ສສກ ຈັດກິດຈະກໍາສະຫຼອງ 60 ປີ ວັນສ້າງຕັ້ງກິລາລາວ

ສສກ ຈັດກິດຈະກໍາສະຫຼອງ 60 ປີ ວັນສ້າງຕັ້ງກິລາລາວ

ສສກ ຈັດກິດຈະກໍາສະຫຼອງ 60 ປີ ວັນສ້າງຕັ້ງກິລາລາວ
ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກິດຈະກໍາສະຫຼອງວັນສ້າງຕັ້ງກິລາ-ກາຍຍະກໍາແຫ່ງຊາດ ຄົບຮອບ 60 ປີ (13 ກໍລະກົດ 1966 -13 ກໍລະກົດ 2026) ແລະ ວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ (13 ກໍລະກົດ 1909-13 ກໍລະກົດ 2026) ຄຶກຄື້ນ ໃນວັນທີ 13 ກໍລະກົດ 2026 ທີ່ສະຖາບັນກິລາ-ກາຍຍະກໍາ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສສກ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ), ທ່ານ ສິລິລາດທົງສິນ ທອງເພັງ ປະທານຄະນະກໍາມະການປົກຄອງນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສສກ ຈດກດຈະກາສະຫອງ 60 ປ ວນສາງຕງກລາລາວ - image 1
 

 

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ສສກ ໄດ້ເນັ້ນໜັກ 4 ເປົ້າໝາຍສໍາຄັນ ເພື່ອເຮັດໃຫ້ວຽກງານກິລາ-ກາຍຍະກຳ ເປັນກຳລັງຂັບເຄື່ອນໃນການສ້າງຄົນລາວຮຸ່ນໃໝ່ໃຫ້ມີຄຸນນະພາບ ຕອບສະໜອງການສ້າງສາ ແລະ ພັດທະນາປະເທດຊາດ ໃນໄລຍະໃໝ່ ຊຶ່ງປະກອບມີ: ເພີ່ມທະວີວຽກງານການເມືອງ-ແນວຄິດ: ຕ້ອງປູກຈິດສຳນຶກໃຫ້ນັກກິລາ ແລະ ຜູ້ບໍລິຫານມີນ້ຳໃຈຮັກຊາດ, ມີລະບຽບວິໄນ ແລະ ຖືເອົາກິລາເປັນເຄື່ອງມືສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະການຕ້ານໄພຢາເສບຕິດໃນຖັນແຖວຊາວໜຸ່ມ; ພັດທະນາກິລາ-ກາຍຍະກຳເຂົ້າສູ່ຄຸນນະພາບໃໝ່: ສ້າງນັກກິລາພອນສະຫວັນແຕ່ເຍົາໄວ, ສົ່ງເສີມພະລະສຶກສາໃນໂຮງຮຽນທຸກຊັ້ນຮຽນ, ກະກຽມຄວາມພ້ອມແຕ່ຫົວທີໃນການເປັນເຈົ້າພາບຈັດງານມະຫາກຳກິລາຊີເກມ ຄັ້ງທີ 36 ແລະ ອາຊຽນພາຣາເກມ ຄັ້ງທີ 16 ໃນປີ 2031, ພ້ອມທັງປັບປຸງນິຕິກຳ ແລະ ການຄຸ້ມຄອງບໍລິຫານກິລາໃຫ້ເປັນລະບົບມືອາຊີບຫລາຍຂຶ້ນ; ຄຸ້ມຄອງ ແລະ ນຳໃຊ້ງົບປະມານ, ໂຄງລ່າງພື້ນຖານໃຫ້ເກີດປະໂຫຍດສູງສຸດ: ຄົ້ນຄວ້າແຫຼ່ງທຶນເຂົ້າກອງທຶນກິລາໃຫ້ໂປ່ງໃສ, ເອົາໃຈໃສ່ປົກປັກຮັກສາສະໜາມກິລາ ໂດຍສະເພາະສະໜາມກິລາເຈົ້າອານຸວົງ ທີ່ໄດ້ຮັບການຊ່ວຍເຫຼືອຈາກຍີ່ປຸ່ນ ຄາດວ່າຈະມອບຮັບໃນເດືອນຕຸລາ 2026 ນີ້ ບໍ່ໃຫ້ຊຸດໂຊມ, ພ້ອມທັງຊຸກຍູ້ພາກເອກະຊົນໃຫ້ເຂົ້າມາມີສ່ວນຮ່ວມໃນການພັດທະນາກິລາ; ຍົກສູງຂີດຄວາມສາມາດບຸກຄະລາກອນ ແລະ ການຮ່ວມມືສາກົນ: ຍົກລະດັບສະຖາບັນກິລາ-ກາຍ ຍະກຳ ຂຶ້ນເປັນ "ສະຖາບັນກິລາ-ກາຍຍະກຳແຫ່ງຊາດ", ສ້າງຄູຝຶກ ແລະ ກຳມະການໃຫ້ໄດ້ມາດຕະຖານສາກົນ, ພ້ອມທັງແລກປ່ຽນບົດຮຽນ ແລະ ຍາດແຍ່ງການຊ່ວຍເຫຼືອດ້ານວິທະຍາສາດການກິລາ ຈາກປະເທດເພື່ອນມິດຍຸດທະສາດ.ພາຍໃນງານມີຫລາຍກິດຈະກຳ ເຊັ່ນ: ການຍ່າງເພື່ອສຸຂະພາບ, ເຕັ້ນແອໂຣບິກ ແລະ ການວາງສະແດງຜົນງານຂອງບັນດາສະຫະພັນກິລາແຫ່ງຊາດ ທັງກິລາຄົນປົກກະຕິ ແລະ ຄົນພິການ ຊຶ່ງໄດ້ຮັບຄວາມສົນໃຈຈາກຜູ້ເຂົ້າຮ່ວມຢ່າງຫຼວງຫຼາຍ.

ສສກ ຈດກດຈະກາສະຫອງ 60 ປ ວນສາງຕງກລາລາວ - image 2
 

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ສສກ ຍັງໄດ້ຮຽກຮ້ອງໃຫ້ທົ່ວປວງຊົນ ແລະ ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈກັນສ້າງບາດກ້າວບຸກທະລຸໃໝ່ໃຫ້ກິລາລາວ ພາຍໃຕ້ຄຳຂວັນທີ່ວ່າ: "ກິລາ-ກາຍຍະກຳລາວ ຄົບຮອບ 60 ປີ ໝັ້ນຍືນ!" "ພັກປະຊາຊົນ ປະຕິວັດລາວ ຜູ້ຈັດຕັ້ງ ແລະ ນໍາພາທຸກໄຊຊະນະຂອງປະຕິວັດລາວ ໝັ້ນຍືນ(ຂ່າວ: ສົງການ )

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາພັກແຂວງ ສາລະວັນຕ້ອນຮັບ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສ​ພ​ຊ

ເລຂາພັກແຂວງ ສາລະວັນຕ້ອນຮັບ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສ​ພ​ຊ

ທ່ານ ນາງ ວິລະວອນ ພັນທະວົງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະກັບທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງສາ​ລະ​ວັນ, ໃນວັນທີ 1 ກັນຍາຜ່ານ​ມາ, ທີ່ ຫ້ອງວ່າການແຂວງ, ເພື່ອແຈ້ງຈຸດປະສົງໃນການລົງເຄື່ອນໄຫວວຽກງານຢູ່ແຂວງສາລະວັນ ໃນຄັ້ງນີ້, ແມ່ນເພື່ອຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະບັນດາຄາດໝາຍໃນຂົງເຂດວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ປະຈຳປີ 2026 ເພື່ອເກັບກຳຂໍ້ມູນລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສພຊ ຊຸດທີ X ທີ່ຈະມາເຖີງນີ້.
ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາ

ໃນວັນທີ 1 ກັນຍາ ຜ່ານມາ, ກອງພົນທີ 2 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະພັກ-ຄະນະບັນຊາກອງພົນ, ຄະນະຫ້ອງ, ພະແນກການ, ອະນຸກໍາມະການແຂ່ງຂັນ, ແຂກຖືກເຊີນ ແລະ ນັກກິລາເຂົ້າຮ່ວມ.
ຄອບຄົວການນໍາ ຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ

ຄອບຄົວການນໍາ ຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ

ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950 - 13 ສິງຫາ 2026) ໃນວັນທີ 31 ສິງຫາ ຜ່ານມາ ທີ່ຫໍມູນເຊື້ອແນວລາວສ້າງຊາດ ຄອບຄົວການນໍາໄດ້ເຄື່ອນໄຫວຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ ນຳໂດຍທ່ານ ນາງ ວຽງເງິນ ໄຂຄຳພິທູນ ພ້ອມດ້ວຍຄະນະ ໃຫ້ການຕ້ອນ ຮັບຂອງທ່ານ ນາງ ແພງພັນ ບຸບຜາພອນ ຄະນະປະຈໍາ ຫົວໜ້າກົມໂຄສະນາສູນກາງແນວລາວສ້າງຊາດ.
ພົນເອກ ຄໍາລຽງ ອຸທະໄກສອນ ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ

ພົນເອກ ຄໍາລຽງ ອຸທະໄກສອນ ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ

ໃນວັນທີ 1 ກັນຍາຜ່ານມາ, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ ພ້ອມດ້ວຍຫົວໜ້າກົມ-ຮອງກົມ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ ຮ່ວມກັບຄະນະປະຈຳ, ຄະນະພັກແຂວງ, ຫົວໜ້າພະແນກ-ອົງການ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ-ເມືອງພາຍໃນແຂວງອຸດົມໄຊ.
ກອງພັນໃຫຍ່ 619 ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ກອງພັນໃຫຍ່ 619 ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ກອງພັນໃຫຍ່ 619 ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຂຶ້ນໃນວັນທີ 1 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ລອນທອງ ສິງລືໄຊ ຫົວໜ້າການເມືອງ ກອງພັນໃຫຍ່ 619, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກອງພັນ, ກອງຮ້ອຍ ແລະ ສະມາຊິກພັກ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງຄະນະບໍລິຫານງານຊາວໜຸ່ມກອງພັນ 416

ປະກາດແຕ່ງຕັ້ງຄະນະບໍລິຫານງານຊາວໜຸ່ມກອງພັນ 416

ໃນວັນທີ 2 ກັນຍານີ້, ທີ່ຫ້ອງປະຊຸມກອງພັນ 416 ກອງພັນໃຫຍ່ 302 ກອງພົນທີ 3 ໄດ້ປະກາດການແຕ່ງຕັ້ງຄະນະບໍລິຫານງານຊາວໜຸ່ມ ກອງພັນ 416 ໂດຍການເປັນປະທານຂອງສະຫາຍ ພັນໂທ ຄໍາພັນ ໄຊຍະວົງສີ ກໍາມະການຄະນະພັກ, ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 302 ຜູ້ຊີ້ນໍາຂົງເຂດວຽກງານມະຫາ ຊົນ, ມີສະຫາຍ ພັນໂທ ວຽງໄຊ ດາພັນ ຫົວໜ້າການເມືອງ ກອງພັນ 416, ມີຄະນະພັກ-ຄະນະບັນຊາ, ຕາງໜ້າຂະແໜງຊາວໜຸ່ມ, ຄະນະບໍລິຫານງານ ແລະ ຄະນະໜ່ວຍຊາວໜຸ່ມເຂົ້າຮ່ວມ.
ຈັນທະບູລີ ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມແຄມທາງ

ຈັນທະບູລີ ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມແຄມທາງ

ໃນວັນທີ 31 ສິງຫາຜ່ານມາ, ຄະນະກຳມະການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ນໍາໂດຍທ່ານ ເກດສຸດາກອນ ວັດທະນາໄຊ ຮອງປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ ໄດ້ເຄື່ອນໄຫວຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມແຄມທາງ ໂດຍໄດ້ຢຶດສິນຄ້າທີ່ວາງຂາຍຊະຊາຍ ແລະ ກວມເອົາທາງຄົນຍ່າງ ໃນນັ້ນມີເສັ້ນທາງໂພນຕ້ອງເຂດບໍລິເວນຕໍ່ໜ້າໂຮງໝໍເດັກ, ໂຮງໝໍມິດຕະພາບເຊັ່ນ: ລົດຂາຍໝາກໄມ້, ລໍ້ຂາຍເສື້ອຜ້າ ແລະ ອື່ນໆ ເນື່ອງຈາກກໍ່ໃຫ້ເກີດຄວາມແອອັດ ສ່ຽງຕໍ່ການເກີດອຸບັດເຫດ ແລະ ເຮັດໃຫ້ຕົວເມືອງຂາດຄວາມເປັນລະບຽບຮຽບຮ້ອຍ.
ເຊັນສັນຍາການຮ່ວມມືພັດທະນາເຕັກນິກສະຫຼາຍໜິ້ວນອກຮ່າງກາຍ

ເຊັນສັນຍາການຮ່ວມມືພັດທະນາເຕັກນິກສະຫຼາຍໜິ້ວນອກຮ່າງກາຍ

ພິທີເຊັນສັນຍາການຮ່ວມມືພັດທະນາເຕັກນິກສະຫຼາຍໜິ້ວນອກຮ່າງກາຍ ລະຫວ່າງ ໂຮງໝໍສູນກາງ 103 ກອງທັບ ແລະ ບໍລິສັດ ຕ້າຮົ້ວ ການຄ້າສາກົນ ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 1 ກັນຍາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການການກອງທັບ, ມີ ສະຫາຍ ພົນຈັດຕະວາ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບ, ທ່ານ ສິດປະສົງ ລູ່ພາໄຊ ປະທານ ບໍລິສັດ ຕ້າຮົ້ວ ການຄ້າສາກົນ ຈໍາກັດຜູ້ດຽວ, ມີຄະນະພັກ-ຄະນະອໍານວຍການ ແລະ ວິຊາການ ທັງສອງຝ່າຍເຂົ້າຮ່ວມ.
ກອງບັນຊາການທະຫານແຂວງຫຼວງພະບາງ ມອບເຮືອ ແລະ ອຸປະກອນ  ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ

ກອງບັນຊາການທະຫານແຂວງຫຼວງພະບາງ ມອບເຮືອ ແລະ ອຸປະກອນ ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ

ວັນທີ 1 ກັນຍາ 2026 ນີ້, ຢູ່ທີ່ສູນບັນຊາການ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດພິທີ ມອບ-ຮັບ ເຮືອ ແລະ ອຸປະກອນ ລະຫວ່າງ ກອງບັນຊາການທະຫານແຂວງຫຼວງພະບາງ ກັບ ກອງບັນຊາການທະຫານແຂວງອຸດົມໄຊ ໂດຍການເປັນປະທານ ຂອງສະຫາຍ ພັນໂທ ບຸນທຳ ໄຊຍະຫຼວງ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງອຸດົມໄຊ, ມີສະຫາຍ ພັນໂທ ທອງສຸກ ທຳມະວົງ ຫົວໜ້າພະແນກສູ້ຮົບ ກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະຮັບຜິດຊອບ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
EDL-T “ແສງແຫ່ງຈໍາປາ”ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນແຂວງ  ຄຳມ່ວນ

EDL-T “ແສງແຫ່ງຈໍາປາ”ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນແຂວງ ຄຳມ່ວນ

ວັນທີ 27 ສິງຫາຜ່ານມານີ້ ທີ່ຫ້ອງໂຖງຫ້ອງວ່າການແຂວງ, ບໍລິສັດ EDL-T ໄດ້ນຳສິ່ງຂອງອຸປະໂພກ-ບໍລິໂພກແລະເຂົ້າສານລວມມູນຄ່າ 150 ລ້ານກີບມາຊ່ວຍເຫຼືອຜູ້ປະສົບໄພຂອງແຂວງຄຳມ່ວນ,ເພື່ອນຳໄປຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ບັນດາເມືອງຂອງແຂວງຄຳມ່ວນ,ພາຍໃຕ້ໂຄງການ“ແສງແຫ່ງຈໍາປາ”ຂອງEDL-T .
ເພີ່ມເຕີມ