ກອງປະຊຸມສຳມະນາ ແຜ່ນແພພື້ນເມືອງ ອາຊຽນ ຄັ້ງທີ 9

ສປປ ລາວເປັນເຈົ້າພາບກອງປະຊຸມສຳມະນາແຜ່ນແພພື້ນເມືອງ ອາຊຽນ ຄັ້ງທີ 9

ສປປ ລາວເປັນເຈົ້າພາບກອງປະຊຸມສຳມະນາແຜ່ນແພພື້ນເມືອງ ອາຊຽນ ຄັ້ງທີ 9
ກອງປະຊຸມສຳມະນາ ແຜ່ນແພພື້ນເມືອງ ອາຊຽນ ຄັ້ງທີ 9 ທີ່ສປປ ລາວເປັນເຈົ້າພາບໄດ້ເປີດຂຶ້ຶນຢ່າງເປັນທາງການ ໃນວັນທີ 4 ພະຈິກນີ້ ທີ່ ນະຄອນຫຼວງວຽງຈັນ,

 

ໂດຍການເປັນປະທານ ຂອງ ທ່ານ ນາງ ນາລີ ສີສຸລິດພັນລະຍາຂອງທ່ານປະທານປະເທດ ແຫ່ງ ສປປລາວ ຊຶ່ງມີ ສົມເດັດພະລາຊິນີແຫ່ງ ລັດປະຮັງ,ມາເລເຊຍ - ອາຊີຊ່າ ອີດສະການດ້າ, ຜູ້ກໍ່ຕັ້ງ,ຜູ້ອຸປະຖໍາ ແລະປະທານມູນນິທິຕໍ່າຫູກ ແຫ່ງ ຣາຊະວົງ ປະຮັງ,ທ່ານ ນາງ ໂງ ເຟືອງ ລີ ພັນລະຍາ ຂອງ ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ,ທ່ານ ນາງ GKBRAA Paku Alam ປະທານສະມາຄົມສິລະປະແຜ່ນແພພື້ນເມືອງແຫ່ງອາຊີຕາເວັນອອກສ່ຽງໃຕ້,ມີທູຕານຸທູດ, ວິທະຍາກອນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ນາລີ ສີສຸລິດກ່າວເປີດກອງປະຊຸມວ່າ: ກອງປະຊຸມສຳມະນາແຜ່ນແພພື້ນເມືອງອາຊຽນຄັ້ງທີ9,ເປັນເທື່ອທໍາອິດ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມທີ່ມີຄວາມສຳຄັນນີ້.ພວກເຮົາຮູ້ສຶກເປັນກຽດທີ່ໄດ້ນໍາເອົາສິລະປະແຜ່ນແພພື້ນເມືອງທີ່ມີຄວາມງົດງາມ ແລະ ຫຼາກຫຼາຍຂອງອາຊຽນມາສູ່ດິນແດນຂອງ ລາວ, ພ້ອມດຽວກັນນັ້ນ, ກໍມີຄວາມພູມໃຈທີ່ຈະນໍາສະເໜີມໍລະດົກທາງວັດທະນະທໍາຂອງລາວ ຕໍ່ບັນດາທ່ານ,ຫົວຂໍ້ຂອງກອງປະຊຸມໃນປີນີ້ແມ່ນ“ຮັດແໜ້ນສາຍພົວພັນປະຊາຄົມອາຊຽນ ຜ່ານມໍລະດົກ ວັດທະນະທໍາແລະແຜ່ນແພ”ສະແດງໃຫ້ເຫັນເຖິງສາຍພົວພັນອັນເລິກເຊິ່ງທາງດ້ານວັດທະນະທຳລະຫວ່າງບັນດາປະເທດອາຊຽນພວກເຮົາ.

ທ່ານກ່າວຕື່ມວ່າ:ກອງປະຊຸມສຳມະນາຄັ້ງນີ້ບໍ່ພຽງແຕ່ເປັນການປະກອບສ່ວນເຂົ້າໃນການອະນຸລັກສິລະປະແຜ່ນແພພື້ນເມືອງເທົ່ານັ້ນ,ແຕ່ຍັງເປັນການໃຫ້ກຽດ,ເຊີດຊູພູມປັນຍາ,ຄວາມມານະພະຍາຍາມແລະຄວາມຄິດສ້າງສັນຂອງແມ່ຍິງຜູ້ທີ່ໄດ້ອະນຸລັກຮັກສາປະເພນີທີ່ງົດງາມລໍ້າເລິກ ແລະ ມີຄຸນຄ່າສູງສົ່ງໃຫ້ຄົງຢູ່ກັບສັງຄົມຂອງພວກເຮົາຕະຫຼອດມາແລະ ຕະຫຼອດໄປ,ການຕໍ່າແຜ່ນແພໃນອະດີດ, ແຕ່ລະປະເທດແມ່ນເຮັດພໍໃຜພໍລາວຕາມທ່າແຮງບົ່ມຊ້ອນທາງດ້ານວັດຖຸດິບເພື່ອນໍາໃຊ້ເຂົ້າໃນຊີວິດປະຈໍາວັນຂອງຕົນ,ແຕ່ມາເຖິງປັດຈຸບັນວຽກງານຕໍ່າແຜ່ນແພມີການເຊື່ອມໂຍງເຂົ້າຫາກັນ,ມີການສະໜອງວັດຖຸດິບ, ມີຕະຫຼາດຈໍາໜ່າຍຜະລິດຕະພັນທີ່ຫຼາກຫຼາຍ ແລະ ກວ້າງຂວາງຂຶ້ນເຮັດໃຫ້ພວກເຮົາມີສິນຄ້າທີ່ຫຼາກຫຼາຍເພື່ອແລກປ່ຽນກັນ.ສຳລັບບັນດາປະເທດອາຊຽນ,ເນື່ອງຈາກມີຄວາມໃກ້ຊິດທາງດ້ານທີ່ຕັ້ງພູມສາດເຮັດໃຫ້ມີການແລກປ່ຽນຄວາມຮູ້ແລະ ແລກປ່ຽນວັດຖຸດິບຊຶ່ງກັນແລະກັນຈຶ່ງເຮັດໃຫ້ຜະລິດຕະພັນຕໍ່າເເຜ່ນຂອງພວກເຮົາຈຶ່ງມີຮູບແບບຄ້າຍຄືກັນ,ເຖິງວ່າແຜ່ນແພພື້ນເມືອງຂອງແຕ່ລະປະເທດຈະມີຮູບແບບລວດລາຍທີ່ວິຈິດງົດງາມເປັນເອກະລັກສະເພາະຂອງໃຜລາວ, ແຕ່ສິ່ງທີ່ພວກເຮົາມີຄວາມພາກພູມໃຈ ແລະ ເຊີດຊູຮ່ວມກັນນັ້ນ ກໍຄື: ຄວາມຮັກ, ທັກສະ, ຫົວຄິດປະດິດສ້າງ, ຄວາມປານີດທີ່ມາຈາກພູມປັນຍາຂອງແມ່ຍິງອາຊຽນ ທີ່ຝັງຢູ່ໃນແຕ່ລະຜືນຜ້າທີ່ສວຍສົດງົດງາມ,ໃນປັດຈຸບັນ,ເນື່ອງຈາກການຫັນປ່ຽນວິຖີຊີວິດແບບດັ່ງເດີມໄປສູ່ວິຖີຊີວິດທີ່ທັນສະໄໝ ຕິດພັນກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ເຖິງວ່າພວກເຮົາພວມປະເຊີນກັບສິ່ງທ້າທາຍໃນການປົກປັກຮັກສາວັດທະນະທໍາການຜະລິດ ແລະ ການນຸ່ງຖືທີ່ນຳໃຊ້ແຜ່ນແພພື້ນເມືອງໃຫ້ຄົງຢູ່ກໍຕາມ,ແຕ່ສັງເກດເຫັນວ່າຢູ່ບັນດາປະເທດອາຊຽນພວກເຮົາກໍໄດ້ມີຄວາມເອົາໃຈໃສ່ໃນການສົ່ງເສີມ ແລະ ປົກປັກຮັກສາແຜ່ນແພພື້ນເມືອງໄວ້ໄດ້ເປັນຢ່າງດີ. ສະເພາະ ຢູ່ສປປລາວ,ການຕໍ່າຫູກທໍໄໝໄດ້ຕິດແໜ້ນກັບວິຖີຊີວິດຂອງແມ່ຍິງລາວບັນດາເຜົ່າມາແຕ່ດຶກດໍາບັນ,ມາເຖິງປັດຈຸບັນ, ເຕັກໂນໂລຊີມີການຂະຫຍາຍຕົວແຕ່ພວກເຮົາກໍຍັງສືບຕໍ່ໃຫ້ຄ່ານິຍົມການຕໍ່າແຜ່ນແພແບບດັ່ງເດີມ,ທັງນີ້ກໍເພື່ອຮັກສາມູນເຊື້ອທາງດ້ານວັດທະນະທໍາອັນດີງາມຂອງຊາດໄວ້ໃຫ້ດໍາລົງຄົງຢູ່ຊົ່ວລູກຊົ່ວຫຼານສືບຕໍ່ໄປ. ນອກຈາກນັ້ນການນຸ່ງຖືຜ້າແພພື້ນເມືອງຍັງຄົງເປັນສ່ວນໜຶ່ງທີ່ສໍາຄັນ ໃນຊີວິດປະຈໍາວັນຂອງຄົນລາວບໍ່ວ່າຢູ່ໃນຕົວເມືອງໃຫຍ່ກໍຄືຢູ່ໃນເຂດຊົນນະບົດ.ແມ່ຍິງລາວແມ່ນຍັງນິຍົມນຸ່ງຜ້າໄໝບ່ຽງແພ,ສ່ວນຜູ້ຊາຍລາວກໍຍັງສືບຕໍ່ນິຍົມຊົມຊອບນຸ່ງເສື້ອຜ້າຝ້າຍ,ຜ້າໄໝທີ່ເປັນເອກະລັກຂອງລາວໃນງານປະເພນີທີ່ສໍາຄັນຂອງຄອບຄົວກໍຄືຂອງຊາດໄວ້ໄດ້ຢ່າງງົດງາມ.

ກອງປະຊຸມສໍາມະນາໃນຄັ້ງນີ້ເຊື່ອວ່າແຕ່ລະຜືນຜ້າທີ່ພວກເຮົາສຶກສາ,ແຕ່ລະເລື່ອງລາວທີ່ພວກເຮົາແບ່ງປັນແລະ ແຕ່ລະແນວຄິດທີ່ພວກເຮົາແລກປ່ຽນກັນຢ່າງສ້າງສັນນັ້ນລ້ວນແຕ່ເປັນການປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນທີ່ເຂັ້ມແຂງ,ປະຊາຄົມທີ່ມີຄວາມສາມັກຄີປອງດອງໃນຄວາມຫຼາກຫຼາຍ.

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ສະພາການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ຮ່ວມກັບ ສະຖານທູດຈີນປະຈຳລາວ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ຢູ່ ນະຄອນຫຼວງວຽງຈັນ (ນວ) ເພື່ອສືບສານບຸນປະເພນີອັນດີງາມຂອງຊົນຊາດຈີນ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ໃນວັນທີ 22 ກັນຍາ ນີ້ ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ຝາງ ຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ລາວ, ມີບັນດາການນຳ ພັກ, ລັດ, ຊາວຈີນຕ່າງດ້າວ ແລະ ວິສາຫະກິດຈີນຢູ່ລາວ ເຂົ້າຮ່ວມ.
ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ

ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ

ສູນວັດທະນະທຳຈີນ ປະຈຳ ສປປ ລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງງານບຸນໄຫວ້ພະຈັນ ພາຍໃຕ້ຫົວຂໍ້ຮ່ວມກັນຊົມພະຈັນດວງດຽວກັນ - ອ່ານບົດກະວີໃນບຸນໄຫວ້ພະຈັນ” ປະຈໍາປີ 2026 ຂຶ້ນໃນວັນທີ 23 ກັນຍານີ້ ທີ່ສູນວັດທະນະທຳຈີນ ປະຈຳ ສປປ ລາວ ເປັນກຽດເຂົ້າຮ່ວມມີ ທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ມີຫົວໜ້າພາກວິຊາ ຄະນະອັກສອນສາດ, ມີຮອງພາກວິຊາພາສາຈີນ ແລະ ນັກສຶກສາຈາກ ພາກວິຊາພາສາຈີນ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.
ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ໃນວັນທີ 22 ກັນຍາ ຜ່ານມານີ້ ທີ່ ນະຄອນນິວຢອກ ສ ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນ ຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81, ພາຍໃຕ້ຫົວຂໍ້: “ຟື້ນຟູຄວາມເຊື່ອໝັ້ນ, ບໍລິຫານການຫັນປ່ຽນໃຫ້ກາຍເປັນອົງການສະຫະ ປະຊາຊາດ ທີ່ໃຫ້ຜົນປະໂຫຍດແກ່ທຸກຄົນ” (Restoring Trust, Managing Transformation: A United Nations That Delivers for All). ພ້ອມທັງໄດ້ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ (General Debate), ບັນດາກອງປະຊຸມປິ່ນອ້ອມ ແລະ ກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມດັ່ງກ່າວ.
ເຜີຍແຜ່ນິຕິກຳດ້ານການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງ ສປ ຈີນ

ເຜີຍແຜ່ນິຕິກຳດ້ານການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງ ສປ ຈີນ

ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບຄະນະກຳມະການວຽກງານຊົນເຜົ່າແຫ່ງຊາດຈີນ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳວ່າດ້ວຍການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງສາທາລະນະລັດ ປະຊາຊົນຈີນ ຂຶ້ນໃນວັນທີ 22 ກັນຍາ ຜ່ານມາ ທີ່ ສນຊ ໂດຍການເປັນປະທານຮ່ວມຂອງທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງປະທານ ສນຊ ແລະ ທ່ານ ນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີຄະນະຜູ້ແທນຄະນະກຳມະການວຽກງານຊົນເຜົ່າແຫ່ງຊາດຈີນ, ຄະນະພັກ-ຄະນະປະຈຳ, ມີພະນັກງານ-ລັດຖະກອນ ສນຊ, ຜູ້ຕາງໜ້າຈາກບັນດາກະຊວງ-ອົງການ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ງານລ້ຽງສະຫຼອງວັນສ້າງຕັ້ງ ສປ ຈີນ ຄົບຮອບ 77 ປີ ແລະ ປີມິດຕະພາບ ຈີນ-ລາວ

ງານລ້ຽງສະຫຼອງວັນສ້າງຕັ້ງ ສປ ຈີນ ຄົບຮອບ 77 ປີ ແລະ ປີມິດຕະພາບ ຈີນ-ລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສາທາລະນະລັດ ປະຊາຊົນ ຈີນ (ສປ ຈີນ) ຄົບຮອບ 77 ປີ ແລະ ໃນໂອກາດສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ (ປີມິດຕະພາບ ລາວ-ຈີນ), ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ໄດ້ມີການຈັດງານລ້ຽງສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ແລະ ອົບອຸ່ນ ໃນວັນທີ 21 ກັນຍານີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ.
ລາວ-ຫວຽດນາມປຶກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມປຶກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງສະຫາຍສະເຫຼີມໄຊກົມມະສິດ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແຫ່ງ ສປປ ລາວ;ສະຫາຍຟ້າມຢາຕຸກ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແຫ່ງສສຫວຽດນາມໄດ້ເດີນທາງມາຢ້ຽມຢາມສປປ ລາວຢ່າງເປັນທາງການໃນວັນທີ 21 ກັນຍາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານແລະຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດລາວ-ຫວຽດນາມ.
ງານສຳມະນາ ເພີ່ມພູນຄວາມຮ່ວມມືຕ້ານການຟອກເງິນ ແລະ ເຄືອຂ່າຍສະແກມເມີຂ້າມຊາດ

ງານສຳມະນາ ເພີ່ມພູນຄວາມຮ່ວມມືຕ້ານການຟອກເງິນ ແລະ ເຄືອຂ່າຍສະແກມເມີຂ້າມຊາດ

​ ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ຈັດງານສຳມະນາພາຍໃຕ້ຫົວຂໍ້: “ການປ້ອງກັນ ແລະ ປາບປາມການຟອກເງິນ ທີ່ເຊື່ອມໂຍງກັບສູນສະແກມເມີ” ໃນວັນທີ 21 ກັນຍານີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ງານດັ່ງກ່າວມີເປົ້າໝາຍເພື່ອສ້າງຄວາມຮັບຮູ້, ເພີ່ມມາດຕະການປ້ອງກັນ-ປາບປາມໄພຄຸກຄາມຈາກການຟອກເງິນ, ການສະໜອງທຶນໃຫ້ແກ່ອາຊະຍາກຳຂ້າມຊາດ ແລະ ຍົກສູງຄວາມຮ່ວມມືລະຫວ່າງ ສປປ ລາວ, ໄທ ພ້ອມດ້ວຍອົງການຈັດຕັ້ງພາກພື້ນ ແລະ ສາກົນ; ເປັນກຽດໃນງານສຳມະນາ ໂດຍທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ, ທ່ານ ລີຊາດ ຟີລິບປາດ (Richard Philipart) ຫົວໜ້າອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ UNODC, ຄະນະທູດ, ທູຕານຸທູດ ຕາງໜ້າຈາກບັນດາກະຊວງ, ຂະແໜງການຍຸຕິທຳ, ທະນາຄານ, ຕຳຫຼວດສືບ ສວນ-ສອບສວນ, ສຳນັກງານຂໍ້ມູນຕ້ານການຟອກເງິນ (AMLIO), ເອກອັກຄະລາຊະທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ແລະ ສະຖາບັນ ILSTA.
ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ ເດີນທາງມາເຖິງ ສປປ ລາວ

ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ ເດີນທາງມາເຖິງ ສປປ ລາວ

ວັນທີ 21 ກັນຍານີ້, ສະຫາຍ ຟ້າມ ຢາ ຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ເຂິງຄໍາ ແກ້ວໜູຈັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ ລາວ ແລະ ຫວຽດນາມ.
ຄະນະແພດ ກອງທັບປົດປ່ອຍປະຊາຊົນຈີນ ເຄື່ອນໄຫວກວດສຸຂະພາບໃຫ້ປະຊາຊົນ  ຢູ່ໂຮງໝໍຊຸມຊົນເມືອງສະໜາມໄຊ

ຄະນະແພດ ກອງທັບປົດປ່ອຍປະຊາຊົນຈີນ ເຄື່ອນໄຫວກວດສຸຂະພາບໃຫ້ປະຊາຊົນ ຢູ່ໂຮງໝໍຊຸມຊົນເມືອງສະໜາມໄຊ

ວັນທີ 19 ກັນຍາຜ່ານມາ, ຄະນະແພດ ກອງທັບປົດປ່ອຍປະຊາຊົນຈີນ ແລະ ຄະນະແພດສາດ ກອງ ທັບປະຊາຊົນລາວ ໄດ້ສືບຕໍ່ເຄື່ອນໄຫວກວດສຸຂະພາບໃຫ້ປະຊາຊົນ ຢູ່ໂຮງໝໍຊຸມຊົນເມືອງສະໜາມໄຊ ແຂວງອັດຕະປື ຊຶ່ງເປັນໜຶ່ງໃນກິດຈະກຳພາຍໃຕ້ໂຄງການ "ຂະບວນລົດໄຟສັນຕິພາບ 2026" ລະຫວ່າງ ລາວ-ຈີນ ນໍາພາໂດຍ ສະຫາຍ ເສິນ ເພິນ ເຈິງ ຫົວໜ້າຄະນະກວດສຸຂະພາບ ຈຸດແຂວງອັດຕະປື ພ້ອມດ້ວຍຄະນະ, ມີສະຫາຍ ພັນໂທ ນາງ ກຸນທອງ ອຸດົມ ຮອງຫົວໜ້າຫ້ອງບໍລິຫານການແພດ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ, ຜູ້ຕິດຕາມການເຄື່ອນໄຫວວຽກງານການກວດພະຍາດ ໂດຍການຕ້ອນຮັບຂອງຄະນະນຳເມືອງສະໜາມໄຊ, ມີຄະນະຮັບຜິດຊອບ ແລະ ອະນຸກຳມະການຮັບໃຊ້ວຽກງານການແພດ ເຂົ້າຮ່ວມ.
ຫຼວງພະບາງ-ດຽນບຽນ ແລກປ່ຽນວຽກງານປ້ອງກັນຄວາມສະຫງົບ ຄັ້ງທີ XXI

ຫຼວງພະບາງ-ດຽນບຽນ ແລກປ່ຽນວຽກງານປ້ອງກັນຄວາມສະຫງົບ ຄັ້ງທີ XXI

ວັນທີ 14 ກັນຍາ ຜ່ານມານີ້, ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ ສປປ ລາວ ແລະກອງບັນຊາການຕໍ່ຫຼວດແຂວງດຽນບຽນ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ວຽກງານປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ຄັ້ງທີ XXI, ປະຈຳປີ 2026 ຢູ່ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ, ໂດຍມີ ທ່ານ ພົນຈັດຕະວາ ຕູຊົງ ປັດໃຈ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ ແລະທ່ານ ພົນຈັດຕະວາ ວູ ວັນ ເດົາ ຫົວ ໜ້າກອງບັນຊາການຕໍ່າຫຼວດແຂວງດຽນບຽນພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.
ເພີ່ມເຕີມ