ສວນພຶກສາ ຈະຈັດຫຼາຍກິດຈະກຳສະຫຼອງບຸນປີໃໝ່ລາວ 2024

ສວນພຶກສາ ຈະຈັດຫຼາຍກິດຈະກຳສະຫຼອງບຸນປີໃໝ່ລາວ 2024
ບຸນປີໃໝ່ລາວ 2024 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 13-17 ເມສາທີ່ຈະມາເຖິງນີ້, ສວນພຶກສາໄດ້ກຽມຫຼາຍກິດຈະກຳເພື່ອຮອງຮັບນັກທ່ອງທ່ຽວທີ່ຈະມາທ່ອງທ່ຽວຢູ່ສວນດັ່ງກ່າວ. ນອກຈາກກິດຈະຫຼັກຢູ່ພາຍໃນສວນ ເປັນຕົ້ນ ກິດຈະກຳຖ່າຍຮູບ-ຊົມສວນດອກໄມ້, ທ່ຽວຊົມນໍ້າຕົກ, ນຸ່ງເຄື່ອງຊົນເຜົ່າ, ການຮຽນຮູ້ກ່ຽວກັບຢາພື້ນເມືອງ, ຂີ່ສະລິງ, ຂີ່ລົດນຳທ່ຽວ ແລະ ອື່ນໆແລ້ວ, ອັນພົ້ນເດັ່ນແມ່ນຫ້ອງວາງສະແດງບັນດາເຜົ່າ ຊຶ່ງເປັນບ່ອນຮວບຮວມປະຫວັດຄວາມເປັນມາຂອງ 50 ຊົນເຜົ່າແຫ່ງທຳອິດໃນ ສປປ ລາວ.
    ທ່ານ ພູວົງ ພະມີສິດ ເຈົ້າຂອງສວນພຶກສາ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມທຸລະກິດລາວຄັ້ງທີ 15 ຢູ່ນະຄອນຫຼວງວຽງຈັນໃນວັນທີ 2 ເມສາຜ່ານມາວ່າ: ບຸນປີໃໝ່ລາວ 2024 ທີ່ຈະມາເຖິງນີ້, ສວນພຶກສາຈະຈັດໃຫ້ມີຫຼາກຫຼາຍກິດຈະກຳເພື່ອກຽມໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ຈະເຂົ້າມາ ສປປ ລາວ ກໍຄືເຂົ້າມາທ່ຽວຊົມສວນພຶກສາອັນທີ່ພົ້ນເດັ່ນ ແລະ ແປກໃໝ່ຢູ່ພາຍໃນສວນແມ່ນຫ້ອງວາງສະແດງບັນດາເຜົ່າທີ່ຫາກໍເປີດໃຫ້ບໍລິການໃນວັນທີ 22 ມີນາ 2024 ຜ່ານມາເພື່ອສົ່ງເສີມການທ່ອງທ່ຽວພາຍໃນ ແລະ ຕ້ອນຮັບປີທ່ອງທ່ຽວລາວ2024 ເພື່ອເຕົ້າໂຮມຄວາມສາມັກຄີ ຮັກສາວັດທະນະທຳຮີດຄອງປະເພນີຂອງບັນດາເຜົ່າທັງເປັນສະຖານທີ່ສຶກສາຮຽນຮູ້ກ່ຽວກັບວັດທະນະທໍາບັນດາເຜົ່າໃຫ້ແກ່ບັນດາຊາວໜຸ່ມ, ເຍົາວະຊົນ, ນັກຮຽນ-ນັກສຶກສາທັງແຂກພາຍໃນ ແລະ ຕ່າງປະເທດທີ່ມີຄວາມສົນໃຈກ່ຽວກັບວັດທະນະທຳປະເພນີບັນດາເຜົ່າຕ່າງໆ ຊຶ່ງຫ້ອງວາງສະແດງບັນດາເຜົ່າດັ່ງກ່າວເປັນບ່ອນຮວບຮວມປະຫວັດຄວາມເປັນມາຂອງ 50 ຊົນເຜົ່າແຫ່ງທຳອິດໃນລາວໂດຍໄດ້ສ້າງອາຄານ ແລະ ເຮືອນບັນດາເຜົ່າ. ໃນນັ້ນ, ປະກອບມີຫ້ອງສາຍຮູບເງົາປະຫວັດຄວາມເປັນມາໂດຍຫຍໍ້ຂອງບັນດາເຜົ່າ, ຫ້ອງວາງສະແດງຮູບແຕ້ມ ແລະ ຄວາມເປັນມາຂອງ 50 ຊົນເຜົ່າ, ຫ້ອງວາງສະແດງພິທີກຳຕ່າງໆຂອງບັນດາເຜົ່າໃນ 4 ກຸ່ມພາສາ, ວາງສະແດງເຄື່ອງນຸ່ງຂອງຖືທີ່ເປັນເອກະລັກຂອງ 50 ຊົນເຜົ່າ.
    ທ່ານ ພູວົງ ພະມີສິດ ຍັງໃຫ້ຮູ້ອີກວ່າ: ສວນພຶກສາໄດ້ເປັນສ່ວນໜຶ່ງໃນການດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ກໍຄືນະຄອນຫຼວງວຽງຈັນຫຼາຍຂຶ້ນ ຊຶ່ງພວກເຮົາໄດ້ມີການການປັບປຸງສະພາບແວດລ້ອມ, ປະດັບປະດາ ແລະ ສ້າງສິ່ງໃໝ່ໆຢູ່ພາຍໃນສວນມາໂດຍຕະຫຼອດໂດຍສະເພາະ ສ້າງຫໍວາງສະແດງ 50 ຊົນເຜົ່າ ອັນໄດ້ກາຍເປັນຈຸດຂາຍເອົາການສະແດງວັດທະນະທໍາຊົນເຜົ່າມາເປັນຈຸດເດັ່ນ ແລະ ດຶງດູດນັກທ່ອງທ່ຽວເຂົ້າມາ ເພາະວັດທະນະທໍາມັນເປັນມໍລະດົກທີ່ບໍ່ມີວັນບົກແຫ້ງ ຖ້າເຮົາຫາກນໍາສະເໜີໃຫ້ມີຄວາມໂດດເດັ່ນ ແລະ ສາມາດເຂົ້າເຖິງໄດ້ງ່າຍກໍຈະເປັນທ່າແຮງໜຶ່ງດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາເພີ່ມຂຶ້ນ.
ແຫຼ່ງຂ່າວ: ຂປລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ເມື່ອບໍ່ດົນມານີ້ ,ສະຫາຍ ເພັດ ພົມພີພັກ, ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ໄດ້ພົບປະຢ້ຽມຢາມ ແລະ ໂອ້ລົມ-ໃຫ້ທິດຊີ້ນໍາຕໍ່ກົມເລຂານຸການ-ການນໍາ, ໂດຍມີສະຫາຍ ຜາຄໍາ ອິນແສງ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ, ຕາງໜ້າບັນດາກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານພາຍໃນກົມເຂົ້າຮ່ວມ
ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໆເງິນແຂວງໄຊຍະບູລີ, ໄດ້ເປີດກອງປະຊຸມ ການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານ ຂອງບໍລິສັດໄຟຟ້າຫົງສາ ຈໍາກັດ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຍຸດທະນາ ຈຸນພັນທອງ ຜູ້ອໍານວຍການສາຍງານກິດຈະການອົງກອນບໍລິສັດໄຟຟ້າຫົງສາ ຈໍາກັດ.
ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ວັນທີ 11 ພະຈິກ 2025 ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດພິທີປະກາດການ ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີບັນທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ຕາງໜ້າຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມ.
ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ວັນທີ 10 ພະຈິກ 2025,ສາຍການບິນ Vietjetໄດ້ມີຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນVietjet, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.
ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ກອງປະຊຸມພົບປະ, ແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ທະນາຄານນະ ໂຍບາຍ (ທນບ) ຂອງ ສປປ ລາວ ແລະ ທະນາຄານນະໂຍບາຍສັງຄົມ (ທນສ) ສສ. ຫວຽດນາມ ໄດ້ຈັດຂຶ້ນ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໃນວັນທີ 10 ພະຈິກ 2025 ຊຶ່ງຝ່າຍລາວນໍາໂດຍ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການ ທນບ ພ້ອມຄະນະ; ຝ່າຍຫວຽດນາມນໍາໂດຍ ທ່ານ ເຢືອງ ກວຽດ ຖັງ ຜູ້ອຳນວຍການ ທນສ ພ້ອມຄະນະ.
ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ວັນທີ 8 ພະຈິກ 2025 ບໍລິສັດ BUBER CONECT ໄດ້ຈັດງານພິທີເປີດໂຕລະບົບ Pancake Laos ຢ່າງເປັນທາງການ ທີ່ໂຮງແຮມດອນຈັນພາເລດ ພ້ອມທັງເຊັນ ບັນທຶກຄວາມເຂົ້າໃຈ (MOA) ຮ່ວມກັບບໍລິສັດຮຸ່ງອາລຸນຂົນສົ່ງດ່ວນເຊິ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ແລະການກ້າວເຂົ້າສູ່ມາດຕະຖານສາກົນ. ງານດັ່ງກ່າວ ໂດຍໄດ້ຮັບກຽດເຂົ້າຮ່ວມງານຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປະສິດທິເດດ ຫຼວງວິໄລ ຮອງຫົວໜ້າກົມເຕັກໂນໂລຊີ ດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສີສະຫວັນ ມ່າຢົງເຊີນ ປະທານກຸ່ມ ບໍລິສັດ, ຜູ້ອຳນວຍການໃຫຍ່ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ແລະ ທ່ານ Hoang Long ຮອງປະທານ PancakeVietnamພ້ອມດ້ວຍບັນດາຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.
ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 52 ຈັດຂຶ້ນວັນທີ 7 ພະຈິກ ຜ່ານມາ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີສະມາຊິກອົງການປົກຄອງ ນວ ເຂົ້າຮ່ວມ.
ເພີ່ມເຕີມ