ລາຍງານລະບຸວ່າ: ປັດຈຸບັນ, ຈຳນວນຜະລິດຕະພັນອາຫານທັງໝົດທີ່ມີແຜນປັບຂຶ້ນລາຄາໃນປີ 2025 ມີເຖິງ 18,697 ລາຍການ, ໃນຂະນະທີ່ຫຼາຍບໍລິສັດໄດ້ສົ່ງຕໍ່ຄ່າໃຊ້ຈ່າຍທີ່ສູງຂຶ້ນໃຫ້ຜູ້ບໍລິໂພກ ແລະ ໂຕເລກດັ່ງກ່າວອາດຈະເກີນ 20,000 ລາຍການ ໃນເດືອນກໍລະກົດ.
ຜົນການສໍາຫຼວດຜູ້ຜະລິດອາຫານ 195 ແຫ່ງ ພົບວ່າເຄື່ອງປຸງອາຫານເຊັ່ນ: ແກງກະຫຼີ່ກ້ອນ ແລະ ນໍ້າແກງ ເປັນສິນຄ້າທີ່ມີການປັບລາຄາຂຶ້ນຫຼາຍທີ່ສຸດ ຢູ່ທີ່ 1,445 ລາຍການ. ຜະລິດຕະພັນເຂົ້າໜົມເຊັ່ນ: ຊັອກໂກແລັດ ແລະ ຊິງອົບ ມີການປັບລາຄາຂຶ້ນເຊັ່ນດຽວກັນ ແລະ ບາງລາຍການອາດມີປະລິມານຫຼຸດລົງ, ໃນຂະນະທີ່ອາຫານປຸງແຕ່ງເຊັ່ນ: ຜະລິດຕະພັນເຂົ້າ ແລະ ຊອສພາສຕ້າ ກໍໄດ້ຮັບຜົນກະທົບດ້ວຍ.
ສາເຫດການເພີ່ມຂຶ້ນຂອງລາຄາທີ່ມີການລາຍງານຫຼາຍທີ່ສຸດແມ່ນລາຄາວັດຖຸດິບ, ຖັດມາແມ່ນຄ່າໃຊ້ຈ່າຍແຮງງານ. ໂດຍຖືເປັນການເພີ່ມຂຶ້ນທີ່ສູງທີ່ສຸດນັບຕັ້ງແຕ່ເລີ່ມເກັບກຳຂໍ້ມູນ ໃນປີ 2023.
ທັງນີ້, Tekoku Databank ເຕືອນວ່າ: ຄວາມເຄັ່ງຕຶງທີ່ເພີ່ມຂຶ້ນຢູ່ຕາເວັນອອກກາງສາມາດຊຸກຍູ້ລາຄານ້ຳມັນດິບ, ນ້ຳມັນພືດ ແລະ ເຂົ້າສາລີເພີ່ມສູງຂຶ້ນ ແລະ ອາດເຮັດໃຫ້ມີການປັບລາຄາເພີ່ມຂຶ້ນຢ່າງກວ້າງຂວາງ.
ຄໍາເຫັນ