![]() |
ການເຄື່ອນໄຫວຢ້ຽມຢາມຄັ້ງນີ້, ທ່ານໄດ້ຮັບຊົມການວາງສະແດງຮູບພາບປະຫວັດຄວາມເປັນມາຂອງສະຖາບັນຂົງຈືນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ, ການວາງສະແດງຜົນງານທາງດ້ານວິຊາການເຊັ່ນ: ປື້ມຕຳລາຮຽນພາສາຈີນ ແລະຫຼັກສູດພາສາຈີນໃນລະດັບປະລິນຍາຕີ, ຫຼັກສູດໄລຍະສັ້ນ,ການສາທິດການຊົງຊາ ແລະການສະແດງກູເຈິ້ງຂອງນັກສຶກສາ.ພ້ອມນັ້ນ, ທ່ານ Wang Yunlin ຍັງໄດ້ໂອ້ລົມຢື້ຢາມຖາມຂ່າວເພື່ອສະແດງຄວາມເປັນຫ່ວງເປັນໃຍຕໍ່ພະນັກງານຄູ-ອາຈານອາສາສະໝັກຈາກ ສປ ຈີນທີ່ມາສິດສອນຢູ່ ສຂຈ.
![]() |
ຈາກນັ້ນ, ທັງສອງຝ່າຍກໍໄດ້ມີການພົບປະ-ປຶກສາຫາລືການຮ່ວມມືກັນໃນອະນາຄົດ ແລະ ຢ້ຽມຊົມການຮຽນ-ການສອນຂອງນັກສຶກສາຫຼັກສູດຄູພາສາຈີນອີກດ້ວຍ.
![]() |
ຂ່າວ: ພູວັນ



ຄໍາເຫັນ