ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອຍົກສູງບົດບາດຂອງສະຫະພັນກຳມະບານລົງສູ່ຫົວໜ່ວຍແຮງງານພາກວິສາຫະກິດ ໂດຍສະເພາະຂົງເຂດເອກະຊົນທັງພາຍໃນ ແລະ ຕ່າງປະເທດໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ວຽກງານກຳມະບານ, ເພື່ອໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານເຫັນໄດ້ຄວາມສໍາຄັນຕໍ່ກັບວຽກງານສຸຂະພາບ ແລະ ຄວາມປອດໄພໃນການອອກແຮງງານຢູ່ໃນສະຖານທີ່ເຮັດວຽກ, ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນກຳມະກອນສາກົນຄົບຮອບ 138 ປີ ພາຍໃຕ້ຄໍາຂວັນ "ຄວາມຍຸຕິທໍາໃນສັງຄົມ ແລະ ວຽກທີ່ຄຸນຄ່າ ແລະ ເປັນທໍາສໍາລັບທຸກຄົນ” ໃຫ້ມີຄວາມໝາຍ ແລະ ເຕັມໄປດ້ວຍເນື້ອໃນອັນເລິກເຊິ່ງ.
ກອງປະຊຸມໄດ້ມີການສົນທະນາໃນຫົວຂໍ້ “ວຽກງານຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານຢູ່ຫົວໜ່ວຍແຮງງານພາກເອກະຊົນ”; “ວຽກງານສຸຂະພາບ ແລະ ຄວາມປອດໄພໃນການອອກແຮງງານໃນສະຖານທີ່ເຮັດວຽກ”.
ຂ່າວ-ພາບ: ພູວັນ
ຄໍາເຫັນ