ຄາດຄະເນຜົນຜະລິດ 25,840 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 9,490 ເຮັກຕາ, ຄາດຄະເນຜົນຜະລິດ 53,056 ໂຕນ.
ມາຮອດປັດຈຸບັນຊາວນາທົ່ວແຂວງໄດ້ຕົກກ້າໝົດແນວເຂົ້າປູກແລ້ວ 686 ໂຕນ ເທົ່າກັບ 60% ຂອງຈໍານວນແນວເຂົ້າປູກທັງໝົດ ແລະ ສາມາດປູກເຂົ້າໄດ້ແລ້ວ 3,399 ເຮັກຕາ ເທົ່າກັບ 24% ຂອງຈໍານວນເນື້ອທີ່ແຜນການທັງໝົດ. ໃນນັ້ນ, ນາຫວ່ານປະຕິບັດໄດ້ 2,560 ເຮັກຕາ ເທົ່າກັບ 18% ຂອງຈໍານວນເນື້ອທີ່ແຜນການທັງໝົດ ແລະ ນາດໍາປະຕິບັດໄດ້ 839 ເຮັກຕາ ເທົ່າກັບ 6% ຂອງຈໍານວນເນື້ອທີ່ແຜນການທັງໝົດ .
ຜ່ານການຈັດຕັ້ງປະຕິບັດເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານປັດຈຸບັນສາມາດປັກດໍາໄດ້ 1,138 ເຮັກຕາ ເທົ່າກັບ 24% ຂອງເນື້ອທີ່ແຜນການ. ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າປະຕິບັດໄດ້ 2,261 ເຮັກຕາ ເທົ່າກັບ 24% ຂອງເນື້ອທີ່ແຜນການ.
ສໍາລັບເມືອງທີ່ມີເນື້ອທີ່ປູກເຂົ້າລະດູແລ້ງຫຼາຍກວ່າໝູ່ພາຍໃນແຂວງຄໍາມ່ວນປະກອບມີເມືອງໜອງບົກ, ເຊບັ້ງໄຟ, ຍົມມະລາດ, ຫີນບູນ ແລະ ເມືອງມະຫາໄຊ.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)
ຄໍາເຫັນ