ສອງແຂວງຮ່ວມເຝຶກອົບຮົມການປິນປົວຄົນເຈັບ ທີ່ເປັນພະຍາດທາງລະບົບປະສາດ

ສອງແຂວງຮ່ວມເຝຶກອົບຮົມການປິນປົວຄົນເຈັບ ທີ່ເປັນພະຍາດທາງລະບົບປະສາດ

ສອງແຂວງຮ່ວມເຝຶກອົບຮົມການປິນປົວຄົນເຈັບ ທີ່ເປັນພະຍາດທາງລະບົບປະສາດ
ວັນທີ 6 ພຶດສະພາຜ່ານມາ ທີ່ໂຮງໝໍແຂວງຫຼວງພະບາງ ໄດ້ເປີດຊຸດອົບຮົມ ການປິ່ນປົວຄົນເປັນພະຍາດເສັ້ນເລືອດສະໝອງ ຫຼື (Stroke) ໃຫ້ພະນັກງານແພດໝໍຢູແຂວງຫຼວງພະບາງ ແລະ ແຂວງໄຊຍະບູລີ ຂຶ້ນໂດຍການເປັນປະທານຮ່ວມຂອງທ່ານ ຄຳສອນ ພົງສະຫວັດດີ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ, ທ່ານ ເກດມະນີ ເພັດສີລິແສງ

ຊ່ຽວຊານພະຍາດລະບົບປະສາດ ແລະ ສະໝອງ ຮອງອຳນວຍການໂຮງໝໍມິດຕະພາບ 150 ຕຽງ, ທ່ານ ພູວານາ ອະນຸລັກຄໍາ ອໍານວຍການໂຮງໝໍແຂວງຫຼວງພະບາງ.

ທ່ານ ພູວານາ ອະນຸລັກຄຳ ໄດ້ໃຫ້ສຳພາດວ່າ: ຊຸດອົບຮົມນີ້ ຖືວ່າເປັນໂອກາດດີ ໃຫ້ກັບພະນັກງານ ແພດ-ໝໍ ຈະໄດ້ຊ່ວຍປີ່ນປົວໃຫ້ຄົນເຈັບ ທີ່ເປັນພະຍາດທາງລະບົບປະສາດ ບໍ່ໃຫ້ເປັນພິການ ແລະ ເສຍຊີວິດ ຂອງຄົນເຈັບໄດ້ທັນການ, ຊຶ່ງປັດຈຸບັນພະຍາດທາງລະບົບປະສາດ ກຳລັງເກີດຂຶ້ນກັບປະຊາຊົນເປັນຈຳນວນຫຼາຍ, ຊຶ່ງມີຫຼາຍສາເຫດ ຕົ້ນຕໍແມ່ນຄວາມຊີນເຄີຍຕໍ່ການດຳລົງຊີວິດທີ່ມີຄວາມສ່ຽງ ເຊັ່ນ: ການກີນ-ດື່ມ ແລະ ອື່ນໆ.

ຊຸດອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ການດູແລຮັກສາສຸຂະພາບຄົນເຈັບ ທີ່ເປັນພະຍາດເສັ້ນເລືອດສະໝອງ, ສາທິດ ແລະ ຝຶກປະຕິບັດ ການກວດກາປະເມີນ ຄວາມໜັກ-ເບົາຂອງອາການຄົນເຈັບ, ສາທິດ ແລະ ປະຕິບັດການກວດກາລະບົບປະສາດ 7 ຂັ້ນຕອນ, ເສັ້ນເລືອດສະມອງອຸດຕັນຊົວຄາວ, ເສັ້ນເລືອດສະໝອງຕີບ, ເສັ້ນເລືອດສະໝອງແຕກ, ການປິ່ນປົວເສັ້ນເລືອດສະໝອງແຕກ ແບບບໍ່ຜ່າຕັດ, ການປິ່ວປົວເສັ້ນເລືອດສະໝອງຕີບທົ່ວໄປ ແບບບໍ່ໃຊ້ຢາລະລາຍກ້ອນເລືອດ, ການພະຍາບານຄົນເຈັບ ທີ່ເປັນພະຍາດເສັ້ນເລືອດສະໝອງ ໂດຍໃຊ້ຢາລະລາຍກ້ອນເລືອດ, ການກະກຽມເຄື່ອນຍ້າຍຄົນເຈັບກ່ອນອອກໂຮງໝໍ, ການປ້ອງກັນ ການເປັນປະພະຍາດເສັ້ນເລືອດໃນສະໝອງ. ຊຶ່ງພາຍຫຼັງຮຽນທິດສະດີແລ້ວ ຈະໄດ້ລົງເຝຶກປະຕິບັດຕົວຈິງຢູ່ໂຮງໝໍແຂວງຫຼວງພະບາງ ແລະ ສືບຕໍ່ທັດສະນະຢູ່ໂຮງໝໍມິດຕະພາບ 150 ຕຽງ ຕື່ມອີກ.

(ພາບ-ຂ່າວ: ດາວອນ ມະນີວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຖວທ ສາລະວັນ ເຊື່ອມຊຶມມະຕິການປັບປຸງກົງຈັກການຈັດຕັ້ງ

ຖວທ ສາລະວັນ ເຊື່ອມຊຶມມະຕິການປັບປຸງກົງຈັກການຈັດຕັ້ງ

ພະນັກງານສະມາຊິກພັກ, ພະນັກງານລັດຖະກອນຫຼັກແຫຼ່ງພາຍໃນຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງສາລະວັນ ເຊື່ອມຊຶມມະຕິ 3 ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ແລະ ມະຕິຕ່າງໆທີ່ກ່ຽວຂ້ອງ. ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 19 ພຶຶດສະພານີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ມະໄລວອນ ສີປະເສີດ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຖວທ ແຂວງ.
ເມືອງເງິນ ປາຖະກະຖາ 4 ວັນປະຫັວດສາດສໍາຄັນຂອງຊາດ, ຂອງພັກ ແລະ ສາກົນ

ເມືອງເງິນ ປາຖະກະຖາ 4 ວັນປະຫັວດສາດສໍາຄັນຂອງຊາດ, ຂອງພັກ ແລະ ສາກົນ

ວັນທີ 19 ພຶດສະພານີ້ ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ 4 ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ ແລະ ສາກົນຄື: ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ (18/5/1959-18/5/2025), ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ (24/5/1960-24/5/ 2025), ວັນເກີດປະທານ ໂຮ່ຈີ່ມິນ ຄົບຮອບ 135 ປີ (19/5/1890-19/5/2025) ແລະ ວັນໄຊຊະນະຂອງສະຫະພາບໂຊວຽດເໜືອຟາດສິດເຢຍລະມັນ ຄົບຮອບ 80 ປີ (9/5/1945-9/5/2025) ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການປາຖະກະຖາຂອງສະຫາຍ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງພາຍໃນເມືອງເຂົ້າຮ່ວມ.
ເຈົ້າແຂວງອັດຕະປື ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຊານໄຊ

ເຈົ້າແຂວງອັດຕະປື ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຊານໄຊ

ໃນອາທິດຜ່ານມາ, ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ພ້ອມຄະນະ ໄດ້ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ກັບ ຄະນະບ້ານ, 6 ບ້ານ ໃນເຂດກຸ່ມບ້ານວັງຕັດ ຄື: ບ້ານໜອງໄກ່ໂອກ, ວັງຕັດນ້ອຍ, ວັງຕັດໃຫຍ່, ດາກບ໋ອກ, ຢຽງດາກ ແລະ ບ້ານນ້ຳຈາ ເພື່ອສືບຕໍ່ຊຸກຍູ້ໃຫ້ພໍ່ແມ່ປະຊາຊົນໃນ 6 ບ້ານ ເຮັດການຜະລິດເປັນສິນຄ້າໂດຍສະເພາະ ການປູກກາເຟ ແລະ ໄມ້ໃຫ້ໝາກອື່ນໆ ຕາມທ່າແຮງທີ່ເໝາະສົມ ໃນເຂດພື້ນທີ່ດັ່ງກ່າວ ເພື່ອສ້າງລາຍຮັບທີ່ໝັ້ນຄົງໃຫ້ກັບຊຸມຊົນ.
ຜະລິດຕະພັນເພື່ອສຸຂະພາບ ກິນອາຫານເປັນຢາກຽມເຈາະຕະຫຼາດໃນລາວ

ຜະລິດຕະພັນເພື່ອສຸຂະພາບ ກິນອາຫານເປັນຢາກຽມເຈາະຕະຫຼາດໃນລາວ

ບໍລິສັດ ລາວ ນິວຕຣ້າ (Laos Nutra) ໄດ້ຈັດສໍາມະນາ ໃນຫົວຂໍ້ ກິນອາຫານເປັນຢາ ຂຶ້ນໃນວັນທີ 16 ພຶດສະພາ ຜ່ານມາ ທີ່ບ້ານສະພັງໝໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຊຶ່ງບໍລິສັດແມ່ນຈໍາໜ່າຍຜະລິດຕະພັນໃນຮູບແບບອາຫານເປັນຢາ ທີ່ເປັນນໍ້າໝາກໄມ້ ຜະລິດ ແລະ ສະກັດຈາກ ໝາກໄມ້ສົດ 100% ມີງານວິໄຈຮອງຮັບວ່າສາມາດ ຕ້ານ, ຊ້ອມແຊມບໍາບັດດ້ານໂຣກເຊື່ອມໄດ້ດີ. ໂດຍການເຂົ້າຮ່ວມຂອງທ່ານ ນາງ ແພງສີ ພົມມະວັນ ຜູ້ອໍານວຍການບໍລິສັດ ນິວຕຣ້າ; ມີບັນດາຄູ່ຮ່ວມ ພ້ອມດ້ວຍພະນັກງານເຂົ້າຮ່ວມ.
ສະພາບການຄຸ້ມຄອງ ປົກປັກຮັກສາປ່າໄມ້ ຢູ່ແຂວງສະຫວັນນະເຂດ

ສະພາບການຄຸ້ມຄອງ ປົກປັກຮັກສາປ່າໄມ້ ຢູ່ແຂວງສະຫວັນນະເຂດ

ໂດຍ: ວັນໄຊ ຕະວິນຍານ ພະແນກກະສິກໍາ-ປ່າໄມ້ ແຂວງສະຫວັນນະເຂດ ຍາມໃດກໍເຫັນຄວາມສໍາຄັນ ແລະ ເອົາໃຈໃສ່ ຕໍ່ການຄຸ້ມຄອງປົກປັກຮັກສາປ່າໄມ້ ຕ້ານ ແລະ ສະກັດກັ້ນ ການບຸກລຸກ ທໍາລາຍປ່າໄມ້ ຢ່າງເຂັ້ມງວດ.
ຈະພັດທະນາຂະແໜງສ່ວຍສາອາກອນໃຫ້ເປັນທັນສະໄໝແບບຄົບຊຸດ

ຈະພັດທະນາຂະແໜງສ່ວຍສາອາກອນໃຫ້ເປັນທັນສະໄໝແບບຄົບຊຸດ

ໂດຍ: ສຳນານ ພົມພັກດີ ພັກ-ລັດຖະບານ ເວົ້າລວມກໍຄືກະຊວງການເງິນຈະຫັນວຽກງານຂະແໜງສ່ວຍສາອາກອນໃຫ້ເປັນທັນສະໄໝແບບຄົບຊຸດ ໂດຍປະຕິບັດບັນດາກິດຈະກຳທີ່ເປັນບຸລິມະສິດຂອງໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ ຫຼື ໂຄງການ DRMM ຊຶ່ງຈະເຮັດໃຫ້ລາຍຮັບງົບປະມານພາຍໃນເພີ່ມຂຶ້ນ, ລວມສູນ, ທັນເວລາ, ໂປ່ງໃສ ແລະ ສາມາດກວດສອບໄດ້
ຄະນະກຳມະການຕ້ານການຄ້າມະນຸດ ແຂວງສະຫຼຸບຕີລາຄາວຽກງານຕ້ານການຄ້າມະນຸດ

ຄະນະກຳມະການຕ້ານການຄ້າມະນຸດ ແຂວງສະຫຼຸບຕີລາຄາວຽກງານຕ້ານການຄ້າມະນຸດ

ວັນທີ 19 ພຶດສະພານີ້ ທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025, ໂດຍເປັນປະທານຂອງທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ຫົວໜ້າກອງບັນຊາການ ປກສ ແຂວງ ຮອງປະທານຄະນະກຳມະການຕ້ານການຄ້າມະນຸດ ແຂວງ.
ມອບອຸປະກອນປູກຜັກເຮືອນຮົ່ມ ໃຫ້ແກ່ກຸ່ມປູກພືດຜັກ 3 ເມືອງຂອງແຂວງຄໍາມ່ວນ

ມອບອຸປະກອນປູກຜັກເຮືອນຮົ່ມ ໃຫ້ແກ່ກຸ່ມປູກພືດຜັກ 3 ເມືອງຂອງແຂວງຄໍາມ່ວນ

ໃນວັນທີ 15-16 ພຶດສະພານີ້, ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນ ພ້ອມຄະນະ ໄດ້ນໍາເອົາອຸປະກອນປູກຜັກເຮືອນຮົ່ມ ລວມເຖິງປັດໄຈການຜະລິດລົງມອບໃຫ້ກຸ່ມປູກພືດຜັກໃນຈໍານວນ 3 ເມືອງຂອງແຂວງຄື: ນາກາຍ, ຍົມມະລາດ ແລະ ໜອງບົກ. ເມືອງນາກາຍ, ມີ 1 ກຸ່ມຜະລິດ, ມີ 4 ບ້ານ, ມີ 9 ຄອບຄົວ, ມີເຮືອນຮົມຈໍານວນ 20 ຫຼັງ. ເມືອງຍົມມະລາດມີ 1 ກຸ່ມຜະລິດ, ມີ 4 ບ້ານຄື: ທ່າໂທດ, ນາລາດຄວາຍ, ໂຄກສະຫວ່າງ ແລະ ຜາທຸງລວມມີທັງໝົດ 46 ຄອບຄົວ, ມີເຮືອນຮົ່ມ 46 ຫຼັງ ແລະ ເມືອງໜອງບົກມີ 1 ກຸມຜະລິດ, ມີ 1 ບ້ານ (ບ້ານດອນປາແດກ), ມີ 4 ຄອບຄົວ, ມີເຮືອນຮົ່ມ 14 ຫຼັງ.
ທະຫານໃໝ່ 66 ສະຫາຍ ສໍາເລັດຊຸດອົບຮົມ-ຫັດແອບທະຫານປະຈຳປີ 2024

ທະຫານໃໝ່ 66 ສະຫາຍ ສໍາເລັດຊຸດອົບຮົມ-ຫັດແອບທະຫານປະຈຳປີ 2024

ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ເຂົ້າຮ່ວມເປັນປະທານໃນພິທີປິດຊຸດອົບຮົມ-ຫັດແອບໃຫ້ນັກຮຽນທະຫານໃໝ່ປະຈຳປີ 2024. ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາຜ່ານມາ ທີ່ໂຮງຮຽນການທະຫານທ້ອງຖິ່ນແຂວງ, ເຂົ້າຮ່ວມມີ ສະຫາຍ ພັອ ພັນວິໄລ ລາດສະຍົນ ເລຂາຄະນະພັກ ຫົວໜ້າກອງບັນຊາການທະຫານແຂວງ.
ເມືອງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025

ເມືອງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025

ໃນຕອນບ່າຍວັນທີ 15 ພຶດສະພາຜ່ານມາ, ເມືອງໄຊຍະບູລີ ແຂວງໄຊຍະບູລີໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025 ແລະ ກຳນົດທິດທາງແຜນການຜະລິດລະດູຝົນປີ 2025 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເຂົ້າຮ່ວມຂອງທ່ານ ເສນ ພັນລັກ ວ່າການເຈົ້າເມືອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ນັກທຸລະກິດ ພ້ອມດ້ວຍນາຍບ້ານເທດສະບານເມືອງເຂົ້າຮ່ວມ.
ເພີ່ມເຕີມ