ຜັນຂະຫຍາຍ ກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ

ສປປ ລາວ ກໍານົດແຜນດໍາເນີນງານ ກ່ຽວກັບການຮັບຮູ້ສິດນໍາໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້

ສປປ ລາວ ກໍານົດແຜນດໍາເນີນງານ ກ່ຽວກັບການຮັບຮູ້ສິດນໍາໃຊ້ທີ່ດິນ  ໃນເຂດທີ່ດິນປ່າໄມ້
ໂດຍ:ວັນໄຊ ຕະວິນຍານ ເພື່ອຈັດຕັ້ງຜັນຂະຫຍາຍ ກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019;ມະຕິຂອງຄະນະບໍລິຫານງານສູນກາງພັກ

 ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໄລຍະໃໝ່ ສະບັບເລກທີ 026/ຄບສພ, ລົງວັນທີ 3 ສິງຫາ 2017; ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍພິຈາລະນາຮັບຮອງ ການຮັບຮູ້ສິດນໍາໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້ ສະບັບເລກທີ 57/ຄປຈ, ລົງວັນທີ 31 ພຶດສະພາ 2024 ຊຶ່ງສະແດງອອກ ເຖິງຄວາມເປັນຫ່ວງເປັນໃຍຂອງພັກ ແລະ ລັດຖະບານ ຕໍ່ກັບການປັບປຸງຊີວິດການເປັນຢູ່ ຂອງ ປະຊາຊົນບັນດາເຜົ່າ.

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ປະສານສົມທົບກັບ ບັນດາພາກສວນທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ພ້ອມກັນຄົ້ນຄວ້າ ຂຶ້ນແຜນດໍາເນີນງານກ່ຽວກັບການຮັບຮູ້ສິດນໍາໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ຢູ່ ສປປລາວ.

ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກ່າວໃນພິທີເຊັນຮັບຮອງແຜນດໍາເນີນງານ ກ່ຽວກັບການຮັບຮູ້ສິດນໍາໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ຢູ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໃນທ້າຍເດືອນຕຸລາ ຜ່ານມາວ່າ:ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ໄດ້ຮັບຮອງ ເອົາ 2 ເປົ້າໝາຍໃຫຍ່ ແລະ ໂຕເລກຄາດໝາຍ ໃນການຈັດສັນເນື້ອທີ່ດິນ ເປັນຕົ້ນກຳນົດຈັດສັນເນື້ອທີ່ດິນ ທີ່ຈະສະຫງວນ ແລະ ອະນຸລັກໄວ້ ເພື່ອເປັນເນື້ອທີ່ປ່າໄມ້ປົກຫຸ້ມ 70%, ເຫັນໄດ້ວ່າ ໃນເຂດທີ່ກໍານົດຈັດສັນເນື້ອທີ່ດິນ ທີ່ຈະສະຫງວນ ແລະ ອະນຸລັກໄວ້ນັ້ນ ມີບ້ານທີ່ນອນຢູ່ໃນເຂດທີ່ດິນປ່າໄມ້ (ປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ) ຈຳນວນ 3.167 ບ້ານໃນຂອບເຂດທົ່ວປະເທດ. ໃນໄລຍະຜ່ານມາ, ບ້ານຈໍານວນນີ້, ຍັງບໍ່ທັນໄດ້ຖືກຮັບຮູ້ສິດນຳໃຊ້ທີ່ດິນ ແລະ ຍັງບໍ່ທັນ ໄດ້ອອກເອກະສານ ຢັ້ງຢືນສິດນຳໃຊ້ທີ່ດິນ ຊຶ່ງເປັນຂໍ້ຈໍາກັດໃນການນໍາໃຊ້ທ່າແຮງບົ່ມຊ້ອນ ຂອງທີ່ດິນ ຕໍ່ການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃນເຂດດັ່ງກ່າວ ກໍຄືການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ແຜນດຳເນີນງານດັ່ງກ່າວນີ້ໄດ້ກຳນົດ ແຜນການເຄື່ອນໄຫວລະອຽດໃນການຮັບຮູ້ສິດການນຳໃຊ້ທີ່ດິນ ຂອງປະຊາຊົນເຂດດັ່ງກ່າວ ພ້ອມທັງ ເປັນບ່ອນອີງໃນການລະດົມຊັບພະຍາກອນ ແລະ ທຶນຮອນເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວເພື່ອ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.ຈະກາຍເປັນເຂັມທິດເຍືອງທາງທີ່ສຳຄັນໃຫ້ກັບບັນດາກະຊວງຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດວຽກງານ ການຮັບຮູ້ສິດການນຳໃຊ້ທີ່ດິນ ຂອງ ປະຊາຊົນ ທີ່ອາໄສ ແລະ ທຳການຜະລິດ ໃນເຂດທີ່ດິນປ່າໄມ້ພ້ອມທັງປະກອບສ່ວນໃນການປົກປັກຮັກສາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໃຫ້ມີຄວາມຍືນຍົງ.

ທ່ານ ລິນຄໍາ ດວງສະຫວັນລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ກ່າວໃນໂອກາດດຽວກັນນີ້ວ່າ:ໃນໄລຍະ 2 ປີຜ່ານມາ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ເປັນເຈົ້າການສົມທົບກັບບັນດາກົມກອງ ຂອງບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ສ້າງແຜນດໍາເນີນງານການຮັບຮູ້ສິດນໍາໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້.ພ້ອມທັງໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ທັງພາຍໃນ ແລະ ຕ່າງປະເທດຫຼາຍຄັ້ງ ໂດຍໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ ແລະ ບັນດາຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ. ມາຮອດມື້ນີ້ ແຜນດຳເນີນງານດັ່ງກ່າວແມ່ນສຳເລັດສົມບູນແລ້ວ.

ແຕ່ໃດມາ ພວກເຮົາຄົງຈະຮັບຮູ້ແລ້ວວ່າ:ລັດຖະບານແຫ່ງ ສປປ ລາວ ມີນະໂຍບາຍທີ່ຊັດເຈນ ໃນການຄຸ້ມຄອງ ປົກປັກຮັກສາ, ພັດທະນາ, ນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ ແບບຍືນຍົງ ໂດຍຕັ້ງເປົ້າໝາຍຮັກສາເນື້ອທີ່ດິນປ່າໄມ້ ແລະ ເພີ່ມຄວາມປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ, ປົກປັກຮັກສາສິ່ງແວດລ້ອມປ່າໄມ້ຕ່າງໆ ເປັນຕົ້ນ: ປ່າຍອດນ້ຳ,ອ່າງຮັບນໍ້າ,ປ່າແຄມນໍ້າພ້ອມທັງສົ່ງເສີມໃຫ້ມີການພັດທະນາ ແລະ ນຳໃຊ້ປ່າໄມ້ເປັນແຫຼ່ງທ່ອງທ່ຽວ, ສະຖານທີ່ພັກຜ່ອນ,ບ່ອນສຶກສາຄົ້ນຄວ້າທົດລອງ,ການຊື້-ຂາຍກາກບອນປ່າໄມ້ແລະ ການບໍລິການດ້ານລະບົບນິເວດປ່າໄມ້. ແຕ່ໃນໄລຍະຜ່ານມາ, ປ່າໄມ້ໄດ້ຖືກນໍາໃຊ້,ການຂຸດຄົ້ນຢ່າງຊະຊາຍ ເຮັດໃຫ້ປ່າໄມ້ຢູ່ປະເທດເຮົາຖືກທໍາລາຍຢ່າງໜັກໜ່ວງ, ສາເຫດກໍຍ້ອນວຽກງານຄຸ້ມຄອງປ່າໄມ້ ຍັງບໍ່ທັນຮັດກຸມ. ຜ່ານມາພວກເຮົາໄດ້ກໍານົດທີ່ດິນປ່າໄມ້ຕົວຈິງກວມ 15,9 ລ້ານເຮັກຕາ ຫຼື 67% ຂອງເນື້ອທີ່ທົ່ວປະເທດ. ແຕ່ເຖິງຢ່າງໃດກໍຕາມ,ໃນຂອບເຂດ 3 ປະເພດປ່າ ຍັງບໍ່ທັນໄດ້ຮັບການຈັດສັນ ແລະ ວາງແຜນການຄຸ້ມຄອງປ່າໄມ້ ແລະ ທີ່ດິນປ່າໄມ້ ຢ່າງລະອຽດຄົບຖ້ວນເທື່ອ; ຍັງມີປະຊາຊົນອາໄສຢູ່ໃນ 3 ປະເພດປ່າທັງໝົດ 3,167 ບ້ານ; ມີໂຄງການພັດທະນາພື້ນຖານໂຄງລ່າງ, ມີກິດຈະກໍາການນໍາໃຊ້ທີ່ດິນ ທີ່ສອດຄ່ອງ ແລະ ບໍ່ສອດຄ່ອງຕາມກົດໝາຍ ທີ່ກະທົບຕໍ່ກັບ ປ່າໄມ້ ແລະ ທີ່ດິນປ່າໄມ້ ທັງທາງກົງ ແລະ ທາງອ້ອມ ມີທັງໝົດ 306 ໂຄງການ ກວມເອົາເນື້ອທີ່ທັງໝົດ 592.030 ເຮັກຕາ.

ການຮັບຮອງແຜນດໍາເນີນງານນີ້ ຈະເປັນຈຸດໝາຍທີ່ສຳຄັນ ທີ່ພວກເຮົາຈະມີແຜນງານປະຕິບັດທີ່ສຳຄັນ ຢ່າງເປັນທາງການໃຫ້ແກ່ ບັນດາກະຊວງ,ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອນຳໄປຈັດຕັ້ງປະຕິບັດ ວຽກງານການຮັບຮູ້ສິດການນຳໃຊ້ທີ່ດິນຂອງ ປະຊາຊົນ ທີ່ອາໄສ ແລະ ທຳການຜະລິດໃນເຂດທີ່ດິນປ່າໄມ້ ພ້ອມທັງເປັນເຈົ້າການປະກອບສ່ວນໃນການປົກປັກຮັກສາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໃຫ້ມີຄວາມຍືນຍົງ. ທັງເປັນການເລັ່ງຈັງວະຂອງວຽກການຮັບຮູ້ສິດນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ໃຫ້ສໍາເລັດໃນປີ 2030 ຕາມແຜນການ ຊຶ່ງໄດ້ກຳນົດ 3 ລະ­ດັບຄາດ­ໝາຍໃນແຜນດຳ­ເນີນງານສະ­ບັບນີ້ຄື:ລະ­ດັບຄາດ­ໝາຍ ທີ່ໜຶ່ງ: ສ້າງ ຫຼື ປັບ­ປຸງແຜນຈັດສັນທີ່ດິນຂັ້ນບ້ານໃຫ້ລະອຽດຈະແຈ້ງ ໂດຍມີການຈັດສັນທີ່ດິນປ່າໄມ້ຄືນໃໝ່ ໃຫ້ຈະແຈ້ງ ເປັນຕົ້ນແມ່ນການກຳນົດດິນປຸກສ້າງ,ທີ່ດິນກະສິກຳຖາວອນ; ລະ­ດັບຄາດ­ໝາຍ ທີ່ສອງ: ສໍາຫຼວດວັດແທກ ແລະ ຂຶ້ນທະ­ບຽນທີ່ດິນ ໃຫ້ແກ່ບຸກຄົນ, ນິຕິບຸກ­ຄົນ ຫຼື ການ­ຈັດຕັ້ງ ແລະ ລວມໝູ່ ດ້ວຍການຂຶ້ນທະບຽນອອກໃບຕາດິນ ຫຼື ໃບຢັ້ງຢືນການນໍາໃຊ້ທີ່ດິນ ຕາມກົດໝາຍ; ລະ­ດັບຄາດ­ໝາຍ ທີ່ສາມ: ອອກໃບຕາດິນ, ໃບຢັ້ງການນຳໃຊ້ທີ່ດິນແລະ ສ້າງ­ສັນຍາຄຸ້ມຄອງ ແລະ ປົກປັກຮັກ­ສາປ່າໄມ້. ທັງສາມສະດັບຄາດໝາຍ ແມ່ນມີໂຕເລກຊີ້ວັດ ທາງດ້ານກອບເວລາ ແລະ ປະລິມານ ຂອງວຽກໄວ້ຢ່າງຈະແຈ້ງ.

ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ເນັ້ນໜັກຕື່ມວ່າ:ການກໍານົດແຜນດໍາເນີນງານ ກ່ຽວກັບການຮັບຮູ້ສິດນໍາໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ແມ່ນຄວາມເປັນເອກະພາບຂອງສອງກະຊວງ ຊຶ່ງໄດ້ມີການປະສານງານ ເຮັດວຽກຮ່ວມກັນຈົນສໍາເລັດຊຶ່ງມັນພົວພັນເຖິງການຂຶ້ນທະບຽນອອກໃບຕາດິນໃນສາມປະເພດປ່າ ເປັນການຈັດຕັ້ງປະຕິບັດທິດນໍາຂອງພັກ-ລັດຖະບານໃນການຄຸ້ມຄອງນໍາໃຊ້ທີ່ດິນໃນໄລຍະໃໝ່. ແຜນດໍາເນີນງານສະບັບນີ້,ມີຄາດໝາຍສູ້ຊົນໃຫ້ສໍາເລັດໃນປີ 2030 ຊຶ່ງໄດ້ຮັບການຮ່ວມມືຈາກຄູ່ຮ່ວມພັດທະນາ ໂດຍສະເພາະແມ່ນທະນາຄານໂລກ ທີ່ໄດ້ໃຫ້ການສະໜັບສະໜູນດ້ານທຶນຮອນໃນການຈັດຕັ້ງປະຕິບັດ. ທັງໝົດນີ້ ແມ່ນເພື່ອເຮັດໃຫ້ການຈັດສັນທີ່ດິນກະສິກໍາ-ດິນປ່າໄມ້ ຢູ່ພາຍໃນປະເທດເຮົາ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ພຸດທະສາສະນິກະຊົນລາວ ບັນດາເຜົ່າ ຮ່ວມແຫ່ຜາສາດເຜິ້ງງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025, ໃນວັນທີ 4 ພະຈິກກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ. ພີທີແຫ່ຜາສາດເຜິ້ງໄດ້ເຕົ້າທີ່ວັດໜອງບອນ ແລ້ວແຫ່ເຂົ້າ ອ້ອມກົມມະລຽນທາດຫຼວງ 3 ຮອບ ເພື່ອເປັນການບູຊາ, ຄຸນພະພູມ, ພະທຳ ແລະ ພະສົງ ໂດຍມີຂະບວນຂອງພະສົງ ອອກໜ້າ ແລະ ຂະບວນຂອງການນໍາພັກ-ລັດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ , ພ້ອມດ້ວຍພັນລະຍາການນຳ ພ້ອມດ້ວຍຂະບວນຂອງມວນຊົນ ບັນດາເມືອງອ້ອມຂ້າງເຂົ້າຮ່ວມແຫ່ຢ່າງຄຶກຄື້ນ.
ສຳມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ  ສປປ ລາວ ແລະ ວັນເກີດ ປະທານ ໄກສອນ ພົວວິຫານ

ສຳມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ແລະ ວັນເກີດ ປະທານ ໄກສອນ ພົວວິຫານ

ກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025) ໄດ້ຈັດຂຶ້ນທີ່ຫ້ອງວ່າການສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນ ຜູ້ປະຈໍາການຄະນະຮັບຜິດຊອບຊີ້ນໍາລະດັບຊາດເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ຫົວໜ້າອະນຸກໍາມະການເນື້ອໃນສະເຫຼີມສະຫຼອງ 3 ວັນປະຫວັດສາດຂັ້ນສູນກາງ; ມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍການນໍາ, ອະດີດການນໍາພັກ-ລັດ ພ້ອມດ້ວຍບັນດາສະຫາຍການນໍາຈາກກະຊວງ, ອົງການ36 ພາກສ່ວນ ແລະ ແຂວງວຽງຈັນ, ແຂວງບໍລິຄໍາໄຊ, ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທນບ ຮ່ວມສົ່ງເສີມທຸລະກິດກະສິກໍາລາວສູ່ຕະຫຼາດໂລກ

ທນບ ຮ່ວມສົ່ງເສີມທຸລະກິດກະສິກໍາລາວສູ່ຕະຫຼາດໂລກ

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະມາຄົມທຸລະກິດກະສິກໍາລາວ (LABA) ໄດ້ຈັດສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ທີ່ນະຄອນຫຼວງວຽງຈັນ ໃນເມື່ອບໍ່ດົນມານີ້, ເພື່ອສ້າງຄວາມເປັນໜຶ່ງດຽວ ໃຫ້ທຸກພາກສ່ວນຮ່ວມກັນຫັນກະສິກໍາໃຫ້ກາຍເປັນສິນຄ້າ ທີ່ມີມາດຕະຖານສູງ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະ ສາກົນ; ສ້າງການເຊື່ອມຕໍ່ລະຫວ່າງຕ໋ອງໂສ້ການຜະລິດ ແລະ ຕະຫຼາດເພື່ອຫາວິທີແກ້ໄຂບັນຫາຄົງຄ້າງ, ຍົກລະດັບຄຸນນະພາບການຜະລິດ, ການເຂົ້າເຖິງແຫຼ່ງທຶນ ແລະ ລະບົບການຈັດສົ່ງ ທີ່ມີປະສິດທິພາບ ໃຫ້ສິນຄ້າກະສິກໍາລາວ ສູ່ຕະຫຼາດໂລກ.
ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ

ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ

ເພື່ອຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງສະພາແຫ່ງຊາດ (ສພຊ), ສະພາປະຊາຊົນຂັ້ນແຂວງ (ສພຂ) ແລະ ວຽກງານໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງ ສພຂ ແລະ ວຽກງານກະກຽມດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໄດ້ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ ທີ່ສະພາປະຊາຊົນແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີທ່ານ ບຸນໂຈມ ອຸບົນປະເສີດ ແຂວງເຈົ້າແຂວງສະຫວັນນະເຂດ, ມີຄະນະປະຈໍາ ສພຂ, ຫົວໜ້າ-ຮອງຫົວໜ້າພະແນກການ ແລະ ອົງການລັດທຽບເທົ່າ ແລະ ປະທານຄະນະກຳມະການປົກຄອງເມືອງ 14 ເມືອງ, 1 ນະຄອນ ເຂົ້າຮ່ວມ.
ບິກຊີຊຸບເປີເຊັນເຕີລາວ ຈຳກັດ ສັດທາຫຼັກບຸນກະຖິນ ທີ່ວັດປ່ານາຄູນນ້ອຍ

ບິກຊີຊຸບເປີເຊັນເຕີລາວ ຈຳກັດ ສັດທາຫຼັກບຸນກະຖິນ ທີ່ວັດປ່ານາຄູນນ້ອຍ

ບໍລິສັດ ບິກຊີຊຸບເປີເຊັນເຕີລາວ ຈຳກັດ ໄດ້ເປັນເຈົ້າພາບເຈົ້າສັດທາຫຼັກບຸນກະຖິນ ທີ່ວັດປ່ານາຄູນນ້ອຍ ບ້ານນາຄູນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ເພື່ອລະດົມທຶນມາສ້າງສາພັດທະນາວັດດັ່ງກ່າວ. ບຸນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 1 ພະຈິກຜ່ານມາ ໂດຍມີພະເຖລາ ນຸເຖລະ ຈາກວັດແຫ່ງຕ່າງໆພາຍໃນ ນວ, ມີທ່ານ ບຸນຊູ ພະວິເສດ ປະທານຄະນະກຳມະການປົກຄອງເມືອງນາຊາຍທອງ, ມີອອກຕົນຍາດໂຍມຈາກບ້ານຕ່າງໆພາຍໃນ ນວ, ບ້ານອ້ອມຂ້າງເຂົ້າຮ່ວມ.
ສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດ  ຄົບຮອບ 1 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ຄົບຮອບ 1 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດຄົບຮອບ 1 ປີໄດ້ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມານີ້, ຢູ່ທີ່ຕະຫຼາດຫຼັກຊັບລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ສີສະຫວາດ ດວງສະຫວັນ ຜູ້ອໍານວຍການຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ, ມີຮອງປະທານບໍລິສັດ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຈ່ວປາບໍ້າກຸ້ງຕ້ອງລອງ ໄດ້ຮັບຄວາມນິຍົມໃນງານບຸນພະທາດຫຼວງ

ແຈ່ວປາບໍ້າກຸ້ງຕ້ອງລອງ ໄດ້ຮັບຄວາມນິຍົມໃນງານບຸນພະທາດຫຼວງ

ແຈ່ວປາບໍ້າກຸ້ງຕ້ອງລອງເອກະລັກສະເພາະຂອງເມືອງຊໍາເໜືອ ແຂວງຫົວພັນໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ ຊຶ່ງເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບ) ຂອງຄົນລາວແທ້.
ສະມາຄົມທຸລະກິດກະສິກໍາຮ່ວມມືກັບທະນາຄານສົ່ງເສີມກະສິກໍາຜະລິດສະບຽງອາຫານໃຫ້ຍືນຍົງ

ສະມາຄົມທຸລະກິດກະສິກໍາຮ່ວມມືກັບທະນາຄານສົ່ງເສີມກະສິກໍາຜະລິດສະບຽງອາຫານໃຫ້ຍືນຍົງ

ພັກ, ລັດໄດ້ຖືເອົາວຽກງານກະສິກຳ ເປັນຂະແໜງການທີ່ສຳຄັນເປັນພິເສດ ເພື່ອເປັນພື້ນຖານໃນການພັດທະນາເສດຖະກິດຂອງຊາດ ເພີ່ມການຜະລິດໃຫ້ຫຼາຍ ຄໍ້າປະກັນສະບຽງອາຫານໃຫ້ສັງຄົມຢ່າງທົ່ວເຖິງ-ພຽງພໍ ແລະ ສົ່ງອອກສູ່ຕະຫຼາດສາກົນ ໂດຍໄດ້ກຳນົດວ່າ: “ກະສິກຳເປັນແນວຮົບອັນດັບໜຶ່ງ, ການກະສິກໍາ ແລະ ປ່າໄມ້ ຍັງແມ່ນຂະແໜງພື້ນຖານໃນໂຄງປະກອບເສດຖະກິດແຫ່ງຊາດຂອງພວກເຮົາ”.
ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດພຽງ 39.362 ເຮັກຕາ

ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດພຽງ 39.362 ເຮັກຕາ

ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນໃຫ້ຮູ້ວ່າ : ໃນລະດູການປູກເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າລວມທັງໝົດ 92,791 ເຮັກຕາ, ຄາດຄະເນຜົນຜະລິດ 351,604 ເຮັກຕາ . ໃນນັ້ນ, ເນື້ອທີ່ແຜນ ການປູກເຂົ້າເພື່ອເປັນສະບຽງອາຫານ 61,189 ເຮັກຕາ , ຄາດຄະເນຜົນຜະລິດ 228,856 ໂຕນ , ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 31,602 ເຮັກຕາ , ຄາດຄະເນຜົນຜະລິດ 122,748 ໂຕນ .
ສະມໍລບີ ຈັດກິດຈະກໍາ ໂຄສະນາໃຫ້ສັງຄົມມາທ່ຽວງານບຸນຖິ້ມຂີ້ເຫຍື້ອໃຫ້ຖືກວິທີ

ສະມໍລບີ ຈັດກິດຈະກໍາ ໂຄສະນາໃຫ້ສັງຄົມມາທ່ຽວງານບຸນຖິ້ມຂີ້ເຫຍື້ອໃຫ້ຖືກວິທີ

ໃນວັນທີ 2 ພະຈິກຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນ, ບໍລິສັດ ສະມໍຣບີ ຮ່ວມກັບຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ (ປປຊ ນວ) ໄດ້ນຳພານ້ອງໆຊາວໜຸ່ມອາສາສະໝັກ ທີ່ມາຈາກ ໂຮງຮຽນ ມສ ມິດຕະພາບລາວ-ຫວຽດນາມ ແລະ ມສ ວຽງຈັນ ຈໍານວນ 20 ຄົນ ເຮັດກິດຈະກໍາເດີນຂະບວນໂຄສະນາປະຊາສໍາພັນ ໃຫ້ປະຊາຊົນ ກໍຄືສັງຄົມທີ່ມາທ່ຽວງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ແລະ ພໍ່ຄ້າແມ່ຄ້າ ຖິ້ມຂີ້ເຫຍື້ອໃຫ້ຖືກບ່ອນ, ຖືກຖັງ, ຖືກວິທີຕາມຈຸດທີ່ກຳນົດໄວ້ ນຳພາໂດຍ ທ່ານ ນາງ ດີ່ນ້າ ສົມສະໝຸດ ຫົວໜ້າວຽກງານການຕະຫຼາດ ບໍລິສັດ ສະມໍຣບີ ແລະ ທ່ານ ສີລິວັນ ຫຼຽນວິໄລສັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປຊ ນວ.
ເພີ່ມເຕີມ