![]() |
ທ່ານ ສັນຕິສຸກ ເຈົ້າຂອງສູນພັດທະນາເຊກອງ ກ່າວວ່າ: ສູນພັດທະນາເຊກອງ ແມ່ນຢູ່ໃກ້ກັບເທດສະບານແຂວງເຊກອງ ມີເດີ່ນກວ້າງ, ອາກາດດີ, ມີການປັບປຸງບູລະນະຕົກແຕ່ງສວຍງາມ ໃນໜຶ່ງເດືອນຜ່ານມາສູນພັດທະນາເຊກອງປິດບໍລິການຊົ່ວຄາວເພື່ອປັບປຸງ, ບູລະນະສ້ອມແປງຄືນໃໝ່ ແລະ ມາຮອດປັດຈຸບັນແມ່ນໄດ້ເປີດໃຫ້ບໍລິການແລ້ວ ຊຶ່ງໃນສູນດັ່ງກ່າວໄດ້ມີການບໍລິການຫຼາຍດ້ານ ໂດຍສະເພາະດ້ານກິລາ ແລະ ການສຶກສາ ຄື: ມີເດີ່ນເຕະບານໃຫ້ເຊົ່າ, ມີຫ້ອງຈຳລອງບໍລິການສອນຕີກອບ ທີ່ສ້າງຂຶ້ນ ໃໝ່ ຊຶ່ງເປັນແຫ່ງທຳອິດໃນພາກໃຕ້ຂອງລາວ, ມີໂຮງຮຽນສອນພາສາອັງກິດ. ປັດຈຸບັນ ພວມຮັບນັກຮຽນເຂົ້າຮຽນເທີມໃໝ່. ນອກນັ້ນ, ຍັງມີອາຫານ, ເຄື່ອງດື່ມ ໄວ້ບໍລິການລູກຄາ ຢ່າງເຕັມປ່ຽມ ດ້ວຍລາຄາທີ່ ເໝາະສົມທີ່ສຸດ.
![]() |
ທ່ານ ສັນຕິສຸກ ຍັງກ່າວຕື່ມວ່າ: ສຳລັບໂຮງຮຽນສອນພາສາອັງກິດຂອງຕົນແມ່ນໄດ້ເປີດບໍລິການມາຫຼາຍເທີມແລ້ວ. ປັດຈຸບັນ ພວມເປີດຮັບລົງທະບຽນເອົານັກຮຽນເຂົ້າຮຽນເທີມໃໝ່ ການເປີດຮັບລົງທະບຽນເອົານັກຮຽນເທີມໃໝ່ແມ່ນຈະປິດຮັບພາຍໃນອາທິດນີ້. ສະນັ້ນ, ຈຶ່ງເຊີນຊວນມາຍັງຊາວແຂວງເຊກອງ ແລະ ຕ່າງແຂວງ ຜູ້ທີ່ມີຄວາມມັກໃນການຫຼິ້ນກິລາບ້ານເຕະ, ຢາກຮຽນທັກຊະພື້ນຖານການຕີກອບ ແລະ ຢາກຮຽນພາສາອັງກິດ ກໍສາມາດມາໃຊ້ບໍລິການໄດ້.
(ແຫຼ່ງຂ່າວ: ແຂວງເຊກອງ)


ຄໍາເຫັນ