ສູນຝຶກຄົນພິການເປັນສ່ວນໜຶ່ງທີ່ສຳຄັນທາງສັງຄົມທີ່ປັກກິ່ງ

ສູນຝຶກຄົນພິການເປັນສ່ວນໜຶ່ງທີ່ສຳຄັນທາງສັງຄົມທີ່ປັກກິ່ງ
ຄົນປົກກະຕິທຸກຄົນອາດຈະຂາດບາງຢ່າງໃນຊີວິດມັນກໍ່ເປັນເລື່ອງທຳມະດາ ແຕ່ສິ່ງທີ່ຄົນພິການບໍ່ເຄີຍຂາດຄື “ຄວາມຝັນ ແລະ ກຳລັງໃຈ” ໃນໂລກທີ່ເຕັມໄປດ້ວຍອຸປະສັກ ແລະ ຄວາມບໍ່ເທົ່າທຽມ ຄົນພິການຫຼາຍຄົນກໍ່ຍັງຢືນຢັນວ່າ “ຄວາມພິການ” ບໍ່ແມ່ນກຳແພງກັ້ນຄວາມຝັນ ແຕ່ເປັນພຽງບົດຮຽນທົດສອບໃນຊີວິດທີ່ເຮັດໃຫ້ພວກເຂົາເຂັ້ມແຂງກວ່າເກົ່າ.
ສນຝກຄນພການເປນສວນໜງທສຳຄນທາງສງຄມທປກກງ - image 1
 

ເຊິ່ງລັດຖະບານຂອງຈີນ ກໍ່ໄດ້ຖືບັນຫານີ້ເປັນສິ່ງສຳຄັນໃນການເອົາໃຈໃສ່ດູແລຄົນພິການຢ່າງສະເໝີຕົ້ນສະເໝີປາຍ ສູນຝຝຶກຄົນພິການປັກກິ່ງ ຫຸ້ຍອ້າຍ(Hui’ai) ຕັ້ງຢູ່ເມືອງ ເຝິງຖ້າຍທີ່ປັກກິ່ງໂດຍມີພື້ນທີ່ທັງໝົດ 33.200ຕາລາງແມັດ ມີ22ຊັ້ນເຊິ່ງໄດ້ເປີດຢ່າງເປັນທາງການໃນເດືອນມີນາ ປີ 2022 ເຊິ່ງໄດ້ຮັບຮັບການພັດທະນາຂຶ້ນຈາກສະຫະພັນຄົນພິການປັກກິ່ງ ເປັນສະຖານທີ່ດູແລ ແລະ ຝຶກອົບຮົມຂອງຄົນພິການລະດັບແຂວງທີ່ມີຄວາມຊ່ຽວຊານແລະເອົາໃຈໃສ່ໃນລະດັບສູງສຸດໃນຈີນດ ນອກຈາກນີ້ຍັງໄດ້ເຮັດໜ້າທີ່ເປັນແບບຈຳລອງຂອງການສາທິດລະດັບຊາດ ສຳລັບການສ້າງສະພາບແວດລ້ອມທີ່ເຂົ້າເຖິງໄດ້ ແລະ ເປັນບ່ອນແລກປ່ຽນດຮ່ວມມືລະຫວ່າງປະເທດຂອງຄົນພິການ.

ສນຝກຄນພການເປນສວນໜງທສຳຄນທາງສງຄມທປກກງ - image 2
 

ໃນສູນຝຶກດັ່ງກ່າວນີ້ແມ່ນໄດ້ຝຶກອາຊີບຫຼາຍກວ່າ 10 ປະເພດ ການຟື້ນຟູສະມັດຕະພາບທາງອາຊີບເຊັ່ນວ່າ; ການເບິ່ງແຍງທີ່ຢູ່ອາໃສໄລຍະສັ້ນ, ການຟື້ນຟູສະມັດຕະພາບເດັກນ້ອຍ, ການຟື້ນຟູສະມັດຕະພາບຜູ້ໃຫຍ່, ການຝຶກອົບຮົມດ້ານອາຊີບ, ການອົບຮົມດ້ານສິລະປະ, ການເປີດຮູບເງົາລວມໝູ່ ແລະ ການແລກປ່ຽນກ່ຽວກັບການສະແດງຕ່າງອື່ນໆ, ໃນຊ່ວງ3ປີທີ່ຜ່ານມາທາງສູນດັ່ງກ່າວໄດ້ຝຶກອົບຮົມແລະ ສາທິດໃຫ້ຄົນພິການທີ່ຜ່ານມາຫຼາຍກວ່າ 200.000 ຄົນ ເຊິ່ງເປັນທີ່ຍອມຮັບຂອງສັງຄົມວ່າ, ເປັນໜຶ່ງໃນ ສິບອັນອັນດັບທີ່ໄດ້ຮັບລາງວັນລະດັບຊາດດ້ານຄວາມເປັນເລີດ ແລະ ໄດ້ຮັບເຄື່ອງເທັກໂນໂລຍີ ຈາກພາຍໃນ ແລະ ຕ່າງປະເທດ ຫຼາຍກວ່າ 60 ປະເພດ ເພື່ສົ່ງເສີມການປ່ຽນແປງຂອງຄວາມສຳເລັດທາງວິທະຍາສາດ ແລະ ເທັກໂນໂລຊີເພື່ອອຳນວຍຄວາມສະດວກໃຫ້ແກ່ການດຳລົງຊີວິດການເຮັດວຽກສ່ວນຮ່ວມທາງສັງຄົມຂອງຜູ້ພິການ.

ສນຝກຄນພການເປນສວນໜງທສຳຄນທາງສງຄມທປກກງ - image 3
 

ນັບຕັ້ງແຕ່ໄດ້ດຳເນີນການ 3 ປີຜ່ານມາ ສູນດັ່ງກ່າວໄດ້ມີສ່ວນຮ່ວມໃນການພັດທະນາຂອງເມືອງປັກກິ່ງໃນຖານະສູນກາງການລຽກປ່ຽນລະຫວ່າງປະເທດ ຕໍ່ມາໄດ້ເປັນເຈົ້າພາບຈັດກອງປະຊຸມສະເພາະວຽກງານຄົນພິການພາຍໃຕ້ໂຄງການລິເລິ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ໄດ້ຮັບຄະນະຜູ້ແທນຕ່າງປະເທດ 29 ຄະນະລວມເຖິງຄະນະຜູ້ແທນຈາກສະຫະລັດອາເມລິກາ,

ສນຝກຄນພການເປນສວນໜງທສຳຄນທາງສງຄມທປກກງ - image 4
 

ນອກຈາກນີ້ທາງສູນຍັງໄດ້ເຊື່ອມໂຍງຊັບພະຍາກອນທາງສັງຄົມຢ່າງກວ້າງຂວາງເພື່ອຄວາມຮ່ວມມືສຳເລັດຮູບແບບບໍລິການສາທາລະນະຢ່າງຕໍ່ເນື່ອງ ແລະ ໄດ້ຈັດຕັ້ງທີມອາສາສະໝັກເພື່ອສະໜັບສະໜູນຄົນພິການດຳເນີນໂຄງການບໍລິການສະຫວັດດີການສະທາລະນະເຊັ່ນ; ການຮຽນຮູ້ຂອງຫຸ້ຍອ້າຍ, ກາຟ້ອນຂອງຫຸ້ຍອ້າຍ,ເຮືອນຄົວຂອງຫຸ້ຍອ້າຍ ແລະ ວິສາຫະກິດເພື່ອຫຸ້ຍອ້າຍ, ເປັນຜູ້ນຳແລະ ສະໜັບສະໜູນໃຫ້ທຸກຄົນຈາກທຸກພາກສ່ວນຂອງສັງຄົມບູລະນະ ແລະ ແບ່ງປັນຄວາມກ້າວໜ້າທາງສັງຄົມຮ່ວມກັບຄົນພິການ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງພັນນ້ອຍຕີພິເສດ 432 ທະຫານແຂວງວຽງຈັນ ສຳເລັດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນ

ກອງພັນນ້ອຍຕີພິເສດ 432 ທະຫານແຂວງວຽງຈັນ ສຳເລັດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນ

ພິທີ ປິດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນຕີຕົວເມືອງປະຈຳປີ 2025 ໃຫ້ກຳລັງກອງພັນນ້ອຍຕີພິເສດ 432 ໄດ້ຈັດຂຶ້ນໃນວັນທີ 10 ພະຈິກນີ້, ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 15 ວັນ, ໂດຍການເປັນປະທານຂອງສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ ວຽງຈັນ, ມີຫົວໜ້າກົມ 49, ຫົວໜ້າກອງບັນຊາການທະຫານແຂວງ, ຫົວໜ້າຫ້ອງວ່າການແຂວງ, ມີບັນດາສະຫາຍອົງການ 5 ຫ້ອງ,ພະແນກຕີພິເສດເຂົ້າຮ່ວມ.
ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

ກອງເລຂາທິການຄະນະກຳມາທິການແມ່ນ້ຳຂອງສາກົນ (MRCS), ຮ່ວມກັບກອງເລຂາ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ແລະ ບໍລິສັດ ກັລຟ໌ເອເນີຈີເດເວີລັອບເມັ້ນ, ໄດ້ເປີດຕົວໂຄງການຜະລິດຕະພັນໄຄແມ່ນ້ຳຂອງ ໃນວັນທີ 5 ພະຈິກ 2025 ທີ່ບ້ານມ່ວງຄຳ ເມືອງຈອມເພັດ ແຂວງຫຼວງພະບາງ ຊຶ່ງເປັນການລິເລີ່ມບຸກເບີກ ເພື່ອສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນ ຢູ່ຊົນນະບົດແຂວງຫຼວງພະບາງ ໃຫ້ດີຂຶ້ນ ໂດຍການຜະລິດກະສິກຳແບບຍືນຍົງ ແລະ ການເຂົ້າເຖິງຕະຫຼາດທີ່ທັນສະໄໝ.
2 ບໍລິສັດມອບເງິນຟື້ນຟູຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ

2 ບໍລິສັດມອບເງິນຟື້ນຟູຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ

ໃນວັນທີ 8 ພະຈິກນີ້, ທ່ານ ເພັດ ວົງຂັນຕີ ຜູ້ອຳນວຍການບໍລິສັດ ເພັດໄລພອນທຣວງເຊີນຣີຊອດສ ຈຳກັດ ພ້ອມດ້ວຍຄະນະ ໄດ້ມອບເງິນ ຈຳນວນ 100,000,000 ກີບ ໃຫ້ແຂວງຊຽງຂວາງ, ທ່ານ ໂກວ ກຸຍຮ່າຍ (GUO GUIHAI) ຜູ້ອຳນວຍການບໍລິສັດ ຮົ່ງກົງຈົງເຊິງການລົງທຶນພະລັງງານ(ລາວ) ສາກົນ ຈຳກັດ ພ້ອມດ້ວຍຄະນະໄດ້ມອບເງິນຈຳນວນ 150,000,000 ກີບໃຫ້ແຂວງຊຽງຂວາງ ເພື່ອຕ້ານ, ຮັບມື ແລະ ຟື້ນຟູຜົນເສຍຫາຍຈາກໄພພິບັດຢູ່ແຂວງຊຽງຂວາງ ໂດຍສະເພາະແມ່ນໄພນ້ຳຖ້ວມ ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນດີຂຶ້ນ ແລະ ເຂົ້າສູ່ພາວະປົກກະຕິໂດຍໄວ.
ການນຳເມືອງວຽງຄຳ ຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ການນຳເມືອງວຽງຄຳ ຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ວັນທີ 8 ພະຈິກຜ່ານມານີ້, ທ່ານ ສອນສັກ ສຸລິເສີມ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ກວດກາ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຢູ່ບ້ານພູກາງ, ບ້ານເມືອງຫມ້ວຍ, ບ້ານຕຸ່ມມິ່ງ, ບ້ານວຽງທອງ, ບ້ານຫນອງຄຳ ເມືອງວຽງຄໍາ ແຂວງຫຼວງພະບາງ, ເພື່ອຊຸກຍູ້ການລົງສໍາຫຼວດ ໃຫ້ສໍາເລັດຕາມລະດັບຄາດໝາຍ. ໂອກາດນີ້, ທ່ານ ສອນສັກ ສຸລິເສີມ ໄດ້ຊີ້ນໍາໃຫ້ຄະນະພັກ, ອົງການປົກຄອງບ້ານ ເອົາໃຈໃສ່ນໍາພາ-ຊີ້ນໍາ ປະຊາຊົນພາຍໃນບ້ານ ໃຫ້ຄວາມສະດວກ ແກ່ຜູ້ລົງປະຕິບັດໜ້າທີ່ວຽກງານ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນບັ້ນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງນີ້ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ຮັບປະກັນໃຫ້ມີຄວາມສະຫງົບ, ປອດໄພ 100% ຕະຫຼອດໄລຍະການເດີນສໍາຫຼວດໃນຄັ້ງນີ້.
ຄໍາມ່ວນ ເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ຄໍາມ່ວນ ເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ກອງປະຊຸມເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃຫ້ອົງການ 3 ຝ່າຍ ແລະ ຜູ້ໃຊ້ແຮງງານ ໄດ້ຈັດຂຶ້ໃນຕອນວັນທີ 7 ພະຈິກຜ່ານມາ ທີ່ຫ້ອງປະຊຸມພະແນກ ແຮງານ ແລະ ສະຫວັດດີການສັງຄົມແຂວງຄຳມ່ວນ ພາຍໃຕ້ການເປັນປະທານຂອງທ່ານ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.
ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ກອງປະຊຸມຮັບຮອງດ້ານຫຼັກການ ວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026 ໄດ້ຈັດຂັ້ນໃນວັນທີ 7 ພະຈິກນີ້, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ,ທ່ານ ໂທມັດສ ລາມມາຣ໌ ອຸປະທູດ ປະເທດລຸກຊໍາບວກ, ທ່ານ ໂຣເບີດ ເດິ ວາຮາ ຜູ້ຕາງໜ້າປະຈໍາການຫ້ອງການອາຊີ-ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ໃນຕອນແລງ ວັນທີ 6 ພະຈິກ 2025 ທີ່ ກະຊວງການຕ່າງປະເທດໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາຄັ້ງທີ Vໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ພົງສະຫວັນ ສີສຸລາດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດສອບແຫ່ງລັດ, ອົງການໄອຍະການປະຊາຊົນສຸງສຸດ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກົມ ຂອງກະຊວງການຕ່າງປະເທດ ແລະ ນັກສໍາມະນາກອນ ເຂົ້າຮ່ວມ
ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ໂອກາດຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ແຂວງສະຫວັນນະເຂດ ເປັນຈຸດທີ 2 ພາຍຫຼັງຈັດຢູ່ນະຄອນຫຼວງວຽງຈັນ; ຄະນະຜູ້ແທນກອງປະຊຸມໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ເພີ່ມເຕີມ