ຜ່ານມາ. ໂດຍການຕ້ອນຮັບຂອງທ່ານ ຄໍາແສງ ສຸດທະລີ ປະທານບໍລິສັດ ຄໍາແສງພັດທະນາກະສິກໍາຄົບວົງຈອນ ຈໍາກັດຜູ້ດຽວ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງໃນການລົງຕິດຕາມຄັ້ງນີ້ ແມ່ນເພື່ອຊຸກຍູ້ວຽກງານການຄໍ້າປະກັນສະບຽງອາຫານ ແລະ ວຽກງານການຜະລິດເປັນສິນຄ້າ ໂດຍສະເພາະແມ່ນ ວຽກງານຂອງ ບໍລິສັດ ຄຸນເຊິງສາກົນ ຈໍາກັດ ທີ່ກໍາລັງມີການກໍ່ສ້າງ ໂຮງຂ້າສັດທັນສະໄໝຊຶ່ງຈະກາຍເປັນໂຄງການໃຫຍ່ລະດັບສາກົນ ໜຶ່ງດຽວໃນ ສປປ ລາວ ແລະ ໃນເຂດອາຊີຕາມເວັນອອກຊຽງໃຕ້.
ໃນເວລາຕໍ່ມາ ຄະນະດັ່ງກ່າວ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມຄວາມພ້ອມໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຂອງບໍລິສັດດັ່ງກ່າວ ຢູ່ທີ່ຫ້ອງປະຊຸມຫ້ອງການກະຊວງກະສິກໍາ ແລະ ປ່າໄມ້ ໂດຍການເປັນປະທານ ຂອງທ່ານ ລິນຄໍາ ດວງສະຫວັນ. ໂອກາດນີ້ ຕາງໜ້າ ບໍລິສັດ ໄດ້ລາຍງານກ່ຽວກັບສະພາບລວມຂອງໂຄງການກໍ່ສ້າງໂຮງຂ້າສັດທັນສະໄໝ ໂດຍສະເພາະແມ່ນຄວາມຄືບໜ້າຂອງໂຄງການ ຊຶ່ງຄາດວ່າຈະສຳເລັດການກໍ່ສ້າງ ໃນທ້າຍປີ 2024 ແລະ ກຽມເປີດນໍາໃຊ້ໃນຕົ້ນປີ 2025 ໂດຍໂຮງງານມີຂະໜາດ 68 ແມັດx 258 ແມັດ, ມີກໍາລັງການຜະລິດ 1 ພັນໂຕ/ວັນ (ເຮັດວຽກ 2 ກະ 16 ຊົ່ວໂມງ) ມູນຄາການລົງທຶນທັງໝົດ ແມ່ນ 500 ລ້ານໂດລາ.
ໂອກາດນີ້, ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ກຽດໂອ້ລົມຊີ້ນໍາຕໍ່ກອງປະຊຸມ ສະເໜີໃຫ້ກົມວິຊາການກ່ຽວຂ້ອງເອົາໃຈໃສ່ ອໍານວຍຄວາມສະດວກ ແລະ ຕ້ອງມີການປະສານງານທີ່ລະອຽດ ໂດຍສະເພາະແມ່ນ ກົມລ້ຽງສັດ ແລະ ການປະມົງ, ກົມປູກຝັງ ແລະ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ລວມທັງພາກສ່ວນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າຂອງບໍລິສັດ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ຂ່າວ: ກະຊວງກະສິກຳ
ຄໍາເຫັນ