ສພທ ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາ 6 ເດືອນຕົ້ນປີ

ສພທ ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາ 6 ເດືອນຕົ້ນປີ

ສພທ ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາ 6 ເດືອນຕົ້ນປີ
ໃນວັນທີ 20 ສິງຫາ ນີ້ ທີ່ຫ້ອງປະຊຸມຊັ້ນ 2 ສໍານັກງານສະພາທິດສະດີສູນກາງພັກ (ຫຼັກ6), ສະພາທິດສະດີສູນກາງພັກ (ສພທ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2025 ໂດຍການເປັນປະທານ ແລະ ກ່າວເປີດ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານ ສພທ; ມີບັນດາສະຫາຍຄະນະປະຈໍາ ສພທ, ສະມາຊິກ ສພທ ແລະ ພະນັກງານຫຼັກແຫຼ່ງຫ້ອງການ ສພທ ເຂົ້າຮ່ວມ.

 

ສພທ ສະຫບການຈດຕງປະຕບດວຽກງານປະຈາ 6 ເດອນຕນປ - image 1
 

ສະຫາຍ ຄໍາມອນ ຈັນທະຈິດ ຮອງຫົວໜ້າ ຄອສພ ຮອງປະທານຜູ້ປະຈຳການ ສພທ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2025 ໂດຍຍົກໃຫ້ເຫັນບັນດາຜົນງານໃນ 6 ເດືອນຜ່ານມາ ເປັນຕົ້ນ: ວຽກຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ໃນປີ 2025; ໄດ້ຮັບຮອງບົດວິພາກໂຄງການ ຈໍານວນ 4 ໂຄງການ ຄື: ໜຶ່ງ, ຫົວຂໍ້: “ຍຸດທະສາດການພັດທະນາເສດຖະກິດແບບຍືນຍົງ ເປັນມິດກັບສິ່ງແວດລ້ອມ ຢ່າງຍາວນານ ແນໃສ່ນຳພາປະເທດ ບໍ່ຕົກເຂົ້າໃນແຮ້ວ ຂອງປະເທດລາຍຮັບປານກາງ” ໂດຍມອບໃຫ້ຄະນະກຳມະການດ້ານເສດຖະກິດ-ການເງິນ ເປັນຜູ້ຮັບຜິດຊອບ; ສອງ, ຫົວຂໍ້: “ດຳເນີນນະໂຍບາຍການຕ່າງປະເທດ ແຫ່ງສັນຕິພາບ ແລະ ການຮ່ວມມື ເພື່ອການພັດທະນາໃນໂລກຫຼາຍຂົ້ວ” ໂດຍມອບໃຫ້ຄະນະກຳມະການດ້ານການເມືອງ-ຄວາມໝັ້ນຄົງ ເປັນຜູ້ຮັບ ຜິດຊອບ; ສາມ, ຫົວຂໍ້: “ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳແຫ່ງຊາດ ສົມທົບກັບການຮັບເອົາຄວາມກ້າວໜ້າຈາກວັດທະນະທຳຂອງໂລກ” ໂດຍມອບໃຫ້ຄະນະກຳມະການດ້ານວັດທະນະທຳ-ສັງຄົມ ເປັນຜູ້ຮັບຜິດຊອບ; ສີ່, ຫົວຂໍ້: “ພັກນຳພາໂດຍກົງ, ເດັດຂາດ ແລະ ຮອບດ້ານ” ໂດຍມອບໃຫ້ຄະນະເລຂາທິການວິທະຍາສາດ ເປັນຜູ້ຮັບຜິດຊອບ. ນອກຈາກນີ້, ໄດ້ຮັບຮອງເອົາຫົວຂໍ້ໃຫຍ່, ຫົວຂໍ້ຍ່ອຍ ຂອງກອງປະຊຸມສຳມະນາທິດສະດີ ສອງພັກ ລາວ-ຫວຽດນາມ XII, ລາວ-ຈີນ ຄັ້ງທີ XIII ປີ 2025 ແລະ ລາວ-ກູບາ ຄັ້ງທີ III ປີ 2026.

ສໍາລັບການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກໍາ ຮັບໃຊ້ແນວທາງຂອງພັກ ໄດ້ສໍາເລັດການຮຽບຮຽງຮັບຮອງ ແລະ ຈັດພິມເປັນປື້ມ ກ່ຽວກັບການສ້າງປະຖົມປັດໄຈຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ສປປ ລາວ; ການຄົ້ນຄວ້າສ້າງໂຄງການ ການເມືອງຂອງພັກປະຊາຊົນປະຕິວັດລາວ ໄດ້ສໍາເລັດການປັບປຸງ ແລະ ຈັດພິມເປັນສະບັບທີ 9, ລົງວັນທີ 31 ກໍລະກົດ 2025; ການກະກຽມສະຫຼຸບ 40 ປີ ແຫ່ງການປ່ຽນແປງໃໝ່ ຢູ່ ສປປ ລາວ ຊຶ່ງມາຮອດປັດຈຸບັນ ໄດ້ສໍາເລັດການກວດແກ້, ຮຽບຮຽງເນື້ອໃນເປັນສະບັບທີ 3 ເພື່ອກະກຽມລາຍງານ ຕໍ່ກອງປະຊຸມສູນກາງຄັ້ງທີ 11 ສະໄໝທີ XI.

ສພທ ສະຫບການຈດຕງປະຕບດວຽກງານປະຈາ 6 ເດອນຕນປ - image 2
 

ໃນກອງປະຊຸມ, ກໍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ບົດຮຽນທີີ່ຖອດຖອນໄດ້; ພ້ອມກັນນັ້ນ, ກໍກຳນົດທິດທາງແຜນການຈັດຕັ້ງເຄື່ອນໄຫວວຽກງານໃນ 6 ເດືອນທ້າຍ ປີ 2025 ໂດຍສະເພາະຄາດໝາຍສູ້ຊົນ ຂອງວຽກງານຕ່າງໆ ໃຫ້ສຳເລັດຜົນ ແລະ ມີປະສິດທິພາບ ຊຶ່ງບັນດາຜົນສຳເລັດ ແລະ ຜົນງານທີ່ຍາດມາໄດ້ຕະຫຼອດ 6 ເດືອນຜ່ານມາໄດ້ສະແດງເຖິງຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບການເມືອງສູງ ຂອງບັນດາສະມາຊິກ ສພທ; ແມ່ນການປະກອບສ່ວນອັນສຳຄັນ ແລະ ສົມກຽດ ເຂົ້າໃນການປັບປຸງບູລະນະລັດປະຊາທິປະໄຕ ປະຊາຊົນໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນຂຶ້ນຕື່ມ ເພື່ອສາມາດປະກອບສ່ວນເຂົ້າໃນພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ ແລະ ການຄົ້ນຄວ້າກຳນົດແນວທາງ, ແຜນນະໂຍບາຍຂອງພັກ-ລັດ ຢ່າງມີປະສິດທິພາບ.

(ຂ່າວ: ສພທ, ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສາລະວັນ ສຸມໃສ່ຮັກສາຄວາມສະຫງົບປອດໄພໃນໄລຍະບຸນຊ່ວງເຮືອປະເພນີປະຈຳປີ 2026

ເມືອງສາລະວັນ ສຸມໃສ່ຮັກສາຄວາມສະຫງົບປອດໄພໃນໄລຍະບຸນຊ່ວງເຮືອປະເພນີປະຈຳປີ 2026

ເມືອງສາລະວັນ ແຂວງສາລະວັນ ໄດ້ກະກຽມຄວາມພ້ອມຮອບດ້ານ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ ເພື່ອອຳນວຍຄວາມສະດວກໃນການສັນຈອນໄປ-ມາໃນໄລຍະງານບຸນຊ່ວງເຮືອປະເພນີປະຈຳປີ 2026 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-26 ກັນຍານີ້, ເພື່ອສືບສານຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ ແລະ ຮັບປະກັນຄວາມປອດໄພໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໃຫ້ມີບັນຍາກາດເບີກບານມ່ວນຊື່ນ.
ກອງພັນໃຫຍ່ 611 ປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດ

ກອງພັນໃຫຍ່ 611 ປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດ

ວັນທີ 23 ກັນຍານີ້, ກອງພັນໃຫຍ່ 611 ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດຂອງພັກ-ຂອງຊາດ ຄື: ວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸໄທ ຖະໜອມໃຈ ຫົວໜ້າການເມືອງ ກອງພັນໃຫຍ່ 611, ມີຄະນະພັກ-ຄະນະບັນຊາ, ອົງການ, ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍໂຄງການທາງດ່ວນ ບໍລິຄຳໄຊ-ແທງຖູຍ

ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍໂຄງການທາງດ່ວນ ບໍລິຄຳໄຊ-ແທງຖູຍ

ຄະນະກຳມະການຄົ້ນຄວ້າຊົດເຊີຍຜົນກະທົບຕາມແລວເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍ ເຂດບໍລິຄຳໄຊ-ແທງຖູຍ ໄດ້ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍ ໃນວັນທີ 23 ກັນຍານີ້, ທີ່ຫ້ອງການບ້ານທົ່ງໃຫຍ່ ເມືອງປາກຊັນ ແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລິຈັນ ທ່ຽງຈັນໄຊ ຮອງປະທານຄະນະກຳມະການປົກຄອງເມືອງປາກຊັນ, ມີປະທານຄະນະກຳການປົກຄອງຕາແສງບົວວຽງຄຳ, ຮອງປະທານຄະນະກຳມະການປົກຄອງຕາແສງໄຊຈະເລີນ, ອໍານາດການປົກຄອງບ້ານທົ່ງໃຫຍ່, ຫາດຊາຍສູງ, ສີບຸນເຮືອງ ແລະ ຕາງໜ້າຄອບຄົວທີ່ມີເນື້ອທີ່ຖືກຜົນກະທົບຈາກໂຄງການເຂົ້າຮ່ວມ.
ບໍ່ແກ້ວ ສະຫຼຸບວຽກງານຈັດຕັ້ງທົ່ວແຂວງ ຄັ້ງທີ VII

ບໍ່ແກ້ວ ສະຫຼຸບວຽກງານຈັດຕັ້ງທົ່ວແຂວງ ຄັ້ງທີ VII

ກອງປະຊຸມວຽກງານຈັດຕັ້ງທົ່ວແຂວງບໍ່ແກ້ວ ຄັ້ງທີ VII ຈັດຂຶ້ນໃນວັນທີ 22 ກັນຍາຜ່ານມານີ້ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາຄະນະບໍລິຫານງານພັກພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ, ມີບັນດາພະແນກການ, ຕາງໜ້າຄະນະນໍາຈາກ 5 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມືອງໝື່ນ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄໝທີ IV

ເມືອງໝື່ນ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄໝທີ IV

ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄໝທີ IV ໃນ​ວັນ​ທີ 22 ກັນ​ຍາ​ຜ່ານ​ມາ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຮອງເລຂາພັກເມືອງ, ຄະນະປະຈຳພັກ, ກຳມະການພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເລ​ຂາ​ພັກແຂວງ​ຄຳ​ມ່ວນໂອ້ລົມກອງປະຊຸມ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ

ເລ​ຂາ​ພັກແຂວງ​ຄຳ​ມ່ວນໂອ້ລົມກອງປະຊຸມ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ

ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການການສູນການພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນ ແຂວງຄໍາມ່ວນ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໃນໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທົ່ວແຂວງຄໍາມ່ວນໃນ​ວັນ​ທີ 22ກັນ​ຍາ​ຜ່ານ​ມາ, ໂດຍມີ ສະຫາຍ ສົມໃຈ ພານີຈັນ ຮອງເລຂາພັກແຂວງຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ອັດຕະປື ສະຫຼຸບຜົນງານກວດກາ 5 ປີ ແລະ ວາງທິດທາງ ຕໍ່ໜ້າ

ອັດຕະປື ສະຫຼຸບຜົນງານກວດກາ 5 ປີ ແລະ ວາງທິດທາງ ຕໍ່ໜ້າ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ຈັດຂຶ້ນໃນວັນທີ 22 ກັນຍາ 2026 ທີ່ຫໍປະຊຸມໃຫຍ່ແຂວງ, ພາຍໃຕ້ຄຳຂວັນ “ເພີ່ມທະວີວຽກງານຕິດຕາມ, ກວດກາພັກ-ລັດ, ຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງ ທັນສະໄໝ ແລະ ເຂັ້ມງວດ ເພື່ອການພັດທະນາ”, ໂດຍມີ ສະຫາຍ ບຸນເຖິງ ດວງສະຫວັນກຳມະການສູນກາງພັກເລຂາຄະນະພັກແຂວງປະທານສະພາປະຊາຊົນແຂວງອັດຕະປື, ເຂົ້າຮ່ວມເປັນປະທານ, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ແກ່ນທ້າວ ທຳລາຍສິນຄ້າໝົດອາຍຸ-ສິນ​ຄ້າ​ຕ້ອງ​ຫ້າມ

ແກ່ນທ້າວ ທຳລາຍສິນຄ້າໝົດອາຍຸ-ສິນ​ຄ້າ​ຕ້ອງ​ຫ້າມ

ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນນະພາບ ແລະ ສິນຄ້າຕ້ອງຫ້າມ ໃນ​ວັນ​ທີ 22 ກັນ​ຍາ​ຜ່ານ​ມາ,ໂດຍມີທ່ານ ສົມສີ ຊາວພິລາຮອງປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງ​ການແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຫ້ອງຊາຍແດນ ກອງບັນຊາການທະຫານແຂວງໄຊຍະບູລີ ຊຸກຍູ້ວຽກງານຢູ່ກອງຮ້ອຍທະຫານຊາຍແດນ 157

ຫ້ອງຊາຍແດນ ກອງບັນຊາການທະຫານແຂວງໄຊຍະບູລີ ຊຸກຍູ້ວຽກງານຢູ່ກອງຮ້ອຍທະຫານຊາຍແດນ 157

ວັນທີ 21 ກັນຍາຜ່ານມາ, ຄະນະຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງໄຊຍະບູລີ, ນໍາໂດຍ ສະຫາຍ ພັນໂທ ບຸນທະວີ ຖານະວັນ ຮອງຫົວໜ້າຫ້ອງທະຫານຊາຍແດນ, ຜູ້ຊີ້ນໍາວຽກງານພັກ-ວຽກງານການເມືອງ ຫ້ອງຊາຍແດນ ກອງບັນຊາການທະຫານແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊີ້ນຳວຽກງານ ຢູ່ກອງຮ້ອຍທະຫານຊາຍແດນ 157, ມີຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ຫົວໜ້າກົມໃຫຍ່ການເມືອງກອງທັບ ຊຸກຍູ້ວຽກງານຢູ່ກອງບັນຊາການທະຫານແຂວງສາລະວັນ

ຫົວໜ້າກົມໃຫຍ່ການເມືອງກອງທັບ ຊຸກຍູ້ວຽກງານຢູ່ກອງບັນຊາການທະຫານແຂວງສາລະວັນ

ວັນທີ 22 ກັນຍາຜ່ານມາ, ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ວຽກງານຢູ່ກອງບັນຊາການທະຫານແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍ ພົນຈັດຕະວາ ໂສພາ ໂພໄຊຍະວົງ ກໍາມະການພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສາລະວັນ ພ້ອມດ້ວຍຄະນະ.
ເພີ່ມເຕີມ