ສ່ວຍສາອາກອນແຂວງເຊກອງ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 257.81 ຕື້ກີບ

ສ່ວຍສາອາກອນແຂວງເຊກອງ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 257.81 ຕື້ກີບ

ສ່ວຍສາອາກອນແຂວງເຊກອງ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 257.81 ຕື້ກີບ
ທ່ານ ສົມບູນ ພັນຈັນ ວ່າການຫົວໜ້າສ່ວຍສາອາກອນປະຈໍາແຂວງເຊກອງ ລາຍງານໃຫ້ຮູ້ໃນວັນທີ 6 ພຶດສະພານີ້ວ່າ: ໃນໄລຍະຜ່ານມາ, ສ່ວຍສາອາກອນປະຈໍາແຂວງເຊກອງ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດເກັບກໍາຂໍ້ມູນດ້ານລາຍຮັບ, ຂຶ້ນແຜນຄາດຄະເນລາຍຮັບ ແລະ ຊຸກຍູ້ໃຫ້ຫົວໜ່ວຍທຸລະກິດປະຕິບັດພັນທະເຂົ້າງົບປະມານແຫ່ງລັດ, ຊຶ່ງເຮັດໃຫ້ໃນໄລຍະ 4 ເດືອນຕົ້ນປີ 2026 ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນ: ການເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ 76.69 ຕື້ກີບ, ທຽບໃສ່ແຜນເທົ່າກັບ 29.75% (ແຜນ 257.81 ຕື້ກີບ) ແລະ ທຽບໃສ່ໄລຍະດຽວປີຜ່ານມາເທົ່າກັບ 135.02%. ການຄຸ້ມຄອງຫົວໜ່ວຍວິສາຫະກິດ ທົ່ວແຂວງມີທັງໝົດ 1,418 ຫົວໜ່ວຍ.

 ໃນນີ້, ຂະແໜງ ການຄ້າ 746 ຫົວໜ່ວຍ; ຂະແໜງການຜະລິດ 267 ຫົວໜ່ວຍ ແລະ ຂະແໜງບໍລິການ 405 ຫົວໜ່ວຍ. ການຢຶນຢັນ ERC: ມາຮອດວັນທີ 30 ເມສາ 2026 ມີທັງໝົດ 1,318 ຫົວໜ່ວຍ. ໃນນີ້, ຢຶນຢັນສໍາເລັດແລ້ວ 885 ຫົວໜ່ວຍ ແລະ ຄ້າງບໍ່ທັນຢືນຢັນ 433 ຫົວໜ່ວຍ.

ສໍາລັບແຜນໃນຕໍ່ໜ້າ, ສ່ວຍສາອາກອນປະຈໍາແຂວງເຊກອງ ຈະສືບຕໍ່ປະຕິບັດພາລະບົດບາດ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດກ່ຽວກັບວຽກງານສ່ວຍສາອາກອນ ແລະ ສູ້ຊົນເກັບລາຍຮັບໃຫ້ໄດ້ຕາມແຜນງົບປະມານປີ 2026 ຈໍານວນ 257.81 ຕື້ກີບ ໂດຍໄດ້ກໍານົດ 9 ແຜນວຽກຈຸດສຸມທີ່ສໍາຄັນດັ່ງນີ້: 1). ສຸມໃສ່ໂຄສະນາ ແລະ ຝຶກອົບຮົມ ເພື່ອຊຸກຍູ້ໃຫ້ຫົວໜ່ວຍທຸລະກິດ ແຈ້ງ-ມອບອາກອນ ດ້ວຍຕົນເອງຜ່ານລະບົບ TaxRIS ຄື: ສໍາລັບຫົວໜ່ວຍທຸລະກິດ ທີ່ຂຶ້ນກັບການຄຸ້ມຄອງຂອງແຂວງໃຫ້ໄດ້ 70% ແລະ ຫົວໜ່ວຍທຸລະກິດ ທີ່ຂຶ້ນກັບການຄຸ້ມຄອງຂອງເມືອງໃຫ້ໄດ້ 50% ຂອງຫົວໜ່ວຍທັງໝົດ (ບໍ່ລວມຫົວໜ່ວຍທຸລະກິດ ທີ່ມີລາຍຮັບແຕ່ 50 ລ້ານກີບລົງມາ). 2). ສືບຕໍ່ປະສານສົມທົບ ກັບຂະແໜງຊັບສິນຂອງລັດ ເພື່ອຄຸ້ມຄອງ, ຕິດຕາມ ວຽກງານຄຸ້ມຄອງຊັບສິນ ໄດ້ປະຕິບັດຕາມແຈ້ງ ຂອງຫ້ອງການກະຊວງ ເລກທີ 1671/ຫກ, ລົງວັນທີ 25 ມິຖຸນາ 2024 ວ່າດ້ວຍຂັ້ນຕອນການດໍາເນີນ ແລະ ປະກອບເອກະສານ ເພື່ອມອບພັນທະຈາກຂະແໜງຄຸ້ມຄອງຊັບສິນແຫ່ງລັດ ທີ່ແຈ້ງມອບຜ່ານ ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ (Tax RIS) ໃຫ້ໄດ້ຮັບຜົນດີ. 3). ສືບຕໍ່ຕິດຕາມຫົວຫນ່ວຍວິສາຫະກິດຂຶ້ນໃໝ່ ຈາກຂະແໜງອຸດສາຫະກາ ແລະ ການຄ້າ ໂດຍຜ່ານ ການອອກເລກປະຈຳຕົວ ໃນລະບົບ TaxRIS ໃຫ້ໄດ້ດີ ແລະ ມີການປະສານສົມທົບກັນ ກັບຂະແໜງອຸດສາຫະກຳ ແລະ ການຄ້າໃຫ້ເປັນປົກກະຕິ. 4). ສຸມໃສ່ໃນການປະຖົມນິເທດໃຫ້ຫົວໜ່ວຍວິສາຫະກິດ ໃນການແຈ້ງ-ມອບ ອາກອນເຂົ້າງົບປະມານ ດ້ວຍຕົນເອງໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການເຮັດວຽກຂອງເຈົ້າໜ້າທີ່ສ່ວຍສາອາກອນລົງ. 5). ສືບຕໍ່ປ້ອນຂໍ້ມູນຕອນດິນເຂົ້າໃນລະບົບ TaxRIS ໃຫ້ສໍາເລັດໃນງວດ 2 ປີ 2026 ໂດຍເລີ່ມຈາກບ່ອນທີ່ມີເງື່ອນໄຂກ່ອນ ເພື່ອລໍຖ້າການພັດທະນາລະບົບ ເຊື່ອມຕໍ່ຂໍ້ມູນກັບລະບົບຂອງກົມທີ່ດິນ ໃຫ້ສຳເລັດ ເພື່ອຮອງຮັບການຈັດເກັບອາກອນລາຍໄດ້ຈາກການຊື້-ຂາຍ ແລະ ໂອນກຳມະສິດທີ່ດິນ ໃນເວລາອອກໃບຕາດິນ. 6). ສຸມໃສ່ຂະຫຍາຍຖານອາກອນມູນຄ່າເພີ່ມ ໂດຍຫັນຫົວໜ່ວຍທຸລະກິດທີ່ຢູ່ນອກລະບົບ (ອມພ) ໃຫ້ເຂົ້າໃນລະບົບ ສອດຄ່ອງຕາມກົດໝາຍ ແລະ ລະບຽບການກຳນົດ ເພື່ອຢຸດຕິການເກັບອາກອນແບບມອບເໝົາໃຫ້ຂາດຕົວ ແລະ ນໍາໃຊ້ໃບເກັບເງິນໃຫ້ຖືກຕ້ອງຕາມກົດໝາຍ. 7). ສຸມໃສ່ການແນະນໍາ, ເຜີຍແຜ່ ແລະ ໂຄສະນາໃຫ້ຫົວໜ່ວຍທຸລະກິດ ແຈ້ງ-ມອບອາກອນດ້ວຍຕົວເອງ ຜ່ານລະບົບ TaxRIS. 8). ສຸມໃສ່ວຽກງານກວດກາໄລ່ລຽງ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຕາມແຜນງວດ ແລະ ແຜນປີທີ່ວາງໄວ້, ປະສານສົມທົບກັບບັນດາບໍລິສັດ ເພື່ອເອົາຂໍ້ມູນເພີ່ມເຕີມໃນການກວດກາ, ປະສານສົມທົບກັບພະແນກການອ້ອມຂ້າງແຂວງ, ບັນດາຂະແໜງ ທີ່ຂຶ້ນກັບສ່ວຍສາອາກອນ ແລະ 4 ຕົວເມືອງ. 9). ເລັ່ງທວງໜີ້ສິນ ແລະ ແກ້ໄຂໃນການກວດສອບ-ກວດກາໃຫ້ຫຼຸດລົງ ຫຼື ຂາດຕົວ ໂດຍມອບໃຫ້ຫົວໜ້າສ່ວຍສາອາກອນແຂວງ ແລະ ບັນດາເມືອງ ເປັນເຈົ້າການກວດກາ, ຕິດຕາມ ແລະ ປະເມີນຜົນເປັນແຕ່ລະໄລຍະມອບໃຫ້ຂະແໜງກວດກາພາຍໃນ ເປັນໃຈກາງໃນການກວດກາຕິດຕາມ ແລະ ລາຍງານສະພາບການແກ້ໄຂຜົນການກວດສອບ ໃຫ້ການນໍາຂະແໜງສ່ວຍສາອາກອນຂອງຕົນ ເພື່ອສັງລວມລາຍງານ ເປັນປົກກະຕິ ແລະ ຕໍ່ເນື່ອງ.

(ຂ່າວ: ສັນຍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ