![]() |
ທ່ານ ນາງ ຄຸດທະວັນ ອັກຄະຣາດ ຫົວໜ້າພະແນກໂຄສະນາປະຊາສຳພັນ ອົງການປະກັນສັງຄົມແຫ່ງຊາດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຂຶ້ນເຜີຍແຜ່ກ່ຽວກັບວຽກງານປະກັນສັງຄົມ ຊຶ່ງການປະ ກັນສັງຄົມ ແມ່ນການຮັບປະກັນໃຫ້ຜູ້ປະກັນຕົນ ແລະ ສະມາຊິກຄອບຄົວໄດ້ຮັັບການອຸດໜູນຈາກກອງທຶນປະກັນສັງຄົມ ເພື່ອຄໍ້າປະກັນການດຳລົງຊີວິດຂັ້ນພື້ນຖານ ເມື່ອມີການປິ່ນປົວສຸຂະພາບ, ເກີດອຸບັດເຫດແຮງງານ ຫຼື ພະຍາດອາຊີບ, ອອກລູກ, ປ່ວຍການ, ເສຍກຳລັງແຮງງານ, ບຳນານ, ເສຍຊີວິດ, ອຸດໜູນສະມາຊິກຄອບຄົວຕາມເງື່ອນໄຂທີ່ກຳນົດໄວ້ໃນກົດໝາຍ. ພ້ອມນີ້, ກໍໄດ້ເຜີຍແຜ່ກ່ຽວກັບລະບົບປະກັນສັງຄົມໃນ ສປປ ລາວ; ຜົນປະໂຫຍດທີ່ຜູ້ປະກັນຕົນທີ່ຈະໄດ້ຮັບການຄຸ້ມຄອງດ້ານສະຫວັດດີການສັງຄົມທັງໃນປັດຈຸບັນ, ອະນາຄົດ ຕະຫຼອດຮອບວຽນຂອງຊີວິດ ພາຍຫຼັງທີ່ເປັນສະມາຊິກປະກັນສັງຄົມຕື່ມອີກ.
![]() |
ຂ່າວ: ສສຍລ


ຄໍາເຫັນ