ແຕ່ລະປະເທດໄດ້ເປັນຢ່າງດີ.

ການຮ່ວມມື, ຊ່ວຍເຫຼືອຊຶ່ງກັນ ລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ ແລະ ອົງການ ຂອງສະພາແຫ່ງຊາດ, ແນວໂຮມ, ອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນ: ສືບຕໍ່ໄດ້ຮັບການຍູ້ແຮງ ແລະ ກ້າວເຂົ້າສູ່ຕົວຈິງ, ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນຄວາມສະຫງົບ-ປ້ອງກັນຊາດ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງບັນດາທ້ອງຖິ່ນ, ໂດຍສະເພາະແມ່ນບັນດາທ້ອງຖິ່ນທີ່ມີຊາຍແດນຮ່ວມກັນ ໄດ້ເປີດກວ້າງ ແລະ ເສີມຂະຫຍາຍຍິ່ງຂຶ້ນ.

ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງປະຊາຊົນສອງປະເທດ ໄດ້ຮັບຄວາມເອົາໃຈໃສ່ເປັນປະຈຳ; ໄດ້ຈັດຕັ້ງການເຄື່ອນໄຫວແລກປ່ຽນວັດທະນະທຳ, ສິລະປະ, ກິລາດ້ວຍຫຼາຍກິດຈະກໍາ ອັນໄດ້ປະກອບສ່ວນໃນການເພີ່ມທະວີຄວາມເຂົ້າໃຈກັນ ລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນ ລະຫວ່າງສອງປະເທດ ນັບມື້ຍິ່ງກ້າວສູ່ລວງເລິກ.

ໃນຊຸມປີຕໍ່ໜ້າ, ແຜນນະໂຍບາຍອັນສະເໝີຕົ້ນສະເໝີປາຍ ຂອງຫວຽດນາມ ແມ່ນໃຫ້ບຸລິມະສິດແກ່ການເສີມຂະຫຍາຍການພົວພັນຮ່ວມມືກັບລາວ ຢ່າງເລິກເຊິ່ງ, ມີປະສິດທິຜົນ ແລະ ຍືນຍົງ, ຖືເປັນວຽກງານຍຸດທະສາດ, ຄວາມເປັນຫ່ວງເປັນໃຍອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດ, ໂດຍກໍານົດຢ່າງຊັດເຈນວ່າ ຊ່ວຍເຫຼືອເພື່ອນ ກໍຄືຊ່ວຍຕົວເອງ. ສອງຝ່າຍໄດ້ສືບຕໍ່ເພີ່ມທະວີການປະສານສົມທົບຢ່າງແໜ້ນແຟ້ນໃນທິດທາງ, ແຜນນະໂຍບາຍຍຸດທະສາດ, ສ້າງຄວາມໜ້າເຊື່ອຖືທີ່ນັບມື້ນັບສູງ ແລະ ຊ່ວຍເຫຼືອກັນໃນການເພີ່ມທະວີການກໍ່ສ້າງກຳລັງແຮງປະຕິວັດໃຫ້ເຂັ້ມແຂງໃນທຸກດ້ານ, ກ່ອນອື່ນໝົດແມ່ນກໍ່ສ້າງພັກ ແລະ ຖັນແຖວພະນັກງານ ແມ່ນປັດໄຈຕັດສິນແຖວໜ້າ ບົດບາດການນໍາພາ ຂອງແຕ່ລະພັກ, ເປັນພື້ນຖານການເມືອງທີ່ໝັ້ນແກ່ນ ເພື່ອຍູ້ແຮງການປະສິດທິພາບການຮ່ວມມືຢ່າງຮອບດ້ານ ຫວຽດນາມ - ລາວ. ເພີ່ມທະວີການນຳພາ, ຊີ້ນໍາທີ່ເປັນເອກະພາບ ແລະ ການປະສານສົມທົບຢ່າງແໜ້ນແຟ້ນ, ຄົບຊຸດ ລະຫວ່າງຂັ້ນຕ່າງໆ, ບັນດາຂະແໜງການໃນການຈັດຕັ້ງຜັນຂະຫຍາຍບັນດາສາຍພົວພັນຮ່ວມມືກັບລາວ ໃນທຸກຂົງເຂດ; ໂດຍຢືນຢັນວ່າ: (i) ການພົວພັນດ້ານການເມືອງ ມີບົດບາດສຳຄັນຫຼັກແຫຼ່ງ, ກໍານົດທິດທາງໃນການພົວພັນໂດຍລວມກັບລາວ; (ii) ການພົວພັນມິດຕະພາບ ຂອງປະຊາຊົນ ແມ່ນພື້ນຖານສັງຄົມທີ່ໝັ້ນຄົງ; (iii) ການພົວພັນຮ່ວມມືດ້ານວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ມີບົດບາດແກ່ນສານ; (iv) ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ເປັນພື້ນຖານຍາວນານ; (v) ການພົວພັນຮ່ວມມືດ້ານວັດທະນະທໍາ, ການສຶກສາ, ກໍ່ສ້າງ ແມ່ນບັນຫາຍຸດທະສາດ.

ກ້າວເຂົ້າສູ່ໄລຍະໃໝ່, ຄາດຄະເນວ່າ ສະພາບການຂອງໂລກ ແລະ ພາກພື້ນ ຍັງຈະສືບຕໍ່ຜັນແປໄປຢ່າງໄວວາ ແລະ ສັບສົນ, ເພື່ອຮັບປະກັນການປະຕິບັດສໍາເລັດພາລະກິດປ່ຽນແປງໃໝ່ໃນແຕ່ລະປະເທດ, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງແຕ່ລະພັກ, ສອງຝ່າຍສືບຕໍ່ຢືນຢັນບົດບາດຄວາມສໍາຄັນ ແລະ ຄວາມໝາຍຍຸດທະສາດ ຂອງສາຍພົວພັນ ຄວາມສາມັກຄີແບບພິເສດໃນສະພາບແວດລ້ອມໃໝ່, ບົນພື້ນຖານຢຶດໝັ້ນຫຼັກການສະເໝີຕົ້ນສະເໝີປາຍທີ່ສອງພັກ ໄດ້ເປັນເອກະພາບ, ສອງຝ່າຍໄດ້ເປັນເອກະສັນໃນການຍູ້ແຮງຕື່ມອີກການພົວພັນຮ່ວມມືຮອບດ້ານ ຫວຽດນາມ - ລາວ ບົນພື້ນຖານເສີມຂະຫຍາຍຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ຄວາມມຸ່ງມາດປາຖະໜາທີ່ຈະເປັນເຈົ້າຕົນເອງ, ເພິ່ງຕົນເອງ, ການຮ່ວມມືທີ່ສະເໝີພາບ ແລະ ມີຜົນປະໂຫຍດຮ່ວມກັນ, ສົມທົບຢ່າງເໝາະສົມລັກສະນະພິເສດ ຂອງການພົວພັນຫວຽດນາມ - ລາວ ກັບຫຼັກການສາກົນ.

ດ້ວຍບັນດາໝາກຜົນສຳຄັນທີ່ບັນລຸໄດ້ໃນໄລຍະຜ່ານມາ, ການເສີມຂະຫຍາຍມູນເຊື້ອປະຫວັດສາດທີ່ມີມາແຕ່ດົນນານ ຂອງປະຊາຊົນສອງປະເທດ, ຊາບຊຶ້ງດ້ວຍແນວຄິດ ຂອງປະທານ ໂຮ່ຈິມິນ ແລະ ຄວາມປາດຖະໜາ ຂອງປະທານ ໄກສອນ ພົມວິຫານ ພ້ອມດ້ວຍຄວາມມານະຍາຍາມ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ພວກເຮົາເຊື່ອໝັ້ນຢ່າງແນ່ວແນ່ວ່າ ການຢ້ຽມຢາມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ແລະ ປະທານປະເທດ ແຫ່ງ ສປປ ລາວ ຈະສືບຕໍ່ນໍາພາການພົວພັນ ຫວຽດນາມ - ລາວ ຂະຫຍາຍຕົວສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຕົວຈິງ ຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຫຼົ່າຮົບເສນາຮັກສຸມໃສ່ຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ເຫຼົ່າຮົບເສນາຮັກສຸມໃສ່ຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ເພື່ອຮັບປະກັນໃນການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບກໍາປູເຈຍ-ລາວ-ຫວຽດນາມໃຫ້ສຳເລັດຕາມແຜນການຂອງຂັ້ນເທິງທີ່ວາງໄວ້, ກົມເສນາຮັກກົມໃຫຍ່ພະລາທິການກອງທັບໄດ້ສຸມໃສ່ກະກຽມເນື້ອໃນດ້ານຕ່າງໆດ້ວຍຄວາມຮັບຜິດຊອບສູງແລະເອົາໃຈໃສ່ຈັດຕັ້ງປະຕິບັດການຝຶກຊ້ອມຢ່າງຕັ້ງໜ້າທັງປະສານສົມທົບກັບກອງທັບເພື່ອຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ.
ໄຊຍະບູລີ ຖອດຖອນບົດຮຽນງານເທສະການບຸນອອກພັນສາປະວໍລະນາ ປະຈໍາປີ ພສ 2568

ໄຊຍະບູລີ ຖອດຖອນບົດຮຽນງານເທສະການບຸນອອກພັນສາປະວໍລະນາ ປະຈໍາປີ ພສ 2568

ວັນທີ 13 ຕຸລາຜ່ານມານີ້,ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດງານເທສະການບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະຈໍາປີ ພສ 2568 ຄສ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງ ເມືອງໄຊຍະບູລີ.
ຄະນະບໍລິຫານງານພັກແຂວງເຊື່ອມຊຶມ,ຜັນຂະຫຍາຍເນື້ອໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ X

ຄະນະບໍລິຫານງານພັກແຂວງເຊື່ອມຊຶມ,ຜັນຂະຫຍາຍເນື້ອໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ X

ກອງປະຊຸມຄົ້ນຄ້ວາເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນະເຂດ ສະໄໝທີ 10 ໄຂຂຶ້ນໃນວັນທີ 13 ຕຸລາ 2025 ທີ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການແຂວງສະຫວັນະເຂດ, ໂດຍການເປັນປະທານ ແລະ ກ່າວເປີດກອງປະຊຸມໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນະເຂດ, ມີສະຫາຍຮອງເລຂາພັກແຂວງ ກຳມະການປະຈຳພັກແຂວງ, ກຳມະການພັກແຂວງທັງໝົດ 41 ສະຫາຍເຂົ້າຮ່ວມ.
ເປີດຂະບວນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກກະຊວງແລະ  ສະຫຼອງວັນສ້າງຕັ້ງຂະແໜງການເງິນ

ເປີດຂະບວນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກກະຊວງແລະ ສະຫຼອງວັນສ້າງຕັ້ງຂະແໜງການເງິນ

ພິທີເປີດບັ້ນຂະບວນແຂ່ງຂັນເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກກະຊວງການເງິນ ຄັ້ງທີ IV ແລະ ສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີຈັດຂຶ້ນໃນວັນທີ 11 ຕຸລາຜ່ານມາໂດຍການເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແລະ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດ ສີໜຸກ ກາເຟລາວ ຈະເປີດຢ່າງເປັນທາງການໃນຕົ້ນເດືອນພະຈິກ

ບໍລິສັດ ສີໜຸກ ກາເຟລາວ ຈະເປີດຢ່າງເປັນທາງການໃນຕົ້ນເດືອນພະຈິກ

ບໍລິສັດ ສີໜຸກ ກາເຟລາວ ເປັນທີ່ຮູ້ຈັກກັນດີກາເຟສີໜຸກ ເປັນໜຶ່ງຜະລິດຕະພັນຂອງຄົນລາວທີ່ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດເປັນເວລາ 30 ປີ ຈົນມາເຖິງປັດຈຸບັນໄດ້ຂະຫຍາຍເຄືອຂ່າຍຮ້ານກາເຟສີໜຸກທັງພາຍໃນນະຄອນຫຼວງວຽງຈັນ (ນວ) ແລະ ຕ່າງແຂວງ ເຮັດໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງມີຄຸນນະພາບ, ມີຄວາມຍືນຍົງ ແລະ ມີເອກະລັກສະເພາະຕົວ. ປັດຈຸບັນກໍາລັງຈະເປີດສໍານັກງານໃຫຍ່ສີໜຸກ ພາວີລ້ຽນ ຫຼື ບໍລິສັດສີໜຸກ ກາເຟລາວຂຶ້ນຢ່າງເປັນທາງການໃນຕົ້ນເດືອນພະຈິກ 2025 ນີ້.
ອອປສ ປາຖະກະຖາມນູນເຊື້ອວັນປະກາດເອກະລາດ ຄົບຮອບ 80 ປີ

ອອປສ ປາຖະກະຖາມນູນເຊື້ອວັນປະກາດເອກະລາດ ຄົບຮອບ 80 ປີ

ອົງການໄອຍະການ ປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມປາຖະກະຖາຫວນຄືນນູນເຊື້ອວັນປະກາດເອກະລາດ ຄົບຮອບ 80 ປີ (12 ຕຸລາ 1945 - 12 ຕຸລາ 2025) ຂຶ້ນໃນວັນທີ 13 ຕຸລາ ນີ້ ທີ່ ອອປສ ໃຫ້ກຽດປາຖະກະຖາ ໂດຍທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຊຶ່ງມີຮອງຫົວໜ້າ ອອປສ, ບັນດາຫົວໜ້າກົມ-ຮອງກົມ ແລະ ພະນັກງານນຳພາເຂົ້າຮ່ວມຮັບຟັງ.
ເມືອງບໍ່ແຕນ ສະຫຼອງ 6 ວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ

ເມືອງບໍ່ແຕນ ສະຫຼອງ 6 ວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນປະກາດເອກະລາດຄົບຮອບ 80 ປີ(12/10/1945-12/10/2025), ວັນສ້າງຕັ້ງການທູດລາວຄົບຮອບ 80 ປີ(7/10/1945-7/10/2025), ວັນຄູແຫ່ງຊາດ 7 ຕຸລາຄົບຮອບ 31 ປີ (7/10/1994-7/10/2025), ວັນວິທະຍາສາດແຫ່ງຊາດຄົບຮອບ 38 ປີ(12/10/1987-12/10/2025), ວັນຄົນພິການແຫ່ງຊາດຄົບຮອບ 33 ປີ (3/12/1992-3/12/2025) ແລະວັນຜູ້ອາຍຸສູງສາກົນຄົບຮອບ 26 ປີ (1/10/1999-1/10/2025). ດັ່ງນັ້ນ, ຄະນະບໍລິຫານງານພັກເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດຫຼາຍກິດຈະກຳເປັນຕົ້ນແມ່ນການກວດສຸຂະພາບໃຫ້ຜູ້ອາຍຸສູງ, ກາຍຍະບໍລິຫານ, ຈົກສະຫຼາກຮັບຂອງຂວັນສຳລັບຜູ້ອາຍຸສູງ, ມອບຂອງຂວັນໃຫ້ຄົນພິການ ແລະ ຊົມການສະແດງສິລະປະວັນນະຄະດີຂອງນ້ອງນັກຮຽນ.
ທນບ ຮ່ວມມື “ພັດທະນາທຸລະກິດກະສິກໍາລາວ ໃຫ້ເຂັ້ມແຂງ”

ທນບ ຮ່ວມມື “ພັດທະນາທຸລະກິດກະສິກໍາລາວ ໃຫ້ເຂັ້ມແຂງ”

ໃນວັນທີ 10 ຕຸລາ 2025 ນີ້,ໄດ້ບັນລຸການເຊັນສັນຍາ ບັນທຶກຕົກລົງ (MOA) ຮ່ວມມືຍຸດທະສາດ 3 ຝ່າຍ ທີ່ສໍານັກງານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ-LNCCI) ລະຫວ່າງ “ສຄອຊ - ສະມາຄົມທຸລະກິດກະສິກໍາລາວ (ສຄກລ-LABA) - ທະນາຄານນະໂຍບາຍ (ທນບ-NBB)” ພາຍໃຕ້ໂຄງການຮ່ວມມື “ພັດທະນາທຸລະກິດກະສິກໍາລາວໃຫ້ເຂັ້ມແຂງ” ບົນເນື້ອໃນຈິດໃຈ ເປັນຄູ່ຮ່ວມຍຸດທະສາດຍາວນານ ຕ່າງຝ່າຍ ຕ່າງສະໝັກໃຈຮ່ວມ, ສະເໝີ ພາບ ແລະ ມີຜົນປະໂຫຍດຮ່ວມກັນ. ສ້າງກົນໄກໃນການສະໜັບສະໜູນບັນດາລາຍການສິນຄ້າ ທີ່ເປັນທ່າແຮງນອນຢູ່ໃນ ບູລິມະສິດຂອງລັດຖະບານ, ສົ່ງເສີມຕ່ອງໂສ້ຜະລິດ ແລະ ປຸງແຕ່ງສິນຄ້າກະສິກໍາ ໃຫ້ຕອບສະໜອງຄວາມຕ້ອງການຕະຫຼາດ ທົດແທນການນໍາເຂົ້າ ແລະ ຮ່ວມມືກຽມຄວາມພ້ອມປະຕິບັດເງື່ອນໄຂການເຂົ້າເຖິງແຫຼ່ງທຶນ ຕົ້ນທຶນທາງການເງິນທີ່ເໝາະສົມຈາກແຫຼ່ງພາຍໃນ ແລະ ຕ່າງປະເທດ ຕາມແນວທາງນະໂຍບາຍ ຂອງລັດຖະບານໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມທິດເຊື່ອມໂຍງ, ເຊື່ອມຈອດ ແລະ ຍືນຍົງ.
ປິດຊຸດອົບຮົມຄູຝຶກ ການອ່ານ ແລະ ແປອັກສອນລາວເດີມໃນໜັງສືຜູກໃບລານ

ປິດຊຸດອົບຮົມຄູຝຶກ ການອ່ານ ແລະ ແປອັກສອນລາວເດີມໃນໜັງສືຜູກໃບລານ

ຊຸດຝຶກອົບຮົມການເປັນຄູຝຶກການອ່ານ ແລະ ແປອັກສອນລາວເດີມໃນໜັງສືຜູກໃບລານໄດ້ປິດລົງໃນວັນທີ 10 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ພາຍຫຼັງທີ່ໄດ້ເປີດມາແຕ່ວັນທີ 6 ຕຸລາຜ່າມມາ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ດາລານີ ພົມມະວົງສາ ຄະນະປະຈຳພັກກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ມີບັນດາວິທະ ຍາກອນ, ສຳມະນາກອນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ປະກາດການຈັດຕັ້ງຕຳແໜ່ງບໍລິຫານ, ປະດັບ, ເລື່ອນ ແລະ ທຽບຊັ້ນນັກການທູດໃຫ້ພະນັກງານ

ປະກາດການຈັດຕັ້ງຕຳແໜ່ງບໍລິຫານ, ປະດັບ, ເລື່ອນ ແລະ ທຽບຊັ້ນນັກການທູດໃຫ້ພະນັກງານ

ໃນວັນທີ 7 ຕຸລາຜ່ານມານີ້ ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດສັບຊ້ອນເລື່ອນຕຳ ແໜ່ງບໍລິຫານ ແລະ ຊັ້ນນັກການທູດ ໃຫ້ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ໄມທອງ ທຳມະວົງສາ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນຂອງກະຊວງການຕ່າງປະເທດເຂົ້າຮ່ວມ ຈຳນວນທັງໝົດ 273 ທ່ານ ຍິງ 110 ທ່ານ.
ເພີ່ມເຕີມ