ສກລ ສະຫວັນນະເຂດ ມີເງິນສະສົມກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ 20 ກວ່າຕື້ກີບ

ສກລ ສະຫວັນນະເຂດ ມີເງິນສະສົມກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ 20 ກວ່າຕື້ກີບ

ສກລ ສະຫວັນນະເຂດ ມີເງິນສະສົມກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ 20 ກວ່າຕື້ກີບ
ສະຫາຍ ຄຳເກິ່ງ ສຸດທິເດດ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງສະຫວັນນະເຂດ ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ກ່ຽວກັບບົດລາຍງານການເມືອງຂອງຄະນະບໍລິຫານງານສະຫະພັນ ກໍາມະບານແຂວງສະໄໝທີ VIII ຕໍ່ກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານແຂວງສະຫວັນນະເຂດຄັ້ງທີ IX ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນກໍາມະບານທົ່ວປະເທດ ຄັ້ງທີ IX ໂດຍສະຫາຍໄດ້ໃຫ້ຮູ້ວ່າ:

 

ໃນ 5 ປີຜ່ານມາ ຄະນະບໍລິຫານງານໄດ້ເອົາໃຈໃສ່ໃນການສຶກສາອົບຮົມໃຫ້ພະນັກງານ, ສະມາຊິກກຳມະບານ, ກຳມະກອນ, ຊາວຜູ້ອອກແຮງງານບັນດາເຜົ່າດ້ວຍຫຼາຍຮູບແບບ ທັງເຊິ່ງໜ້າ, ຜ່ານສື່ມວນຊົນ ແລະ ຜ່ານສື່ສັງຄົມອອນລາຍ ເພື່ອໃຫ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ສະພາບພາຍໃນ ແລະ ສາກົນ, ຮ່ຳຮຽນຄຸນສົມບັດສິນທຳປະຕິວັດແບບແຜນວິທີເຮັດວຽກຂອງບັນດາທ່ານຜູ້ນຳພັກ-ລັດ ແລະ ເອກະສານສຳຄັນຕ່າງໆຂອງຊາດ-ຂອງພັກ, ຂອງກຳມະບານ ປະຕິບັດໄດ້ຫຼາຍຜົນງານ ໂດຍສະເພາະພົ້ນເດັ່ນແມ່ນວຽກງານກອງທຶນ ຊຶ່ງເປັນກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຕາມກົດລະບຽບກອງທຶນ ສ້າງຕັ້ງຂຶ້ນ ເພື່ອແນໃສ່ປົກປ້ອງ ແລະ ຊ່ວຍເຫຼືອສະມາຊິກກຳມະບານ ແລະ ສະມາຊິກກອງທຶນໃນເວລາເຈັບເປັນ, ເກີດລູກ, ອັກຄີໄພ ແລະ ເສຍຊີວິດ ຊຶ່ງມີສະມາຊິກກອງທຶນທັງໝົດ 21,978 ສະຫາຍ; ທຽບໃສ່ກອງປະຊຸມໃຫຍ່ຄັ້ງທີ VIII ເພີ່ມຂຶ້ນ 1,1%; ປັດຈຸບັນ ມີເງິນສະສົມກອງທຶນ ທັງໝົດ 20,125,796,000 ກີບ.

ສໍາລັບລະບົບການຈັດຕັ້ງຂອງກໍາມະບານແຕ່ລະຂັ້ນໄດ້ຮັບການປັບປຸງ ໃຫ້ມີຄວາມຄວາມກະທັດຮັດ ແລະ ໜັກແໜ້ນເຂັ້ມແຂງ ທົ່ວແຂວງປະກອບມີ 15 ສະຫະພັນກຳມະບານເມືອງ/ນະຄອນ, 4 ສະຫະພັນພະແນກການ ແລະ ກໍາມະບານຮາກຖານ 65 ຮາກຖານ, ໃນນັ້ນ ຂົງເຂດເອກະຊົນ 23 ຮາກຖານ. ມີກຳມະບານຮາກຖານ ທີ່ຂຶ້ນກັບເມືອງ 532 ຮາກຖານ, ກຳມະບານຮາກຖານທີ່ຂຶ້ນກັບສະຫະພັນພະແນກການ 44 ຮາກຖານ. ທົ່ວແຂວງມີສະມາຊິກກໍາມະບານທັງໝົດ 14,214 ສະຫາຍຍິງ 6,881 ສະຫາຍ ຄະນະບໍລິຫານງານສະຫະພັນກຳມະບານຂັ້ນແຂວງມີ 39 ສະຫາຍ ຍິງ 8 ສະຫາຍ; ຄະນະບໍລິຫານງານສະຫະພັນກຳມະບານເມືອງ, ນະຄອນ ມີ 277 ສະຫາຍ, ຍິງ 89 ສະຫາຍ, ຄະນະກຳມະບານຮາກຖານ 232 ສະຫາຍ ຍິງ 86 ສະຫາຍ; ພະນັກງານກໍາມະບານອາຊີບທັງໝົດ 134 ສະຫາຍ ຍິງ 55 ສະຫາຍ. ສາມາດຂະຫຍາຍການຈັດຕັ້ງກຳມະບານ ໄດ້ 10 ຮາກຖານ, ໃນນີ້ ຂົງເຂດເອກະຊົນ 4 ຮາກຖານ, ກຸ່ມການຜະລິດ 4 ຮາກຖານ ແລະ ພາກລັດ 2 ຮາກຖານ; ຂະຫຍາຍສະມາຊິກກຳມະບານໄດ້ທັງໝົດ 2,444 ສະຫາຍ ຍິງ 1,421 ສະຫາຍ. ທຽບໃສ່ແຜນໄດ້ 48%, ໃນນັ້ນ ຂົງເຂດເອກະຊົນຂະຫຍາຍໃໝ່ໄດ້ 328 ສະຫາຍ.

ພ້ອມນີ້, ກຳມະບານແຕ່ລະຂັ້ນໄດ້ປຸກລະດົມສ້າງຂະບວນການແຂ່ງຂັນພາຍໃຕ້ຫົວຂໍ້ເສີມຂະຫຍາຍພາລະບົດບາດ, ໜ້າທີ່ຂອງກຳມະບານ, ເພື່ອປະຕິບັດຜົນສຳເລັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງສູນກາງສະຫະພັນກຳມະບານລາວ ແລະ ຄັ້ງທີ VIII ຂອງສະຫະພັນກຳມະບານແຂວງໃນໄລຍະຜ່ານມາ ສະຫະພັນກໍາມະບານແຕ່ລະຂັ້ນກໍໄດ້ເຊື່ອມຊຶມ, ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນ ແລະ ປະຕິບັດໜ້າທີ່ວິຊາສະເພາະ ຂອງກໍາມະບານແຕ່ລະຂັ້ນ; ສາມາດສ້າງໄດ້ຄອບຄົວຕົວແບບຂອງສະມາຊິກກຳມະບານດ້ວຍການປູກ-ການລ້ຽງ ພົ້ນເດັ່ນໄດ້ 5 ຄອບຄົວ ສະເລ່ຍລາຍຮັບຄອບຄົວລະ 140 ລ້ານກວ່າກີບຕໍ່ປີ; ກຳມະບານແຕ່ລະຂັ້ນໄດ້ປະກອບສ່ວນເຮັດພັນທະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພ້ອມກັນນັ້ນກໍໄດ້ເອົາໃຈໃສ່ ແລະ ຖືສໍາຄັນໃນການຊ່ວຍເຫຼືອສັງຄົມດ້ວຍການລະດົມວັດຖຸ, ທຶນຮອນຈາກສະມາຊິກກຳມະບານເປັນຕົ້ນ: ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ປະຊາຊົນພາຍໃນແຂວງທີ່ຖືກຜົນກະທົບຈາກພະຍາດໂຄວິດ -19 ແລະ ຜູ້ປະສົບໄພນໍ້າຖ້ວມ ເປັນວັດຖຸ ແລະ ເງິນສົດ ມູນຄ່າ 86 ລ້ານກວ່າກີບ; ຮັບຮອງ ແລະ ມອບທຸງໄຊ 5 ເປັນເຈົ້າ ໃຫ້ສະຫະພັນກຳມະບານ 14 ເມືອງ, 1 ນະຄອນ, 4 ສະຫະພັນກຳມະບານພະແນກການ ແລະ 54 ຮາກຖານອ້ອມຂ້າງແຂວງ; ຍ້ອງຍໍໃຫ້ກົມກອງດີເດັ່ນ ໃນການຈັດຕັ້ງປະຕິບັດວຽກງານກຳມະບານຮອບດ້ານ ປະເພດຍ້ອງຍໍ 8 ສະຫະພັນ, 41 ຮາກຖານ ແລະ ຊົມເຊີຍ 11 ສະຫະພັນ, 91 ຮາກຖານ; ຍ້ອງຍໍ, ຊົມເຊີຍບຸກຄົນທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດວຽກງານກຳມະບານ ໄລຍະ 5 ປີ ຮັບຫຼຽນກາກຳມະບານ ສູນກາງກໍາມະບານລາວ ກົມກອງດີເດັ່ນ ໄດ້ 18 ໜ່ວຍ, ບຸກຄົນດີເດັ່ນ 279 ໜ່ວຍ, ປະເພດຍ້ອງຍໍ 5,865 ສະຫາຍ ຍິງ 2,713 ສະຫາຍ ແລະ ປະເພດຊົມເຊີຍ 1,748 ສະຫາຍ ຍິງ 981 ສະຫາຍ; ຮັບການຍ້ອງຍໍ ແລະ ຊົມເຊີຍ ຂອງທ່ານເຈົ້າແຂວງສະຫວັນນະເຂດ ປະເພດຍ້ອງຍໍ 953 ສະຫາຍ ຍິງ 556 ສະຫາຍ, ປະເພດຊົມເຊີຍ 231 ສະຫາຍຍິງ 134 ສະຫາຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ໃນຕອນເຊົ້າຂອງວັນທີ 12 ທັນວານີ້, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີມອບສັນຍາບັດແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ ແລະ ຄະນະກົມ ຂອງກະຊວງການຕ່າງປະ ເທດເຂົ້າຮ່ວມ.
ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າວັນທີ 12 ທັນວາ 2025ນີ້ ຢູ່ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນກການ, ອົງການທຽບເທົ່າ, ຄະນະພັກ, ຄະນະບັນຊາ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທີ່ເປັນຕົວແທນຕາງໜ້າບັນດາອົງ ການຈັດຕັ້ງຕ່າງໆ
ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນວັນທີ 12 ທັນວານີ້ ທີ່ອະນຸສາວະລີປະທານ ໄກສອນ ພົມວິຫານແຂວງສະຫວັນນະເຂດ ນໍາໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍ ພາກສ່ວນຕ່າງໆ ຈໍານວນ 25 ຂະບວນເຂົ້າຮ່ວມ.
ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ສປປ ລາວ ແລະ ສະພາອຸດສາຫະກໍາ ແຂວງນະຄອນພະນົມ ຣາຊະອານາຈັກໄທ ຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນຮ່ວມກັນ ຂຶ້ນໃນວັນທີ 11 ທັນວາ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ. ຄະນະຜູ້ແທນສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ນໍາໂດຍທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ຄະນະຜູ້ແທນສະພາອຸດສາຫະກໍາແຂວງນະຄອນພະນົມ ນໍາໂດຍທ່ານ ວໍຣະພົນ ບຸດທິເດດ ປະທານສະພາອຸດສາຫະກໍາແຂວງ ແລະ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ວັນທີ 11 ທັນວາ 2025 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ຂອງ ປກສ ແຂງວຽງຈັນ ໄດ້ຈັດພິທີໃຫ້ອະໄພຍະໂທດແກ່ນັກໂທດ ແລະ ປ່ອຍຕົວນັກໂທດ ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2025 ຄົບ ຮອດ 50 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ດາວເຮືອງ ນັນທາວົງ ຮອງເຈົ້າແຂວງວຽງຈັນ ປະທານຄະນະກຳມະການອະໄພຍະໂທດຂັ້ນແຂວງ, ທ່ານ ບຸນຄ້ຳ ທຳມະວົງ ກຳມະການພັກແຂວງ ປະທານອົງການໄອຍະການແຂວງ, ທ່ານ ພັນເອກ ແຫວນເພັດ ໂພມະຫາລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.
ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ວັນທີ 11 ທັນວາ 2025ນີ້, ສະຫາຍ ນາງ ສີຈົມ ບຸນມານະທຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ, ວຽກງານແນວຄິດ ທິດສະດີ ແລະ ອົງການຈັດຕັ້ງມະຫາຊົນ. ພ້ອມດ້ວຍທິມງານຂອງເມືອງ ໄດ້ລົງເຄື່ອນໄຫວ ໂຄສະນາ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII ຢູ່ທີໂຮງຮຽນ ມັດທະຍົມສົມບູນ ເມືອງເງິນ ແຂວງ ໄຊຍະບູລີ. ຊຶ່ງມີບັນດາ ຄະນະອຳນວຍການໂຮງຮຽນ-ຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ  ແລະ ປະດັບຫຼຽນກາລະນຶກ 50 ປີ

ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ ແລະ ປະດັບຫຼຽນກາລະນຶກ 50 ປີ

ໃນວັນທີ 11 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ), ໄດ້ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ(2/12/2025-2/12/2025), ວັນເກີດປະທານ ໄກສອນ ພົມວິຫານຄົບຮອບ 105 ປີ(13/12/1920-13/12/2025) ແລະ ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ. ໃຫ້ກຽດເປັນປະທານ ແລະ ປະດັບຫຼຽນໂດຍສະຫາຍ ບຸນເຫຼືອ ພັນດານຸວົງ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ຄຕພ; ມີຄະນະນຳ, ບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ຮ່ວມກັບ ກົມສົ່ງເສີມກະສິກໍາ-ສະຫະກອນ ແລະ ພະແນກກະສິກໍາ-ສິ່ງແວດລ້ອມແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດ ວ່າດ້ວຍກະສິກໍາແບບມີສັນຍາ ຢູ່ທີ່ພະແນກດັ່ງກ່າວ ໂດຍການເປັນປະທານຮ່ວມຂອງທ່ານ ພັນໄຊ ອີງໄຊ ຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ.
ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ປັດຈຸບັນໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນເລກທີ 9039 ເຂດບ້ານລະຍາວ ເມືອງສາມັກຄີໄຊ ແຂວງອັດຕະປື ສຳເລັດການກໍ່ສ້າງແລ້ວ 75% ພາຍຫຼັງລົງມືກໍ່ສ້າງມາແຕ່ຕົ້ນເດືອນເມສາ 2025 ແລະ ຄາດວ່າຈະປູຢາງຊັ້ນທີ1 ໃຫ້ສໍາເລັດໃນທ້າຍເດືອນທັນວາ 2025 ນີ້.
ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ໃນວັນທີ 10 ທັນວາ 2025 ນີ້, ທີ່ພັດຕາຄານເຊັນພິລາ ນະຄອນຫຼວງວຽງຈັນ, ໄດ້ມີພິທີປະກາດເປີດຕົວທະນາ ຄານພັດທະນາຊົນນະບົດ (ທພບ) ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ມີຄະນະສະພາບໍລິຫານ, ຄະນະອໍານວຍການ, ພະນັກງານ, ລູກຄ້າ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ