ສກລ ແຂວງສາລະວັນ ຖືວຽກງານປຸກລະດົມຂົນຂວາຍໂຄສະນາສຶກສາອົບຮົມການເມືອງ - ແນວຄິດ ເປັນວຽກງານຍຸດທະສາດ

ສກລ ແຂວງສາລະວັນ ຖືວຽກງານປຸກລະດົມຂົນຂວາຍໂຄສະນາສຶກສາອົບຮົມການເມືອງ - ແນວຄິດ ເປັນວຽກງານຍຸດທະສາດ

ສກລ ແຂວງສາລະວັນ ຖືວຽກງານປຸກລະດົມຂົນຂວາຍໂຄສະນາສຶກສາອົບຮົມການເມືອງ - ແນວຄິດ ເປັນວຽກງານຍຸດທະສາດ
ໃນໄລຍະຜ່ານມາ ຄະນະບໍລິຫານງານສະຫະພັນກໍາມະບານແຂວງສາລະວັນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປຸກລະດົມຂົນຂວາຍ, ໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ເປັນວຽກງານຍຸດທະສາດ. ສະຫາຍ ຈິດຕະກອນ ສາຍສະໝຸດປະທານສະຫະພັນກໍາມະບານແຂວງສາລະວັນ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນກໍາມະບານທົ່ວປະເທດ ຄັ້ງທີ IX ໃນຫົວຂໍ້: “ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ເລິກເຊິ່ງ ຮອບດ້ານ ໃນວຽກງານປຸກລະດົມຂົນຂວາຍ, ໂຄສະນາສຶກສາອົບຮົມ ໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ” ໃນວັນທີ 27 ຕຸລາ ນີ້ ວ່າ: ສະຫະພັນກໍາມະບານແຂວງສາລະວັນ ມີການຈັດຕັ້ງກໍາມະບານທັງໜົດ 336 ພາກສ່ວນການຈັດຕັ້ງກໍາມະບານ ຊຶ່ງປະກອບມີ 13 ສະຫະພັນກໍາມະບານ, ໃນນັ້ນມີ 8 ສະຫະພັນກຳມະບານເມືອງ, 5 ສະຫະພັນກຳມະບານພະແນກການ, ມີ 40 ກຳມະບານຮາກຖານອ້ອມຂ້າງແຂວງ, ປັດຈຸບັນມີສະມາຊິກກຳມະບານທັງໝົດ 8,580 ຄົນ ຍິງ 4,376 ຄົນ, ສະມາຊິກກຳມະບານເປັນພະນັກງານ-ລັດຖະກອນ 7,547 ຄົນ, ເປັນນັກສຶກສາ ແລະ ກໍາມະກອນຈໍານວນ 1,033 ຄົນ, ມີຄະນະບໍລິຫານງານໃນທົ່ວແຂວງ ມີ 221 ຄົນ ຍິງ 55ຄົນ, ໃນນີ້ ຄະນະບໍລິຫານງານສະຫະພັນກຳມະບານແຂວງ 33 ຄົນ ຍິງ 12 ຄົນ, ມີພະນັກງານກໍາມະບານອາຊີບທັງໜົດ 65 ຄົນ ຍິງ 33 ຄົນ, ໃນນີ້ ປະຈໍາການຢູ່ສະຫະພັນກໍາມະບານແຂວງ 17 ຄົນ ຍິງ 8 ຄົນ, ປະກອບມີ 4 ຂະແໜງການ ຂຶ້ນກັບ ຄື: ຂະແໜງບໍລິຫານ, ຈັດຕັ້ງ-ກວດກາ ແລະ ຂະບວນການ, ໂຄສະນາອົບຮົມ-ຂ່າວສານ ແລະ ປົກປ້ອງແຮງງານ.

 

 

ໄລຍະຜ່ານມາສະຫະພັນກໍາມະບານແຂວງ ໄດ້ຖືເອົາວຽກງານປຸກລະດົມຂົນຂວາຍ, ໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ເປັນວຽກງານຍຸດທະສາດ, ເປັນວຽກງານປາຍແຫຼມ, ເປັນວຽກງານແຖວໜ້າທີ່ຕ້ອງໄດ້ເຮັດຢ່າງປົກກະຕິ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ແນໃສ່ປຸກລະດົມຂົນຂວາຍ, ສຶກສາອົບຮົມໃຫ້ຖັນແຖວພະນັກງານ, ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງຂອງພັກ, ກົດໝາຍ, ລະບຽບຂອງລັດ ແລະ ຂອງອົງການຈັດຕັ້ງກໍາມະບານ ເພື່ອຮັບປະກັນໃຫ້ແກ່ການຫັນປ່ຽນໃໝ່ຢ່າງແຂງແຮງ ເລິກເຊິ່ງ ຮອບດ້ານໃນວຽກງານກໍາມະບານ, ໂດຍໄດ້ນໍາໃຊ້ຫຼາຍຮູບການ, ວິທີການທີ່ເຫັນວ່າມີຄວາມສອດຄ່ອງເໝາະສົມກັບສະພາບຈຸດພິເສດຂອງການຈັດຕັ້ງກຳມະບານແຕ່ລະຂົງເຂດ; ຫົວໜ່ວຍແຮງງານ, ປັບປຸງບັນດາເນື້ອໃນ, ວິທີການປຸກລະດົມຂົນຂວາຍ, ໂຄສະນາສຶກສາອົບຮົມໃຫ້ແທດ

ເໝາະກັບແຕ່ລະກຸ່ມເປົ້າໝາຍເປັນຕົ້ນ: ເອົາໃຈໃສ່ເຮັດວຽກການເມືອງ-ແນວຄິດ ຕິດແໜ້ນກັບການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນຂົງເຂດກຳມະບານ ແລະ ສັງຄົມ, ການເວົ້າຕ້ອງໄປຄຽງຄູ່ກັບການກະທຳ, ຄວາມເປັນແບບຢ່າງນໍາໜ້າ ຂອງພະນັກງານ, ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ເພື່ອສ້າງການຫັນປ່ຽນໃໝ່ຢ່າງແທ້ຈິງ.ໄດ້ຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ແກ່ພະນັກງານ ຂອງກຳມະບານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ເພີ່ມທະວີຄວາມຮັບຜິດຊອບ ແລະ ເປັນເຈົ້າຕົນເອງ ຕໍ່ການຈັດຕັ້ງປະຕິບັດພາລະບົດບາດ, ສິດ, ໜ້າທີ່ຂອງຕົນ, ເຮັດໃຫ້ກຳມະກອນຜູ້ອອກແຮງງານ ໄດ້ຮັບການສຶກສາອົບຮົມ, ປຸກລະດົມທາງດ້ານແນວຄິດ ແລະ ເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານທີ່ຈຳເປັນ ກ່ຽວກັບບັນຫາແຮງງານ ແລະ ໄດ້ຮັບການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຕົນ. ປຸກລະດົມໃຫ້ພະນັກງານ, ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວ ຈັດຕັ້ງປະຕິບັດ ແລະ ປັບປຸງເນື້ອໃນໂຄສະນາ, ເນື້ອໃນຝຶກອົບຮົມໃຫ້ມີຄວາມກະທັດຮັດ, ເລິກເຊິ່ງ ແລະ ແທດເໝາະກັບກຸ່ມເປົ້າໝາຍ; ຫັນປ່ຽນໃໝ່ກ່ຽວກັບການໂຄສະນາເຄື່ອນທີ່ຢູ່ໃນຫົວໜ່ວຍແຮງງານ, ກຸ່ມການຜະລິດ ໂດຍມີການຈັດກິດຈະກຳໃຫ້ຜູ້ເຂົ້າຮ່ວມ ຖາມ-ຕອບ ເພື່ອຮັບຂອງລາງວັນໄດ້ທັງໝົດ 327 ຄັ້ງ, ມີຜູ້ເຂົ້າຮ່ວມເຊື່ອມຊຶມທັງໝົົດ 36,806 ເທື່ອຄົນ ຍິງ 15,978 ເທື່ອຄົນ.

ສະຫາຍ ຈິດຕະກອນ ສາຍສະໝຸດ ໃຫ້ຮູ້ຕື່ມວ່າ: ໃນການຈັດຕັ້ງໂຄສະນາ-ປາຖະກາຖາແນວທາງຂອງພັກ, ກົດໝາຍ, ນິຕິກຳ, ໂດຍສະເພາະແມ່ນການປະຕິບັດຄ່າແຮງງານຂັ້ນຕໍ່າ ມູນເຊື້ອຂອງຊາດ ຂອງພັກ ຂອງສະຫະພັນກຳມະບານລາວ ແລະ ສາກົນ ໄດ້ 214 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 21,298 ສະຫາຍ ຍິງ 7,816 ສະຫາຍ; ສົມທົບກັບສູນກາງສະຫະພັນກຳມະບານລາວ ຈັດຝຶກອົບຮົມວຽກງານກຳມະບານ, ໂຄສະນາ-ປາຖະກະຖາ, ສ້າງຄູຝຶກໄດ້ 16 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 376 ສະຫາຍ ຍິງ 131 ສະຫາຍ, ເປີດຊຸດອົບຮົມວຽກງານການເມືອງ-ແນວຄິດໃຫ້ຄະນະພັກ, ຄະນະນຳກຳມະບານອ້ອມຂ້າງແຂວງມີຜູ້ເຂົ້າຮ່ວມ 186 ສະຫາຍ ຍິງ 66 ສະຫາຍ; ເກັບກຳສະພາບຫາງສຽງ, ຄຳຄິດເຫັນ, ຄຳສະເໜີຂອງສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ, ພ້ອມທັງລາຍງານໃຫ້ພາກສ່ວນກ່ຽວຂ້ອງເປັນປົກກະຕິ; ໄດ້ໂຄສະນາເຜີຍແຜ່ວຽກງານກຳມະບານໂດຍຜ່ານສື່ອອນລາຍຂອງສະຫະພັນກຳມະບານແຂວງ, ສື່ຂອງແຂວງ ແລະ ຜ່ານສື່ຂອງສູນກາງສະຫະພັນກຳມະບານລາວ ໄດ້ 406 ຂ່າວ.

ຜ່ານການເຄື່ອນໄຫວຄືດັ່ງກ່າວເຫັນວ່າຄະນະພັກແຕ່ລະຂັ້ນ ຫົວໜ່ວຍແຮງງານພາກວິສາຫະກິດເອກກະຊົນ ການລົງທຶນຂອງຕ່າງປະເທດ ກຳມະກອນ ຜູ້ອອກແຮງງານ ແລະ ມະຫາຊົນອື່ນໆໄດ້ເຫັນວ່າມີຄວາມສຳຄັນ ແລະ ໃຫ້ການຮ່ວມມື ໃນການເຄື່ອນໄຫວວຽກງານກຳມະບານຫຼາຍຂຶ້ນ ໂດຍສະເພາະແມ່ນການເຂົ້າຮ່ວມເຄື່ອນໄຫວວຽກງານຂະບວນການຕ່າງໆ ຂອງສະຫະພັນກຳມະບານແຂວງຢ່າງເປັນເຈົ້າການ. ພ້ອມກັນນັ້ນ, ກໍເຮັດໃຫ້ສະພາບແນວຄິດຂອງຄະນະບໍລິຫານງານສະຫະພັນກຳມະບານແຕ່ລະຂັ້ນ, ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານພາຍໃນແຂວງ ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ ມີຄຸນສົມບັດສິນທຳປະຕິວັດ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງເຊື່ອໜັ້ນຕໍ່ການນໍາພາຂອງພັກ, ເຄົາລົບ ແລະ ປະຕິບັດລະບຽບກົດໜາຍຂອງລັດຢ່າງເຂັ້ມງວດ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ມີຄວາມຫ້າວຫັນເຮັດສໍາເລັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໜາຍໃຫ້ສຳເລັດຜົນເປັນຢ່າງດີ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ໃນຕອນເຊົ້າຂອງວັນທີ 12 ທັນວານີ້, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີມອບສັນຍາບັດແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ ແລະ ຄະນະກົມ ຂອງກະຊວງການຕ່າງປະ ເທດເຂົ້າຮ່ວມ.
ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າວັນທີ 12 ທັນວາ 2025ນີ້ ຢູ່ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນກການ, ອົງການທຽບເທົ່າ, ຄະນະພັກ, ຄະນະບັນຊາ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທີ່ເປັນຕົວແທນຕາງໜ້າບັນດາອົງ ການຈັດຕັ້ງຕ່າງໆ
ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນວັນທີ 12 ທັນວານີ້ ທີ່ອະນຸສາວະລີປະທານ ໄກສອນ ພົມວິຫານແຂວງສະຫວັນນະເຂດ ນໍາໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍ ພາກສ່ວນຕ່າງໆ ຈໍານວນ 25 ຂະບວນເຂົ້າຮ່ວມ.
ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ສປປ ລາວ ແລະ ສະພາອຸດສາຫະກໍາ ແຂວງນະຄອນພະນົມ ຣາຊະອານາຈັກໄທ ຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນຮ່ວມກັນ ຂຶ້ນໃນວັນທີ 11 ທັນວາ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ. ຄະນະຜູ້ແທນສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ນໍາໂດຍທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ຄະນະຜູ້ແທນສະພາອຸດສາຫະກໍາແຂວງນະຄອນພະນົມ ນໍາໂດຍທ່ານ ວໍຣະພົນ ບຸດທິເດດ ປະທານສະພາອຸດສາຫະກໍາແຂວງ ແລະ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ວັນທີ 11 ທັນວາ 2025 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ຂອງ ປກສ ແຂງວຽງຈັນ ໄດ້ຈັດພິທີໃຫ້ອະໄພຍະໂທດແກ່ນັກໂທດ ແລະ ປ່ອຍຕົວນັກໂທດ ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2025 ຄົບ ຮອດ 50 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ດາວເຮືອງ ນັນທາວົງ ຮອງເຈົ້າແຂວງວຽງຈັນ ປະທານຄະນະກຳມະການອະໄພຍະໂທດຂັ້ນແຂວງ, ທ່ານ ບຸນຄ້ຳ ທຳມະວົງ ກຳມະການພັກແຂວງ ປະທານອົງການໄອຍະການແຂວງ, ທ່ານ ພັນເອກ ແຫວນເພັດ ໂພມະຫາລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.
ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ວັນທີ 11 ທັນວາ 2025ນີ້, ສະຫາຍ ນາງ ສີຈົມ ບຸນມານະທຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ, ວຽກງານແນວຄິດ ທິດສະດີ ແລະ ອົງການຈັດຕັ້ງມະຫາຊົນ. ພ້ອມດ້ວຍທິມງານຂອງເມືອງ ໄດ້ລົງເຄື່ອນໄຫວ ໂຄສະນາ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII ຢູ່ທີໂຮງຮຽນ ມັດທະຍົມສົມບູນ ເມືອງເງິນ ແຂວງ ໄຊຍະບູລີ. ຊຶ່ງມີບັນດາ ຄະນະອຳນວຍການໂຮງຮຽນ-ຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ  ແລະ ປະດັບຫຼຽນກາລະນຶກ 50 ປີ

ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ ແລະ ປະດັບຫຼຽນກາລະນຶກ 50 ປີ

ໃນວັນທີ 11 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ), ໄດ້ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ(2/12/2025-2/12/2025), ວັນເກີດປະທານ ໄກສອນ ພົມວິຫານຄົບຮອບ 105 ປີ(13/12/1920-13/12/2025) ແລະ ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ. ໃຫ້ກຽດເປັນປະທານ ແລະ ປະດັບຫຼຽນໂດຍສະຫາຍ ບຸນເຫຼືອ ພັນດານຸວົງ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ຄຕພ; ມີຄະນະນຳ, ບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ຮ່ວມກັບ ກົມສົ່ງເສີມກະສິກໍາ-ສະຫະກອນ ແລະ ພະແນກກະສິກໍາ-ສິ່ງແວດລ້ອມແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດ ວ່າດ້ວຍກະສິກໍາແບບມີສັນຍາ ຢູ່ທີ່ພະແນກດັ່ງກ່າວ ໂດຍການເປັນປະທານຮ່ວມຂອງທ່ານ ພັນໄຊ ອີງໄຊ ຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ.
ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ປັດຈຸບັນໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນເລກທີ 9039 ເຂດບ້ານລະຍາວ ເມືອງສາມັກຄີໄຊ ແຂວງອັດຕະປື ສຳເລັດການກໍ່ສ້າງແລ້ວ 75% ພາຍຫຼັງລົງມືກໍ່ສ້າງມາແຕ່ຕົ້ນເດືອນເມສາ 2025 ແລະ ຄາດວ່າຈະປູຢາງຊັ້ນທີ1 ໃຫ້ສໍາເລັດໃນທ້າຍເດືອນທັນວາ 2025 ນີ້.
ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ໃນວັນທີ 10 ທັນວາ 2025 ນີ້, ທີ່ພັດຕາຄານເຊັນພິລາ ນະຄອນຫຼວງວຽງຈັນ, ໄດ້ມີພິທີປະກາດເປີດຕົວທະນາ ຄານພັດທະນາຊົນນະບົດ (ທພບ) ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ມີຄະນະສະພາບໍລິຫານ, ຄະນະອໍານວຍການ, ພະນັກງານ, ລູກຄ້າ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ