ປຶກສາຫາລື ເພື່ອເສີມສ້າງການຮ່ວມມືໃນພາກພື້ນ

ເສີມສ້າງການຮ່ວມມືໃນພາກພື້ນ ແລະ ຄົ້ນຄວ້າການແກ້ໄຂ ເພື່ອພະລັງງານ ທີ່ຍືນຍົງ

ເສີມສ້າງການຮ່ວມມືໃນພາກພື້ນ ແລະ ຄົ້ນຄວ້າການແກ້ໄຂ ເພື່ອພະລັງງານ ທີ່ຍືນຍົງ
ພາກລັດ, ນັກວິຊາການ, ຜູ້ນໍາດ້ານອຸດສາຫະກຳ, ນັກລົງທຶນ ແລະ ຜູ້ຊ່ຽວຊານດ້ານພະລັງງານ ຂອງບັນດາປະເທດ ອາຊຽນ ໄດ້ພ້ອມກັນປຶກສາຫາລື ເພື່ອເສີມສ້າງການຮ່ວມມືໃນພາກພື້ນ ແລະ ຄົ້ນຄວ້າການແກ້ໄຂ ເພື່ອພະລັງງານ ທີ່ຍືນຍົງ ເພື່ອອະນາຄົດຂອງອາຊຽນ

 ໃນກອງປະຊຸມທຸລະກິດພະລັງງານອາຊຽນ ຄັ້ງທີ 24 (AEBF-24) ຊຶ່ງມື້ທໍາອິດຂອງກອງປະຊຸມ ກໍໄດ້ມີການລົງນາມ ລະຫວ່າງ ສູນພະລັງງານອາຊຽນ (ACE) ກັບ ບໍລິສັດຫົວເຫວີຍ ເພື່ອຂັບເຄື່ອນຄວາມພະຍາຍາມດ້ານພະລັງງານໝູນວຽນທົ່ວພາກພື້ນອາຊຽນ, ການເຜີຍແຜ່ບົດສະຫຼຸບດ້ານນະໂຍບາຍ ແລະ ເປີດສູນຂໍ້ມູນພະລັງງານອາຊຽນ.
ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ໄດ້ຈັດກອງປະຊຸມ AEBF-24 ຂຶ້ນໃນລະຫວ່າງວັນທີ 25-27 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ຊຶ່ງໃນວັນທີ 25 ກັນຍານີ້ ກອງປະຊຸມດັ່ງກ່າວໄດ້ເປີດຂຶ້ນຢ່າງເປັນທາງການ ໂດຍການກ່າວເປີດຂອງ ທ່ານ ສຸກວິສັນ ຄິນສະໝອນ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງ ພບ ແລະ ທ່ານ ແອນດີ້ ຕິຣຕາ ຫົວໜ້າຝ່າຍບໍລິຫານ ສູນພະລັງງານອາຊຽນ ທັງເປັນປະທານກອງປະຊຸມ AEBF-24 ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສຸກວິສັນ ຄິນສະໝອນ ໄດ້ກ່າວວ່າ: ການເປັນປະທານອາຊຽນຂອງ ສປປ ລາວ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມຍືນຍົງ” ສະແດງໃຫ້ເຫັນເຖິງຄໍາໝັ້ນສັນຍາຮ່ວມກັນ ໃນການສ້າງຄວາມໝັ້ນຄົງດ້ານພະລັງງານ ແລະ ການປ່ຽນຜ່ານໄປສູ່ພະລັງງານທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ແຫຼ່ງພະລັງງານແບບຍືນຍົງ. ໃນຂະນະທີ່ ອາຊຽນໄດ້ພ້ອມກັນມີສ່ວນຮ່ວມໃນການສົນທະນາ ແບ່ງປັນການປະຕິບັດທີ່ດີທີ່ສຸດ ແລະ ສ້າງການເຊື່ອມຕໍ່ທີ່ຍືນຍົງ ເຊື່ອມຕໍ່ພາກພື້ນອາຊຽນ ເພື່ອສ້າງການປ່ຽນແປງທາງບວກດ້ານພະລັງງານໂລກ.
ທ່ານ ແອນດີ້ ຕິຣຕາ ກ່າວວ່າ: ກອງປະຊຸມ AEBF-24 ຖືເປັນບາດກ້າວສຳຄັນໃນຄວາມພະຍາຍາມທີ່ຕໍ່ເນື່ອງຂອງພວກເຮົາໃນການເສີມສ້າງການຮ່ວມມືດ້ານພະລັງງານໃນລະດັບພາກພື້ນ; ກອງປະຊຸມຄັ້ງນີ້, ເປັນເວທີທີ່ມີບົດບາດສຳຄັນໃນການຂັບເຄື່ອນການດຳເນີນແຜນງານການຮ່ວມມື ດ້ານພະລັງງານອາຊຽນ (APAEC) ພວກເຮົາມຸ່ງໝັ້ນທີ່ຈະຮ່ວມກັນພັດທະນາຄວາມໝັ້ນຄົງດ້ານພະລັງງານ, ການເຂົ້າເຖິງ, ຄວາມສາມາດໃນການຈ່າຍ ແລະ ຄວາມຍືນຍົງ ຊຶ່ງເປັນການວາງຮາກຖານສຳລັບອະນາຄົດທີ່ໝັ້ນຄົງ ແລະ ຍືນຍົງຂອງທົ່ວອາຊຽນ.
ກອງປະຊຸມ AEBF-24 ໄດ້ເນັ້ນຢໍ້າເຖິງຄວາມສໍາຄັນຂອງການຮ່ວມມືໃນລະດັບພາກພື້ນໃນການຈັດການກັບສິ່ງທ້າທາຍດ້ານພະລັງງານທີ່ເລັ່ງດ່ວນ, ສະທ້ອນໃຫ້ເຫັນເຖິງຄວາມມຸ່ງງໝັ້ນຮ່ວມກັນ ໃນການສົ່ງເສີມຄວາມໝັ້ນຄົງດ້ານພະລັງງານ, ການເຂົ້າເຖິງ ແລະ ຄວາມຍືນຍົງທົ່ວພາກພື້ນອາຊຽນ ໄດ້ເນັ້ນຢ້ຳເຖິງບົດບາດຂອງການເປັນເວທີທີ່ສຳຄັນຂອງການເຈລະຈາ, ປຶກສາຫາລື ແລະ ການຮ່ວມມື ຊຶ່ງມື້ທໍາອິດຂອງກອງປະຊຸມ ຍັງໄດ້ມີກອງປະຊຸມບັນດາປະເທດອາຊຽນ ກ່ຽວກັບ ພະລັງງານ ແລະ ສິ່ງແວດລ້ອມ ຄັ້ງທີ 4 (4th AICEE) ຊຶ່ງຜູ້ຊ່ຽວຊານ ແລະ ນັກວິຊາການໄດ້ຫາລືກ່ຽວກັບແນວທາງທີ່ເປັນນະວັດຕະກຳໃໝ່ ສຳຫຼັບສິ່ງທ້າທາຍດ້ານພະລັງງານ ແລະ ສິ່ງແວດລ້ອມໃນພາກພື້ນ.
ກອງປະຊຸມຄັ້ງນີ້, ບັນດາຜູ້ຊຽວຊານຍັງບັນຍາຍໃນເຊີງປະຕິບັດການ ແລະ ນໍາສະເໜີເຕັກນິກ ເພື່ອໃຫ້ຜູ້ເຂົ້າຮ່ວມມີສ່ວນຮ່ວມໃນການພັດທະນານະໂຍບາຍພະລັງງານ, ຄວາມກ້າວໜ້າທາງເຕັກໂນໂລຊີ ແລະ ໂອກາດໃນການລົງທຶນ; ພ້ອມນີ້, ກໍຍັງມີການຈັດວາງສະແດງເຕັກໂນໂລຊີ ແລະ ໂຊລູຊັນທີ່ທັນສະໄໝ ຈາກພາກສ່ວນຕ່າງໆໃນທົ່ວອາຊຽນ. ຂະນະທີ່, ການບັນຍານຫົວຂໍ້ຕ່າງໆ ຈະຊ່ວຍໃນການປັບປຸງດ້ານພະລັງງານໝູນວຽນ, ປະສິດທິພາບໃນການໃຊ້ພະລັງງານ ແລະ ຄວາມໝັ້ນຄົງດ້ານພະລັງງານ ຊຶ່ງກອງປະຊຸມ AEBF-24 ມີເປົ້າໝາຍເພື່ອຍົກລະດັບການຮ່ວມມືດ້ານພະລັງງານ ໃນການບັນລຸຄວາມຕ້ອງການພະລັງງານທີ່ເພີ່ມຂຶ້ນຂອງພາກພື້ນ ຊຶ່ງຫົວໃຈສຳຄັນຂອງການບັນຍາຍ ກໍຄືຄວາມຄິດລິເລີ່ມທີ່ສຳຄັນ ເຊັນ: ເຄືອຂ່າຍພະລັງງານອາຊຽນ (APG); ການດັກຈັບ, ການໃຊ້ປະໂຫຍດ ແລະ ການກັກເກັບກາກບອນ (CCUS); ທ່າອ່ຽງການພັດທະນາພະລັງງານໝູນວຽນ ແລະ ປະສິດທິພາບການໃຊ້ພະລັງງານ ແລະ ການເປີດບົດລາຍງານຫຼັກຂອງ ACE, ການຄາດຄະເນດ້ານພະລັງງານອາຊຽນ ຄັ້ງທີ 8 (AEO8).
(ຂ່າວ: ສຸກສະຫວັນ, ພາບ: ບຸນອູ້ມ)

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ເພີ່ມເຕີມ