ຊາວນາໃນທົ່ວແຂວງຄໍາມ່ວນປູກເຂົ້າລະດູແລ້ງໄດ້ແລ້ວ 6,920 ເຮັກຕາ

ສົກປີ 2024 – 2025 ຊາວນາໃນທົ່ວແຂວງຄໍາມ່ວນປູກເຂົ້າລະດູແລ້ງໄດ້ແລ້ວ 6,920 ເຮັກຕາ

ສົກປີ 2024 – 2025 ຊາວນາໃນທົ່ວແຂວງຄໍາມ່ວນປູກເຂົ້າລະດູແລ້ງໄດ້ແລ້ວ 6,920 ເຮັກຕາ
ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ ປະຈໍາແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການປູກເຂົ້າລະດູແລ້ງສົກປີ 2024-2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າລວມທັງໝົດ 14,186 ເຮັກຕາ,

ຄາດຄະເນຜົນຜະລິດ 78,896 ໂຕນ, ຄາດຄະເນແນວປູກ 1,135 ໂຕນ. ໃນນັ້ນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 4,696 ເຮັກຕາ , ຄາດຄະເນຜົນຜະລິດ 25,840 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 9,490 ເຮັກຕາ, ຄາດຄະເນຜົນຜະລິດ 53,056 ໂຕນ .

ມາຮອດປັດຈຸບັນຊາວນາໃນທົ່ວແຂວງໄດ້ຕົກກ້າໝົດແນວເຂົ້າປູກແລ້ວ 780 ໂຕນ ເທົ່າກັບ 69% ຂອງຈໍານວນແນວເຂົ້າປູກທັງໝົດ ແລະ ສາມາດປູກເຂົ້າໄດ້ແລ້ວ 6,920 ເຮັກຕາ ເທົ່າກັບ 49% ຂອງຈໍານວນເນື້ອທີ່ແຜນການທັງໝົດ. ໃນນັ້ນ, ນາຫວ່ານປະຕິບັດໄດ້ 4,716 ເຮັກຕາ ເທົ່າກັບ 33% ຂອງຈໍານວນເນື້ອທີ່ແຜນການທັງໝົດ ແລະ ນາດໍາປະຕິບັດໄດ້ 2,204 ເຮັກຕາ ເທົ່າກັບ 40% ຂອງຈໍານວນເນື້ອທີ່ແຜນການທັງໝົດ.

ຜ່ານການຈັດຕັ້ງປະຕິບັດເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານມາຮອດປັດຈຸບັນສາມາດປູກເຂົ້າໄດ້ ແລ້ວ 2,127 ເຮັກຕາ ເທົ່າກັບ 45% ຂອງເນື້ອທີ່ແຜນການ. ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າປະຕິບັດໄດ້ແລ້ວ 4,793 ເຮັກຕາ ເທົ່າກັບ 51% ຂອງເນື້ອທີ່ແຜນການ.

(ຂ່າວ-ພາບ: ແດງສະຫວັດ ແສນພານິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ໂດຍ: ສ.ບຸດປະຊາ ອັດຕາເງິນເຟີ້ຂອງ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີ 2025 ໄດ້ມີຈັງຫວະທີ່ຊ້າລົງຕິດຕໍ່ກັນ ຊຶ່ງສາເຫດຕົ້ນຕໍ ທີ່ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ລະບຸໃນບົດລາຍງານອັດຕາເງິນເຟີ້ ປະຈໍາເດືອນມັງກອນ, ກຸມພາ ແລະ ມີນາ
ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ເມື່ອບໍ່ດົນມານີ້,ກະຊວງການເງິນ ແລະ ບໍລິສັດ ໄອຄິວຣີ້ເທັກ ຈໍາກັດ ໄດ້ລົງນາມສັນຍາພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝລວມສູນ ໂດຍການລົງນາມຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສີສຸລິນ ໂຊກໄຊ
ອຸດົມໄຊ ສະຫຼຸບວຽກງານ ກະ​ສິກໍາ-ປ່າ​ໄມ້ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ

ອຸດົມໄຊ ສະຫຼຸບວຽກງານ ກະ​ສິກໍາ-ປ່າ​ໄມ້ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ

ພະແນກ​ກະ​ສິກໍາແລະ ​ປ່າ​ໄມ້ແຂວງອຸດົມ​ໄຊໄດ້ຈັດກອງປະຊຸມສະຫຼຸບການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກງານກະ​ສິກໍາ-ປ່າ​ໄມ້ແລະພັດ​ທະ​ນາ​ຊົນ​ນະ​ບົດປະຈຳປີ 2024 ແລະວາງທິດທາງແຜນການປະຈຳປີ 2025 ຂຶ້ນເມື່ອບໍ່ດົນມານີ້ໂດຍການເປັນປະທານຂອງທ່ານພິມ​ມະ​ເສນຄຸນ​ສີ​ລິ​ວົງຫົວໜ້າພະແນກ​ກະ​ສິກໍາແລະ ​ປ່າ​ໄມ້,
ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງ

ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງ

ໃນລະຫວ່າງວັນທີ 17-19 ເມສານີ້, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມ ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງຂຶ້ນທີ່ໂຮງແຮມລອງງື່ມວີວເມືອງແກ້ວອຸດົມແຂວງວຽງຈັນໂດຍການເປັນປະທານຮ່ວມຂອງ ທ່ານກົງຈີຢ່າງຈື່ຮອງລັດຖະມົນຕີກະຊວງຍຸຕິທຳແລະທ່ານກິແກ້ວສິງນາວົງ
ຫ້ອງວ່າການແຂວງຜົ້ງສາລີ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດ

ຫ້ອງວ່າການແຂວງຜົ້ງສາລີ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດ

ວັນທີ 18 ເມສານີ້ ຫ້ອງວ່າການແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດສຳລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເພື່ອດຳເນີນກອງປະຊຸມໃຫ່ຍ 3 ຂັ້ນ ຂອງພັກ ຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ,
ເມືອງແກ່ນທ້າວ ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ.

ເມືອງແກ່ນທ້າວ ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ.

ວັນທີ 16 ເມສາຜ່ານມານີ້, ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ ຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດກັນມາ, ເຂົ້າຮ່ວມມີທ່ານ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ,

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ໃນວັນທີ16 ເມສາຜ່ານມາ ທິ່ຫາດຊາຍດອນແກ້ງໄຊ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ມີການຈັດພິທີຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວເພື່ອເປັນການອານຸລັກປົກປັກຮັກສາ ວັດທະນະທໍາ ຮີດຄອງປະເພນີ ອັນດີງານຂອງຊາດລາວໃຫ້ຍືນຍົງຄົງຢູ່ ກັບຄົນລາວຕະຫຼອດໄປ,
ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ຕອນເຊົ້າ ວັນທີ່ 17 ເມສານີ້, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຊາວນະຄອນ ຫຼວງພະບາງ ເມືອງມໍຣະດົກໂລກ ແຂວງຫຼວງພະບາງ ໄດ້ຈັດຕັ້ງພິທີ ອາຣາດຖະນາອົງພະບາງພຸດທະຣາວັນ,ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບນົບໄຫ້ວ ຂອງປວງຊົນລາວທັງຊາດລົງຈາກຫໍພະບາງ
ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ແຂວງຫລວງນ້ຳທາ ສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ກໍຄືກອງປະຊຸມໃຫຍ່ອົງຄະນະພັກແຂວງຫຼວງນໍ້າທາຄັ້ງທີ IX.ເມື່ອບໍ່ດົນມານີ້ ຢູ່ທີ່ສວນສາທາລະນະແຂວງ, ການນຳຂອງແຂວງ,ເມືອງຫຼວງນ້ຳທາ ຊຶ່ງນຳໂດຍທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳ.
ເພີ່ມເຕີມ