ການຄ້າຂາເຂົ້າ - ຂາອອກເຂດລ້ອງແມ່ນ້ຳເຫຼືອງ ບັນລຸ 35,530 ຕື້ຢວນ
ວິທະຍຸ, ໂທລະພາບສູນກາງຈີນ ລາຍງານໃນວັນທີ 1 ພະຈິກ ຜ່ານມາວ່າ: ນັບແຕ່ເຜີຍແຜ່ຂໍ້ມູນ “ໂຄງຮ່າງແຜນການພັດທະນາທີ່ມີຄຸນນະພາບສູງ ແລະ ການອະນຸລັກລະບົບນິເວດຢູ່ເຂດລ້ອງແມ່ນ້ຳເຫຼືອງ (ຮວງເຮີ)” ໃນເດືອນຕຸລາປີ 2021 ຈົນຮອດປັດຈຸບັນເປັນເວລາ 5 ປີແລ້ວ. ຕາມສະຖິຕິຈາກດ່ານພາສີຈີນານ ແຂວງຊ່ານຕຸ່ງ ຈີນ ໃຫ້ຮູ້ວ່າ: ແຕ່ປີ 2021 ຮອດທ້າຍເດືອນກັນຍາປີນີ້, ການຄ້າສະສົມຂາເຂົ້າ-ຂາອອກຢູ່ເຂດລ້ອງແມ່ນ້ຳເຫຼືອງລວມທັງໝົດບັນລຸມູນຄ່າ 35,530 ຕື້ຢວນ ຊຶ່ງເຮັດໃຫ້ລະດັບການເປີດປະຕູສູ່ພາຍນອກໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ຄໍາເຫັນ