ສອງພາກສ່ວນອຸປະຖຳຊ່ວຍໄພພິບັດ

ສອງພາກສ່ວນອຸປະຖຳຊ່ວຍໄພພິບັດ

ສອງພາກສ່ວນອຸປະຖຳຊ່ວຍໄພພິບັດ
ໃນວັນທີ 4 ສິງຫານີ້ ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ໄດ້ມີສອງພາກສ່ວນອຸປະຖຳຊ່ວຍເຫຼືອໄພພິບັດ ແລະ ຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຊຽງຂວາງສະໄໝທີ IX. ທ່ານ ນາງ ດາວສະຫັວນ ພັນທະລາວົງ ຮອງຫົວໜ້າທະນາຄານສົ່ງເສີມກະສິກຳສາຂາແຂວງຊຽງຂວາງ ພ້ອມດ້ວຍຄະນະ ໄດ້ມອບເງິນສົດຈຳນວນ10 ລ້ານກີບເພື່ອຊຸກຍູ້ກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ແລະ ມອບເຄື່ອງບໍລິໂພກ ມູນຄ່າ 5 ລ້ານກີບ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ. ນອກນີ້ ຍັງມີອົງການກວດກາລັດແຂວງມອບເຄື່ອງບໍລິໂພກ ມູນຄ່າ 2 ລ້ານກີບ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ບັນດາເມືອງຄ່າງໆ.
ສອງພາກສວນອປະຖຳຊວຍໄພພບດ - image 1
 

ໂອກາດນີ້, ທ່ານ ນາງ ຈັນທະສອນ ພູນສຸກ ກຳມະການພັກແຂວງຫົວໜ້າຫ້ອງວ່າການແຂວງ ໄດ້ຕາງໜ້າແຂວງກ່າວສະແດງຄວາມຂອບໃຈມາຍັງສອງພາກສ່ວນທີ່ໄດ້ມີຈິດໃຈ ເຫັນໄດ້ຄວາມຈຳເປັນຊ່ວຍເຫຼືອຜູ້ທີ່ປະສົບໄພນ້ຳຖ້ວມ ແລະ ຊຸກຍູ້ກອງປະຊຸມໃຫຍ່ຂອງແຂວງ. ເຄື່ອງດັ່ງກ່າວແມ່ນຈະນຳໄປມອບໃຫ້ກັບປະຊາຊົນທີ່ຢູ່ຫ່າງໄກຊອກຫຼີກທີ່ປະສົບໄພພິບັດໄດ້ແກ້ໄຂເບື້ອງຕົ້ນ ແລະ ຍາວນານ.

(ຂ່າວ: ບຸນມີ ແສງທຸມມີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

75 ປີ ໜັງສືພິມປະຊາຊົນ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ  (ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ)

75 ປີ ໜັງສືພິມປະຊາຊົນ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ (ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ)

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ໃກ້ຈະມາເຖິງນີ້, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 4 ສິງຫານີ້ ທີ່ໜັງສືພິມປະຊາຊົນວ່າ: ວັນທີ 13 ສິງຫາຂອງທຸກໆປີແມ່ນວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ທັງເປັນວັນສ້າງຕັ້ງໜັງສືພິມປະຕິວັດສະບັບທໍາອິດທີມີຊື່ວ່່າ: ລາວອິດສະຫຼະ ກໍຄືໜັງສືພິມປະຊາຊົນສຽງຂອງສູນກາງພັກໃນປັດຈຸບັນທີ່ໄດ້ໝູນວຽນມາບັນຈົບຄົບຮອບ 75 ປີ.
ອົບຮົມທັມມະໃຫ້ເຍົາວະຊົນເມືອງອຸທຸມພອນ

ອົບຮົມທັມມະໃຫ້ເຍົາວະຊົນເມືອງອຸທຸມພອນ

ໃນຕອນເຊົ້າວັນທີ 4 ສິງຫານີ້ ຢູ່ທີ່ວັດໂພທິຍາຣາມ ບ້ານໄຊຍະມຸງຄຸນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ເປີດອົບຮົມທັມມະ ໃຫ້ແກ່ເຍົາວະຊົນ (ເພດຍິງ) ໂດຍໃຫ້ຄວາມເມດຕາຂອງພະເດພະຄຸນພະອາຈານ ສົມດີ ສຸທັມໂມ ຮອງປະທານອົງການພຸດທະສາສະໜາສໍາພັນລາວ ເມືອງອຸທຸມພອນ (ອພສ).
ຄຕພ ທາບທາມຮ່າງເນື້ອໃນເອກະສານ ແລະ ບຸກຄະລາກອນຮອບທີ 1

ຄຕພ ທາບທາມຮ່າງເນື້ອໃນເອກະສານ ແລະ ບຸກຄະລາກອນຮອບທີ 1

ໃນວັນທີ 4 ສິງຫານີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດກອງປະຊຸມທາບທາມຮ່າງເນື້ອໃນເອກະສານ ແລະ ບຸກຄະລາກອນຮອບທີ 1 ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ III ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ຮັກສາການເລຂາຄະນະບໍລິຫານງານພັກ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍຄະນະບໍລິຫານງານພັກ ຄຕພ, ຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ.
ເວທີຄັດເລືອກນາງແບບ-ຊາຍແບບ

ເວທີຄັດເລືອກນາງແບບ-ຊາຍແບບ

ລາວແຟຊັນວີກ ໄດ້ຈັດເວທີຄັດເລືອກນາງແບບ-ຊາຍແບບ ເພື່ອບັນຈຸເຂົ້າໃນງານເດີນແບບ ລາວແຟຊັນວີກ 2025, ໃນວັນທີ 2 ສິງຫາ ຜ່ານມາ ທີ່ໂຮງແຮມອາມາຣິ ນະຄອນຫຼວງວຽງຈັນ.
ສະມາຄົມປ້າຍລາວຮ່ວມງານວາງສະແດງໂຄສະນາ VietAd 2025

ສະມາຄົມປ້າຍລາວຮ່ວມງານວາງສະແດງໂຄສະນາ VietAd 2025

ຄະນະຜູ້ແທນຈາກສະມາຄົມປ້າຍລາວນຳໂດຍທ່ານ ວົງນຳ ວົງວິໄລ ປະທານສະມາຄົມປ້າຍລາວ ພ້ອມຄະນະຈຳນວນ 20 ທ່ານ ໄດ້ເຂົ້າຮ່ວມງານວາງສະແດງສາກົນດ້ານປ້າຍໂຄສະນາ, ເຄື່ອງຈັກ ແລະ ອຸປະກອນ VietAd 2025 ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ ໃນລະຫວ່າງວັນທີ 24-27 ກໍລະກົດ ຜ່ານມາ.
ງານແຂ່ງຂັນຮ້ອງເພງ, ກອນຂັບ-ລໍາ, ລະຄອນສັ້ນທົ່ວປະເທດ ຄັ້ງທີິ 1

ງານແຂ່ງຂັນຮ້ອງເພງ, ກອນຂັບ-ລໍາ, ລະຄອນສັ້ນທົ່ວປະເທດ ຄັ້ງທີິ 1

ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ຈັດການແຂ່ງຂັນເພງຮ້ອງ, ກອນຂັບ-ລໍາ ແລະ ລະຄອນສັ້ນທົ່ວປະເທດ ຄັ້ງທີ 1 ພາຍໃຂ້ຫົວຂໍ້: ຜິດໄພຜົນຮ້າຍຂອງຢາເສບຕິດຂຶ້ນໃນວັນທີ 2 ສິງຫາ ຜ່ານມາ ທີ່ຫໍວັດທະນະທໍາແຫ່ງຊາດ ເປັນກຽດເຂົ້າຮ່ວມຂອງທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ຮອງປະທານຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ, ມີບັນດາແຂກຖືກເຊີນ, ຄະນະກໍາມະການ, ນັກປະພັນ, ສິນລະປິນ, ນັກຮ້ອງ, ໝໍລໍາ ແລະ ບັນດາມວນຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.
ຄໍາມ່ວນ ຝຶກອົບຮົມດົນຕີພື້ນເມືອງເພື່ອສືບສານຕໍານານສິລະປະວັດທະນະທຳລາວ

ຄໍາມ່ວນ ຝຶກອົບຮົມດົນຕີພື້ນເມືອງເພື່ອສືບສານຕໍານານສິລະປະວັດທະນະທຳລາວ

ວັນທີ 4 ສິງຫານີ້ ທີ່ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດຝຶກອົບຮົມ ດົນຕີພື້ນເມືອງລາວ, ສຽງແຄນລາວ, ດົນຕີພື້ນບ້ານ ໂດຍມີທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ.
ຮອງປະທານປະເທດ ລົງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບນ້ຳຖ້ວມຢູ່ບ້ານຫາດບໍ່

ຮອງປະທານປະເທດ ລົງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບນ້ຳຖ້ວມຢູ່ບ້ານຫາດບໍ່

ໃນວັນທີ 3 ສິງຫາຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້, ຊ່ວຍເຫຼືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ບ້ານຫາດບໍ່ ເມືອງໜອງແຮດ ແຂວງຊຽງຂວາງ ຊຶ່ງເປັນບ້ານທີ່ຢູ່ເຂດຫ່າງໄກສອກຫຼີກ ໂດຍໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ: ເຂົ້າສານ, ເຂົ້າຈີ່, ໜີ່, ປ໋ອງປາ, ນ້ຳດື່ມ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ ແລະ ອື່ນໆ ໄປມອບໃຫ້ປະຊາຊົນ ເພື່ອຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນ.
ກອງປະຊຸມເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່, ຂະບວນການ “ເພື່ອເສລີພາບຂອງບັນດາຊາດ”

ກອງປະຊຸມເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່, ຂະບວນການ “ເພື່ອເສລີພາບຂອງບັນດາຊາດ”

ວັນທີ 31 ກໍລະກົດ ຜ່າມານີ້, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ບຸນຍະເດດ ໄຊຍະວົງ ຫົວໜ້າຫ້ອງການຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມຄະນະປະຈຳຂອງເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່, ຂະບວນການເພື່ອເສລີພາບຂອງບັນດາຊາດ ຜ່ານວິດີໂອທາງໄກ ໂດຍການເປັນເຈົ້າພາບຂອງພັກຣັດເຊຍເອກະພາບ ຊຶ່ງມີຄະນະຜູ້ແທນເຂົ້າຮ່ວມທັງໝົດ 13 ພັກການເມືອງ ຈາກ ອາຊີ, ອາຟຣິກາ, ອາເມຣິກາລາຕິນ, ຕາເວັນອອກກາງ, ເອີຣົບ ແລະ ອື່ນໆ.
ສພ ແມ່ຍິງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນຳ້ຖ້ວມ

ສພ ແມ່ຍິງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນຳ້ຖ້ວມ

ໃນທ້າຍອາທິດນີ້, ຄະນະບໍລິຫານງານສະຫະພັນ (ສພ) ແມ່ຍິງ ເມືອງເງິນ ແຂວງໄຊຍະບູລີ ໄດ້ສົບທົບ ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນເມືອງ, ນໍາພາໂດຍທ່ານ ນາງ ສີຈົມ ບຸນມານະທຳ ຮອງເລຂາຄະນະບໍລິຫານງານພັກເມືອງ ທີມງານຄະນະບໍລິຫານງານສະຫະພັນແມ່ຍິງເມືອງເງິນ ໄດ້ລົງມອບເຄື່ອງຊ່ວຍເຫຼືອ ໃຫ້ຄອບຄົວທີ່ຖືກຜົນກະທົບ ຈາກໄພພິບັດນ້ຳຖ້ວມ ເຮືອນປະຊາຊົນ
ເພີ່ມເຕີມ