![]() |
ສະຫາຍ ພົ.ວ ພອນໃຈ ພັນທະວົງ ໄດ້ຍົກໃຫ້ເຫັນປະຫວັດການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຕະຫຼອດໄລຍະ 77 ປີຜ່ານມາ ແລະ ຍົກໃຫ້ເຫັນທາດແທ້ມູນເຊື້ອອັນສະຫງ່າງາມ, ຄວາມອົງອາດກ້າຫານເດັດດ່ຽວໜຽວແໜ້ນ, ມີໄຫວພິບ, ຕໍ່ສູ້ບໍ່ຍອມຈຳນົນ ໃນພາລະກິດຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຕ່າງດ້າວຜູ້ຮຸກຮານທັງແບບເກົ່າ ແລະ ແບບໃໝ່ ເພື່ອຄວາມເປັນເອກະລາດ, ອິດສະຫຼະພາບ ແລະ ນຳເອົາຄວາມສົມບູນພູນສຸກມາໃຫ້ປະຊາຊົນບັນດາເຜົ່າ, ກອງທັບປະຊາຊົນລາວ ໄດ້ປະຕິບັດໜ້າທີ່ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກປະຊາຊົນ ປະຕິວັດລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ. ພັກໄດ້ເຄື່ອນໄຫວປັບປຸງກໍ່ສ້າງກອງທັບໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ ທາງດ້ານປະລິມານ ແລະ ຄຸນນະພາບຢ່າງບໍ່ຢຸດຢັ້ງ, ຍິ່ງສູ້ຮົບຍິ່ງເຕີບໃຫຍ່ເຂັ້ມແຂງ, ຍິ່ງຕີ ຍິ່ງໄດ້ຮັບໄຊຊະນະ ຈົນສາມາດປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນທັງແບບເກົ່າ-ແບບໃໝ່ ແລະ ໄດ້ສະຖາປະ ນາເປັນປະເທດ ສປປລ ຂຶ້ນໃນວັນທີ 2 ທັນວາ 1975. ພ້ອມນີ້, ກອງທັບປະຊາຊົນລາວ ຍັງໄດ້ສືບຕໍ່ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະທດຊາດຕະຫຼອດມາ.
ໃນພິທີ, ສະຫາຍ ພົ.ວ ສຸລິນພອນ ຄຳພະຈັນ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ໃຫ້ກຽດເຜີຍແຜ່ຂໍ້ຕົກລົງຄະນະຮັບຜິດຊອບວຽກງານຂໍ້ແຂ່ງຂັນ 6 ຮັກສາ ສນຫລ ສະໄໝທີ V ແລະ ສະຫາຍ ພັ.ອ ບົວຄຳ ຄູນມີສຸກ ຫົວໜ້າກົມຈັດຕັ້ງ-ພະນັກງານ ສນຫລ ໃຫ້ກຽດເຜີຍແຜ່ຂໍ້ຕົກລົງເລກທີ 578/ສນຫລ ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະສະຫະພັນນັກຮົບເກົ່າແຫ່ງຊາດລາວ; ເຜີຍແຜ່ຂໍ້ຕົກລົງຄະນະຮັບຜິດຊອບກະກຽມກອງປະຊຸມສາມັນຄົບຄະນະບໍລິຫານງານ ສນຫລ ຄັ້ງທີ 1 ສະໄໝທີ V.
ຂ່າວ: ພູວັນ

ຄໍາເຫັນ