![]() |
ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ມີເຂົ້າສານໜຽວ 200 ກິໂລ, ໝີ່ສຳເລັດຮູບ, ເຄື່ອງນຸ່ງຫົ່ມ, ຜ້າຫົ່ມ, ຜ້າເສື້ອ, ໝອນ ລວມມູນຄ່າທັງໝົດ 17 ລ້ານກວ່າກີບ, ຊຶ່ງນຳໄປມອບໃຫ້ຄອບຄົວທີ່ຖືກຜົນກະທົບ ຈາກໄພພິບັດນ້ຳຖ້ວມ ເຮືອນປະຊາຊົນ ຈຳນວນ 5 ບ້ານ, ມີ 80 ຄອບຄົວ ຄື: ບ້ານກາງ 30 ຄອບຄົວ, ບ້ານຜາແດງ 8 ຄອບຄົວ, ບ້ານທອງ 5 ຄອບຄົວ, ບ້ານໂຮມໄຊ 31 ຄອບຄົວ, ບ້ານປາກແຄນ 6 ຄອບຄົວ. ເຄື່ອງດັ່ງກ່າວ ແມ່ນໄດ້ ລະດົມຈາກ ບັນດາສະມາຊິກສະຫະພັນແມ່ຍິງ ສຳນັກງານ-ກົມກອງ-ຫ້ອງການ ແລະ ບັນດາສະມາຊິກສະຫະພັນແມ່ຍິງບ້ານພາຍໃນເທດສະບານເມືອງ.
![]() |
(ຂ່າວ: ອິນແປງ ແຫວນຄຳ, ພາບ: ສົມຄິດ ຂຽວສີຟ້າ)
ຄໍາເຫັນ